ທັດສະນະຂອງປະທານ ໂຮ່ຈີມິນ
ກ່ຽວກັບຄວາມກ້າຫານທາງດ້ານການເມືອງຂອງພັກປະຕິວັດ -
ຄຸນຄ່າໝູນໃຊ້ເຂົ້າໃນການກໍ່ສ້າງພັກດ້ານການເມືອງໃນປະຈຸບັນ
ກ່ຽວກັບຄວາມກ້າຫານທາງດ້ານການເມືອງຂອງພັກປະຕິວັດ -
ຄຸນຄ່າໝູນໃຊ້ເຂົ້າໃນການກໍ່ສ້າງພັກດ້ານການເມືອງໃນປະຈຸບັນ
ວກ. - ທັດສະນະຂອງປະທານ ໂຮ່ຈີມິນ ກ່ຽວກັບຄວາມກ້າຫານທາງດ້ານການເມືອງຂອງພັກປະຕິວັດ ມີຄວາມໝາຍເລິກເຊິ່ງ ທັງດ້ານທິດສະດີ ແລະ ທັງດ້ານພຶດຕິກຳຕົວຈິງ ຕໍ່ວຽກງານກໍ່ສ້າງພັກດ້ານການເມືອງໃນປະຈຸບັນ. ໃນເງື່ອນໄຂຍູ້ແຮງການປ່ຽນແປງໃໝ່ຢ່າງເລິກເຊິ່ງ, ຮອບດ້ານ ແລະ ເຊື່ອມໂຍງສາກົນຢ່າງກ້ວາງຂວາງເລິກເຊິ່ງ, ຖັນແຖວພະນັກງານ, ສະມາຊິກພັກແຮງຕ້ອງຝຶກຝົນຫຼໍ່ຫຼອມ, ຍົກສູງຄວາມກ້າຫານທາງດ້ານການເມືອງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນການຍົກສູງຄວາມສາມາດນຳພາແລະ ກໍາລັງແຮງສູ້ຮົບຂອງພັກ.
ຄວາມກ້າຫານຂອງໂຮ່ຈີມິນ -
ຄວາມກ້າຫານທາງດ້ານການເມືອງຂອງພັກປະຕິວັດທີ່ແທ້ຈິງ
ຕັ້ງແຕ່ຕົ້ນຊຸມປີ 20 ຂອງສະຕະວັດທີ 20, ເມື່ອເຜີຍແຜ່ລັດທິມາກ-ເລນິນ ເຂົ້າໃນຂະບວນການກຳມະກອນ ແລະ ຂະບວນການຮັກຊາດຫວຽດນາມ, ກະກຽມບັນດາ ເງື່ອນໄຂເພື່ອສ້າງຕັ້ງພັກກອມມູນິດ, ຜູ້ນຳຫງວຽນອ໋າຍກວັກ - ໂຮຈີມິນ ໄດ້ສະແດງໃຫ້ເຫັນຄວາມກ້າຫານທາງດ້ານການເມືອງ ດ້ວຍບັນດາທັດສະນະສະເພາະ ແລະ ປະດິດສ້າງທີ່ສຸດ. ໃນເວລານັ້ນ, ກອມມູນິດສາກົນຍັງບໍ່ທັນຮັບຮູ້ບົດບາດຂອງການປະຕິວັດຢູ່ຫົວເມືອງຂຶ້ນຢ່າງຄົບຖ້ວນ ແລະ ຖືວ່າ ການປະຕິວັດຢູ່ບັນດາປະເທດຫົວເມືອງຂຶ້ນພຽງແຕ່ໄດ້ຮັບໄຊຊະນະ ໃນເມື່ອການປະຕິວັດກຳມະຊີບຢູ່ບັນດາປະເທດທຶນນິຍົມໄດ້ຮັບໄຊຊະນະ ເທົ່ານັ້ນ (ປະເທດເມືອງແມ່). ໃນເດືອນພຶດສະພາ 1921, ຫງວຽນອ໋າຍກວັກ ໄດ້ຖືວ່າ ການປະຕິວັດຂອງບັນດາປະເທດຫົວເມືອງຂຶ້ນຢູ່ອາຊີ ສາມາດເປັນເຈົ້າການໃນການຍາດເອົາໄຊຊະນະ ແລະ ຍັງ “ສາມາດຊ່ວຍເຫຼືອບັນດາຜູ້ເປັນອ້າຍນ້ອງຂອງຕົນຢູ່ຕາເວັນຕົກ ຢູ່ຕາເວັນຕົກ ໃນໜ້າທີ່ປົດປ່ອຍຢ່າງສົມບູນ”(1). ໂດຍເປັນນັກເຄື່ອນໄຫວທາງສາກົນທີ່ພົ້ນເດັ່ນ, ໂດຍສະເພາະແມ່ນ ໃນກອມມູນິດສາກົນ, ຫງວຽນອ໋າຍກວັກ ໄດ້ຖືເປັນສຳຄັນ ການຍາດແຍ່ງຄວາມສະໜັບສະໜູນ, ຄວາມສາມັກຄີ, ຊ່ວຍເຫຼືອຂອງເພື່ອນມິດ, ສະຫາຍສາກົນ ຕໍ່ພາລະກິດປົດປ່ອຍຂອງຊາດຕົນເອງ. ແຕ່ເພີ່ນມີສະຕິຢ່າງຈະແຈ້ງວ່າ ຕ້ອງອີງໃສ່ຄວາມສາມາດຂອງຕົນເອງ ເພື່ອປົດປ່ອຍຕົນເອງ, “ຢາກໃຫ້ຜູ້ອື່ນຊ່ວຍ ເຊິ່ງກ່ອນອື່ນໝົດ, ຕົນເອງຕ້ອງຊ່ວຍຕົນເອງກ່ອນ”(2). ເຈດຈຳນົງເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງເພິ່ນແມ່ນຈະແຈ້ງທີ່ສຸດ ແລະ ໄດ້ກາຍເປັນເຈດຈຳນົງຂອງທົ່ວພັກ ແລະ ທົ່ວຊາດ.
ຢູ່ປະເທດຫົວເມືອງຂຶ້ນ, ສັກດິນາທີ່ຫຼ້າຫຼັງຄືຫວຽດນາມ, ຫງວຽນອ໋າຍກວັກ ມີຄວາມເຂົ້າໃຈຕໍ່ນະໂຍບາຍອັນໂຫດຫ້ຽມຂອງລັດທິລ່າເມືອງຂຶ້ນຝຣັ່ງ ຢ່າງຈະແຈ້ງ; ຈາກ ນັ້ນ, ເພິ່ນໄດ້ຂຽນ“ຄຳພິພາກສາລະບອບລ່າເມືອງຂຶ້ນຝຣັ່ງ”. ຢູ່ປະເທດຫົວເມືອງຂຶ້ນ, ຂໍ້ ຂັດແຍ່ງຊົນຊາດແມ່ນດຸເດືອດທີ່ສຸດ; ຍ້ອນແນວນັ້ນ, ການຕໍ່ສູ້ປົດປ່ອຍຊາດຕ້ອງໄດ້ຖືເປັນ ສຳຄັນຕົ້ນຕໍ ເຊິ່ງບໍ່ແມ່ນການຕໍ່ສູ້ຊົນຊັ້ນຄືກັນກັບບັນດາປະເທດທຶນນິຍົມຢູ່ຕາເວັນຕົກ. ນັ້ນ ແມ່ນສິ່ງທີ່ຈະແຈ້ງໃນທັດສະນະຂອງ ຫງວຽນອ໋າຍກວັກ. ບັນດາຊົນຊັ້ນກົດຂີ່ຂູດຮີດຢູ່ ຫວຽດນາມ (ເຈົ້າທີ່ດິນ, ນາຍທຶນ) ແມ່ນລ້ວນແຕ່ນ້ອຍໆ, ພາກສ່ວນໜຶ່ງມີນ້ຳໃຈຊົນຊາດ ແລະ ຮັກຊາດໃນລະດັບໃດໜຶ່ງທີ່ແນ່ນອນ. “ການຕໍ່ສູ້ຊົນຊັ້ນບໍ່ເກີດຂຶ້ນຄືກັນກັບຢູ່ຕາ ເວັນຕົກ”(3). “ຖ້າວ່າ ຊາວນາເກືອບວ່າບໍ່ມີຫຍັງ ແຕ່ເຈົ້າທີ່ດິນກໍບໍ່ມີຊັບສິນຫຍັງຫຼາຍ; ຖ້າວ່າ ຊາວນາພຽງແຕ່ດຳລົງຊີວິດດ້ວຍອັນຈຳເປັນທີ່ຕ່ຳສຸດ ແຕ່ການດຳລົງຊີວິດຂອງ ຂອງເຈົ້າທີ່ດິນກໍບໍ່ມິຫຍັງແມ່ນຟູ່ມເຟືອຍ; ຖ້າວ່າ ກຳມະກອນບໍ່ຮູ້ຕົນເອງຖືກກົດຂີ່ຂູດຮີດ ເທົ່າໃດ ສ່ວນຜູ້ເປັນເຈົ້າຂອງກໍບໍ່ຮູ້ວ່າ ເຄື່ອງມືເພື່ອກົດຂີ່ຂູດຮີດຂອງເຂົາແມ່ນເຄື່ອງຈັກ; ບາງຄົນກໍບໍ່ມີກຳມະບານ, ບາງຄົນກໍບໍ່ມີບໍລິສັດ. ບາງຄົນຕ້ອງໄດ້ຍອມຮັບຊາຕະກໍາຂອງ ຕົນ, ບາງຄົນກໍເພິ່ງພໍໃຈໃນຄວາມໂລບມາກໂລພາຂອງຕົນ. ການປະທະກັນດ້ານຜົນ ປະໂຫຍດຂອງເຂົາຖືກຫຼຸດລົງ. ສິ່ງດັ່ງກ່າວແມ່ນບໍ່ສາມາດຖົກຖຽງປະຕິເສດໄດ້ອີກ”(4). “ລັດທິຊາດແມ່ນກຳລັງຊຸກດັນອັນໃຫຍ່ຫຼວງຂອງປະເທດ”(5).ປະທານ ໂຮ່ຈີມິນ ຢ້ຽມຢາມສະຫະກອນ ຮຸ່ງເຊີນ, ເມືອງ ດ້າຍຕື່, ແຂວງ ຖາຍງວຽນ (ປີ 1954) _ພາບ: ເອກະສານ
ຍ້ອນຈຸດພິເສດ ແລະ ການປະທະກັນລະຫວ່າງຊົນຊາດ, ປະທະກັນລະຫວ່າງຊົນ ຊັ້ນຄືດັ່ງກ່າວ, ສະນັ້ນ, ເມື່ອສ້າງຕັ້ງພັກກອມມູນິດຫວຽດນາມ (ເດືອນກຸມພາ 1930), ໃນໂຄງການການເມືອງສະບັບທຳອິດຂອງພັກ, ຜູ້ນຳ ຫງວຽນອ໋າຍກວັກ ໄດ້ຍົກໃຫ້ເຫັນ ເປົ້າໝາຍຍຸດທະສາດຢ່າງຈະແຈ້ງ ນັ້ນແມ່ນ: ເຮັດໃຫ້ປະເທດຫວຽດນາມມີຄວາມເອກະ ລາດຢ່າງສົມບູນ ເພື່ອກ້າວຂຶ້ນສູ່ສັງຄົມກອມມູນິດ. ພັກມີແຜນນະໂຍບາຍດຶງດູດທຸກ ຊັ້ນຄົນ, ຊົນຊັ້ນໃນສັງຄົມ ເຂົ້າໃນການປະຕິບັດໜ້າທີ່ປົດປ່ອຍຊາດ. ທັດສະນະດັ່ງກ່າວ ຂອງຫງວຽນອ໋າຍກວັກ ບໍ່ໄດ້ກອມມູນິດສາກົນ ແລະ ບາງສະຫາຍເຂົ້າໃຈຢ່າງຖືກຕ້ອງ, ຊ້ຳບໍ່ໜຳຍັງຖືວ່າ ແມ່ນການສະແດງອອກຂອງລັດທິແຫ່ງຊາດ, ຊົນຊາດ. ແຕ່ວ່າ ຫງວຽນ ອ໋າຍກວັກ ຍັງຢຶດໝັ້ນການຮັກສາຍົກສູງການຕໍ່ສູ້ຊາດ ແລະ ຕ້ອງຮອດກອງປະຊຸມໃຫຍ່ ຂອງກອມມູນິດສາກົນຄັ້ງທີ 7 (ເດືອນກໍລະກົດ 1935), ບາງສະຫາຍໃນກອມມູນິດສາ ກົນ ຈິ່ງແລກປ່ຽນກັບທັດສະນະຂອງ ຫງຽນອ໋າຍກວັກ, ເມື່ອກອມມູນິດສາກົນມີແຜນນະ ໂຍບາຍບັນດາພັກກອມມູນິດຕ້ອງສ້າງຕັ້ງແນວໂຮມປະເທດຊາດ, ປະຊາທິປະໄຕ ເພື່ອ ຕ້ານໄພອັນຕະລາຍລັດທິຟາດຊິດ, ໄພອັນຕະລາຍເກີດສົງຄາມໂລກ. ໃນວັນທີ 6 ມິຖຸນາ1938, ຫງວຽນອ໋າຍກວັກ ມີຈົດໝາຍສົ່ງໃຫ້ສະຫາຍໜຶ່ງຢູ່ກອມມູນິດສາກົນ ແລະ ໄດ້ຊີ້ແຈ້ງວ່າ ຕົນເອງມີເວລາ 8 ປີຢູ່ໃນ “ສະພາບການບໍ່ມີການເຄື່ອນໄຫວ”, ຍ້ອນແນວນັ້ນ “ສິ່ງທີ່ຂ້າພະເຈົ້າຢາກສະເໜີຕໍ່ສະຫາຍແມ່ນ ຢ່າໃຫ້ຂ້າພະເຈົ້າດຳລົງຊີວິດໃນສະພາບ ການບໍ່ມີການເຄື່ອນໄຫວຢ່າງຍາວນານ ແລະ ຄືກັນກັບການດຳລົງຊີວິດຢູ່ຄຽງຂ້າງ, ຢູ່ ນອກພັກ”(6).
ປີ 1938, ກອມມູນິດສາກົນໄດ້ຕົກລົງໃຫ້ ຫງວຽນອ໋າຍກວັກ ກັບປະເທດ ເພື່ອ ນຳພາຂະບວນການປະຕິວັດ. ຕ້ອງເນັ້ນໜັກວ່າ ພຶດຕິກຳຕົວຈິງການປະຕິວັດຫວຽດນາມ ໃນຊຸມປີ 30 ຂອງສະຕະວັດທີ 20 ໄດ້ພິສູດຢັ້ງຢືນທັດສະນະຂອງ ຫງວຽນອ໋າຍກວັກ ແມ່ນຖືກຕ້ອງ, ມີປະດິດສ້າງ ແລະ ບໍ່ແມ່ນແບບຄໍາພີ. ກອງປະຊຸມສູນກາງພັກ (ເດືອນ ພະຈິກ 1939) ພາຍໃຕ້ການເປັນເຈົ້າພາບຂອງສະຫາຍ ຫງວຽນວັນກື່, ເລຂາທິການສູນ ກາງພັກ, ປະຊຸມຢູ່ ບ່າດ໋ຽມ (ຫ໋ອກມົນ, ຢາດິ້ງ) ໄດ້ມີແຜນນະໂຍບາຍຖືໜ້າທີ່ປົດປ່ອຍ ຊາດຂຶ້ນກ່ອນ. ໃນວັນທີ 28 ມັງກອນ 1941, ຫງວຽນອ໋າຍກວັກ ໄດ້ກັບປະເທດຢູ່ ຮ່າກ໋ວາງ, ແຂວງກາວບັ່ງ. ຢູ່ທີ່ນີ້, ເພິ່ນໄດ້ຮຽກໂຮມ ແລະ ເປັນເຈົ້າພາບກອງປະຊຸມສູນ ກາງພັກຄັ້ງທີແປດ (ເດືອນພຶດສະພາ 1941). ສູນກາງພັກໄດ້ປັບປຸງແນວທາງປົດປ່ອຍ ຊາດໃຫ້ສົມບູນບົນພື້ນຖານເປົ້າໝາຍຍາດໃຫ້ໄດ້ເອກະລາດ, ບົນຈິດໃຈຖື ເອກະລາດ, ຊົນຊາດ, ປະເທດຊາດຂຶ້ນກ່ອນ. ບັນຫາຜົນປະໂຫຍດຊົນຊັ້ນຕ້ອງປະຕິບັດຕາມຜົນປິໂຫຍດຂອງຊາດຄື: “ໃນເວລານີ້ ຜົນປະໂຫຍດຂອງພາກສ່ວນ, ຂອງຊົນຊັ້ນ ຕ້ອງຢູ່ພາຍໃຕ້ການເປັນຢູ່, ການຄົງຕົວຂອງຊາດ, ຂອງປະເທດຊາດ. ໃນເວລານີ້, ຖ້າວ່າ ແກ້ໄຂບັນຫາປົດປ່ອຍຊາດບໍ່ໄດ້, ຍາດເອົາເອກະລາດເສລີພາບໃນທົ່ວປະເທດບໍ່ໄດ້, ຊາດ ປະເທດຊາທັງໝົດບໍ່ພຽງຕ້ອງຢູ່ໃນຄວາມເປັນຂີ້ຂ້າມ້າຕ່າງຕະຫຼອດໄປເທົ່ານັ້ນ ແຕ່ສິດຜົນປະໂຫຍດຂອງຂອງພາກສ່ວນ, ຊົນຊັ້ນກໍຈະບໍ່ສາມາດຍາດຄືນໄດ້ເປັນເວລາຫຼາຍພັນປີ”(7).
ແຜນນະໂຍບາຍທີ່ຖືກຕ້ອງດັ່ງກ່າວ ໄດ້ສ້າງຄວາມສາມັກຄີໃຫ້ທຸກກຳລັງທີ່ສາມາດ ແລະ ໄດ້ເສີມຂະຫຍາຍກຳລັງແຮງໃນທົ່ວຊາດຕັດສິນໃຈ “ນຳເອົາກຳລັງແຮງຂອງເຮົາ ເພື່ອປົດປ່ອຍໃຫ້ພວກເຮົາເອງ”, ເພື່ອຍາດເອົາໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945. ໃນຄວາມຮັບຮູ້ລະດັບສູງ, ການຍາດເອົາເອກະລາດ, ເສລີພາບມາໃຫ້ຊາດ ໄດ້ມີຜົນປະໂຫຍດຂອງພາກສ່ວນ, ຊົນຊັ້ນໃນນັ້ນ. ການແກ້ໄຂສາຍພົວພັນລະຫວ່າງ ຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງຊົນຊັ້ນຢ່າງຖືກຕ້ອງ ໄດ້ສະແດງເຖິງ ຄວາມກ້າຫານທາງດ້ານການເມືອງ ແລະ ລະດັບພູມປັນຍາຂອງປະທານ ໂຮ່ຈີມິນ ແລະ ພັກກອມມູນິດຫວຽດນາມ. ຕໍ່ມາ, ປະທານໂຮ່ຈີມິນ ໄດ້ຢ້ຳຄືນທັດສະນະວ່າ ຍາມໃດກໍຕ້ອງເລີ່ມຈາກພຶດຕິກຳຕົວຈິງຂອງປະເທດ, ບໍ່ຄວນ “ຟັງຜູ້ອື່ນເວົ້າວ່າຕໍ່ສູ້ຊົນຊັ້ນ, ເຮົາກໍ່ຍົກຄຳຂວັນຕໍ່ສູ້ຊົນຊັ້ນ ໂດຍບໍ່ພິຈາລະນາສະພາບການຂອງປະເທດຕົນເອງແມ່ນຄືແນວໃດ ເພື່ອປະຕິບັດໃຫ້ຖືກຕ້ອງ”(8).
ໃນຊຸມປີ 1945 - 1946, ການປະຕິວັດຫວຽດນາມຕ້ອງຕ້ານສັດຕູພາຍໃນ ຂ້າ ເສິກພາຍນອກ, ສະພາບການເຄັ່ງຮ້ອນແບບ “ຮ້ອຍຫາບທີ່ຮ້ອຍລົງມາຈາກເສັ້ນຜົມ”. ປະທານ ໂຮ່ຈີມິນ ແລະສູນກາງພັກໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມກ້າຫານ ແລະຄວາມສຳຜັດໄວພິເສດດ້ານການເມືອງ, ໄດ້ຕັດສິນໃຈປົກປັກຮັກສາເອກະລາດ ແລະ ອຳນາດການປົກຄອງປະຕິວັດ, ຮັກສາການນຳພາຂອງພັກ, ພ້ອມດຽວກັນນັ້ນ, ມີບັນດາ ນະໂຍບາຍຊີ້ຂາດຢ່າງຄ່ອງແຄ້ວ, “ຖືເອົາຫຼັກການເປັນພື້ນ ເພື່ອໝູນໃຊ້ຢ່າງໄຫວພິບ”. ໃນວັນທີ 11 ພະຈິກ 1945, ພັກໄດ້ປະກາດຍົກເລີກເອງ, ແຕ່ຄວາມຈິງແມ່ນຖອນຕົວເຂົ້າເຄື່ອນໄຫວລັບ, ປົກປັກຮັກສາກຳລັງໃຫ້ຄົງເດີມ. “ພັກຕ້ອງໃຊ້ທຸກວິທີ ເພື່ອຄວາມຄົງຕົວຢູ່, ການເຄື່ອນໄຫວ ແລະ ພັດທະນາ, ເພື່ອນຳພາຢ່າງມິດຊິດ ແລະ ມີປະສິດທິຜົນສູງກວ່າເກົ່າ ແລະ ເພື່ອມີເວລາປັບປຸງກຳລັງຂອງອຳນາດການປົກຄອງປະຊາຊົນ, ປັບປຸງແນວໂຮມປະເທດຊາດທີ່ມີຄວາມເອກະພາບເທື່ອລະກ້າວ. ໃນເວລານັ້ນ, ພັກຈະບໍ່ສາມາເລັ່ງເລໃຈ. ຖ້າຢຸດຢ່ອນແມ່ນບໍ່ໄດ້, ພັກຕ້ອງມີການຕັດສິນຢ່າງເດັດຂາດ ແລະ ໄວວາ, ຕ້ອງນຳໃຊ້ບັນດາວິທີການ - ເຖິງແມ່ນວ່າຈະແມ່ນວິທີການທີ່ເຈັບແສບກໍຕາມ - ເພື່ອຊ່ວຍໃຫ້ພົ້ນອອກຈາກສະພາບດັ່ງກ່າວ”(9).
ໃນການນຳພາການປະຕິວັດສັງຄົມນິຍົມ, ປະທານ ໂຮ່ຈີມິນ ໄດ້ຖືເປັນສຳຄັນທີ່ ສຸດ ຈິນຕະນາການປະດິດສ້າງ, ວິໄຈສະພາບການຂອງປະເທດຢ່າງລະອຽດ, ສົມທົບ ກັບການຮຽນເອົາບົດຮຽນຂອງບັນດາປະເທດ, ແຕ່ບໍ່ແຂງກະດ້າງ ແລະ ແບບຄໍາພີ. ປີ 1956, ເພິ່ນໄດ້ມີຄວາມຮັບຮູ້ວ່າ “ສັງຄົມນິຍົມແມ່ນເຮັດແນວໃດໃຫ້ປະຊາຊົນມີຄວາມ ຮັ່ງມີ, ປະເທດຊາດເຂັ້ມແຂງ”(10). “ພວກເຮົາຈະບໍ່ສາມາດຄືກັນກັບສະຫະພາບໂຊວຽດ, ຍ້ອນວ່າ ໂຊວຽດມີຮີດຄອງປະເພນີ, ມີປະຫວັດສາດພູມີສາດທີ່ແຕກຕ່າງກັນ”(11). “ສ່ວນ ຊົນຊັ້ນນາຍທຶນຢູ່ປະເທດເຮົາ ເຂົາເຈົ້າຈະມີທ່າອ່ຽງຕ້ານຈັກກະພັດ, ມີທ່າອ່ຽງຮັກຊາດ... ສະນັ້ນ, ຖ້າວ່າ ພວກເຮົາຊວນເຊື່ອຢ່າງຄ່ອງແຄ້ວ, ນຳພາຢ່າງຄ່ອງແຄ້ວ, ເຂົາເຈົ້າອາດ ຈະໄປຕາມສັງຄົມນິຍົມ”(12). ປີ 1957, ປະທານ ໂຮ່ຈີມິນ ໄດ້ມີການວິໄຈເງື່ອນໄຂຂອງ ຫວຽດນາມ ນັ້ນແມ່ນຫາກໍພົ້ນອອກຈາກແອກປົກຄອງຂອງລ່າເມືອງຂຶ້ນ, ສັກດິນາ, ຫຼ້າ ຫຼັງທີ່ສຸດ. “ໃນບັນດາເງື່ອນໄຂດັ່ງກ່າວ, ພວກເຮົາຕ້ອງນໍາໃຊ້ບັນດາວິທີການໃດ, ຮູບການ ໃດ, ໄປຕາມຈັງຫວະແນວໃດ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ? ນັ້ນແມ່ນບັນດາ ບັນຫາຕັ້ງຂຶ້ນໃນສະເພາະໜ້າຂອງພັກເຮົາປະຈຸບັນ”(13). ເພິ່ນໄດ້ຊີ້ແຈ້ງວ່າ “ພວກເຮົາ ຕ້ອງຍົກສູງການຝຶກອົບຮົມກ່ຽວກັບລັດທິມາກ - ເລນິນ ເພື່ອນໍາໃຊ້ຫຼັກໝັ້ນ, ທັດສະນະ, ວິທີການຂອງລັດທິມາກ - ເລນິນ ເຊິ່ງໄດ້ສະຫຼຸບບົດຮຽນຂອງພັກເຮົາ, ວິໄຈບັນດາຈຸດພິເສດຂອງປະເທດເຮົາຢ່າງຖືກຕ້ອງ. ຄືແນວນັ້ນ, ພວກເຮົາຈິ່ງສາມາດເຂົ້າໃຈໄດ້ກົດເກນແຫ່ງການພັດທະນາຂອງການປະຕິວັດຫວຽດນາມເທື່ອລະກ້າວ, ກຳນົດໄດ້ແນວທາງ, ທິດນຳ, ບາດກ້າວຢ່າງລະອຽດ ຂອງການປະຕິວັດສັງຄົມນິຍົມ ທີ່ເໝາະສົມກັບສະພາບ ການຂອງປະເທດເຮົາ”(14).
ໃນຂະບວນວິວັດແຫ່ງການນຳພາ ແລະ ກຳອຳນາດ, ພັກກອມມູນິດຫວຽດນາມກໍ ມີຂໍ້ຜິດພາດ, ຈຸດບົກພ່ອງຈຳນວນໜຶ່ງ ຫຼື ໃນບັນດາບັນຫາໃຫຍ່ ຫຼື ໃນຂອບເຂດທີ່ແຄບ ຫຼື ຢູ່ນຳສະມາຊິກພັກຈຳນວນໜຶ່ງ. ນັ້ນແມ່ນຂໍ້ຜິດພາດ “ອ່ຽງຊ້າຍ” ໃນຄຳສັ່ງວ່າດ້ວຍ ການປັດເຂ່ຍພາຍໃນພັກຂອງຄະນະພັກແຄ້ວນອານນາມ (ປີ 1931), ສູນກາງພັກໄດ້ ມີການຕຳໜິຂໍ້ບົກພ່ອງຂອງສະຫາຍຈຳນວນໜຶ່ງ ໃນການຮ່ວມມືທີ່ບໍ່ມີຫຼັກການກັບພາກ ສ່ວນເຕີຣົດຊະກິດ ແລະ ກ່ຽວກັບວຽກງານໂຄສະນາ, ຂົນຂວາຍມະຫາຊົນຢ່າງທັນທ່ວງທີ; ແມ່ນການຄົງຕົວຂອງສອງຄະນະພັກແຄ້ວນ (ຄະນະພັກແຄ້ວນນຳໜ້າ ແລະ ຄະນະ ພັກແຄ້ວນປົດປ່ອຍ) ຢູ່ໂກແຊງຊີນກ່ອນການລຸກຮືຂຶ້ນເປັນລວາດດຽວ ໃນທົ່ວປະເທດ ເດືອນສິງຫາປີ 1945. ເມື່ອພັກຂຶ້ນກຳອຳນາດ, ພະນັກງານຈຳນວນໜຶ່ງມີຂໍ້ຜິດພາດບາງຢ່າງເຊັ່ນ: ຜິດກົດໝາຍ, ອວດອ້າງອຳນາດ, ເສເພ, ສວຍໃຊ້ຕຳແໜ່ງ, ແບ່ງແຍກ, ອວດອົ່ງ, ປະທານ ໂຮ່ຈີມິນ ໄດ້ມີການຕຳໜິ ແລະ ຮຽກຮ້ອງໃຫ້ປັບປຸງຢ່າງທັນທ່ວງທີ. ເມື່ອເກີດຂໍ້ຜິດພາດໃນການປະຕິຮູບທີ່ດິນ (ປີ 1956), ສູນກາງພັກ ແລະ ປະທານ ໂຮ່ຈີມິນ ໄດ້ຕຳໜິຕິຊົມດ້ວຍຕົນເອງຕໍ່ປະຊາຊົນ ແລະ ຕັດສິນໃຈແກ້ໄຂຂໍ້ຜິດພາດດັ່ງກ່າວ. ການຕຳໜິຕິຊົມດ້ວຍຕົນເອງເມື່ອມີຂໍ້ຜິດພາດແມ່ນຄວາມຮຽກຮ້ອງຕ້ອງການ ຕໍ່ພັກປະຕິວັດທີ່ແທ້ຈິງ. ເພິ່ນໄດ້ຊີ້ແຈ້ງວ່າ: “ພັກທີ່ປິດບັງຂໍ້ບົກຜ່ອງຂອງຕົນແມ່ນພັກທີ່ຖືກເປ່ເພ. ພັກທີ່ກ້າຍອມຮັບຂໍ້ບົກພ່ອງຂອງຕົນ, ຊີ້ແຈ້ງບັນດາຂໍ້ບົກພ່ອງນັ້ນ, ຍ້ອນຫຍັງຈິ່ງມີຂໍ້ບົກພ່ອງນັ້ນ, ພິຈາລະນາສະພາບການເກີດຂໍ້ບົກພ່ອງດັ່ງກ່າວຢ່າງຈະແຈ້ງ ແລ້ວຊອກຫາທຸກວິທີເພື່ອແກ້ໄຂຂໍ້ບົກພ່ອງດັ່ງກ່າວ. ຄືແນວນັ້ນແມ່ນພັກທີ່ກ້າວໜ້າ, ກ້າຫານ, ໜັກແໜ້ນ ແລະ ແທ້ຈິງ”(15).
ປະທານ ໂຮ່ຈີມິນ ເປັນຜູ້ສ້າງຕັ້ງ, ນຳພາ ແລະ ຝຶກຝົນຫຼໍ່ຫຼອມພັກກອມມູນິດ ຫວຽດນາມ. ແນວຄິດຂອງເພິ່ນໄດ້, ກຳລັງ ແລະ ຈະເຍືອງທາງໃຫ້ພາລະກິດອັນສະຫງ່າ ງາມຂອງພັກ ແລະ ຂອງຊາດຕະຫຼອດໄປ. ຄວາມກ້າຫານໂຮ່ຈີມິນ ແມ່ນຄວາມກ້າຫານທາງດ້ານການເມືອງຂອງພັກປະຕິວັດທີ່ແທ້ຈິງ, ເຊິ່ງສະແດງອອກໃນບັນດາເນື້ອໃນຕົ້ນຕໍຄື: ໜຶ່ງແມ່ນ, ພັກໄດ້ຍົກສູງຄວາມປາດຖາໜາໃນຄວາມເປັນເອກະລາດ, ເສລີພາບຂອງປະເທດຊາດ, ຂອງພີ່ນ້ອງຮ່ວມຊາດ; ຖືຜົນປະໂຫຍດຂອງປະເທດ, ຊົນຊາດຂຶ້ນກ່ອນ, ພ້ອມດຽວກັບ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການສັງຄົມນິຍົມຢ່າງເດັດຂາດ; ເຖິງແມ່ນວ່າຈະຢູ່ໃນເງື່ອນໄຂ, ສະພາບການໃດກໍຕາມ ຈະບໍ່ຫ່າງເຫີນບັນດາເປົ້າໝາຍຍຸດທະສາດ ພື້ນຖານດັ່ງກ່າວ. ສອງແມ່ນ, ເອກະລາດ, ເປັນເຈົ້າຕົນເອງ, ຍາມໃດກໍມີຈິດໃຈເລີ່ມຈາກພຶດຕິກໍາຕົວຈິງຂອງການປະຕິວັດ, ຂອງປະເທດ ເພື່ອໝູນໃຊ້ທິດສະດີວິທະຍາສາດມາກ - ເລນິນ ຢ່າງປະດິດສ້າງ, ເລືອກເອົາຮູບການ, ວິທີການຕໍ່ສູ້ທີ່ເໝາະສົມ ແລະ ທິດນຳ, ເສັ້ນທາງສ້າງສັງຄົມນິຍົມຢ່າງມີປະສິດທິຜົນ. ຕ້ານຄືນລັດທິແກ້, ສວຍໂອກາດ “ອ່ຽງຊ້າຍ”, “ອ່ຽງຂວາ” ຢ່າງເດັດຂາດ; ພ້ອມດຽວກັນນັ້ນ, ຕ້ານແບບຄຳພີ, ຟ້າວຟັ່ງ, ຖືຈິດເປັນໃຫຍ່. ສາມແມ່ນ, ກຳແໜ້ນຫຼັກການປະຕິວັດ, ພ້ອມດຽວກັນນັ້ນ, ມີຄວາມໄຫວພິບ, ອ່ອນໂຍນກ່ຽວກັບຍຸດໂທບາຍ “ຖືເອົາຫຼັກການເປັນພື້ນ ເພື່ອໝູນໃຊ້ຢ່າງໄຫວພິບ”; ມີຄວາມເປັນເຈົ້າການ, ອົງອາດກ້າແກ່ນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທັງໝົດ, ຮັກສາພື້ນຖານຄວາມເອກະລາດຢ່າງເດັດຂາດ, ເພື່ອຜົນປະໂຫຍດຂອງປະເທດຊາດ, ຂອງຊາດ, ບໍ່ຫວາດຫວັ່ນ, ສັ່ນສະເທືອນໃນສະພາບການອັດຕະຄັດກັນດານ, ມີຄວາມ ເຊື່ອມໝັ້ນຕໍ່ໄຊຊະນະຢ່າງໜັກແໜ້ນ. ສີ່ແມ່ນ, ຍອມຮັບຄວາມຜິດພາດ, ຂໍ້ບົກພ່ອງ ບົນສະຕິທີ່ສັດຊື່, ຈິງຈັງ, ສະແຫວງຄວາມຮູ້ ແລະ ມີການຕັດສິນໃຈແກ້ໄຂ. ບັນດາຂໍ້ຜິດພາດ, ຂໍ້ບົກພ່ອງໃນຂະບວນວິວັດແຫ່ງການນຳພາ, ກຳອຳນາດ ລ້ວນແຕ່ໄດ້ຮັບການແກ້ໄຂຂອງພັກຢ່າງມີໝາກຜົນ, ຈາກນັ້ນ, ໄດ້ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນ, ເພີ່ມ ທະວີເອກະພາບ, ມີນ້ຳໃຈສາມັກຄີພາຍໃນພັກ ແລະ ຄວາມເຫັນດີເຫັນພ້ອມໃນສັງຄົມ.
ຝຶກຝົນຫຼໍ່ຫຼອມ, ຍົກສູງຄວາມກ້າຫານທາງດ້ານການເມືອງ -
ເປັນເນື້ອໃນທີ່ສໍາຄັນໃນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງເວົ້າລວມ
ແລະ ເວົ້າສະເພາະແມ່ນການກໍ່ສ້າງພັກດ້ານການເມືອງ
ການຝຶກຝົນຫຼໍ່ຫຼອມ, ຍົກສູງຄວາມກ້າຫານທາງດ້ານການເມືອງ ມີສາຍພົວພັນສະໜິດແໜ້ນກັບບັນດາເນື້ອໃນກໍ່ສ້າງພັກດ້ານການເມືອງ ແລະ ມີຜົນສະທ້ອນອັນໃຫຍ່ຫຼວງຕໍ່ການກໍ່ສ້າງພັກດ້ານແນວຄິດ, ທິດສະດີ, ຄຸນສົມບັດ, ການຈັດຕັ້ງ ແລະ ພະນັກງານ. ການຍົກສູງຄວາມກ້າຫານທາງດ້ານການເມືອງ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຕັ້ງຂຶ້ນຕໍ່ພັກ ແລະ ກໍແມ່ນຄວາມຮຽກຮ້ອງຕ້ອງການທີ່ຕັ້ງຂຶ້ນຕໍ່ພະນັກງານ, ສະມາຊິກພັກແຕ່ລະຄົນ, ໂດຍສະເພາະແມ່ນ ພະນັກງານນຳພາ, ຄຸ້ມຄອງຂັ້ນຍຸດທະສາດ.
ບົດລາຍງານການເມືອງ, ບົດລາຍງານກ່ຽວກັບວຽກງານກໍ່ສ້າງພັກ ແລະ ປະຕິບັດ ກົດລະບຽບພັກ ແລະ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13, ລ້ວນແຕ່ຖືເອົາໜ້າທີ່ກໍ່ສ້າງ ພັກດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ພະນັກງານ ເປັນໜ້າທີ່ອັນ ດັບໜຶ່ງ. ບັນດາເນື້ອໃນພື້ນຖານດັ່ງກ່າວໃນການກໍ່ສ້າງພັກ ໄດ້ມີສາຍພົວພັນສະໜິດແໜ້ນ ແລະ ຕັດສິນເຊິ່ງກັນແລະກັນ, ເພື່ອກ້າວໄປເຖິງເປົ້າໝາຍການເມືອງ ແມ່ນຍູ້ແຮງຂະຂະບວນການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄົບຊຸດ, ປະສົບຄວາມສຳເລັດໃນການກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມຢ່າງໝັ້ນຄົງ. ເວົ້າລວມແລ້ວ, ບັນຫາກໍ່ສ້າງພັກດ້ານການເມືອງຂອງພັກຜູ້ນຳພາ ແລະ ກຳອຳນາດ ຄືພັກກອມມູນິດຫວຽດນາມ ຈະມີຄວາມໝາຍຕັດສິນທາດແທ້ການປະຕິວັດ, ທາດແທ້ຊົນຊັ້ນກຳມະກອນ, ທາດແທ້ປະຊາຊົນຂອງພັກກອມມູນິດຫວຽດນາມ.
ໃນບົດລາຍງານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເນັ້ນໜັກວ່າ ເພີ່ມທະວີການກໍ່ສ້າງພັກດ້ານການເມືອງບົນບັນດາເນື້ອໃນພື້ນຖານຄື: “ຢຶດໝັ້ນ ແລະ ໝູນໃຊ້ການເສີມຂະຫຍາຍລັດທິມາກ - ເລນິນ, ແນວຄິດ ໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ ແລະ ປະດິດສ້າງ, ໃຫ້ສອດຄ່ອງກັບພຶດຕິກຳຕົວຈິງຂອງຫວຽດນາມໃນແຕ່ລະໄລຍະ. ຢຶດໝັ້ນ ເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ. ຢຶດໝັ້ນແນວທາງປ່ຽນແປງໃໝ່ ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຮັກສາທາດແທ້ຊົນຊັ້ນກຳມະກອນຂອງພັກ, ຢຶດໝັ້ນບັນດາຫຼັກການກໍ່ສ້າງ ພັກຢ່າງໝັ້ນຄົງ. ຍົກສູງຄວາມກ້າຫານ, ຄວາມສາມາດໃນການຄາດຄະເນ ແລະ ຄຸນນະພາບວຽກງານວາງແຜນແນວທາງ, ນະໂຍບາຍ ໃຫ້ສອດຄ່ອງກັບພຶດຕິກຳຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ. ຫັນເປັນລະບອບລະບຽບ, ຫັນເປັນອັນລະອຽດຢ່າງທັນທ່ວງທີ, ຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ, ແກ້ໄຂຈຸດອ່ອນໃນການນຳພາ, ຊີ້ນຳ ແລະ ຈັດຕັ້ງປະຕິບັດ. ຍົກສູງຫຼັກໝັ້ນ, ຄວາມກ້າຫານທາງດ້ານການເມືອງ, ລະດັບຄວາມຮູ້, ພູມປັນຍາ, ລັກສະນະການສູ້ຮົບຂອງຄະນະພັກ, ການຈັດຕັ້ງພັກ ແລະ ພະນັກງານ, ສະມາຊິກພັກແຕ່ລະຄົນ, ກ່ອນອື່ນໝົດແມ່ນ ພະນັກງານນຳພາ, ຄຸ້ມຄອງຫຼັກແຫຼ່ງຂັ້ນຕ່າງໆ, ພະນັກງານຂັ້ນຍຸດທະສາດ. ປະຕິບັດປະຊາທິປະໄຕພາຍໃນພັກ ໂດຍຕິດພັນກັບການເພີ່ມທະວີລະບຽບວິໄນ, ລະບຽບການຂອງພັກ”(16).
ຈາກພຶດຕິກຳຕົວຈິງຂອງການປ່ຽນແປງໃໝ່, ພັກກອມມູນິດຫວຽດນາມໄດ້ຖອດ ຖອນບົດຮຽນປະສົບການຢ່າງຫຼວງຫຼາຍ. ໃນນັ້ນ, ບົດຮຽນອັນດັບໜຶ່ງແມ່ນ: “ວຽກງານກໍ່ສ້າງ, ປັບປຸງປົວແປງພັກໄດ້ຮັບການຜັນຂະຫຍາຍຢ່າງດຸເດືອດ, ຮອບດ້ານ, ຄົບຊຸດ ແລະ ເປັນປະຈຳ ທັງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ທັງດ້ານ ພະນັກງານ”(17). ກ່ອນອື່ນໝົດ, ບົດຮຽນໃນວຽກງານກໍ່ສ້າງພັກແມ່ນ: “ຍົກສູງຄວາມກ້າຫານທາງດ້ານການເມືອງ; ຢຶດໝັ້ນ, ໝູນໃຊ້ ແລະ ເສີມຂະຫຍາຍລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ຢ່າງປະດິດສ້າງ, ປະຕິບັດບັນດາຫຼັກການຂອງພັກຢ່າງເຂັ້ມງວດ; ສະຫຼຸບພຶດຕິກຳຕົວຈິງ, ເສີມຂະຫຍາຍທິດສະດີຢ່າງທັນທ່ວງທີ ເພື່ອມີການປ່ຽນແປງໃໝ່ຢ່າງປະດິດສ້າງ, ຕ້ານອະນຸລັກນິຍົມ, ຊັກຊ້າ; ຕໍ່ສູ້ກັບບັນດາປາກົດການສວຍໂອກາດດ້ານການເມືອງຢ່າງເດັດຂາດ”(18).
ຈາກຄຳຊີ້ນຳຂອງປະທານໂຮ່ຈີມິນ, ຈາກບົດຮຽນປະສົບການຂອງການກໍ່ສ້າງພັກໃນໄລຍະປ່ຽນແປງໃໝ່, ເນື້ອໃນ, ທິດທາງກໍ່ສ້າງພັກດ້ານການເມືອງໃນປະຈຸບັນຕ້ອງໄດ້ຖືເປັນສຳຄັນບັນດາບັນຫາໃຫຍ່ ດັ່ງນີ້:
ທີໜຶ່ງ, ບົນພື້ນຖານການສະຫຼຸບພຶດຕິກຳຕົວຈິງ, ເສີມຂະຫຍາຍທິດສະດີ, ປະກອບ ເພີ່ມເຕີມ, ຂະຫຍາຍແນວທາງປ່ຽນແປງໃໝ່, ໂຄງການການເມືອງສ້າງສາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມຢ່າງບໍ່ຢຸດຢັ້ງ.
ໃນການກໍ່ສ້າງພັກດ້ານການເມືອງ, ບັນຫາອັນດັບໜຶ່ງແມ່ນການສ້າງ, ປັບປຸງ ແລະ ຮັບປະກັນລັກສະນະຖືກຕ້ອງຂອງໂຄງການການເມືອງ, ແນວທາງ, ຍຸດທະສາດ, ຍຸດໂທບາຍຂອງພັກ. ນັ້ນກໍແມ່ນເງື່ອນໄຂພື້ນຖານໃຫ້ແກ່ການນຳພາ, ກຳອຳນາດຂອງພັກ ກອມມູນິດໃຫ້ໄດ້ຮັບຜົນສຳເລັດ. ໂຄງການການເມືອງ, ແນວທາງຍາມໃດກໍແມ່ນການສົມ ທົບລະຫວ່າງຫຼັກມູນທິດສະດີ, ກົດເກນພາວະວິໄສບົນພື້ນຖານຈຸດພິເສດ, ສະພາບປະ ຫວັດສາດຂອງປະເທດ, ຂອງການປະຕິວັດໃນແຕ່ລະໄລຍະ ແລະ ຍາມໃດກໍຕ້ອງເລີ່ມ ຈາກພຶດຕິກຳຕົວຈິງ ເພື່ອໝູນໃຊ້, ເສີມຂະຫຍາຍທິດສະດີຢ່າງປະດິດສ້າງ. ຍ້ອນການ ໝູນໃຊ້ຢ່າງຖືກຕ້ອງ ແລະ ປະດິດສ້າງຫຼັກມູນທິດສະດີຂອງລັດທິມາກ-ເລນິນກ່ຽວກັບ ການສົງຄາມປະຕິວັດ ເຊິ່ງພັກໄດ້ວາງແນວທາງການປະຕິວັດປົດປ່ອຍ ແລະ ແນວທາງ ການຕໍ່ຕ້ານຢ່າງເໝາະສົມ ເພື່ອນຳເອົາພາລະກິດປົດປ່ອຍຊາດໄປສູ່ໄຊຊະນະສົມບູນ. ໃນແນວທາງການປະຕິວັດສັງຄົມນິຍົມກ່ອນການປ່ຽນແປງໃໝ່ ໄດ້ມີບາງຈຸດເວລາທີ່ ພັກຍັງບໍ່ທັນມີຄວາມຮັບຮູ້ບັນດາກົດເກນຢ່າງຖືກຕ້ອງ, ຕົກໃສ່ສະພາບການຟ້າວຟັ່ງ, ອັດຕະວິໄສ, ຖືຈິດເປັນໃຫຍ່ ຈິ່ງມີບັນດາຂໍ້ຜິດພາດ ແລະ ຈຸດບົກພ່ອງ. ແນວທາງ ປ່ຽນແປງໃໝ່ຂອງກອງປະຊຸມໃຫຍ່ຄັ້ງທີ 6 (ເດືອນທັນວາ 1986) ທັງແກ້ໄຂຂໍ້ບົກພ່ອງ, ທັງປ່ຽນແປງໃໝ່ຈິນຕະນາການດ້ານທິດສະດີ ເພື່ອມີຄວາມຮັບຮູ້ກ່ຽວກັບສັງຄົມນິຍົມ ແລະ ການຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມ ໃຫ້ຈະແຈ້ງກ່ວາເກົ່າ. ແນວທາງປ່ຽນແປງໃໝ່ຂອງພັກໄດ້ຮັບການປະກອມເພີ່ມເຕີມ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ໂຄງການການເມືອງສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ (ປີ 1991) ໄດ້ຮັບການປະກອບເພີ່ມເຕີມ, ພັດທະນາໃນປີ 2011 ແມ່ນການສືບທອດຈິນຕະນາການ ດັ່ງກ່າວ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກສືບຕໍ່ເສີມຂະຫຍາຍທິດສະດີ, ສະຫຼຸບ ພຶດຕິກຳຕົວຈິງ ເພື່ອຊີ້ແຈ້ງຫຼາຍບັນຫາໃໝ່ທີ່ໄດ້ຕັ້ງຂຶ້ນໂດຍຜ່ານການເຄື່ອນເໜັງ ແລະ ພັດທະນາຂອງປະເທດ ແລະ ຍຸກສະໄໝ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກໍໄດ້ເນັ້ນໜັກສາຍພົວພັນລະຫວ່າງຄວາມ ຈົ່ງຮັກພັກດີຕໍ່ລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ ກັບການເສີມຂະຫຍາຍທິດສະດີ, ປ່ຽນແປງໃໝ່ຄວາມຮັບຮູ້ຢ່າງບໍ່ຢຸດຢັ້ງ. ມີຄວາມຈົ່ງຮັກພັກດີແຕ່ບໍ່ສາມາດເສີມຂະຫຍາຍ ກໍຈະຕົກໃສ່ແບບຄຳພີ, ຮັກສາເດີມ ແລະ ຊັກຊ້າ; ມີການເສີມຂະຫຍາຍແຕ່ບໍ່ມີຄວາມ ຈົ່ງຮັກພັກດີ ກໍອາດຈະຕົກໃສ່ລັດທິແກ້, ສວຍໂອກາດ ແລະ ຫຼົງທິດ. ສາຍພົວພັນ ລະຫວ່າງການຢຶດໝັ້ນຫຼັກການກັບການປ່ຽນແປງໃໝ່ຢ່າງປະດິດສ້າງ ຍາມໃດກໍຕ້ອງໄດ້ ຕັ້ງຂຶ້ນຕໍ່ພັກ, ຕໍ່ພະນັກງານ, ສະມາຊິກພັກແຕ່ລະຄົນ, ໂດຍສະເພາະແມ່ນ ພະນັກງານນຳພາ, ຄຸ້ມຄອງຂັ້ນຍຸດທະສາດ - ຖັນແຖວທີ່ມີບົດບາດວາງແຜນແນວທາງ.
ມີຫຼາຍບັນຫາກໍ່ສ້າງພັກດ້ານການເມືອງກຳລັງຕັ້ງຂຶ້ນຕໍ່ແນວທາງ, ແຜນນະໂຍບາຍ ໃຫຍ່, ບັນດານະໂຍບາຍຊີ້ຂາດຍຸດທະສາດຂອງພັກ ຕ້ອງມີວິທີການແກ້ໄຂຢ່າງທັນທ່ວງທີ ແລະ ຕິດພັນກັບການປັບປຸງນະໂຍບາຍ, ກົດໝາຍຂອງລັດໃຫ້ສົມບູນ. ກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ເນັ້ນໜັກເຖິງສາຍພົວພັນ ລະຫວ່າງບັນດາ ກົດເກນຂອງຕະຫຼາດກັບການກຳນົດທິດສັງຄົມນິຍົມ, ລະຫວ່າງລັດກັບຕະຫຼາດ ແລະ ສັງຄົມ. ໃນເງື່ອນໄຂພັກກຳອຳນາດ, ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຂອງ ປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເຊິ່ງນະໂຍບາຍ, ກົດໝາຍຂອງລັດ ແມ່ນການຫັນແນວທາງຂອງພັກເປັນລະບອບລະບຽບ ແລະ ສະນັ້ນ, ໄດ້ມີສາຍພົວພັນ ສະໜິດແໜ້ນກັບການກໍ່ສ້າງພັກດ້ານການເມືອງ. ນະໂຍບາຍ, ກົດໝາຍແຮງໄດ້ຮັບການ ປັບປຸງໃຫ້ສົມບູນ ແລະ ມີປະສິດທິພາບ ແມ່ນການຫັນເອົາແນວທາງ, ໂຄງການການເມືອງຂອງຂອງພັກໃຫ້ປາກົດຜົນເປັນຈິງຢ່າງມີປະສິດທິຜົນ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ປະກອບເພີ່ມເຕີມສາຍພົວພັນໜຶ່ງທີ່ສຳຄັນທີ່ສຸດ ນັ້ນແມ່ນສາຍພົວພັນລະຫວ່າງ ການປະຕິບັດປະຊາທິປະໄຕ ແລະ ການເພີ່ມທະວີລະບຽບກົດໝາຍ, ຮັບປະກັນລະບຽບວິໄນສັງຄົມ. ນີ້ແມ່ນບັນຫາໃຫຍ່ດ້ານການເມືອງ, ສັງຄົມຂອງພັກກອມມູນິດທີ່ກຳອຳນາດ. ທິດນໍາ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນປະຕິບັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມກວດກາ, ປະຊາຊົນຊົມໃຊ້” ກໍແມ່ນຂຶ້ນກັບມາດຕະເກນພັກນຳພາດ້ານການເມືອງ, ສ້າງພື້ນຖານການເມືອງເພື່ອປະຊາຊົນ ແລະ ສະນັ້ນ, ກໍແມ່ນຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງພັກດ້ານການເມືອງ.
ທີສອງ, ຮັກສາທາດແທ້ຊົນຊັ້ນກຳມະກອນຢ່າງໝັ້ນຄົງ, ຍົກສູງຄວາມກ້າຫານທາງດ້ານການເມືອງ ແລະ ລະດັບຄວາມຮູ້, ພູມປັນຍາຂອງພັກ ແລະ ຂອງພະນັກງານ, ສະມາຊິກພັກແຕ່ລະຄົນ, ໂດຍສະເພາະແມ່ນພະນັກງານນຳພາ, ຄຸ້ມຄອງຂັ້ນຍຸດທະສາດ.
ທາດແທ້ຊົນຊັ້ນກຳມະກອນຂອງພັກແມ່ນການເສຍສະຫຼະ ສູ້ຊົນ ເພື່ອເອກະລາດ, ເສລີພາບຂອງຊາດ, ເພື່ອສັງຄົມນິຍົມ, ປົດປ່ອຍຊາດ ຊົນຊັ້ນ ສັງຄົມ ແລະ ມະນຸດຢ່າງທົ່ວເຖິງ; ແມ່ນລັກສະນະນຳໜ້າປະຕິວັດໃນພາລະກິດການຕໍ່ສູ້ປົດປ່ອຍ ແລະ ການສ້າງສາ, ພັດທະນາປະເທດຊາດ ໃຫ້ເຂັ້ມແຂງແຮງກ້າ, ຈະເລີນຮຸ່ງເຮືອງ, ຜາສຸກ; ແມ່ນຜະລິດຕະພັນດ້ານການເມືອງອັນສູງສົ່ງ, ຄຸນສົມບັດການເສຍສະຫຼະ, ສະຕິການຈັດ ຕັ້ງ, ລັກສະນະລະບຽບວິໄນ, ແບບແຜນການເຮັດວຽກຢ່າງຈິງຈັງ, ຈິດໃຈໝູ່ຄະນະຕິດພັນ ກັບທ່າທາງອຸດສາຫະກຳ. ໃນຍຸກສະໄໝການປະຕິວັດວິທະຍາສາດ - ເຕັກໂນໂລຊີ, ເສດ ຖະກິດພູມປັນຍາ, ປັນຍາປະດິດນັບມື້ນັບມີການພັດທະນາຢ່າງແຂງແຮງ, ເຊິ່ງທາດແທ້ ຊົນຊັ້ນກຳມະກອນຍັງແມ່ນລະດັບຄວາມຮູ້, ແມ່ນພື້ນຖານການສຶກສາທີ່ທັນສະໄໝ. ພັກ ແລະ ພະນັກງານ, ສະມາຊິກພັກແຕ່ລະຄົນ, ໂດຍສະເພາະແມ່ນພະນັກງານນຳພາ, ຄຸ້ມ ຄອງຕ້ອງເປັນຕົວແທນດ້ານພູມປັນຍາທີ່ແທ້ຈິງ.
ຄວາມກ້າຫານທາງດ້ານການເມືອງຂອງພັກຕ້ອງໄດ້ຮັບຮູ້ຢ່າງເລິກເຊິ່ງ ຄືກັນກັບເງື່ອນໄຂຮັບປະກັນໃຫ້ພັກປະຕິບັດສຳເລັດ ພາລະກຳຂອງພັກປະຕິວັດທີນຳພາປະເທດ, ສັງຄົມທີ່ແທ້ຈິງ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເນັ້ນໜັກວ່າ ໃນເງື່ອນໄຂໂລກທີ່ມີການຜັນແປຢ່າງສັບສົນ ຄາດຄະເນໄດ້ຍາກນັ້ນ ຕ້ອງຍົກສູງ “ຄວາມສາມາດໃນການຄາດຄະເນ”, ວິໄຈ, ຕີລາຄາພຶດຕິກຳຕົວຈິງຂອງປະເທດ ແລະ “ທ່າອ່ຽງພັດທະນາຂອງຍຸກສະໄໝ” ຢ່າງຖືກຕ້ອງ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ພັກ ແລະ ຖັນແຖວພະນັກງານ, ສະມາຊິກພັກ ຍາມໃດກໍຕ້ອງຍົກສູງຈິດໃຈເອກະລາດ, ເປັນເຈົ້າການ, ປະດິດສ້າງ ແລະ ມີຄວາມ ລະອຽດອ່ອນພິເສດດ້ານການເມືອງ. ບັນດານະໂຍບາຍຊີ້ຂາດດ້ານການເມືອງຂອງພັກ ຕ້ອງຮັບປະກັນຄວາມຖືກຕ້ອງ, ຊັດເຈນ, ບໍ່ຖືກຕົກໃນທ່າຮັບ, ໂດຍບັງເອີນ ໃນບັນດາ ຂົງເຂດທັງໝົດ. ຄວາມກ້າຫານທາງດ້ານການເມືອງຂອງພັກ ຮຽກຮ້ອງໃຫ້ທຸກການຈັດຕັ້ງ, ຄະນະພັກ, ພະນັກງານ, ສະມາຊິກພັກແຕ່ລະຄົນ “ກ່ອນອື່ນໝົດແມ່ນ ພະນັກງານນຳພາ, ຄຸ້ມຄອງຫຼັກແຫຼ່ງຂັ້ນຕ່າງໆ, ພະນັກງານຂັ້ນຍຸດທະສາດ” ຕ້ອງຍົກສູງລັກສະນະການສູ້ຮົບ. ຢຶດໝັ້ນການຕຳໜິ, ລົບລ້າງບັນດາຂໍ້ຜິດພາດ, ຈຸດບົກພ່ອງ, ປົກປ້ອງສິ່ງທີ່ຖືກຕ້ອງ, ປົກປ້ອງພະນັກງານທີ່ກ້າເວົ້າ, ກ້າປະຕິບັດ, ກ້າຮັບຜິດຊອບ ເພື່ອຜົນປະໂຫຍດລວມ; ກ້າປ່ຽນແປງໃໝ່, ປະດິດສ້າງ, ກ້າຜ່ານຜ່າ ແລະ ມີຄວາມກ້າຫານ ຄວາມສາມາດຢ່າງພຽງພໍ ໃນການຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເພື່ອເຮັດລ້ອນໜ້າທີ່.
ກໍ່ສ້າງພັກດ້ານການເມືອງຍາມໃດກໍຕ້ອງກ້າວໄປເຖິງຄວາມສາມາດຫັນເອົາໂຄງ ການການເມືອງ, ແນວທາງຂອງພັກໃຫ້ປະກົດຜົນເປັນຈິງດີທີ່ສຸດ ແລະ ມີປະສິດທິຜົນສູງ ທີ່ສຸດ, ໝາຍຄວາມວ່າ ປະຕິບັດເປົ້າໝາຍດ້ານການເມືອງຂອງພັກ, ຂອງຊົນຊັ້ນ ແລະ ຊົນຊາດ. ຫຼັງຈາກມີແນວທາງທີ່ຖືກຕ້ອງແລ້ວ, ບັນຫາທັງໝົດແມ່ນຂຶ້ນກັບຄວາມສາມາດໃນການປະຕິບັດແນວທາງ, ແມ່ນການເຄືື່ອນໄຫວຕົວຈິງ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກສືບຕໍ່ມີການພິນິດໄສວ່າ ຂອດຈັດຕັ້ງປະຕິບັດຍັງມີຂໍ້ຈຳກັດ, ຈຸດອ່ອນຢ່າງຫຼວງ ຫຼາຍ. ຕ້ອງໄດ້ຍົກສູງຄວາມສາມາດການຫັນເອົາແນວທາງຂອງພັກເປັນອັນລະອຽດ, ເປັນລະບອບລະບຽບ, ເປັນນະໂຍບາຍ, ກົດໝາຍຂອງລັດຕື່ນອີກ, ພ້ອມດຽວກັນນັ້ນ, “ແກ້ໄຂຈຸດອ່ອນໃນການນຳພາ, ຊີ້ນຳ ແລະ ຈັດຕັ້ງປະຕິບັດ”.
ທີສາມ, ກໍ່ສ້າງພັກດ້ານການເມືອງແມ່ນປະຕິບັດປະຊາທິປະໄຕພາຍໃນພັກຢ່າງ ກ້ວາງຂວາງ, ຍົກສູງຄວາມຮັບຜິດຊອບຂອງພັກຕໍ່ປະເທດຊາດ ແລະ ປະຊາຊົນ.
ໃນຂະບວນການປ່ຽນແປງໃໝ່, ພັກໄດ້ຢຶດໝັ້ນການນຳພາສ້າງສາ, ພັດທະນາ ປະເທດຕາມເສັ້ນທາງສັງຄົມນິຍົມ. ໃນພຶດຕິກຳຕົວຈິງຂອງການປ່ຽນແປງໃໝ່ກໍໄດ້ເຮັດໃຫ້ ຄວາມຮັບຮູ້ກ່ຽວກັບສັງຄົມນິຍົມຢູ່ຫວຽດນາມໃຫ້ນັບມື້ນັບຈະແຈ້ງກ່ວາເກົ່າ ບົນພື້ນຖານ 8 ຄຸນລັກສະນະພິເສດທີ່ໄດ້ກໍານົດໃນໂຄງການການເມືອງ (ສະບັບເພີ່ມເຕີມ, ພັດທະນາປີ 2011). ໜຶ່ງໃນບັນດາຄຸນລັກສະນະພິເສດ ນັ້ນແມ່ນການສ້າງສັງຄົມທີ່ “ປະຊາຊົນເປັນເຈົ້າຂອງ”; ຍ້ອນແນວນັ້ນ, ຕ້ອງສ້າງ ແລະ ປັບປຸງພື້ນຖານປະຊາທິປະໄຕສັງຄົມນິຍົມໃຫ້ສົມບູນຢ່າງບໍ່ຢຸດຢັ້ງ. ການປະຕິບັດປະຊາທິປະໄຕສັງຄົມນິຍົມໃນສັງຄົມ ເປັນພື້ນຖານທີ່ສຳຄັນທີ່ສຸດ ແລະ ກໍແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ເພື່ອເສີມຂະຫຍາຍ ແລະ ປະຕິບັດປະຊາທິປະໄຕພາຍໃນພັກຢ່າງກ້ວາງຂວາງ. ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ກໍໄດ້ເນັ້ນໜັກເນື້ອໃນ “ການປະຕິບັດປະຊາທິປະໄຕພາຍໃນພັກຕ້ອງຕິດພັນກັບການເພີ່ມທະວີລະບຽບວິໄນ, ລະບຽບກົດໝາຍພາຍໃນພັກ”. ນັ້ນແມ່ນ ເນື້ອໃນທີ່ຕ້ອງໄດ້ຮັບຮູ້ຢ່າງຈະແຈ້ງ ແລະ ຕ້ອງຢຶດໝັ້ນການປະຕິບັດ. ເມື່ອເລີ່ມຕົ້ນຂະບວນກາປ່ຽນແປງໃໝ່, ພັກໄດ້ເນັ້ນໜັກຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ແບບແຜນການເຮັດວຽກ, ແກ້ໄຂຜ່ານຜ່າສະພາບການອາດຍາສິດ ຫ່າງເຫີນຕົວຈິງ, ຫ່າງເຫີນປະຊາຊົນ; ນຳພາດ້ວຍວິທີການປະຊາທິປະໄຕ ບົນພື້ນຖານການເສີມຂະຫຍາຍປະຊາທິປະໄຕ.
ຕ້ອງມີຄວາມຮັບຮູ້ຢ່າງຈະແຈ້ງ, ເນື້ອໃນກໍ່ສ້າງພັກດ້ານການເມືອງທີ່ໄດ້ກອງ ປະຊຸມໃຫຍ່ຄັ້ງທີ 13 ເນັ້ນໜັກວ່າ ຢັ້ງຢືນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງ ຄົມນິຍົມ. ຢຶດໝັ້ນແນວທາງປ່ຽນແປງໃໝ່ ເພື່ອໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ. ລັກສະນະຢຶດໝັ້ນດັ່ງກ່າວ ໄດ້ສະແດງເຖິງຄວາມຮັບຜິດຊອບອັນສູງສົ່ງຂອງພັກຕໍ່ປະເທດຊາດ ແລະ ປະຊາຊົນ ບົນເສັ້ນທາງພັດທະນາ, ພ້ອມດຽວກັນນັ້ນ, ກໍແມ່ນຄວາມຮັບຜິດຊອບຕໍ່ປະຫວັດສາດ, ຕໍ່ເສັ້ນທາງທີ່ພັກ, ລຸງໂຮ່ ແລະ ປະຊາຊົນຫວຽດນາມໄດ້ເລືອກ - ການເລືອກດັ່ງກ່າວໄດ້ເປັນອັນຂາດ ຕັ້ງແຕ່ປີ 1930 ເມື່ອກຳເນີດພັກກອມມູນິດຫວຽດນາມ. ເປົ້າໝາຍການເມືອງຂອງພັກ, ຂອງຊາດ ແລະ ເສັ້ນທາງພັດທະນາດັ່ງກ່າວ ແມ່ນເສັ້ນທາງໜຶ່ງດຽວທີ່ຖືກຕ້ອງ, ບໍ່ມີອື່ນໄດ້.
ຄວາມຮັບຜິດຊອບດ້ານການເມືອງຂອງພັກຕໍ່ການພັດທະນາຂອງປະເທດ, ຜົນ ປະໂຫຍດຂອງຊາດ-ປະເທດຊາດ ແລະ ຄວາມສະຫງົບສຸກຂອງປະຊາຊົນ ແມ່ນສຳຄັນທີ່ສຸດ. ສິ່ງດັ່ງກ່າວບໍ່ພຽງແຕ່ເປັນພາລະກຳ, ເປັນຫຼັກການເທົ່ານັ້ນ ແຕ່ຍັງເປັນມະໂນທຳ, ກຽດສັກສີຂອງພັກອີກດ້ວຍ. ໃນມາດຕາ 4 ຂອງລັດຖະທຳມະນູນແຫ່ງ ສສ ຫວຽດນາມ ປີ 2013 ໄດ້ລະບຸຢ່າງຈະແຈ້ງວ່າ: “ພັກກອມມູນິດຫວຽດນາມໄດ້ຕິດພັນສະໜິດແໜ້ນກັບປະຊາຊົນ, ຮັບໃຊ້ປະຊາຊົນ, ຢູ່ພາຍໃຕ້ການຕິດຕາມກວດກາດຂອງປະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ ກ່ຽວກັບບັນດາການຕັດສິນຂອງຕົນ”. ຄວາມຮັບຜິດຊອບຂອງບັນດາຄະນະພັກ, ການຈັດຕັ້ງພັກ, ອຳນາດການປົກຄອງ, ໂດຍສະເພາະແມ່ນຄວາມຮັບຜິດຊອບຂອງຜູ້ເປັນຫົວໜ້າ ລ້ວນແຕ່ໄດ້ລະບຸໄວ້ໃນມະຕິຫຼາຍສະບັບຂອງພັກກ່ຽວກັບການກໍ່ພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ສືບຕໍ່ຢັ້ງຢືນສິ່ງດັ່ງກ່າວ. ຄວາມເປັນຈິງໃຫ້ເຫັນວ່າ ຢູ່ຂະແໜງການໃດ, ຂົງເຂດໃດ, ທ້ອງຖິ່ນ, ຫົວໜ່ວຍໃດ ທີ່ຄວາມຮັບຜິດຊອບດ້ານການເມືອງໄດ້ຮັບການຍົກສູງ ແລະ ປະຕິບັດຢ່າງຈິງຈັງ, ຢູ່ບ່ອນນັ້ນຈະຍາດໄດ້ຜົນງານໃນການພັດທະນາຢ່າງຫຼວງຫຼາຍ, ຄວາມເຊື່ອໝັ້ນຂອງປະຊາຊົນໄດ້ຮັບການຜັບປຸງ, ຄວາມສາມາດໃນການນຳພາ, ຄວາມສາມາດກຳອຳນາດ ແລະ ກຳລັງແຮງສູ້ຮົບຂອງການຈັດຕັ້ງພັກ ໄດ້ຮັບການຍົກສູງ. ທຸກປາກົດການເມີນເສີຍ, ບໍ່ສົນໃຈ, ບໍ່ມີຄວາມຮັບຜິດຊອຍ ລ້ວນແຕ່ເຮັດໃຫ້ເກີດຜົນຍ້ອນຫຼັງອັນຫຍໍ້ທໍ້ ຕໍ່ພາລະກິດປະຕິວັດຂອງຊາດ, ຍ້ອນແນວນັ້ນ, ທຸກການຈັດຕັ້ງພັກ ແລະ ຖັນແຖວພະນັກງານ, ສະມາຊິກພັກຂອງລະບົບການເມືອງ ຕ້ອງມີຄວາມເປັນເຈົ້າການໃນການສະກັດກັ້ນ, ຕີຖອຍຢ່າງຈິງຈັງ; ປະກອບສ່ວນເຂົ້າໃນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ເພື່ອສົມກັບຄວາມເຊື່ອໝັ້ນ ແລະ ຄວາມຮັກແພງຂອງປະຊາຊົນ./.
--------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສນຈ. ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 1, ໜ້າ 48.
(2) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 320.
(3), (4), (5) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 508, 509, 511.
(6) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 3, ໜ້າ 117.
(7) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄົບຊຸດ, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2000, ເຫຼັ້ມ 7, ໜ້າ 113.
(8) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 312.
(9) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 7, ໜ້າ 27.
(10), (11), (12) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 10, ໜ້າ 390, 391, 391.
(13), (14) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 11, ໜ້າ 92.
(15) ໂຮ່ຈີມິນ: ນິພົນຄົບຊຸດ, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 5, ໜ້າ 301.
(16), (17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 180 - 181, 95.
(18) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13, ປຶ້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 225 – 226.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບເລກທີ 988 (ເດືອນເມສາ 2022)