ສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ ຊຸກຍູ້ການຮ່ວມມືຮອບດ້ານ
ພາບປະກອບ. ຕາມເວັບໄຊ: vov.vn
ໃຫ້ກຽດເຂົ້າຮ່ວມກອງປະຊຸມສຳມະນາ, ທາງຝ່າຍລາວມີ ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປປ ລາວ ປະທານສະພາແຫ່ງຊາດລາວ; ທ່ານ ໄຊສົມພອນ ພົມວິຫານ ກຳມະການສູນກາງພັກ ປປ ລາວ ຮອງປະທານສະພາແຫ່ງຊາດລາວ. ທາງຝ່າຍຫວຽດນາມມີ ທ່ານ ອວງຈູລຶວ ກຳມະການສຸນກາງພັກກອມມູນິດຫວຽດນາມ ຮອງປະທານສະພາແຫ່ງຊາດຫວຽດນາມ; ທ່ານ ເຈິ່ນບັກຮ່າ ປະທານ AVIL ປະທານຄະນະກຳມະການຄຸ້ມຄອງບໍລິສັດ BIDV ພ້ອມດ້ວຍພະນັກງານຂັ້ນສູງ ຜູ້ຕາງໜ້າບັນດາຄະນະ ຂະແໜງການ ແລະ ນັກວິຊາການເສດຖະກິດຫຼາຍຄົນຂອງສອງປະເທດ.
ໃນການສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ 3 ບັນຫາໃຫຍ່ຄື ທ່າອຽງພັດທະນາເສດຖະກິດ ແລະ ນະໂຍບາຍລົງທຶນຂອງສອງປະເທດ; ວຽກງານການເຂົ້າຮ່ວມປະຊາຄົມອາຊຽນ ປີ 2015 ແລະ ບັນຫາຄຸ້ມຄອງການເງິນເງິນຕາ, ພ້ອມກັນນັ້ນກໍ່ລົງເລິກໃນການແລກປ່ຽນ ກ່ຽວກັບບັນດາບົດຮຽນຕົວຈິງຂອງສອງປະເທດ ໃນການຄຸ້ມຄອງການເງິນ, ການລົງທຶນ, ໜີ້ສິນ, ພັດທະນາຕານ່າງທະນາຄານ, ຈັດວາງໂຄງປະກອບບັນດາການຈັດຕັ້ງສິນເຊື່ອຄືນໃໝ່ ແລະ ບົດຮຽນໃນການແກ້ໄຂໜີ້ສິນເຮິຮ້າຍ, ກໍ່ຄືການກຽມພ້ອນໃຫ້ແກ່ການເຊື່ອມໂຍງເຂົ້າກັບພາກພື້ນໃນອະນາຄົດ. ບັນດາບົດຮຽນທີ່ຖອດຖອນມາໄດ້ຈາກການສຳມະນາ ຈະຊ່ວຍໃຫ້ສອງຝ່າຍມີວິໄສທັດກວມລວມ ແລະ ແທດກັບຕົວຈິງກວ່າອີກ ໃນການຄຸ້ມຄອງບໍລິຫານເສດຖະກິດແຫ່ງຊາດ, ພັດທະນາເສດຖະກິດ, ຮັກສາຄວາມສະຫງົບທາງສັງຄົມ ເພື່ອຄວາມສົມບູນພູມສຸກຂອງປະຊາຊົນ.
ໂດຍຕາງໜ້າສະພາແຫ່ງຊາດລາວ, ທ່ານຮອງປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ ສະພາແຫ່ງຊາດຫວຽດນາມ ແລະ BIDV ທີ່ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາ, ຢືນຢັນວ່າ ການສຳມະນາບໍ່ພຽງແຕ່ຊ່ວຍໃຫ້ສອງປະເທດ ເພີ່ມທະວີການຮ່ວມມືລົງທຶນເທົ່ານັ້ນ ຫາກຍັງຊ່ວຍໃຫ້ສະພາແຫ່ງຊາດລາວ ໃນການກະກຽມເອກະສານນິຕິກຳຕ່າງໆ, ກະກຽມເຂົ້າຮ່ວມໃນປະຊາຄົມເສດຖະກິດອາຊຽນ ປີ 2015...
ທາງດ້ານຕົນເອງ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ຕີລາຄາສູງຕໍ່ຄວາມຄິດປະດິດຂອງສະພາແຫ່ງຊາດລາວ ກ່ຽວກັບການສຳມະນາທີ່ມີຄວາມໝາຍສຳຄັນ ມີລັກສະນະຮີບດ່ວນແທດເໝາະຕົວຈິງ ຕໍ່ກັບການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ ໃນສະພາບການທີ່ພື້ນຖານເສດຖະກິດຂອງສອງປະເທດ ມີທັງຄວາມສະດວກດີ ແລະ ສິ່ງທ້າທາຍຕ່າງໆ ທີ່ແຊກຊ້ອນກັນ. ການສຳມະນາໄດ້ຍົກໃຫ້ເຫັນບົດຮຽນປະສົບການທີ່ດີຫຼາຍຢ່າງກ່ຽວກັບການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ, ພ້ອມກັນນັ້ນກໍສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຄວາມຕັ້ງໜ້າຂອງສອງສະພາແຫ່ງຊາດ ໃນການຮ່ວມແຮງຮ່ວມໃຈກັບລັດຖະບານ ຊຸກຍູ້ການປະຕິບັດບັນດານະໂຍບາຍເສດຖະກິດມະຫາພາກ, ການເງິນ ທະນາຄານ ທີ່ສອດຄ່ອງກັບສະພາບການ, ປະຕິບັດສຳເລັດບັນດາຈຸດໝາຍ, ຄາດໝາຍເສດຖະກິດສັງຄົມ ທີ່ສະພາແຫ່ງຊາດຂອງສອງປະເທດໄດ້ວາງອອກມາ.
ໂດຍສືບຕໍ່ເສີມຂະຫຍາຍບັນດາຜົນສຳເລັດອັນໃຫຍ່ຫຼວງ ໃນການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ລາວ ຄົບຮອບ 50 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ຄົບຮອບ 35 ປີ, ກອງປະຊຸມສຳມະນາຄັ້ງນີ້ ຈະສ້າງໃຫ້ມີບາດກ້າວບຸກທະລຸຢ່າງແຂງແຮງ, ຍົກການພົວພັນເສດຖະກິດລະຫວ່າງສອງປະເທດສູງຂຶ້ນເປັນແຕ່ລະກ້າວ ໃຫ້ສົມຄູ່ກັບການພົວພັນດ້ານການເມືອງ, ນຳເອົາການພົວພັນຮ່ວມມືລະຫວ່າງສອງປະເທດເຂົ້າສູ່ໄລຍະແຫ່ງການຂະຫຍາຍຕົວໃໝ່ ທີ່ມີລັກສະນະກວ້າງຂວາງ ເລິກເຊິ່ງ ແລະ ຮອບດ້ານ ໃນທຸກໆຂົງເຂດ ຖືກຕ້ອງຕາມແຜນນະໂຍບາຍ, ການກຳນົດທິດຂອງສອງພັກ ສອງລັດ.
ໃນໂອກາດນີ້, ທະນາຄາມການຄ້າຫຸ້ນສ່ວນ ການລົງທຶນແລະພັດທະນາຫວຽດນາມ (BIDV) ໄດ້ມອບໃຫ້ມູນນິທິປ້ອງກັນແລະຕ້ານໂລກລະບາດໄຂ້ອອກເລືອດຂອງລາວ 100.000 ໂດລາສະຫະລັດ ແລະ ມຸ້ງ ຜ້ຫົ່ມ 15.000 ຊຸດ ທີ່ມີມູນຄ່າທັງໝົດເກືອບ 7 ຕື້ດົ່ງ./.
ແຫຼ່ງຂ່າວ: TTXVN