ກໍ່ສ້າງກອງກຳລັງຕຳຫຼວດປະຊາຊົນຫວຽດນາມ ໃຫ້ສະອາດປອດໃສ,
ເຂັ້ມແຂງ, ເປັນແບບຫຼວງ, ຊຳນາມການຮົບ ແລະ ທັນສະໄໝຢ່າງແທ້ຈິງ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ຮັກສາ
ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ໃນສະພາບການໃໝ່
ເຂັ້ມແຂງ, ເປັນແບບຫຼວງ, ຊຳນາມການຮົບ ແລະ ທັນສະໄໝຢ່າງແທ້ຈິງ
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ຮັກສາ
ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ໃນສະພາບການໃໝ່
ວກ. - ເສີມຂະຫຍາຍທາດແທ້ປະຕິວັດອັນດີງາມ ແລະ ມູນເຊື້ອທີ່ສະຫງ່າງາມໃນ 60 ປີທີ່ຜ່ານມາ (20 ກໍລະກົດ 1962 – 20 ກໍລະກົດ 2022), ກອງກຳລັງຕຳຫຼວດປະຊາຊົນຍາມໃດກໍ່ຈົງຮັກພັກດີຕໍ່ພັກແລະລັດໂດຍເດັດຂາດ, ຮັບໃຊ້ປະເທດຊາດ ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ, ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ, ຍາມໃດກໍ່ສົມກັບເປັນ “ດາບຄົມ”, “ໂລ້ເຫຼັກແຂງ”, ເປັນກອງກຳລັງຫຼັກໃນການຕໍ່ສູ້ປ້ອງກັນແລະຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ລະບຽບວິໄນ ແລະ ຄວາມປອດໄພທາງສັງຄົມຂອງປະເທດຊາດ.
ເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ແລະບັນດາສະຫາຍການນຳຂອງພັກ, ລັດ, ບັນດາຜູ້ແທນ ທີ່ມາຮ່ວມກອງປະຊຸມໃຫຍ່ ຄະນະພັກປ້ອງກັນຄວາມສະຫງົບສູນກາງ _ພາບ: TTXVN
ສົມກັບເປັນກອງກຳລັງຫຼັກແຫຼ່ງໃນການຮັບປະກັນ
ຄວາມເປັນລະບຽບຮຽບຮ້ອບ ແລະ ຄວາມປອດໄພທາງສັງຄົມ
ນັບແຕ່ສ້າງຕັ້ງຂຶ້ນ, ກອງກຳລັງຕຳຫຼວດປະຊາຊົນໄດ້ຮັບການນຳພາ ແລະ ຝຶກຝົຍຫຼໍ່ຫຼອມຈາກພັກ, ລັດ ແລະ ປະທານໂຮ່ຈິມິນ ຈຶ່ງນັບມືນັບເຕີບໃຫຍ່, ເຂັ້ມແຂງ(1). ຜ່ານຂະບວນການຕໍ່ສູ້ປະຕິວັດ, ປ່ຽນແປງໃໝ່, ກໍ່ສ້າງ ແລະ ພັດທະນາປະເທດ, ມາຮອດປະຈຸບັນ, ກອງກຳລັງຕຳຫຼວດປະຊາຊົນໄດ້ຈັດຕັ້ງສັບຊ້ອນ, ປັບປຸງບູລະນະຢ່າງເລິກເຊິ່ງ, ເຕົ້າໂຮມເປັນເອກະພາບແຕ່ກະຊວງຈົນຮອດຮາກຖານຕາມຕົວແບບຕຳຫຼວດ 4 ຂັ້ນ “ກະຊວງກະທັດລັດ, ແຂວງເຂັ້ມແຂງ, ເມືອງຮອບດ້ານ, ຕາແສງຕິດພັນກັບຮາກຖານ”, ສ້າງຕັ້ງບັນດາກອງກຳລັງ, ກົມກອງຕາມທິດຍອດຢ້ຽມ, ກະທັດລັດ, ເຂັ້ມແຂງ(2). ກອງກຳລັງຕຳຫຼວດປະຊາຊົນໄດ້ສ້າງຜົນງານດີເດັ່ນຫຼາຍຢ່າງ, ປະກອບສ່ວນສຳຄັນພ້ອມກັບກຳຫຼັງປ້ອງກັນຄວາມສະຫງົບປະຊາຊົນ ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ປົກປັກຮັກສາຜົນປະໂຫຍດສາທາລະນະ, ຮັບໃຊ້ຢ່າງມີປະສິດທິຜົນໃຫ້ແກ່ພາລະກິດການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ດ້ວຍຜົນງານອັນພົ້ນເດັ່ນຈຳນວນຫຼາຍ:
ທີໜຶ່ງ, ຕັ້ງໜ້າ, ເປັນເຈົ້າການສະເໜີກັບອົງຄະນະພັກປ້ອງກັນຄວາມສະຫງົບສູນກາງ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ຄຳປຶກສາແກ່ພັກແລະລັດ ໃນການຕັດສິນໃຈແລະປະກາດໃຊ້ມະຕິ, ຄຳສັ່ງ, ນະໂຍບາຍ ແລະ ກົດໝາຍຫຼາຍສະບັບ ກ່ຽວກັບການນຳພາ, ຊີ້ນຳວຽກງານປ້ອງກັນແລະຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ(3). ຜ່ານນັ້ນ, ລະດົມແລະເສີມຂະຫຍາຍກຳລັງແຮງສັງລວມຂອງລະບົບການເມືອງ ແລະ ທົ່ວປວງຊົນ ເຂົ້າຮ່ວມການປ້ອງກັນສະກັດກັ້ນ ແລະ ຕ້ານອາດຊະຍາກຳ; ກວດຫາ ແລະ ສະເໜີໃຫ້ແກ້ໄຂໂດຍທັນທີ ຊ່ອງຫວ່າງແລະຂໍ້ບົກຜ່ອງໃນການຄຸ້ມຄອງເສດຖະກິດ - ສັງຄົມ - ສາເຫດ, ເງື່ອນໄຂຂອງອາດຊະຍາກຳທີ່ເກີດຂຶ້ນ.
ທີສອງ, ປະຕິບັດເປັນຢ່າງດີພາລະໜ້າທີ່ຄຸ້ມຄອງລັດກ່ຽວກັບຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ; ການສືບສວນ ແລະ ປ້ອງກັນ, ຕ້ານອາດຊະຍາກຳ, ເຕັກນິກທາງອາຍາ; ດຳເນີນຄະດີອາຍາ, ກັກໂຕຊົ່ວຄາວ, ຈຳຄຸກຊົ່ວຄາວ; ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພການຈະລາຈອນ, ຄວາມເປັນລະບຽບສາທາລະນະ; ການປ້ອງກັນໄຟ, ດັບເພີງ, ກູ້ໄພ. ພິເສດ, ກອງກຳລັງຕຳຫຼວດປະຊາຊົນເປັນຜູ້ນຳໜ້າໃນການຫັນເປັນດິຈິຕອນ; ຕ້ອງເດັດຂາດ ສ້າງສັນ ແລະ ໄວວາໃນການສ້າງແລະດຳເນີນການໂຄງການເຕັດໂນໂລຊີຂໍ້ມູນໃຫຍ່ທີ່ສຸດ 2 ໂຄງການທີ່ເຄີຍມີມາຄື ໂຄງການຖານຂໍ້ມູນແຫ່ງຊາດກ່ຽວກັບປະຊາກອນ ແລະ ໂຄງການຜະລິດ, ອອກບັດ ແລະ ຄຸ້ມຄອງບັດປະຈຳຕົວປະຊາຊົນ ທີ່ມີຈຸດເດັ່ນຫຼາຍຢ່າງ. ໃນເວລາອັນສັ້ນ, ພະນັກງານ, ນັດຮົບຕຳຫຼວດປະຊາຊົນຫຼາຍໝື່ນຄົນ ໄດ້ປະສົບຄວາມສຳເລັກໃນບັ້ນຮົບເພື່ອລວບລວມແລະອອກບັດປະຈຳຕົວປະຊາຊົນທີ່ມີຊີບເອເລັກໂຕຣນິກຫຼາບກວ່າ 50 ລ້ານໃບໃຫ້ກັບປະຊາຊົນ. ນີ້ແມ່ນ “ຊັບພະຍາກອນແຫ່ງຊາດທີ່ລ້ຳຄ່າ” ເພື່ອນຳໃຊ້ໃນການຫັນປ່ຽນດິຈິຕອນ, ພັດທະນາລັດທະບານເອເລັກໂຕຣນິກ, ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ຮັບໃຊ້ການປ້ອງກັນແລະຕໍ່ສູ້ຕ້ານອາດຊະຍາກຳ.
ທີສາມ, ເປັນກຳລັງຫຼັກທີ່ຕໍ່ສູ້ໂດຍກົງ ໃນການປ້ອງກັນແລະຕ້ານອາດຊະຍາກຳ, ປົກປັກຮັກສາແລະຈັດຕັ້ງປະຕິບັດນະໂຍບາຍແລະກົດໝາຍ ຢ່າງຖືກຕ້ອງແລະເຂັ້ມງວດ, ຕຳຫຼວດປະຊາຊົນໃຫ້ຄວາມສຳຄັນກັບການປ້ອງກັນເປັນພື້ນຖານສະເໝີ ໂດຍມີເປົ້າໝາຍເພື່ອຫຼຸດຈຳນວນອາດຊະຍາກຳຕໍ່ລະບຽບສັງຄົມທຸກປີ, ຫຼຸດໄຟໄໝ້, ການລະເບີດ, ອຸບັດຕິເຫດຈະລາຈອນ, ຫຼຸດການກະທຳຮຸນແຮງໃນສັງຄົມ. ສືບຕໍ່ເຊື່ອມຊຶມທິດນຳ “ກວດຈັບແລະຈັດການກັບກໍລະນີຄະດີໜື່ງ ເພື່ອສະກັດຫັ້ນແລະກ່າວເຕືອນທົ່ວພາກພື້ນ, ຂົງເຂດ; ຈັດການຄົນດຽວຊ່ວຍໝື່ນຄົນ” ຈະບໍ່ຕ້ອງຈັບ, ບໍ່ຕ້ອງຈັດການລົງໂທດຫຼາຍຄົນ ແຕ່ຍັງໃຫ້ປະສິດທິພາບໃນການປ້ອງກັນສູງ. ເພີ່ມທະວີພະນັກງານ, ນັກຮົບຕຳຫຼວດປະຊາຊົນນັບໝື່ນຄົນໄປເຮັດວຽກຢູ່ຮາກຖານ, ເປັນເຈົ້າການໄປຢູ່ນຳປະຊາຊົນ, “ເມື່ອປະຊາຊົນຕ້ອງການ, ຍາມໃດຫຍຸ້ງຍາກ, ມີກຳລັງຕຳຫຼວດ”, ກຳສະພາບການແລະຈັດການແກ້ໄຂສະພາບການອາດຊະຍາກຳ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມທີ່ຮາກຖານໂດຍກົງ. ພິເສດ, ກອງກຳລັງຕຳຫຼວດປະຊາຊົນໄດ້ດຳເນີນການຮັບແລະຈັດການກັບການປະນາມແລະລາຍງານອາດຊະຍາກຳຢ່ງເຄັ່ງຄັດ, ໂດຍສະເໜີໃຫ້ດຳເນີນຄະດີ, ສອບສວນແລະຈັດການກັບອາດຊະຍາກຳຈຳນວນຫຼາຍ, ຮັບປະກັນຕາມກຳນົກຂອງກົດໝາຍ. ຜັນຂະຫຍາຍແຜນງານ ແຜນການລະດັບສູງສຸດເພື່ອໂຈມຕີແລະປາບປາມອາດຊະຍາກອນ, ແກ້ໄຂບັນຫາທີ່ສັບສົນກ່ຽວກັບອາດຊະຍາກຳທີ່ເກີດຂຶ້ນທັນທີ, ສ້າງການປ່ຽນແປງທີ່ດີໃນລະບຽບແລະຄວາມປອດໄພທາງສັງຄົມ.
ທີສີ່, ເສີມຂະຫຍາຍບົດບາດ“ໄປກ່ອນ, ເປີດທາງ”, ກຳລັງຕຳຫຼວດປະຊາຊົນເປັນເຈົ້າການ, ເພີ່ມທະວີການຮ່ວມມືກັບຕຳຫຼວດປະເທດຕ່າງໆ, ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ, ຜ່ານອົງການຕຳຫຼວດອາຍາສາກົນ (INTERPOL), ສະມາຄົມຕຳຫຼວດອາຊີຕາເວັນອອກສ່ຽງໃຕ້ (ASEANAPOL); ປະສານສົມທົບກັບບັນດາຄູ່ຮ່ວມມື ເພື່ອປະຕິບັດຄຳຮ້ອງຂໍຄວາມຊ່ວຍເຫຼືອທາງດ້ານກົດໝາຍຮ່ວມກັນ ໃນເລື່ອງຄວາມຜິດທາງອາຍາ, ການສົ່ງຜູ້ຮ້າຍຂ້າມແດນ ແລະ ການໂອນຜູ້ຕ້ອງໂທດຢ່າງມີປະສິດທິຜົນ. ມາຮອດປະຈຸບັນ, ກອງກຳລັງຕຳຫຼວດປະຊາຊົນໄດ້ລົງນາມ ແລະ ເຂົ້າຮ່ວມສົນທິສັນຍາສາກົນລະດັບສອງຝ່າຍ ແລະ ຫຼາຍຝ່າຍເກືອບ 200 ສະບັບ. ກອງກຳລັງຕຳຫຼວດປະຊາຊົນທັງປະຕິບັດວຽກງານ ການສູ້ຮົບ, ທັງເອົາໃຈໃສ່ສະຫຼຸບພຶດຕິກຳ ແລະ ຄົ້ນຄວ້າວິທະຍາສາດ, ໝູນໃຊ້ເຕັກໂນໂລຊີ, ກໍ່ສ້າງ, ພັດທະນາ, ປັບປຸງບູລະນະທິດສະດີເທື່ອລະກ້າວກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ, ກໍ່ສ້າງກຳລັງຕຳຫຼວດປະຊາຊົນຮອບດ້ານ, ມີວິຊາການຊັ້ນນຳ, ຜ່ານນັ້ນ ປະກອບສ່ວນຢ່າງມີປະສິດທິຜົນ ເຂົ້າໃນການປະຕິບັດວຽກງານພາກຕົວຈິງ ແລະ ການສູ້ຮົບທີ່ມີຊີວິດຊີວາ ຂອງກຳລັງຕຳຫຼວດປະຊາຊົນ ແລະ ບັນດາກຳລັງປະກອບອາວຸດປະຊາຊົນ.
ທີຫ້າ, ພ້ອມກັນກັບກຳລັງປ້ອງກັນຄວາມສະຫງົບປະຊາຊົນທັງໝົດ, ຕຳຫຼວດປະຊາຊົນໄດ້ມີການປະກອບສ່ວນສຳຄັນຫຼາຍຢ່າງ, ເປັນໜຶ່ງໃນກອງກຳລັງແນວໜ້າທີ່ກາຍເປັນ “ໂລ້ເຫຼັກປ້ອງກັນແລະຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງແທ້ຈິງ - ເປັນດາບກາຍະສິດທີ່ຮັຍປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບ ແລະ ຄວາມປອດໄພທາງສັງຄົມ”. ພະນັກງານ, ນັກຮົບຕຳຫຼວດປະຊາຊົນຫຼາຍໝື່ນຄົນບໍ່ຢ້ານຄວາມຫຍຸ້ງຍາກລຳບາກ ໃນການເຂົ້າຮ່ວມປ້ອມກັກກັນ, ສົມທົບກັນຈັດຕັ້ງປະຕິບັດມາດຕະການປິດລ້ອມ, ຈຳກັດບໍລິເວນ, “ໄປທຸກຊອຍ, ເຄາະປະຕູແຕ່ລະເຮືອນ, ກວດກາທຸກຄົນ” ເພື່ອຕິດຕາມ, ແບ່ງເຂດ ແລະ ສະກັດກັ້ນໂລກລະບາດ; ພ້ອມທັງມີຄວາມໄຫວພິບໃນການຫັນປ່ຽນສະຖານະການທັງປ້ອງກັນ, ຕ້ານພະຍາດ, ຊ່ວຍເຫຼືອປະຊາຊົນ, ຮັບປະກັນສະຫວັດດີການສັງຄົມ, ທັງບຸກໂຈມຕີ ປາບປາມອາດຊະຍາກຳ, ຮັບສາຄວາມເປັນລະບຽບຮຽບຮ້ອຍແລະຄວາມສະຫງົບທາງສັງຄົມ, ບໍ່ໃຫ້ອາດຊະຍາກຳສວຍໃຊ້ການແຜ່ລະບາດຂອງພະຍາດ ເຄື່ອນໄຫວລ່ວງລະເມີດກົດໝາຍ, ສົມກັບເປັນ “ໂລ້ເພື່ອຄວາມສະຫງົບສຸກ” ຂອງປະຊາຊົນແຕ່ລະຄົນ, ແຕ່ລະຄອບຄົວ ແລະ ທົ່ວສັງຄົມ, ພ້ອມກັນກັບທົ່ວປະເທດຄວບຄຸມການແຜ່ລະບາດຂອງໂຄວິດ-19.
ທີຫົກ, ໃນວຽກງານກໍ່ສ້າງປັບປຸງພັກ ແລະ ກໍ່ສ້າງກຳລັງ, ຕຳຫຼວດປະຊາຊົນໄດ້ນຳໜ້າ, ເປັນແບບຢ່າງ ແລະ ມີຄວາມຮັບຜິກຊອບ ໃນການປະຕິບັດມະຕິຂອງກອງປະຊຸມສູນການພັກຄັ້ງທີ 4 ສະໄໝທີ 11 ແລະ 12, ບົດສະຫຼຸບເລກທີ 21-KL/TW, ລົງວັນທີ 25 ຕຸລາ 2021, ຂອງກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 13 ວ່າດ້ວຍການຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ; ເດັດດ່ຽວສະກັດກັ້ນ, ຍູ້ຖອຍ, ແກ້ໄຂຢ່າງເຂັ້ມງວດຕໍ່ພະນັກງານ ສະມາຊິກພັກທີ່ຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ມີປະກົດການ “ປ່ຽແປງຕົນເອງ”, “ຫັນປ່ຽນຕົນເອງ”. ພ້ອມກັນນັ້ນ, ດຳເນີນການອົບຮົມດັດແປງແນວຄິດ ແລະ ປັບປຸງກອງກຳລັງຢ່າງເປັນປະຈຳ, ກະຊັບລະບຽບວິໃນ ລະບຽບກົດໝາຍ, ຈັດຕັ້ງການດຳເນີນຊີວິດທາງການເມືອງ ແນວຄິດຫຼາຍຄັ້ງ, ການຂົນຂວາຍ “ຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດ ໂຮ່ຈີມິນ - ກຳລັງຕຳຫຼວດປະຊາຊົນ ລືມຕົນເອງເພື່ອປະເທດຊາດ, ເພື່ອຮັບໃຊ້ປະຊາຊົນ”, “ຕຳຫຼວດປະຊາຊົນປະຕິບັດຕາມຄຳສັ່ງຢ່າງເຂັ້ມງວດ; ກໍ່ສ້າງວິຖີຊີວິດວັດທະນະທຳ, ຮັບໃຊ້ປະຊາຊົນ”; ຂະບວນການແຂ່ງຂັນ “ເພື່ອຄວາມປອດໄພຂອງປະເທດຊາດ”, ປະຕິບັດຕາມຄຳສອນ 6 ປະການຂອງລຸງໂຮ່, ສ້າງແບບແຜນທ່າທາງ, ພຶດຕິກຳວັດທະນະທຳ, ຂໍ້ກຳນົດແລະການປະຕິບັດປະຊາທິປະໄຕໃນຂົງເຂດວຽກງານຕ່າງໆ. ຊີ້ນຳການກໍ່ສ້າງ ຜັນຂະຫຍາຍບັນດາໂຄງການ ແຜນງານຍົກສູງຄວາມສາມາດແລະປະສິດທິຜົນຂອງອົງການສືບສວນຕຳຫຼວດ, ອົງການກັກຂັງແລະບັງຄັບໃຊ້ຄຳພິພາກສາ, ເຕັກນິກທາງອາຍາຕາມແຜນທີ່ວາງອອກ ໂດຍມີເປົ້າໝາຍການເປັນແບບແຜນຫຼວງ, ຍອດຢ້ຽມ ແລະ ທັນສະໄໝໃນປີ 2025 ແລະ ປີ 2030, ພິເສດແມ່ນ ກໍ່ສ້າງຖັນແຖວພະນັກງານ, ສະມາຊິກພັກ, ນັກສືບຂ່າວ, ນັກສືບສວນທີ່ມີ “ຫົວໃຈຮ້ອນ, ຫົວເຢັນ, ຂາທີ່ເຂັ້ມແຂງ, ມືສະອາດແລະເຄົາລົບກຽດສັກສີ” ເພາະວ່າ “ກຽດສັກສີແມ່ນສັກສິດແລະສູງສົ່ງ”. ພະນັກງານ, ນັກຮົບຕຳຫຼວດປະຊາຊົນຈຳນວນຫຼາຍ ໄດ້ເປັນແບບຢ່າງໃນການຮັບໃຊ້, ຊ່ວຍເຫຼືອປະຊາຊົນຕໍ່ສູ້ກັບການແຜ່ລະບາດຂອງພະຍາດ, ໄພພິບັດ, ອັກຄີໄພ ຢ່າງສຸດອົດສຸດໃຈ; ສະຫາຍຫຼາຍຮ້ອຍຄົນເສຍຊີວິດ, ສະຫາຍຫຼາຍພັນຄົນໄດ້ຮັບບາດເຈັບ ຫຼືຕິດເຊື້ອເອດ ໃນເວລາປະຕິບັດໜ້າທີ່, ກາຍເປັນສັນຍາລັກອັນສູງສົ່ງແຫ່ງຄວາມກ້າຫານ ແລະ ວິລະຊົນປະຕິວັດ, ປະດັບປະດາມູນເຊື້ອອັນສະຫງ່າລາສີ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນຫວຽດນາມວິລະຊົນ.
ເສີມຂະຫຍາຍທາດແທ້ປະຕິວັດອັນດີງາມ
ແລະມູນເຊື້ອອັນສະຫງ່າງາມໃນໄລຍະໄໝ່
ໃນໄລຍະຈະມາເຖິງ, ສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນໂລກ ແລະ ພາກພື້ນ ຍັງຄົງເປັນທ່າອ່ຽງໃຫຍ່, ແຕ່ການແຂ່ງຂັນທາງຍຸດທະສາດນັບມື້ນັບເຄັ່ງຮ້ອນ; ໄພທຳມາດຊາດ, ພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ຂາດແຄນວັດຖຸດິບ, ສະບຽງອາຫານ, ພະລັງງານ, ລາຄາແລະໄພເງິນເຟີ້ເພີ່ມຂຶ້ນ… ເຊິ່ງເປັນບັນຫາທີ່ວາງອອກມາ ແລະ ຈຳເປັນຕ້ອງແກ້ໄຂໃນຂະບວນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຄຽງຄູ່ກັບຄວາມສະດວກຂໍ້ໄດ້ປຽບ ແລະໂອກາດໃໝ່ແລ້ວ, ຄວາມສ່ຽງທັງສີ່ທີ່ພັກຊີ້ໃຫ້ເຫັນຍັງຄົງມີຢູ່ ແລະ ສັບສົນກວ່ານັ້ນ. ການຟື້ນຟູເສດຖະກິດ-ສັງຄົມກໍ່ຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງ, ສົ່ງຜົນກະທົບໂດຍກົງເຖິງວຽກເຮັດງານທຳ, ລາຍໄດ້, ຊີວິດການເປັນຢູ່ຂອງປະຊາຊົນພາກສ່ວນໜຶ່ງ, ສ້າງແຮງກົດດັນຕໍ່ສະພາບການອາດຊະຍາກຳ, ຄວາມເປັນລະບຽບແລະຄວາມປອດໄພທາງສັງຄົມທີ່ສັບສົນຂຶ້ນ. ອາດຊະຍາກຳເກີດຂຶ້ນໃນຫຼາຍຮູບແບບ, ຂອບເຂດກວ້າງ, ລັກສະນະເຄື່ອນທີ່ສູງ, ແຜ່ຫຼາຍກວ່າ ແລະ ເກີດຂຶ້ນໄວຂຶ້ນ, ພາຍໃຕ້ອິດທິພົນຂອງການພັດທະນາເສດຖະກິດ-ສັງຄົມ, ການປະຕິວັດວິທະຍາສາດແລະເຕັກໂນໂລຊີ ແລະ ໂລກາພິວັດ. ຄຽງຂ້າງປັດໄຈທີ່ມີລັກສະນະ “ດັ້ັ້ງເດີມ”, ບັນດາປັດໄຈ “ທີ່ບໍ່ເປັນແບບດັ້ງເດີມ” ໃນການເຄື່ອນໄຫວຂອງອາດຊະຍາກອນ ໄດ້ປາກົດຫຼາຍຂຶ້ນໃນແງ່ຂອງເປົ້າໝາຍ, ຂອບເຂດ, ວິທີການ, ເລ່ລ່ຽມ ແລະ ລັດສະນະ.
ໃນຂະນະດຍວກັນ, ລັກສະນະພິເສດຂອງການປະຕິບັດງານຂອງກຳລັງຕຳຫຼວດປະຊາຊົນຕິດພັນກັບກົດໝາຍ ເຊິ່ງກ່ຽວຂ້ອງໂດຍກົງກັບຊີວິດທາງການເມືອງຂອງນິຕິບຸກຄົນ ແລະພົນລະເມືອງ; ຊັບສິນ, ສຸຂະພາບ ແລະ ຊີວິດຂອງປະຊາຊົນ. ຕຳຫຼວດປະຊາຊົນຍາມໃດກໍ່ຕິດຕໍ່, ແກ້ໄຂວຽກງານກັບອົງການຈັດຕັ້ງ, ພົນລະເມືອງ; ພິເສດແມ່ນ ຕ້ອງເຮັດວຽກໃນສະພາບແວດລ້ອມທີ່ສັບສົນ, ສຳຜັດກັບທາງປີ້ນຂອງສັງຄົມກັບຫຼາຍປັດໄຈຫຍໍ້ທໍ້, ຍົວະຍຸ, ອາດຊະຍາກຳ ແລະ ລະເມີດກົດໝາຍ ເກີດຂຶ້ນທຸກວັນ ທຸກຊົ່ວໂມງ ດັ່ງນັ້ນຈຶງຈຳເປັນຕ້ອງສ້າງກອງກຳລັງທີ່ສະອາດແລະເຂັ້ມແຂງ ເຊິ່ງສູງກວ່າແລະເປັນປະຈຳກວ່າຂະແໜງການ, ຂົງເຂດ ແລະ ກອງກຳລັງອື່ນໆ. ໜ້າທີ່ທີ່ມອບໃຫ້ກອງກຳລັງປ້ອງກັນຄວາມສະຫງົບເວົ້າລວມ, ຕຳຫຼວດປະຊາຊົນເວົ້າສະເພາະນັ້ນ ໜັກໜ່ວງທີ່ສຸດ, ຕ້ອງໃຊ້ຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອເອົາຊະນະຄວາມຫຍຸ້ງຍາກລຳບາກແລະຄວາມທ້າທາຍ, ຍູ້ແຮງການກໍ່ສ້າງກຳລັງ ແລະ ຕໍ່ສູ້ປ້ອງກັນແລະຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍແລະຄວາມປອດໄພທາງສັງຄົມ.
ທີໜຶ່ງ, ຮັກສາແລະເພີ່ມທະວີການນຳພາເດັດຂາດ, ໂດຍກົງໃນທຸກດ້ານຂອງພັກ, ການຄຸ້ມຄອງລວມສູນ, ເປັນເອກະພາບຂອງລັດ ຕໍ່ກອງກຳລັງຕຳຫຼວດປະຊາຊົນ ແລະ ພາລະກິດຕໍ່ສູ້ປ້ອງກັນແລະຕ້ານອາດຊະຍາກຳ, ຮັບປະກັບຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພສັງຄົມ.
ກອງກຳລັງຕຳຫຼວດປະຊາຊົນສືບຕໍ່ໃຫ້ຄຳປຶກສາແກ່ຄະນະພັກ ເພື່ອນຳພາ ຊີ້ນຳ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິກຫວຽດນາມຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ມີຫົວຄິດປະດິດສ້າງ(4). ຜັນຂະຫຍາຍປະຕິບັດບັນດາກົດໝາຍໃນຂົງເຂດປ້ອງກັນແລະຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພທາງສັງຄົມ. ມະຕິເລກທີ 96/2019/QH14, ລົງວັນທີ 27 ພະຈິກ 2019, ຂອງສະພາແຫ່ງຊາດຊຸດທີ 14, “ວ່າດ້ວຍວຽກງານປ້ອງກັນແລະຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານຂອງອົງການໄອຍະການປະຊາຊົນ, ຂອງສານປະຊາຊົນ ແລະ ວຽກງານດຳເນີນຄະດິ”; ບັນດາຍຸດທະສາດ, ໂຄງການປ້ອງກັນແລະຕ້ານອາດຊະຍາກຳ; ປ້ອງກັນແລະຕ້ານການຄ້າມະນຸດໄລຍະປີ 2021-2025, ກຳນົດທິດເຖິງປີ 2030.
ທີສອງ, ສຸມໃສ່ກໍ່ສ້າງກອງກຳລັງຕຳຫຼວດປະຊາຊົນທີ່ສະອາດ, ເຂັ້ມແຂງຢ່າງແທ້ຈິງ ໃນທຸກດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ພະນັກງານ.
ສືບຕໍ່ເພີ່ມທະວີ ແລະ ຮັກສາທາດແທ້ຊົນຊັ້ນກຳມະກອນ, ລັກສະນະພັກ, ລັກສະນະຊົນຊັ້ນ, ລັກສະນະປະຊາຊົນທີ່ເລິກເຊິ່ງ. ແຕ່ລະອົງການຈັດຕັ້ງພັກ ແລະ ພະນັກງານ, ສະມາຊິກພັກຕຳຫຼວດປະຊາຊົນ ຕັ້ງໜ້າຄົ້ນຄວ້າ, ຮ່ຳຮຽນທິດສະດີການເມືອງ, ເປັນແບບຢ່າງນຳໜ້າໃນການປະຕິບັດຢ່າງເຂັ້ມງວດ ລະບຽບການກ່ຽວກັບສິ່ງທີ່ສະມາຊິກພັກບໍ່ໄດ້ຮັບອະນຸຍາດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໂຮ່ຈິມິນ, ໝູນໃຊ້ຢ່າງປະດິດສ້າງ ສອດຄ່ອງກັບພຶດຕິກຳຕົວຈິງຂອງການຕໍ່ສູ້ຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພສັງຄົມ. ຍົກສູງຄຸນນະພາບການດຳເນີນຊີວິດຂອງອົງການຈັດຕັ້ງພັກໃນກຳລັງຕຳຫຼວດປະຊາຊົນ, ເປັນຕົ້ນແມ່ນ ຄະນະພັກ, ຄະນະປະຈຳຄະນະພັກ; ຍົກສູງຄວາມຮັບຜິດຊອບເປັນແບບຢ່າງ, ກວດສອບດ້ວຍຕົນເອງ, ແກ້ໄຂດ້ວຍຕົນເອງ, ເປັນຜູ້ນຳໜ້າໃນການປະຕິບັດບົດສະຫຼຸບເລກທີ 21-KL/TW, ລົງວັນທີ 25 ຕຸລາ 2021, ຂອງກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 13 ຕິດພັນກັບການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈິມິນ, 6 ສິ່ງທີ່ ລຸງໂຮ່ ສອນກຳລັງປ້ອງກັນຄວາມສະຫງົບປະຊາຊົນ.
ສືບຕໍ່ກວດກາຄືນ, ຄົ້ນຄ້ວາເພື່ອດັດປັບ, ບູລະນະພາລະບົດບາດ, ໜ້າທີ່ ແລະ ກົນໄກການເຄື່ອນໄຫວຂອງກອງກຳລັງຕຳຫຼວດປະຊາຊົນ; ປົວແປງບູລະນະອົງການຈັດຕັ້ງພາຍໃນຂອງບັນດາກົມກອງທີ່ຂຶ້ນກັບກອງກຳລັງຕຳຫຼວດປະຊາຊົນໃຫ້ກະທັດລັດ, ເຂັ້ມແຂງ, ຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍ. ສຸມໃສ່ກໍ່ສ້າງຖັນແຖວພະນັກງານຕຳຫຼວດປະຊາຊົນທີ່ມີອຸດົມການປະຕິວັດ, ເຈດຈຳນົງທາງການເມືອງໝັ້ນຄົງ, ວັດທະນະທຳທີ່ບໍລິສຸດແລະຈັນຍາບັນໃນວິຊາຊີບ, ມີຄວາມຊື່ສັດສຸຈະລິດ, ຄວາມຊ່ສັດແລະຄວາມກ້າຫານການຕໍ່ສູ້; ກຳແໜ້ນແນວທາງ ນະໂຍບາຍ ແລະ ເຄົາລົບກົດໝາຍ, ສະຫຼາດ ກ້າຫານ, ມີມະນຸດສະທຳ, ມີລະດັບເຕັກໂນໂລຊີ, ຄວາມສຳພັນລະຫວ່າງປະເທດ, ການຮ່ວມມືສາກົນ ແລະ ຄວາມຊ່ຽວຊານລະດັບມືອາຊີບ, ເປັນແບບຢ່າງໃນການຝຶກຝົນຫຼ9ຫຼອມແລະການເຮັດວຽກສະເໝີ.
ເອົາໃຈໃສ່ສ້າງແລະເຜຍແຜ່ພາບລັກສະນະທີ່ສວຍງາມຂອງຕຳຫຼວດປະຊາຊົນໃນດວງໃຈປະຊາຊົນ ແລະ ເພື່ອມິດສາກົນ; ມີງານວັນນະກຳ, ສິລະປະ, ລະຄອນ, ຮູບເງົາ, ການແຂ່ງຂັນວິໄຈ, ການຂົນຂວາຍ… ສະທ້ອນໃຫ້ເຫັນຢ່າງແທ້ຈິງແລະມີມະນຸດສະທຳ ເຖິງຄວາມຫຍຸ້ງຍາກລຳບາກ, ການເສຍສະຫຼະຢ່າງງຽບໆ ຂອງພະນັກງານ, ນັກຮົບຕຳຫຼວດປະຊາຊົນ. ພ້ອມກັນນັ້ນກໍໃຫ້ກຽດແລະມອບລາງວັນໃຫ້ແກ່ ບັນດາກຸ່ມແລະບຸກຄົນທີ່ດີເດັ່ນ, ແບບຢ່າງກ້າຫານໃນການຕໍ່ສູ້ປ້ອງກັນແລະຕ້ານອາດຊະຍາກຳ, ເພື່ອຊີວິດທີ່ສະຫງົບສຸກ.
ທີສາມ, ຮັກສາແລະເພີ່ມທະວີສາຍພົວພັນອັນໃກ້ຊິດ, ຄວາມຜູກພັນສະໜິດແໜ້ນລະຫວ່າງກຳລັງຕຳຫຼວດປະຊາຊົນ ກັບປະຊາຊົຍ, ອີງໃສ່ປະຊາຊົນເພື່ອປະຕິບັດວຽກງານ ແລະ ຕໍ່ສູ້.
ປະທານໂຮ່ຈີມິນຊີ້ແຈ້ງວ່າ: “ເມື່ອປະຊາຊົນຊ່ວຍເຮົາຫຼາຍຈະປະສົບຜົນສຳເລັດຫຼາຍ, ຊ່ວຍເຮົາໜ້ອຍຈະປະສົບຜົນສຳເລັດໜ້ອຍ, ຖ້າປະຊາຊົນຊ່ວຍເຮົາຢ່າງເຕັມທີຈະມີໄຊຊະນະສົມບູນ”(5). ໃນພາກຕົວຈິງ, ກຳລັງຕຳຫຼວດປະຊາຊົນຍາມໃດກໍ່ “ຖືເອົາປະຊາຊົນເປັນຫຼັກ”, “ການເອົາໃຈໃສ່ຄວາສະຫງົບແລະຄວາມປອດໄພ ແມ່ນປັດໄຈອັນດັບໜຶ່ງໃນຊີວິດຂອງປະຊາຊາຊົນ”. ອີງໃສ່ປະຊາຊົນ, ຮັບຟັງຄວາມຄິດເຫັນຂອງປະຊາຊາຊົນ, ປະກອບຄຳຄິດເຫັນຂອງປະຊາຊົນເປັນປັດໄຈວັດທະນະທຳການປະພຶດ, ແມ່ນກຳນົດຂອງຂະແໜງການຕຳຫຼວດ, ຂອງກົດໝາຍ, ພ້ອມກັນນັ້ນກໍແມ່ນກຽດສັກສີແລະຄວາມຮັບຜິດຊອບການເມືອງ ຂອງກຳລັງຕຳຫຼວດປະຊາຊົນ ທີ່ໄດ້ປົກປັກຮັກສາແລະຮັບໃຊ້ປະຊາຊົນ. ຍິ່ງເງື່ອນໄຂຍາກແລະສັບສົນເທົ່າໃດ ຍິ່ງຕ້ອງເພິ່ງພາປະຊາຊົນ, ຮັບໃຊ້ປະຊາຊົນຫຼາຍກວ່າອີກ ດີກວ່າອີກ ເພື່ອໃຫ້ໄດ້ຮັບຄວາມຮັກແພງ ໄວ້ວາງໃຈ ແລະ ສະໜັບສະໜູນຈາກປະຊາຊົນ.
ຄະນະພັກປ້ອງກັນຄວາມສະຫງົບສູນກາງ, ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ນຳພາ, ຊີ້ນຳ ເພີ່ມທະວີການຈັດຕັ້ງກຳລັງຕຳຫຼວດປະຊາຊົນ ຫັນໄປສູ່ຮາກຖານ, ຮັບປະກັນ “ກະຊວງກະທັດລັດ, ແຂວງເຂັ້ມແຂງ, ເມືອງຮອບດ້ານ, ຕາແສງຕິດກັບຮາກຖານ”; ສືບຕໍ່ປັບປຸງກົດໝາຍກ່ຽວກັບປະຊາທິປະໄຕໃນວຽກງານຂອງຕຳຫຼວດປະຊາຊົນ; ການແບ່ງຂັ້ນທາງວິຊາຊີບແລະທາງກົດໝາຍສຳລັບພະນັກງານ, ນັກຮົບຕຳຫຼວດປະຊາຊົນ ໃນຂັ້ນເມືອງ, ຂັ້ນຕາແສງມີຂອບນິຕິກຳທີ່ຈຳເປັນ ເພື່ອແກ້ໄຂສະພາບການຄວາມປອດໄພແລະຄວາມສະຫງົບຮຽບຮ້ອຍໃນລິດັບຮາກຖານ. ຫົວໜ້າຄະນະພັກ, ຫົວໜ້າກົມກອງຕຳຫຼວດປະຊາຊົນ ຕິດຕາມຮາກຖານຢ່າງໃກ້ຊິດ, ກວດກາ, ຊຸກຍູ້ ແລະ ແກ້ໄຂວຽກງານຕ່າງໆ ກັບປະຊາຊົນ; ຮັກສາຮູບແບບແລະເວທີປາໄສ ເພື່ອເກັບກຳຄວາມເຫັນ ແລະ ຮັບຟັງປະຊາຊົນ; ຮັບເອົາບັນດາບັນຫາທີ່ປະຊາຊົນລາຍງານ ສະເໜີແນະ ຢ່າງຄົບຖ້ວນແລະທັນການ, ຈັດການແກ້ໄຂການກ່າວປະນາມ, ຂໍ້ມູນອາດຊະຍາກຳ, ຂໍ້ຂັດແຍ່ງພາຍໃນປະຊາຊົນຢ່າງເໝາະສົມຕາມກົດລະບຽບ ເພື່ອບໍ່ໃຫ້ສະສົມ, ເກີດຂຶ້ນເປັນກໍລະນີ, ຄະດີ. ສືບຕໍ່ສ້າງ ແລະ ເສີມຂະຫຍາຍປະສິດທິຜົນຂອງບັນດາຕົວແບບ, ແບບຢ່າງໃນຂະບວນການ “ທົ່ວປວງຊົນປ້ອງກັນແລະຕ້ານອາດຊະຍາກຳ”. ຊີ້ນຳການຕໍ່ສູ້ແລະປາບປາມອາດຊະຍາກຳຢ່າງເດັດດ່ຽວ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປ້ອງກັນຄວາມສະຫງົບ, ຄວາມປອດໄພໃນຊີວິດຂອງປະຊາຊົນ. ເພີ່ມທະວີການຂົນຂວາຍປະຊາຊົນເຂົ້າຮ່ວມວຽກງານປ້ອງກັນແລະຕ້ານອາດຊະຍາກຳ, ໃຫ້ຄຳເຫັນກ່ຽວກັບການກໍ່ສ້າງກຳລັງຕຳຫຼວດປະຊາຊົນ. ພະນັກງານ, ສະມາຊິກພັກຕຳຫຼວດແຕ່ລະຄົນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມາດໃນການຂົນຂວາຍ, ໃກ້ຊິດສະໜິດສະໜົມກັບປະຊາຊົນ, ເຄົາລົບປະຊາຊົນ, ເຂົ້າໃຈປະຊາຊົນ, ຍາມໃດກໍ່ເອົາໃຈໃສ່ແບ່ງປັນ, ເພີ່ມທະວີການພົວພັນແລກປ່ຽນກັບປະຊາຊົນ; ເດັດຂາດຫຼີກລ່ຽງຜະເດັດການໂອ້ອວດ, ໃຊ້ອຳນາດບາດໃຫຍ່, ອາດຍາສິດ, ຫ່າງເຫີນຈາກປະຊາຊົນ.
ທີສີ່, ສຸມໃສ່ນຳພາການຜັນຂະຫຍາຍປະຕິບັດ ບັນດາໜ້າທີ່, ມາດຕະການປ້ອງກັນ ແລະຕ້ານອາດຊະຍາກຳ ຢ່າງຄົບຊຸດ ເດັດດ່ຽວ ແລະ ປະດິດສ້າງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ.
ໃນບັນດາພື້ນທີ່ແລະຂົງເຂດສຳຄັນ, ຖືການປ້ອງກັນເປັນຕົ້ນຕໍ, ຖືພື້ນຖານເປັນໃຈກາງ; ສົມທັບລະຫວ່າງ ຄວາມເປັນເຈົ້າການໃນການປ້ອງກັນ ກັບຄວາມຕັ້ງໜ້າໃນການກວດຈັບ, ການຕໍ່ສູ້, ຈັດການແກ້ໄຂຢ່າງເຂັ້ມງວດ, ຖືກຄົນ, ຖືກອາດຊະຍາກຳ, ຖືກກົດໝາຍ, ບໍ່ມີເຂດຫວງຫ້າມ, ບໍ່ມີຂໍ້ຍົກເວັ້ນ. ເສີມຂະຫຍາຍກຳລັງແຮງສັງລວມ, ລະດົມການເຂົ້າຮ່ວມຂອງລະບົບການເມືອງແລະທົ່ວສັງຄົມ ໃນການປ້ອງກັນສະກັດກັ້ນອາດຊະຍາກຳ, ກໍ່ສ້າງຂະບວນການ “ທົ່ວປວງຊົນປ້ອງກັນແລະຕ້ານອາດຊະຍາກຳ”; ແກ້ໄຂສາເຫດແລະເງື່ອນໄຂການກໍ່ອາດຊະຍາກຳໂດຍທັນທີ; ສ້າງບາດກ້າວປ່ຽນແປງໃໝ່, ຫັນປ່ຽນໂດຍພື້ນຖານ, ຕັ້ງໜ້າ ໃນການປະຕິບັດບັນດາຍຸດທະສາດ, ໂຄງການການປ້ອງກັນ ແລະ ຕ້ານອາດຊະຍາກຳໄລຍະປີ 2021-2025, ກຳນົດທິດເຖິງປີ 2030. ສືບຕໍ່ຍູ້ແຮງການປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານຢາເສບຕິດປີ 2021, ບັນດາວິທີການເລກທີ 02, 03, 06 ຂອງກອງກຳລັງຕຳຫຼວດປະຊາຊົນ ເພື່ອປ້ອງກັນ ແລະ ຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ, ເປັນຕົ້ນແມ່ນໄລຍະ “ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19”. ສຸມໃສ່ຕໍ່ສູ້ ແລະ ປາບປາມອາດຊະຍາກຳທາງອາຍາ, ອາດຊະຍາກຳທີ່ມີການຈັດຕັ້ງ, ສິນເຊື່ອມືດ, ອາດຊະຍາກຳສໍ້ລາດບັງຫຼວງ, ເສດຖະກິດ, ຄ້າຂາຍເຖື່ອນ, ອາດຊະຍາກຳຢາເສບຕິດ, ອາດຊະຍາກຳດ້ານສິ່ງແວດລ້ອມ, ຊັບພະຍາກອນທຳມະຊາດ, ຄວາມປອດໄພດ້ານສະບຽງອາຫານ, ອາດຊະຍາກຳທີ່ໃຊ້ເຕັກໂນໂລຊີສູງ, ເຄືອຂ່າຍອິນເຕີເນັດ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳທີ່ມີປັດໃຈຕ່າງປະເທດ…
ກອງກຳລັງຕຳຫຼວດປະຊາຊົນຕັ້ງໜ້າເຂົ້າຮ່ວມການປະຕິຮູບການບໍລິຫານ, ປະຕິຮູບດ້ານກົດໝາຍ, ຍູ້ແຮງການປະຕິບັດແຜນງານ 06 ຂອງນາຍົກລັດຖະມົນຕີ ກ່ຽວກັບການພັດທະນາການປະຍຸກໃຊ້ຂໍ້ມູນປະຊາກອນ, ການລະບຸຕົວຕົນ ແລະ ການຮັບຮອງຄວາມຖືກຕ້ອງທາງເອເລັກໂຕຣນິກ ຮັບໃຊ້ການຫັນປ່ຽນດິຈິຕອນແຫ່ງຊາດໄລຍະປີ 2022–2025 , ວິໄສທັດເຖິງປີ 2030. ເພີ່ມທະວີການປະຍຸກໃຊ້ຖານຂໍ້ມູນແຫ່ງຊາດ ກ່ຽວກັບປະຊາກອນ ແລະ ຜົນງານວິທະຍາສາດ, ເຕັກນິກ, ເຕັກໂນໂລຊີຂໍ້ມູນ ເຂົ້າໃນວຽກງານປ້ອງກັນ ແລະ ຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຄວບຄຸມການແຜ່ລະບາດຂອງພະຍາດ, ຊ່ວຍເຫຼືອສະຫວັກດີການສັງຄົມ ແລະ ດຳເນີນການບໍລິການສາທາລະນະອອນໄລນ໌ຂອງຂະແໜງການຕຳຫຼວດ ເຮັດໃຫ້ເກີດການແຜ່ກະຈາຍຢ່າງກວ້າງຂວາງໄປຍັງທຸກຂະແໜງການ, ທຸກລະດັບ, ຊຸມຊົນທຸລະກິດ, ຜູ້ຄົນທຸກຊົນຊັ້ນແລະທັງສັງຄົມ, ຖືວ່າສິ່ງນີ້ແມ່ນໜຶ່ງໃນເສົາຫຼັກໃນການສ້າງໂຄງສ້າງຄວາມປອດໄພ, ລະບຽບດິຈິຕອນ, ການບໍລິຫານສັງຄົມເອເລັກໂຕຣນິກ, ຕອບສະໜອງຄວາມຕ້ອງການຂອງການປະຕິວັດອຸດສາຫະກຳຄັ້ງທີສີ່, ຮັບໃຊ້ຢ່າງໄດ້ການໄດ້ງານໃຫ້ແກ່ພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່.
ການສືບຕໍ່ເຊື່ອມຊືມແລະປະຕິບັດເປັນຢ່າງດີ ໜ້າທີ່ປ້ອງກັນແລະຄວບຄຸມການແຜ່ລະບາດຂອງໂຄວິດ-19 ແມ່ນຈຸດໜັກໃຈກາງ; ການຮັບປະກັນຄວາມປອດໄພ ຄວາມເປັນລະບຽບຮຽບຮ້ອຍ, ການຮັກສາສະຖຽນລະພາບທາງສັງຄົມ ແມ່ນສຳຄັນແລະສອດຫ້ອຍຕະຫຼອດ; ການເຮັດໃຫ້ປະຊາຊົນໄດ້ຢູ່ເຢັນເປັນສຸກ, ມີສະຫວັດດີການສັງຄົມດີ, ຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແມ່ນເປັນປະຈຳ, ຕົ້ນຕໍ່ຕາມການຊີ້ນຳຂອງພັກ, ລັດ, ຄະນະພັກປ້ອງກັນຄວາມສະຫງົບສູນກາງ, ກະຊວງປ້ອງກັນຄວາມສະຫງົບ. ເປັນເຈົ້າການໃນການກຳແໜ້ນສະພາບການ, ເຮັດເປັນຢ່າງດີ ວຽກງານໃຫ້ຄຳປຶກສາແກ່ ຄະນະພັກ, ອຳນາດການປົກຄອງ, ຄະນະຊີ້ນຳການປ້ອງກັນແລະຄວບຄຸມໂລກລະບາດ ແລະ ຄະນະຊີ້ນຳການປ້ອງກັນແລະຕ້ານອາດຊະຍາກຳ ຂັ້ນຕ່າງໆ ເພື່ອຜັນຂະຫຍາຍບັນດາມາດຕະການເຮັດໃຫ້ປະຊາຊົນຢູ່ເຢັນເປັນສຸກ, ຮັບປະກັນສະຫວັດດິການສັງຄົມ, ປ້ອງກັນແລະຕໍ່ສູ້ເຮັດໃຫ້ອາດຊະຍາກຳຫຼຸດລົງ, ສ້າງການຫັນປ່ຽນນັບມື້ນັບດີຂຶ້ນ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ.
ທີຫ້າ, ເອົາໃຈໃສ່ກວດຄືນ, ຄົ້ນຄວ້າ, ປົວແປງ, ປັບປຸງບັນດາເອກະສານທາງກົດໝາຍ ກ່ຽວກັບການປ້ອງກັນແລະຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ແລະ ກໍ່ສ້າງກຳລັງຕຳຫຼວດປະຊາຊົນ.
ຮັບປະກັນລະບົບກົດໝາຍທີ່ຄົບຊຸດແລະມິີປະສິດທິພາບສູງ, ສ້າງລະບຽງກົດໝາຍທີ່ຈຳເປັນ ແລະ ສະດວກສຳລັບກອງກຳລັງຕຳຫຼວດປະຊາຊົນ ໃນການປະຕິບັດໜ້າທີ່, ການບັງຄັບໃຊ້ກົດໝາຍ, ໃຊ້ມາດຕະການເຮັດວຽກທີ່ເໝາະສົມກັບຜູ້ທີ່ໄດ້ຮັບການຮັບໃຊ້, ເປົ້າໝາຍຄຸ້ມຄອງ ແລະ ເປົ້າໝາຍຕໍ່ສູ້, ເຊິ່ງເປັນພື້ນຖານທາງກົດໝາຍທີ່ຈຳເປັນ ເພື່ອໃຫ້ປະຊາຊົນກວດກາການປະຕິບັດພາລະບົດບາດ, ໜ້າທີ່ຂອງຕຳຫຼວດປະຊາຊົນ. ກ່ອນອື່ນໝົດ ສຸມໃສ່ຜັນຂະຫຍາຍບົດສະຫຼຸບເລກທີ 19-KL/TW, ວັນທີ 14 ຕຸລາ 2021, ຂອງກົມການເມືອງສູນກາງພັກ “ກ່ຽວກັບທິດທາງໂຄງການສ້າງກົດໝາຍຂອງສະພາແຫ່ງຊາດຊຸດທີ 15”; ມະຕິເລກທີ 12-NQ/TW, ລົງວັນທີ 16 ມິນາ 2022, ຂອງກົມການເມືອງສູນກາງພັກ, ກ່ຽວກັບ “ຍູ້ແຮງການກໍ່ສ້າງກອງກຳລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ສະອາດປອດໃສ, ເຂັ້ມແຂງ, ເປັນແບບຫຼວງ, ຊຳນານການຮົບ, ກະທັດລັດ, ທັນສະໄໝ ຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ໃນສະພາບການໃໝ່”. ກໍ່ສ້າງ, ປັບປຸງບູລະນະກົດໝາຍໃນຂົງເຂດປ້ອງກັນ ແລະ ຕ້ານອາດຊະຍາກຳ, ແລະ ກໍ່ສ້າງກອງກຳລັງຕຳຫຼວດປະຊາຊົນ, ຮັບປະກັນພື້ນຖານທາງກົດໝາຍທີ່ຄົບຖ້ວນ, ໜັກແໜ້ນໃຫ້ແກ່ການຈັດຕັ້ງ, ການເຄື່ອນໄຫວ ແລະ ກົນໄກປົກປັກຮັກສາກຳລັງ ໃນການຕໍ່ສູ້ປ້ອງກັນແລະຕ້ານອາດຊະຍາກຳ ຕິດກັບການເພີ່ມທະວີການປ້ອງກັນການເມືອງພາຍໃນ. ສືບຕໍ່ປັບປຸງບູລະນະກົນໄກການເຄື່ອນໄຫວ, ກໍ່ສ້າງກົນໄກຄວບຄຸມສິດອຳນາດ ໃນກຳລັງຕຳຫຼວດປະຊາຊົນ, ພິເສດແມ່ນ ໃນການສືບສວນ, ຈັດການກັບອາດຊະຍາກອນ, ກັກຕົວຊົ່ວຄາວ, ຈຳຄຸກຊົ່ວຄາວ, ດຳເນີນຄະດີທາງອາຍາ, ລາດຕະເວນກວດສອບ, ແກ້ໄຂການລະເມີດຄວາມເປັນລະບຽບຮຽນບຮ້ອຍ, ຄວາມປອດໄພການຈະລາຈອນ, ຄວາມເປັນລະບຽບຮຽບຮ້ອຍສາມາລະນະ, ປ້ອງກັນໄພໃໝ້, ດັບເພີງ, ການປະກອບອາວຸດ, ການປ້ອງກັນ… ຮັບປະກັນຖືກຕາມລະບຽບການ, ຖືກຕ້ອງຕາມກົດໝາຍ. ສົ່ງເສີມແລະປົກປ້ອງພະນັກງານທີ່ມີຄວາມຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງເພື່ອຜົນປະໂຫຍດ ຕາມບົດສະຫຼຸບເລກທີ 14-KL/TW, ລົງວັນທີ 22 ກັນຍາ 2021, ຂອງກົມການເມືອງສູນກາງພັກ, “ກ່ຽວກັບແຜນນະໂຍບາຍສົ່ງເສີມ ແລະ ປົກປ້ອງພະນັກງານທີ່ຂະຫຍັນຂັນເຂື່ອນ, ມີຫົວຄິດປະດິດສ້າງເພື່ອຜົນປະໂຫຍດລວມ”.
ຄະນະພັກປ້ອງກັນຄວາມສະຫງົບສູນກາງ, ການນຳກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າອົງການຕຳຫຼວດສືບສວນ ກະຊວງປ້ອງກັນຄວາມສະຫງົບ ຈະສຸມໃສ່ນຳພາການປະກາດໃຊ້ ແລະ ສະເໜີປະກາດໃຊ້ ບັນດາຂໍ້ກຳນົດກົດໝາຍ ກ່ຽວກັບວຽກງານສືບສວນ, ຈັດການກັບອາດຊາຍາກຳ, ຄຸ້ມຄອງລັດກ່ຽວກັບຄວາມເປັນລະບຽບແລະຄວາມປອດໄພທາງສັງຄົມ, ການປະຕິຮູບດ້ານບໍລິຫານ, ການປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ຄວບຄຸມອຳນາດ… ຮັບປະກັນຄວາມຄົບຊຸດ ເປັນເອກະພາບ ລະຫວ່າງຂໍ້ກຳນົດກົດລະບຽບຂອງພັກ, ນະໂຍບາຍ ກົດໝາຍຂອງລັກ ກັບຂໍ້ກຳນົດຂອງຂະແໜງການຕຳຫຼວດ. ຄະນະພັກ, ຫົວໜ້າບັນດາກົມກອງຕຳຫຼວດປະຊາຊົນ ຊີ້ນໍາການພັດທະນາຂະບວນການແລະຂໍບັງຄັບໃນທິດທາງຂອງການມອບໝາຍແລະຄວາມຮັບຜິດຊອບສ່ວນບຸກຄົນ ເພື່ອຈັດຕັ້ງການປະຕິບັດວຽກງານວິຊາສະເພາະ ແລະ ກໍ່ສ້າງພັກ, ກໍ່ສ້າງກຳລັງ, ສຸມໃສ່ພາກສ່ວນ ຂົງເຂດທີ່ເກີດຄວາມຜິດພາດ ຄວາມຫຍໍ້ທໍ້ໄດ້ງ່າຍ, ຕິດຕໍ່ເຮັດວຽກກັບອົງການແລະປະຊາຊົນຢ່າງສະໝ່ຳສະເໝີ. ຄົ້ນຄວ້າສ້າງກົນໄກປົກປ້ອງຜູ້ປະສານງານກັບກຳລັງຕຳຫຼວດປະຊາຊົນ, ປົກປ້ອງພະຍາຍ ຜູ້ແຈ້ງຂ່າວ ແລະ ຜູ້ໃຫ້ຂໍ້ມູນອາດຊະຍາກຳ; ກົນໄກປົກປ້ອງແລະປ້ອງກັນດ້ວຍຕົນເອງ, ທັກສະການຕອບໂຕ້ຂອງພະນັກງານ ນັກຮົບຕຳຫຼວດປະຊາຊົນ ໃນການຕໍ່ສູ້ປ້ອງກັນແລະຕ້ານອາດຊະຍາກຳ ຕໍ່ໜ້າຄວາມຕ້ອງການ, ໜ້າທີ່, ຄວາມກົດດັນ, ອັນຕະລາຍ ທີ່ເກີດຂຶ້ນໃນທາງປະຕິບັດວຽກງານ, ການຕໍ່ສູ້, ການປະຕິບັດໜ້າທີ່ລັດຖະການ.
ເອົາໃຈໃສ່ຄົ້ນຄວ້າວິທະຍາສາດພື້ນຖານ, ປະຍຸກໃຊ້ເຕັກໂນໂລຊີຂັ້ນສູງ, ຫັນປ່ຽນຈິນຕະນາການ, ວິທີການປະຕິບັດງານແບບທັນສະໄໝ, ເພີ່ມທະວີຄວາມສາມາດຄົ້ນຄວ້າ, ຄາດຄະເນຍຸດທະສາດ, ວິທະຍາສາດກ່ຽວກັບອາດຊະຍາກຳ, ປັບປຸງພັດທະນາທິດສະດີກ່ຽວກັບການປ້ອງກັນແລະຕ້ານອາດຊະຍາກຳຂຶ້ນລະດັບສູງໃໝ່. ບົນພື້ນຖານນັ້ນ, ກຳນົດຫຼັກຖານວິທະຍາສາດແລະຄວາມສາມາດໃຊ້ງານຕົວຈິງທີ່ມີຄຸນຄ່າ ເພື່ອໃຫ້ຄຳປຶກສາແກ່ພັກ, ລັດ, ຄະນະພັກປ້ອງກັນຄວາມສະຫງົບສູນກາງ, ກະຊວງປ້ອງກັນຄວາມສະຫງົບ ໃນການປັບປຸງບູລະນະແຜນນະໂຍບາຍ, ແນວທາງ, ນະໂຍບາຍ ແລະ ກົດໝາຍວ່າດ້ວຍການປະຕິຮູບຂະບວນການຍູຕິທຳ, ປະຕິຮູບລະບົບໜ່ວຍງານສືບສວນ, ໜ່ວຍງານບັງຄັບໃຊ້ຄຳພິພາກສາທາງອາຍາ, ໜ່ວຍງານກວດພິສູດດ້ານຕຸລາການ, ໜ່ວຍງານສະໜັບສະໜູນທາງຕຸລາການໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ. ຍົກສູງປະສິດທິພາບແລະປະສິດທິຜົນການຄຸ້ມຄອງລັດ ໃນການຮັກສາຄວາມສະຫງົບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ການຕໍ່ສູ້ປ້ອງກັນແລະຕ້ານອາດຊະຍາກຳ, ການຄວບຄຸມອຳນາດ, ປົກປ້ອງຄວາມຍຸຕິທຳ, ສິດທິມະນຸດ, ສິດແລະພັນທະພື້ນຖານຂອງພົນລະເມືອງ, ປະກອບສ່ວນກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ.
ທີຫົກ, ເພີ່ມທະວີ ເປີດກວ້າງການຮ່ວມມືສາກົນ ເພື່ອຮັບໃຊ້ການປ້ອງກັນແລະຕ້ານອາດຊະຍາກຳ
ສຳລັບອາດຊະຍາກຳທີ່ມີການຈັກຕັ້ງ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳທີ່ມີປັດໄຈຕ່າງປະເທດ, ອາດຊະຍາກຳກ່ຽວກັບຢາເສບຕິດ, ອາດຊະຍະກຳການຄ້າມະນຸດ, ອາດຊະຍາກຳທີ່ໃຊ້ເຕັກໂນໂລຊີສູງ, ອາດຊະຍາກຳໃນອິນເຕີເນັດ… ແມ່ນຕ້ອງສ້າງທ່າເປັນເຈົ້າການ, ຕໍ່ເນື່ອງ, ໄວ, ໄລຍະບາວ, ຈາກພາຍໃນສູ່ພາຍນອກ, ຈາກພາຍນອກສູ່ພາຍໃນ, ບໍ່ໃຫ້ອາດຊະຍາກອນຕ່າງຊາດສວຍໃຊ້ຫວຽດນາມ ເພື່ອຫຼົບຫຼີກ ເຄື່ອນໄຫວ, ບໍ່ໃຫ້ອາດຊະຍາກອນໃນປະເທດໜີໄປຕ່າງປະເທດ ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການສືບສວນ ແລະການຈັດການລົງໂທດ. ສະເໜີ, ເຈລະຈາ, ລົງນາມ ແລະ ເຂົ້າຮ່ວມໃນສົນທິສັນຍາສາກົນສອງຝ່າຍ, ຫຼາຍຝ່າຍ ວ່າດ້ວຍປ້ອງກັນແລະຕ້ານອາດຊະຍາກຳ, ຄວາມຊ່ວຍເຫຼືອທາງກົດໝາຍຮ່ວມກັນໃນຄະດີອາຍາ, ການສົ່ງຜູ້ຕ້ອງໂທດຂ້າມແດນ ແລະການໂອນຜູ້ທີ່ຮັບໂທດຈຳຄຸກ ແລະ ການປະມວຍສົນທິສັນຍາສາກົນເປັນຂໍ້ກຳນົດກົດໝາຍພາຍໃນ. ຜັນຂະຫຍາຍຄຳໝັ້ນສັນຍາສາກົນໃນຂົງເຂດການຮ່ວມມືປ້ອງກັນແລະຕ້ານອາດຊະຍາກຳ ທີ່ຫວຽກນາມໄດ້ລົງນາມແລະເຂົ້າຮ່ວມ. ຍາດແຍ່ງການຊ່ວຍເຫຼືອ, ຮ່ວມມືສາກົນກ່ຽວກັບການເງິນ, ວິທະຍາສາດ, ເຕັກນິກ, ເຕັກໂນໂລຊີ ເພື່ອຍົກສູງຄວາມສາມາດໃນບາງຂົງເຂດທີ່ກຳລັງຕຳຫຼວດປະຊາຊົນມີທ່າດີເຊັ່ນ: ວິທະຍາສາດທາງອາຍາ, ການຮັບປະກັນຄວາມເປັນລະບຽບໃນການຈະລາຈອນ ແລະ ຄວາມປອດໄພໃນການຈະລາຈອນ, ການປ້ອງກັນໄຟແລະດັບເພີງ, ການປ້ອງກັນແລະຕ້ານອາດຊະຍາກຳທີ່ໃຊ້ເຕັກໂນໂລຊີສູງ…/.
----------------
(1) ວັນທີ 20 ກໍລະກົດ 1962, ປະທານ ໂຮ່ຈິມິນ ລົງນາມໃນຄຳສັ່ງເລກທີ 34/LCT, ປະກາດໃຊ້ລັດຖະດຳລັດກຳນົດໜ້າທີ່, ສິດຂອບເຂດຂອງຕຳຫຼວດປະຊາຊົນແຫ່ງສາທາລະນະລັດປະຊາທິປະໄຕຫວຽດນາມ.
(2) ຕຳຫຼວດສືບສວນ; ຕຳຫຼວດສິ່ງແວດລ້ອມ; ຕໍາຫລວດບໍລິຫານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ຕຳຫຼວດປ້ອງກັນໄຟ, ດັບເພີງ ແລະ ກູ້ໄພ, ກູ້ຊີບ; ຕຳຫຼວດຈະລາຈອນ; ກອງກຳລັງເຕັກນິກທາງອາຍາ; ຕຳຫຼວດຄຸ້ມຄອງແລະດຳເນີນການຕາມຄຳພິພາກສາທາງອາຍາ; ຕຳຫຼວດຄຸ້ມຄອງແລະດຳເນີນການຄວບຄຸມຕົວແລະການກັດຂັງຊົ່ວຄາວ; ຕຳຫຼວດເຄື່ອນທີ່.
(3) ພົ້ນເດັ່ນແມ່ນຄຳສັ່ງເລກທີ 48-CT/TW, ລົງວັນທີ 22 ຕຸລາ 2010, ຂອງກົມການເມືອງສູນກາງພັກ, “ກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານປ້ອງກັນແລະຕ້ານອາດຊະຍາກຳ ໃນສະພາບການໃໝ່”; ຄຳສັ່ງເລກທີ 36-CT/TW, ລົງວັນທີ 16 ສິງຫາ 2019, ຂອງກົມການເມືອງສູນກາງພັກ, “ກ່ຽວກັບການເພີ່ມທະວີ ແລະ ຍົກສູງປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານ ແລະ ຄວບຄຸມຢາເສບຕິດ”; ຄຳສັ່ງເລກທີ 12/CT-TTg, ລົງວັນທີ 25 ເມສາ 2019, ຂອງນາຍົກລັດທະມົນຕີ, “ກ່ຽວກັບການເພີ່ມທະວີການປ້ອງກັນ, ຕໍ່ສູ້ກັບອາດຊະຍາກຳ ແລະ ການລ່ວງລະເມີດກົດໝາຍທີ່ກ່ຽວຂ້ອງເຖິງ “ສິນເຊື່ອມືດ”; ຄຳສັ່ງເລກທີ 21/CT-TTg, ລົງວັນທີ 25 ພຶດສະພາ 2020, ຂອງນາຍົກລັດຖະມົນຕີ, “ກ່ຽວກັບການເພີ່ມທະວີການປ້ອງກັນ ແລະ ຈັດການກັບການສໍ້ໂກງເອົາຊັບສິນ”; ປະມວນກົດໝາຍອາຍາ; ປະມວນກົດໝາຍຮ້ອງຟ້ອງທາງອາຍາ; ກົດໝາຍວ່າດ້ວຍການຈັດຕັ້ງອົງການສືບສວນທາງອາຍາ; ກົດໝາຍວ່າດ້ວຍການກັກຕົວຊົ່ວຄາວ, ຈຳຄຸກຊົ່ວຄາວ; ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ; ກົດໝາຍວ່າດ້ວນການນິຍະໂທດກຳພິເສດ; ກົດໝາຍວ່າດ້ວຍການປ້ອງກັນແລະຕ້ານຢາເສບຕິດ; ກົດໝາຍວ່າດ້ວຍການປ້ອງກັນແລະຕ້ານການຄ້າມະນຸດ; ກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ການໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືສະໜັບສະໜູນ; ກົດໝາຍຄົນເຂົ້າເມືອງ; ກົດໝາຍວ່າດ້ວຍບັດປະຈຳຕົວປະຊາຊົນ; ກົດໝາຍວ່າດ້ວຍການຈະລາຈອນທາງບົກ; ກົດໝາຍວ້າດ້ວຍການປ້ອງກັນໄຟ, ດັບເພີງ; ກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່; ກົດໝາຍວ່າດ້ວຍຕຳຫຼວດສິ່ງແວດລ້ອມ…
(4) ຈຸດສຸມໃຈກາງແມ່ນມະຕິເລກທີ 12-NQ/TW, ລົງວັນທີ 16 ມິນາ 2022, ຂອງກົມການເມືອງສູນກາງ, “ກ່ຽວກັບການຍູ້ແຮງການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບທີ່ສະອາດປອດໃສ, ເຂັ້ມແຂງ, ເປັນແບບຫຼວງ, ຊຳນາມການຮົບ ກະທັດລັດ, ທັນສະໄໝຕອບສະໜອງຄວາມຕ້ອງການ ແລະ ໜ້າທີ່ໃນສະພາບການໃໝ່”; ບົດສະຫຼຸບເລກທີ 13-KL/TW, ລົງວັນທີ 16 ສິງຫາ 2021, ຂອງກົມການເມືອງສູນກາງພັກ, “ກ່ຽວກັບສືບຕໍ່ປະຕິບັດຕາມບັດຄຳສັ່ງເລກທີ 48-CT/TW, ລົງວັນທີ 22 ຕຸລາ 2010, ກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານປ້ອງກັນແລະຕ້ານອາດຊະຍາກຳ ໃນສະພາບການໃໝ່”; ຄຳສັ່ງເລກທີ 36-CT/TW, ລົງວັນທີ 16 ສິງຫາ 2019, ຂອງກົມການເມືອງສູນກາງພັກ “ກ່ຽວກັບການເພີ່ມທະວີ ແລະ ຍົກສູງປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານ ແລະ ຄວບຄຸມຢາເສບຕິດ”; ບົດສະຫຼຸບເລກທີ 45-KL/TW, ລົງວັນທີ 1 ກຸມພາ 2019, ຂອງຄະນະເລຂາທິການສູນກາງພັກ, “ກ່ຽວກັບການຍູ້ແຮງການປະຕິບັດທີ່ມີປະສິດທິຜົນຄຳສັ່ງເລກທີ 18-CT/TW, ຂອງຄະນະເລຂາທິການສູນກາງພັກສະໄໝທີ 11, ກ່ຽວກັບການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນການຈະລາຈອນທາງບົກ, ທາງລົດໄຟ, ທາງນ້ຳພາຍໃນ ແລະ ແກ້ໄຂສະພາບການຈະລາຈອນຕິດຂັດ”; ບົດສະຫຼຸບເລກທີ 02-KL/TW, ລົງວັນທີ 18 ພຶດສະພາ 2021, ຂອງຄະນະເລຂາທິການສູນກາງພັກ, “ກ່ຽວກັບສືບຕໍ່ປະຕິບັດຕາມຄຳສັ່ງເລກທີ 47-CT/TW, ຂອງຄະນະເລຂາທິການສູນກາງ, ກ່ຽວກັບການເພີ່ມທະວີການນຳຂອງພັກ ຕໍ່ວຽກງານປ້ອງກັນໄຟ ແລະ ດັບເພີງ”.
(5) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ແຫຼ້ມ 7, ໜ້າ 270.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 994 (ເດືອນກໍລະກົດ 2022)