ການທູດຫຼາຍຝ່າຍ - ທັດສະນະແລະວິໄສທັດການພັດທະນາ
ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
ການທູດຫຼາຍຝ່າຍ - ວິທີການເຂົ້າເຖິງທາງທິດສະດີ
ການທູດຫຼາຍຝ່າຍແມ່ນຮູບແບບໜຶ່ງຂອງກິດຈະກຳທາງການທູດ ທີ່ມີຜູ້ມີບົດບາດໃນການພົວພັນສາກົນຕັ້ງແຕ່ສາມຄົນຂຶ້ນໄປ (ສ່ວນໃຫຍ່ແມ່ນປະເທດ-ຊາດ) ເຂົ້າຮ່ວມໃນຂະບວນການເຈລະຈາ ຕັດສິນຕົກລົງໃນເວລາດຽວກັນ ແລະ ຕອບສະໜອງຕໍ່ຄວາມຕ້ອງການທີ່ແຕກຕ່າງກັນຫຼວງຫຼາຍ ໃນບັນຫາໃດບັນຫາໜຶ່ງໂດຍສະເພາະ(1). ຮູບແບບຕົ້ນຕໍແລະທົ່ວໄປຂອງການທູດຫຼາຍຝ່າຍໃນປະຈຸບັນແມ່ນ ອົງການຈັດຕັ້ງສາກົນ (ທີ່ມີລັກສະນະແຕກຕ່າງກັນ ຈາກອົງການທີ່ມີລັກສານະຊຸມຊົມ, ອົງການພັນທະມິດ ຈົນເຖິງອົງການຮ່ວມມືທີ່ມີຄໍາໝັ້ນສັນຍາງ່າຍໆ; ໃນລະດັບທີ່ແຕກຕ່າງກັນ, ເຊັ່ນ: ພາກພື້ນ, ລະຫວ່າງພາກພື້ນ, ທົ່ວໂລກ; ໃນບັນດາຂົງເຂດທີ່ຫຼາກຫຼາຍ: ເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ); ບັນດາເວທີປາໄສ, ສະມາຄົມ (ມີລັກສະນະແລະຂະໜາດທີ່ຫຼາກຫຼາຍ ແຕ່ມີຄວາມຜູກພັນທີ່ຫຼວມແຫຼວກວ່າ); ບັນດາຂະບວນການ, ກອງປະຊຸມ, ກອງປະຊຸມສຳມະນາ ແລະ ອື່ນໆ (ຂະໜາດທີ່ຫຼາກຫຼາຍ, ບໍ່ມີຂໍ້ຜູກມັດຫຼາຍ ເພື່ອແກ້ໄຂບັນຫາໜຶ່ງຫຼືສອງສາມບັນຫາ ທີ່ເກີດຂຶ້ນເອງຫຼືປະຈຳປີ).ການອະພິປາຍລະດັບສູງຂອງກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດສະໄໝທີ 76 ຢູ່ສຳນັກງານໃຫຍ່ຂອງສະຫະປະຊາຊາດ ໃນນິວຢອກ, ສະຫະລັດອາເມລິກາ _ແຫຼ່ງ: UN
ໃນການທູດຫຼາຍຝ່າຍ, ຜົນປະໂຫຍດຍາມໃດກໍເປັນປັດໄຈກຳນົດພຶດຕິທໍາຂອງ ອັດຕະພາບ. ໃນແຕ່ລະຈຸດເວລາແລະສະພາບການທີ່ແຕກຕ່າງກັນ, ບັນດາປະເທດຕ່າງມີຜົນປະໂຫຍດທີ່ແຕກຕ່າງກັນ, ນຳໄປສູ່ການກໍ່ຕົວຂອງແຮງກະຕູ້ນຊຸກຍູ້ການເຂົ້າຮ່ວມຂອງບັນດາອັດຕະພາບ ແລະ ເວລານຳໃຊ້ບັນດາຮູບແບບການທູດຫຼາຍຝ່າຍທີ່ແຕກຕ່າງກັນໃນການພົວພັນສາກົນ. ໃນປະຈຸບັນ, ອັດຕະພາບຂອງການພົວພັນສາກົນ (ພື້ນຖານທີ່ສຸດແມ່ນລັດປະເທດອະທິປະໄຕທີ່ເປັນເອກະລາດ) ເຂົ້າຮ່ວມການທູດຫຼາຍຝ່າຍຢ່າງຟົດຟື້ນພໍສົມຄວນ ເຊິ່ງສະແດງໃຫ້ເຫັນວ່າ ການທູດຫຼາຍຝ່າຍກຳລັງຕອບສະໜອງຜົນປະໂຫຍດຂອງອັດຕະພາບຕ່າງໆ. ຈຸດທີ່ຄວນເອົາໃຈໃສ່ໃນການທູດຫຼາຍຝ່າຍແມ່ນ ການທຽບຄຽງກຳລັງ ແລະ ກຳລັງແທ້ຈິງຂອງປະເທດ. ນີ້ແມ່ນພື້ນຖານທີ່ສໍາຄັນຂອງລະບຽບໂລກ ແລະເປັນພື້ນຖານເພື່ອກຳນົດ “ສະໜາມຫຼິ້ນ” ແລະຫຼັກການປະຕິບັດ (“ກົດລະບຽບ”) ໃນການພົວພັນສາກົນເວົ້າລວມ ແລະ ເວົ້າສະເພາະແມ່ນການທູດຫຼາຍຝ່າຍ; ມີບົດບາດສໍາຄັນໃນການກໍານົດພຶດຕິກໍາແລະອິດທິພົນໃນຂະບວນການເຈລະຈາ. ພ້ອມດຽວກັນນັ້ນ, ກຳລັງແທ້ຈິງຂອງປະເທດ - ໄດ້ຖືວ່າເປັນປັດໄຈພື້ນຖານຂອງການວາງແຜນແລະປະຕິບັດນະໂຍບາຍການຕ່າງປະເທດ - ກໍໄດ້ຕັດສິນການກະທຳຂອງປະເທດໃນການທູດຫຼາຍຝ່າຍ. ຍ້ອນແນວນັ້ນ, ບັນດາປະເທດໃຫຍ່ມີການກະທຳຕາມທິດທາງຄອບງຳ ແລະ “ເກື້ອກູນ” ໃຫ້ແກ່ລະບອບລະບຽບຫຼາຍຝ່າຍ, ສ່ວນບັນດາປະເທດນ້ອຍຈະເຄື່ອນໄຫວຕາມທິດຍອມຮັບ, ປະຕິບັດຕາມ ແລະ “ຮ່ວມນຳ”(2).
ຄຽງຄູ່ກັນນັ້ນ, ການກະທຳຂອງປະເທດກໍໄດ້ຂຶ້ນຢູ່ກັບລະດັບການຫັນເປັນລະບອບ ລະບຽບຂອງບັນດາການຈັດຕັ້ງຫຼາຍຝ່າຍ. ການຈັດຕັ້ງຫຼາຍຝ່າຍທີ່ມີລະດັບການຫັນເປັນ ລະບອບລະບຽບສູງ ຈະມີຄວາມສາມາດສູງກ່ວາ ໃນການບັງຄັບໃຫ້ບັນດາປະເທດຕ້ອງ ປະຕິບັດຕາມລະບຽບກົດໝາຍ ແລະ ກົງກັນຂ້າມ, ມີລະດັບການຫັນເປັນລະບອບ ລະບຽບຕ່ຳ ຈະເຮັດໃຫ້ທ່າອ່ຽງບໍ່ປະຕິບັດຕາມລະບຽບກົດໝາຍເກີດຂຶ້ນຫຼາຍກ່ວາ(3).
“ກົດລະບຽບ” (ຫຼັກການ, ຂໍ້ບັງຄັບ) ຂອງສະຖາບັນຫຼາຍຝ່າຍສາກົນກໍໄດ້ສົ່ງເສີມ ຫຼື ມີອິດທິພົນຕໍ່ພຶດຕິທຳຂອງລັດທີ່ເຂົ້າຮ່ວມ. ບັນດາຮູບແບບການທູດຫຼາຍຢ່າຍທີ່ແຕກຕ່າງກັນຈະມີ “ກົດລະບຽບ” ທີ່ຕ່າງກັນ. ແຕ່ຈຸດລວມຂອງບັນດາຮູບແບບການທູດຫຼາຍຝ່າຍແມ່ນຜະລິດຕະພັນຫຼືໝາກຜົນຕົ້ນຕໍແມ່ນ ບັນດາບົດບັນທຶກການຮ່ວມມືສາກົນຫຼາຍຝ່າຍເອງ ແຕ່ຈຸດລວມຂອງບັນດາຮູບແບບການທູດຫຼາຍຝ່າຍແມ່ນບັນດາຜະລິດຕະພັນ ຫຼືໝາກຜົນຕົ້ນຕໍແມ່ນ ສັນຍາສາກົນຫຼາຍຝ່າຍ. ຂໍ້ຕົກລົງເຫຼົ່ານີ້ແມ່ນ “ກົດລະບຽບ” ທີ່ຈໍາກັດພຶດຕິກໍາຕໍ່ມາຂອງອັດຕະພາບໃນການທູດຫຼາຍຝ່າຍ. ຍ້ອນແນວນັ້ນ, ໃນຂະບວນວິວັດແຫ່ງການກໍ່ຮ່າງສ້າງຕົວ “ກົດລະບຽບ”, ປະເທດໃດໄດ້ເຂົ້າຮ່ວມການເຈລະຈາ ແລະ ມີແນວຄວາມຄິດທີ່ໄດ້ຍອມຮັບ ແລະ ຮັບຮອງແນວຄວາມຄິດດັ່ງກ່າວໃນຜະລິດຕະພັນສຸດທ້າຍຂອງການທູດຫຼາຍຝ່າຍ, ປະເທດນັ້ນຈະຢືນຢັນຜົນປະໂຫຍດ ແລະ ຖານະບົດບາດຂອງຕົນໄດ້ໃນ “ສະໜາມເກມ” ຫຼາຍຝ່າຍນີ້. ນີ້ຈະເປັນພື້ນຖານອັນສຳຄັນເພື່ອໃຫ້ປະເທດອຳນວຍຄວາມສະດວກດ້ານສິ່ງແວດລ້ອມ ເພື່ອພຶດຕິກຳໃນອະນາຄົດ. ແຕ່, ຍ້ອນອະທິປະໄຕຂອງປະເທດ, ລະບອບລະບຽບຍັງບໍ່ທັນສົມບູນແບບ ແລະ ຄວາມສາມາດຕອບສະໜອງຄວາມຕ້ອງການຂອງຝ່າຍຕ່າງໆໃນສັນຍາສາກົນຫຼາຍຝ່າຍ, ດັ່ງນັ້ນ “ກົດລະບຽບ” ຂອງບັນດາສະຖາບັນຫຼາຍຝ່າຍຜູກມັດຜຶດຕິກຳຂອງລັດພຽງບາງສ່ວນເທົ່ານັ້ນ, ເພາະເມື່ອຈໍາເປັນ, ອັດຕະພາບ (ລັດ) ຈະອ້າງເຫດຜົນດ້ານອຳນາດອະທິປະໄຕແລະຜົນປະໂຫຍດຂອງຊາດ ເພື່ອໃຫ້ສາມາດເພີກເສີຍຕໍ່ “ກົດລະບຽບ” ເຫຼົ່ານີ້ (4).
ໃນຄວາມເປັນຈິງ, ພຶດຕິກໍາຂອງອັດຕະພາບນັ້ນຂ້ອນຂ້າງຫຼາກຫຼາຍ. ແຕ່ເວົ້າລວມແລ້ວ, ອັດຕະພາບທີ່ເຂົ້າຮ່ວມການທູດຫຼາຍຝ່າຍປະຕິບັດຕາມພຶດຕິກຳພື້ນຖານສາມປະການຄື: 1- ອັດຕະພາບທີ່ເປັນສະມາຊິກຕ້ອງຍອມຮັບແລະປະຕິບັດຕາມ “ກົດລະບຽບ” ທົ່ວໄປ (rule taker - ຜູ້ຮັບກົດ); 2- ການໝູນໃຊ້ “ກົດລະບຽບ” ຫຼືຊ່ອງຫວ່າງຂອງກົດໝາຍ ເພື່ອຜົນປະໂຫຍດຂອງຊາດ-ປະເທດຊາດຂອງຕົນ (rule manipulator - ຜູ້ຄວບຄຸມກົດ); 3- ການປ່ຽນແປງ, ປັບປຸງ ຫຼື ສ້າງ “ກົດລະບຽບ” ໃໝ່ ເພື່ອປັບຕົວເຂົ້າກັບຖານະບົດບາດແລະກຳລັງແທ້ຈິງໃໝ່ (rule maker ຫຼື shaper)(5). ອັດຕະພາບສາມາດປ່ຽນພຶດຕິກຳຂອງຕົນໄດ້ຕາມຜົນປະໂຫຍດ, ການທຽບຄຽງກຳລັງ, “ກົດລະບຽບ” ແລະ “ສະໜາມຫຼິ້ນ” ຫຼາຍຝ່າຍໃນເວລາແລະບັນຫາຕ່າງໆ. ນອກຈາກນັ້ນ, ອັດຕະພາບໃດໜຶ່ງໃນເວລາໜຶ່ງສາມາດມີໜຶ່ງຫຼືສອງ, ແມ່ນແຕ່ສາມພຶດຕິກຳ ໃນການເຄື່ອນໄຫວທາງການທູດຫຼາຍຝ່າຍທີ່ແຕກຕ່າງກັນ.
ໃນສະຕະວັດທີ 21, ທັດສະນະແລະການເຄື່ອນໄຫວການທູດຫຼາຍຝ່າຍຂອງ ບັນດາປະເທດສ່ວນຫຼາຍມີຄວາມອຸດົມສົມບູນ, ຈະແຈ້ງ ແລະ ມີລັກສະນະສະເພາະ. ຕົວຢ່າງເຊັ່ນ ອາເມລິກາ ສະແຫວງຫາລັດທິຫຼາຍຝ່າຍທີ່ມີການຄັດເລືອກ ແລະ ລັດທິຫຼາຍຝ່າຍທີ່ມີປະສິດທິຜົນ ບົນພື້ນຖານທັດສະນະການສ້າງລະບົບຫຼາຍຝ່າຍທີ່ນຳໂດຍອາເມລິກາແລະບັນດາປະເທດຕາເວັນຕົກ ເພື່ອສາມາດສ້າງອິດທິພົນຕໍ່ປະເທດອື່ນໆ. ການທູດຫຼາຍຝ່າຍຂອງອາເມລິກາຄົງຕົວພ້ອມກັບການທູດສອງຝ່າຍ ແລະ ມີລັກສະນະອັດຖະປະໂຫຍດ. ສະຫະລັດອາເມລິກາເລືອກທີ່ຈະພັດທະນາ ຫຼືເຮັດພໍແລ້ວມື ຫຼືປະຖິ້ມການທູດຫຼາຍຝ່າຍ ຕາມການຄິດໄລ່ດ້ານຜົນປະໂຫຍດຂອງຕົນເອງ ໃນຈຸດເວລາທີ່ແຕກຕ່າງກັນ. ສິ່ງດັ່ງກ່າວສະແດງອອກຢ່າງຈະແຈ້ງໃນພຶດຕິກຳການທູດຫຼາຍຝ່າຍຂອງອາເມລິກາໃນຕົວຈິງຈະມີທ່າອ່ຽງບັງຄັບ “ກົດລະບຽບ” ເພື່ອຮັບປະກັນຜົນປະປະໂຫຍດຂອງຊາດ ແຕ່ອາເມລິກາກໍໍ່ເຕັມໃຈທີ່ຈະອອກຈາກອົງການຫຼາຍຝ່າຍເກົ່າ ແລະລິເລີ່ມສ້າງຕັ້ງສະຖາບັນຫຼາຍຝ່າຍໃໝ່ ເພື່ອຜົນປະໂຫຍດຂອງອາເມລິກາເອງ.
ຣັດເຊຍ ຍາມໃດກໍມີແຜນນະໂຍບາຍຕິດພັນກັບບັນດາຫຼັກການຂອງລັດທິຫຼາຍ ຝ່າຍຢ່າງເລິກເຊິ່ງ(6). ຣັດເຊຍກໍຖືເປັນສຳຄັນບັນດາກົນໄກຫຼາຍຝ່າຍຄືກັນກັບຮູບການ ເຕົ້າໂຮມກຳລັງໜຶ່ງ ເພື່ອຟື້ນຟູຄວາມຈະເລີນຂອງປະເທດຄືນໃໝ່ ແລະ ສະກັດກັ້ນອິດ ທິພົນຂອງຕາເວັນຕົກ. ການທູດຫຼາຍຝ່າຍຂອງຣັດເຊຍໄດ້ກະຈາຍດ້ານລວງກ້ວາງໃນລະດັບໂລກ, ພາກພື້ນ ຈົນເຖິງອະນຸພາກພື້ນ, ມີລັກສະນະເລືອກເຟັ້ນບົນພື້ນຖານບັນ ດາທັດສະນະຄື: 1- “ການນຳພາເປັນໝູ່ຄະນະຂອງບັນດາປະເທດແຖວໜ້າ” ເພື່ອພ້ອມກັນມີຄວາມຮັບຜິດຊອບໃນການແກ້ໄຂບັນດາບັນຫາໂລກາພິວັດ, ແຕກຕ່າງຈາກທັດສະນະນຳພາຂອງມະຫາອຳນາດ; 2- ໃນການທູດຫຼາຍຝ່າຍ, ນະໂຍບາຍຫຼາຍຝ່າຍ ຕ້ອງໄດ້ມີການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ຣັດເຊຍບໍ່ຍອມຮັບການ ຕັດສິນໃດໜຶ່ງທີ່ຍັງບໍ່ທັນໄດ້ຮັບຮອງ (ຕົວຢ່າງ, ການຕັດສິນຕົກລົງຂອງອົງການສົນທິສັນຍາອັດລັງຕິກເໜືອ ຫຼື ສະຫະພາບເອີຣົບ ທີ່ຣັດເຊຍບໍ່ໄດ້ເປັນພາຄີ ຈະເປັນໂມຂະ); 3- ການທູດຫຼາຍຝ່າຍຕ້ອງກາຍເປັນພື້ນຖານ, ສ່ອງແສງການແບ່ງສິດອຳນາດໃນໂລກຫຼາຍຂົ້ວທີ່ກຳລັງພັດທະນາໃໝ່, ປະກອບມີ: ຈີນ, ອິນເດຍ, ບຣາຊີນ ເຊິ່ງຣັດເຊຍຖືເປັນສຳຄັນທີ່ສຸດ(7).
ຈີນ ໃນປະຈຸບັນກຳລັງສະແດງໃຫ້ເຫັນເຖິງແນວທາງທີ່ແຂງແຮງແລະແຜ່ຫຼາຍໃນການທູດຫຼາຍຝ່າຍ, ໂດຍສະເພາະຢ່າງຍິ່ງກັບອະນຸພາກພື້ນ, ພາກພື້ນ ແລະ ອົງການຂະໜາດໃຫຍ່ທີ່ມີຄວາມຫຼາກຫຼາຍໃນຫຼາຍຂົງເຂດ. ຈີນເລີ່ມຢັ້ງຢືນຖານະບົດບາດ, ກຳ ລັງແຮງ ແລະ ການນຳພາຂອງຕົນ ໃນຫຼາຍສະຖາບັນຫຼາຍຝ່າຍ ໂດຍຜ່ານການເຂົ້າຮ່ວມບັນດາກົນໄກດ້ວຍຄວາມຄິດສ້າງສັນຫຼາຍຝ່າຍ, ການລົງທຶນ ແລະ ການປະກອບສ່ວນທີ່ຕັ້ງໜ້າ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ, ການເຂົ້າຮ່ວມການຄຸ້ມຄອງທົ່ວໂລກ, ແລະຊຸກຍູ້ “ອຳນາດອ່ອນ” ຂອງຈີນ. ຈີນສະເໜີຫຼັກຄຳສອນກ່ຽວກັບໂລກທີ່ກົມກຽວກັນ ເຊິ່ງເນັ້ນໜັກເຖິງບົດບາດຂອງອົງການຈັດຕັ້ງຫຼາຍຝ່າຍ - ຮ່ວມມືນຳກັນເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ຕ້ອງເຄົາລົບນັບຖືຄວາມຫຼາກຫຼາຍດ້ານວັດທະນະທຳ ແລະ ລະບົບການເມືອງ, ບັນດາປະເທດກຳລັງພັດທະນາມີສິດຕົດສິນຫຼາຍກວ່າ. ຈີນດຳເນີນການເຄື່ອນໄຫວຫຼາຍຝ່າຍຢ່າງຕັ້ງໜ້າ, ເຜີຍແຜ່ແນວຄິດໃໝ່, ສົ່ງຂໍ້ຄວາມໃໝ່ ກ່ຽວກັບການສ້າງໂລກທີ່ກົມກຽວ ແລະເປັນປະຊາທິປະໄຕ, ສ້າງລະບຽບເສດຖະກິດໂລກໃໝ່, ໂດຍສະເພາະແມ່ນ ຈີນສະແດງຄວາມເຫັນວ່າຈະບໍ່ເຂົ້າຮ່ວມພັນທະມິດ(8).
ທັດສະນະແລະການເຄື່ອນໄຫວທາງການທູດຫຼາຍຝ່າຍຂອງຫວຽດນາມ
ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
ໃນເວລາທີ່ຜ່ານມາ, ຫວຽດນາມບັນລຸໄດ້ບັນດາໝາກຜົນສຳຄັນຈຳນວນໜຶ່ງທາງດ້ານການຕ່າງປະເທດ. ການເຊື່ອມໂຍງເສດຖະກິດສາກົນມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະເລິກເຊິ່ງໃນຫຼາຍລະດັບ ຕັ້ງແຕ່ພາກພື້ນຈົນເຖິງທົ່ວໂລກ, ມີຮູບການທີ່ຫຼາກຫຼາຍ ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາອົງການ, ເວທີປາໄສ, ກອງປະຊຸມຫຼາຍຝ່າຍສາກົນ, ໂດຍສະເພາະແມ່ນ ປະຊາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ສະຫະປະຊາຊາດ ແລະ ເວທີຮ່ວມມືເສດຖະກິດອາຊີ-ປາຊີຟິກ (ເອເປກ); ເຂົ້າຮ່ວມການລົງນາມໃນສັນຍາການຄ້າເສລີສອງຝ່າຍ, ສັນຍາການຄ້າເສລີຫຼາຍຝ່າຍແບບໃໝ່, ພົ້ນເດັ່ນແມ່ນ ສັນຍາການຄ້າເສລີຫວຽດນາມແລະສະຫະພາບເສດຖະກິດ ອາຊີ-ເອີຣົບ (VN - EAEU FTA), ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EVFTA). “ການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ສືບຕໍ່ໄດ້ຮັບການເປີດກວ້າງແລະເຂົ້າສູ່ລວງເລິກ, ສ້າງກອບການພົວພັນກັບບັນດາຄູ່ຮ່ວມມືຢ່າງໝັ້ນຄົງ ແລະຍືນຍົງ. ມີຄວາມເປັນເຈົ້າການໃນການເຂົ້າຮ່ວມການສ້າງບັນດາຫຼັກການ, ມາດຕະຖານໃນສະຖາບັນຫຼາຍຝ່າຍຕ່າງໆ ຂອງພາກພື້ນ ແລະທົ່ວໂລກ”(9).
ບົນພື້ນຖານດັ່ງກ່າວ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ (ເດືອນມັງກອນ 2021) ໄດ້ວາງທັດສະນະການພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະແມ່ນທັດສະນະການພົວພັນຕ່າງປະເທດ, ນັ້ນແມ່ນ: 1- ຮັບປະກັນສູງສຸດຜົນປະໂຫຍດຂອງຊາດ - ປະເທດຊາດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະກົດໝາຍສາກົນ, ສະເໝີພາບ, ການຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ສືບຕໍ່ພັດທະນາປະເທດຢ່າງໄວວາແລະຍືນຍົງ; 2- ປຸກລະດົມນ້ຳໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍເອງຂອງຊົນຊາດ, ກຳລັງແຮງມະຫາສາມັກຄີປວງຊົນທັງຊາດ ແລະ ຄວາມປາຖະໜາອັນແຮງກ້າໃນການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ ແລະ ມີຄວາມຜາສຸກ; 3- ສົມທົບລະຫວ່າງກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ; ຍົກສູງເຈດຈຳນົງເອກະລາດ, ເປັນເຈົ້າຕົນເອງ, ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກັນຢ່າງຕັ້ງໜ້າ ແລະ ຍົກສູງປະສິດທິຜົນການຮ່ວມມືສາກົນ, ເສີມຂະຫຍາຍສຸດຂີດກຳລັງແຮງພາຍໃນ, ຍາດແຍ່ງກຳລັງແຮງພາຍນອກ, ໃນນັ້ນ, ແຫຼ່ງກຳລັງພາຍໃນ, ໂດຍສະເພາະຊັບພະຍາກອນມະນຸດ ເປັນສຳຄັນທີ່ສຸດ(10). ເຖິງວ່າ ທັດສະນະກ່ຽວກັບການພົວພັນທາງການທູດຫຼາຍຝ່າຍ(11) ຍັງບໍ່ທັນໄດ້ລວມຢ່າງເປັນທາງການແລະເປັນເອກະລາດ ໃນເອກະສານຂອງພັກກອມມູນິດຫວຽດນາມກໍຕາມ ແຕ່ບັນດາທັດສະນະຂ້າງເທິງນີ້ ຖືວ່າເປັນປະຖົມປັດໄຈພື້ນຖານ (ຫຼັກການ, ທິດນຳ) ໃຫ້ແກ່ນະໂຍບາຍ ແລະ ການກະທຳ (ການເຄື່ອນໄຫວ) ໃນການທູດຫຼາຍຝ່າຍ.
ໃນກອງປະຊຸມໃຫຍ່ຄັ້ງທີ 13, ພັກກອມມູນິດຫວຽດນາມໄດ້ຢັ້ງຢືນເປົ້າໝາຍ ຂອງການພົວພັນຕ່າງປະເທດຄື: “ສືບຕໍ່ປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ການພົວພັນເປັນຫຼາຍຮູບຫຼາຍແບບ ຫຼາຍກ້ຳຫຼາຍຝ່າຍ; ມີຄວາມເປັນເຈົ້າການ ແລະ ເຊື່ອມໂຍງສາກົນຢ່າງຕັ້ງໜ້າ, ຮອບດ້ານ, ກ້ວາງຂວາງ, ເລິກເຊິ່ງ ແລະ ມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບ ສະຖຽນລະພາບ, ຍົກສູງຖານະບົດບາດ ແລະ ອິດທິພົນທາງສາກົນຂອງຫວຽດນາມຢ່າງບໍ່ຢຸດຢັ້ງ”(12); ແຕ່ວ່າ ພັກຍັງບໍ່ທັນໄດ້ເວົ້າເຖິງການທູດຫຼາຍຝ່າຍ, ພຽງແຕ່ມີຄວາມໝາຍແອບແຝງ ໃນກຸ່ມຄຳສັບ “ຫັນເປັນການພົວພັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ” ເທົ່ານັ້ນ. ພັກກອມມູນິດຫວຽດນາມໄດ້ຊີ້ແຈ້ງວ່າ: “ຍູ້ແຮງການພົວພັນຕ່າງປະເທດສອງຝ່າຍ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ມີຄວາມເປັນເຈົ້າການໃນການເຂົ້າຮ່ວມ ແລະ ເສີມຂະຫຍາຍບົດບາດຂອງຫວຽດນາມ ໃນບັນດາກົນໄກຫຼາຍຝ່າຍ, ພິເສດແມ່ນ ອາຊຽນ, ສະຫະປະຊາຊາດ, ເອເປກ, ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ກອບການຮ່ວມມືພາກພື້ນ ແລະ ສາກົນອື່ນໆ, ໃນບັນດາບັນຫາແລະກົນໄກສຳຄັນຕ່າງໆ ທີ່ມີລະດັບຍຸດທະສາດ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ, ຄວາມສາມາດ ແລະ ເງື່ອນໄຂຕົວຈິງ…; ມີຄວາມເປັນເຈົ້າການ, ຄວາມຕັ້ງໜ້າ ແລະ ຄວາມຮັບຜິດຊອບພ້ອມກັບບັນດາປະເທດອາຊຽນ ສ້າງປະຊາຄົມອາຊຽນທີ່ມີຄວາມສາມັກຄີກັນ ແລະອື່ນໆ. ມີຄວາມເປັນເຈົ້າການໃນການເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕາມຈິນຕະນາການໃໝ່ ກ່ຽວກັບການປົກປັກຮັກສາປະເທດຊາດຢ່າງຕັ້ງໜ້າ”(13). ໃນຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ, 10 ປີ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ເປົ້າໝາຍແລະໜ້າທີ່ຈຸດສຸມເຖິງວ່າຍັງບໍ່ໄດ້ເວົ້າເຖິງການພົວພັນຕ່າງປະເທດຫຼາຍຝ່າຍ ເຊິ່ງພຽງແຕ່ເວົ້າເຖິງວຽກງານພົວພັນຕ່າງປະເທດແບບລວມຄື: “ຮັກສາຄວາມເປັນເອກະລາດ, ເປັນເຈົາຕົນເອງ, ສືບຕໍ່ຍົກສູງຄຸນນະພາບ ແລະປະສິດທິຜົນ ຂອງການເຄື່ອນໄຫວພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນຢ່າງໝັ້ນຄົງ”(14), ແຕ່ໃນພາກທິດທາງ, ໜ້າທີ່, ວິທີການແກ້ໄຂການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ, ພັກກອມມູນິດຫວຽດນາມພັດໄດ້ເວົ້າເຖິງຢ່າງລະອຽດ, ວ່າ: “ເພີ່ມທະວີການຮ່ວມມືສາກົນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະຕິບັດໜ້າທີ່ ເຂົ້າຮ່ວມການຮັກສາສັນຕິພາບ ຂອງສະຫະປະຊາຊາດ ໃຫ້ໄດ້ຜົນຢ່າງດີ”. ພິເສດ, ໃນທິດທາງພົວພັນຕ່າງປະເທດ, ພັກຂອງເຮົາສືບຕໍ່ຢັ້ງຢືນ ແລະຂະຫຍາຍທັດສະນະທີ່ໄດ້ລະບຸໃນຄຳສັ່ງຂອງຄະນະເລຂາທິການສູນກາງສະບັບເລກທີ 25-CT/TW, ລົງວັນທີ 8 ສິງຫາ 2018, “ວ່າດ້ວຍການຍູ້ແຮງແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030”, ນັ້ນແມ່ນ: ຍູ້ແຮງແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ສົມທົບກັບການພົວພັນຕ່າງປະເທດສອງຝ່າຍ ຢ່າງແໜ້ນແຟ້ນ, ປະຕິບັດບັນດາໜ້າທີ່ສຳຄັນທາງສາກົນໃຫ້ໄດ້ເປັນຢ່າງດີ, ໂດຍສະເພາະແມ່ນໃນອາຊຽນ, ສະຫະປະຊາຊາດ ແລະ ກອບການຮ່ວມມືຢູ່ອາຊີ - ປາຊີຟິກ ຕ່າງໆ(15).
ເວົ້າລວມແລ້ວ, ຫວຽດນາມໄດ້ກຳນົດວ່າ ການທູດຫຼາຍຝ່າຍແມ່ນເນື້ອໃນສຳຄັນ ໜຶ່ງໃນທັດສະນະກ່ຽວກັບການພົວພັນຕ່າງປະເທດ ດ້ວຍການນຳໃຊ້ກຸ່ມຄຳສັບ “ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ” ຫຼາຍເທື່ອໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ພ້ອມດຽວກັນນັ້ນ, ທັດສະນະກ່ຽວກັບການທູດຫຼາຍຝ່າຍໄດ້ກຳນົດຢ່າງລະ ອຽດພໍສົມຄວນ ເຊັ່ນ: ຄູ່ຮ່ວມມືຈຸດສຸມແມ່ນອາຊຽນ, ສະຫະປະຊາຊາດ, ເອເປກ, ການ ຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ອື່ນໆ; ຂົງເຂດທີ່ໄດ້ຮັບການບູລິມະສິດແມ່ນເສດ ຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະອື່ນໆ; ທັດສະນະກ່ຽວກັບທ່າທີ່ເຂົ້າຮ່ວມການທູດຫຼາຍຝ່າຍແມ່ນ ມີຄວາມເປັນເຈົ້າການ ແລະ ຕັ້ງໜ້າ. ໃນຕໍ່ໜ້າ, ການທູດຫຼາຍຝ່າຍຂອງຫວຽດນາມໄດ້ພັກກອມມູນິດຫວຽດນາມກຳນົດວ່າ: “ຜັນຂະຫຍາຍບັນດາຄຳໝັ້ນສັນຍາລະດັບພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ, ສົມທົບກັບບັນດາຍຸດທະ ສາດ, ນະໂຍບາຍ, ແຜນການ ແລະ ແຜນງານພັດທະນາເສດຖະກິດ-ສັງຄົມ. ເປັນເຈົ້າການໃນການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ, ຍົກສູງບົດບາດຂອງວຽດນາມໃນການສ້າງແລະກຳນົດບັນດາກາລະບອບລະບຽບຫຼາຍຝ່າຍ ແລະ ລະບຽບການການເມືອງ - ເສດຖະກິດສາກົນ, ປະຕິບັດບັນດາຄໍາໝັ້ນສັນຍາສາກົນ ແລະສັນຍາການຄ້າທີ່ໄດ້ລົງນາມຢ່າງຄົບຖ້ວນ”(16). ຕາມນັ້ນ, ຫວຽດນາມຈະເຂົ້າຮ່ວມຢ່າງຕັ້ງໜ້າແລະເປັນເຈົ້າການ ໃນການປະກອບສ່ວນແລະສ້າງ “ກົດລະບຽບ” ໃນບັນດາການເຄື່ອນໄຫວທາງການທູດຫຼາຍຝ່າຍ.
ພິເສດ, ຫວຽດນາມໄດ້ສະແດງໃຫ້ເຫັນເຖິງການຍົກລະດັບດ້ານຈິນຕະນາການ ແລະ ທັດສະນະກ່ຽວກັບການທູດຫຼາຍຝ່າຍເມື່ອຢັ້ງຢືນວ່າ: “ສືບຕໍ່ປ່ຽນແປງໃໝ່ການຮ່ວມມືສາກົນດ້ານກົດໝາຍ ຕາມທິດເປັນເຈົ້າການ, ຕັ້ງໜ້າ, ໝູນໃຊ້ບັນດາກົດຂໍ້ບົງຄັບ, ກົດໝາຍສາກົນຢ່າງມີປະສິດທິຜົນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງປະຊາຊົນ, ປະຊາຄົມ, ພາກພື້ນ ແລະ ສາກົນ; ມີຄວາມເປັນເຈົ້າການໃນການສະເໜີແນວຄິດປະດິດສ້າງ, ກົນໄກການຮ່ວມມື ບົນຫຼັກການຕ່າງຝ່າຍຕ່າງຜົນປະໂຫຍດ, ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມໃນໂລກ, ແນໃສ່ສ້າງການຫັນປ່ຽນດ້ານຄຸນນະພາບໃນວຽກງານການຮ່ວມມືສາກົນດ້ານກົດໝາຍ”(17). ສະນັ້ນ, ຈະເຫັນໄດ້ວ່າ, ຫວຽດນາມຕັ້ງໜ້າເຂົ້າຮ່ວມການພົວພັນທາງການທູດຫຼາຍຝ່າຍ ບົນພື້ນຖານການສົມທົບ 3 ພຶດຕິກຳຄື: ຜູ້ປະຕິບັດ “ກົດລະບຽບ”, ຜູ້ໃຊ້ປະໂຫຍດ ແລະ ຜູ້ເຂົ້າຮ່ວມການສ້າງ “ກົດລະບຽບ” (rule taker, rule manipulator ແລະ rule shaper). ຫວຽດນາມຫວັງວ່າຈະເປັນເຈົ້າການ ໃນການເຂົ້າຮ່ວມການທູດຫຼາຍຝ່າຍ ຕາມທິດປະກອບສ່ວນເຂົ້າໃນການສ້າງຫຼັກການ, “ກົດລະບຽບ” ໃນການພົວພັນສາກົນ. ແຕ່ວ່າ ລະດັບການກະທຳຍັງຂຶ້ນກັບຮູບແບບການທູດຫຼາຍຝ່າຍທີ່ຫວຽດນາມຈະເຂົ້າຮ່ວມ.
ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກມາຮອດປະຈຸບັນ, ໃນສະພາບການຂອງການຜັນແປທີ່ສັບສົນຫຼາຍຢ່າງໃນໂລກ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ມີການຜັນປ່ຽນຫຼາຍຢ່າງທີ່ຄາດບໍ່ໄດ້, ແຕ່ການເຄື່ອນໄຫວທາງການທູດຫຼາຍຝ່າຍຂອງຫວຽດນາມກໍ່ຍັງໄດ້ດຳເນີນໄປຢ່າງໄຫວພິບ, ຂະຫຍັນຂັນເຂື່ອນ ແລະ ເປັນການຢັ້ງຢືນໃຫ້ເຫັນວ່າ ຫວຽດນາມໄດ້ເຂົ້າຮ່ວມການສ້າງ “ກົດລະບຽບ” ແລະ ຫຼັກການຂອງສະຖາບັນຫຼາຍຝ່າຍຢ່າງຕັ້ງໜ້າ. ຫວຽດນາມຍັງຮັບຜິດຊອບບົດບາດ ແລະທີ່ຕັ້ງຂອງຕົນໃນບັນດາ “ເວທີຫຼາຍຝ່າຍ” ຂອງພາກພື້ນ ແລະ ຂອງໂລກໄດ້ເປັນຢ່າງດີ. ໂດຍສະເພາະຫວຽດນາມໄດ້ປະສົບຄວາມສຳເລັດໃນການປະຕິບັດໜ້າທີ່ໃນຖານະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສຳລັບວາລະປີ 2020-2021, ເຂົ້າຮ່ວມກອງປະຊຸມຫຼາຍຮ້ອຍຄັ້ງ ແລະ ລົງຄະແນນສຽງໃນມະຕິຕ່າງໆ, ໄດ້ມີແນວຄິດລິເລີ່ມຕ່າງໆທີ່ສຳຄັນ ກ່ຽວຂ້ອງກັບຄວາມເຄົາລົບນັບຖືກົດໝາຍ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງຂອງໂລກ; ຊຸດຍູ້ການປົກປ້ອງປະຊາຊົນ, ໂດຍສະເພາະແມ່ນ ແມ່ຍີງ ແລະ ເດັກນ້ອຍ; ຮັບມືກັບສິ່ງທ້າທາຍຕ່າງໆຈາດຄວາມໝັ້ນຄົງທີ່ບໍ່ເປັນແບບດັ້ງເດີມ (ການປ່ຽນແປງພູມີອາກາດ, ນ້ຳທະເລໜູນສູງ ແລະອື່ນໆ); ຊຸດຍູ້ການຮ່ວມມືສາກົນໃຫ້ແໜ້ນແຟ້ນກ່ວາເກົ່າ ແລະ ຍົກສູງບົດບາດຂອງບັນດາອົງການຈັດຕັ້ງພາກພື້ນ ແລະ ອະນຸພາກພື້ນ, ການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງພາກພື້ນແລະອະນຸພາກພື້ນ ກັບສະຫະປະຊາຊາດ ໃນການປົກປັກຮັກສາສັນຕິພາບ ແລະ ຄວາມມັ້ນຄົງໃນພາກພື້ນຕ່າງໆ ແລະ ໄນໂລກ. ພິເສດ, ໃນເດືອນທັນວາ 2021, ຫວຽດນາມໄດ້ປະສົບຄວາມສຳເລັດ ໃນການຈັດກອງປະຊຸມຕາມຮູບແບບ ອາຣີອາ ຄັ້ງທໍາອິດ ກ່ຽວກັບບັນຫາເດັກນ້ອຍທີ່ບໍ່ໄດ້ຮັບການເບິ່ງແຍງດູແລຂຶງພໍ່ແມ່ໃນຄວາມຂັດແຍ່ງ. ໃນຖານະປະທານໝູນວຽນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ໃນເດືອນເມສາ 2021, ຫວຽດນາມໄດ້ຈັດຕັ້ງ, ເປັນປະທານ ແລະ ດຳເນີນກອງປະຊຸມປະມານ 30 ເທື່ອ ພາຍໃຕ້ທິດນຳທີ່ວ່າ ຄວາມເປັນເຈົ້າການ ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ທັງຮັບປະກັນຄວາມໂປ່ງໃສ ພາວະວິໄສ, ທັງມີຄວາມໄຫວພິບ, ແກ້ໄຂຢ່າງກົມກຽວ ແລະດຸ່ນດ່ຽງ ຄວາມກັງວົນຂອງບັນດາປະເທດຕໍ່ບັນຫາທີ່ໄດ້ປຶກສາຫາລື ແລະ ຊຸກຍູ້ການຮ່ວມມື ແລະ ຄວາມເຫັນດີເຫັນພ້ອມຢູ່ສະພາຄວາມໝັ້ນຄົງ(18); ຊຸກຍູ້ການຮັບຮອງເອົາຖະແຫຼງການຂອງປະທານສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ, ໃນນັ້ນ, ເນັ້ນໜັກເຖິງຄວາມຈຳເປັນຕ້ອງເພີ່ມທະວີການຮ່ວມມືສາກົນ ເພື່ອຮ່ວມກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດຝັງດິນຫຼັງສົງຄາມ ເພື່ອຄວາມປອດໄພ ແລະຊີວິດການເປັນຢູ່ທີ່ຍືນຍົງຂອງຜູ້ຄົນແລະຊຸມຊົນ(19).
ການເຂົ້າຮ່ວມຢ່າງຕັ້ງໜ້າແລະເປັນເຈົ້າການ ໃນກິດຈະກຳຕ່າງໆ ຂອງອາຊຽນໃນປີ 2021 ໄດ້ແລະກຳລັງຢືນຢັນບົດບາດນຳໜ້າແລະກຳນົດ “ກົດລະບຽບ” ຂອງຫວຽດນາມ ໃນເວທີຫຼາຍຝ່າຍທີ່ໃຫຍ່ທີ່ສຸດຂອງພາກພື້ນນີ້. ຫວຽດນາມໄດ້ເຂົ້າຮ່ວມລະບົບກອງປະຊຸມຂັ້ນສູງແລະກອງປະຊຸມສຳຄັນ ຂອງອາຊຽນ ເຊັ່ນ: ກອງປະຊຸມຂັ້ນສູງອາຊຽນ, ກອງປະຊຸມຂັ້ນສູງອາຊຽນກັບບັນດາຄູ່ຮ່ວມມື, ກອງປະຊຸມແມ່ນ້ຳຂອງ - ສ.ເກົາຫຼີ ຄັ້ງທີສາມ, ໃນຮູບການໂດຍກົງແລະອອນໄລນ໌. ພ້ອມກັນນັ້ນ, ຫວຽດນາມຍັງໄດ້ເປັນເຈົ້າການໃນການເຂົ້າຮ່ວມ ແລະ ປະສານງານຢ່າງແຂງຂັນ ແລະ ມີຄວາມຮັບຜິດຊອບ ກັບປະເທດເຈົ້າພາບບຣູໄນ ເພື່ອຊຸກຍູ້ສົ່ງເສີມການບູລິມະສິດຕ່າງໆຂອງປີ 2021, ໂດຍສະເພາະແມ່ນ ການຊຸກຍູ້ແລະຜັນຂະຫຍາຍບັນດາໂຄງການແລະແຜນການຕາມຄວາມຄິດລິເລີ່ມຂອງຫວຽດນາມຕັ້ງແຕ່ປີ 2020 ເຊັ່ນ: ກອງທຶນອາຊຽນເພື່ອການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ຄັງສະສົມອຸປະກອນການແພດສຸກເສີນຂອງອາຊຽນ, ຂອບການຟື້ນຕົວໂດຍລວມຂອງອາຊຽນ ແລະ ຂອບສັນຍາວ່າດ້ວຍແລວທາງການທ່ອງທ່ຽວອາຊຽນ (ATCAF) ແລະອື່ນໆ.
ການເຂົ້າຮ່ວມການທູດຫຼາຍຝ່າຍໃນກອບ ເອເປກ ກໍແມ່ນການເຄື່ອນໄຫວທີ່ໜ້າສົນໃຈຂອງຫວຽດນາມໃນປີ 2021. ຄຽງຄູ່ກັບການເຂົ້າຮ່ວມແລະກ່າວສຸນທອນພົດຂອງປະທານປະເທດ ຫງວຽນຊວນຟຸກ ໃນກອງປະຊຸມສຸດຍອດເອເປກຄັ້ງທີ 28 (ເດືອນພະຈິກ 2021) ເຊິ່ງຈັດຂຶ້ນທີ່ ນິວຊີແລນ, ຫວຽດນາມຍັງໄດ້ເຂົ້າຮ່ວມໃນການເຄື່ອນໄຫວແລະກິດຈະກຳທີ່ສຳຄັນຫຼວງຫຼາຍ ຂອງສັບປະດາ ເອເປກ ເຊັ່ນ: ກອງປະຊຸມຜູ້ນຳເສດຖະກິດເອເປກຄັ້ງທີ 28, ກອງປະຊຸມສົນທະນາລະຫວ່າງຜູ້ນຳເສດຖະກິດ ເອເປກ ແລະ ສະພາທີ່ປຶກສາທຸລະກິດ ເອເປກ (ABAC), ກອງປະຊຸມສຸດຍອດວິສາຫະກິດ ເອເປກ. ພ້ອມກັນນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າຂອງຫວຽດນາມ ຍັງໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດ ແລະ ການຕ່າງປະເທດ ເອເປກ. ພິເສດ, ໃນກອງປະຊຸມເອເປກຄັ້ງທີ 28, ຫວຽດນາມໄດ້ສະເໜີແນວຄິດຫຼາຍປະການທີ່ບັນດາປະເທດສະມາຊິກໄດ້ຍອມຮັບ, ເຊັ່ນ: ການແບ່ງປັນແລະການເຂົ້າເຖິງຢ່າງສະເໝີພາບ ກ່ຽວກັບວັກຊິນປ້ອງກັນໂຄວິດ-19, ອຸປະກອນການແພດ ແລະ ຊັບພະຍາກອນ, ສະເໜີໃຫ້ ເອເປກ ມີວິໄສທັດແລະວິທີທາງໃໝ່ ໃນການຟື້ນຟູເສດຖະກິດ ເຊັ່ນ: ສົ່ງເສີມເສດຖະກິດດິຈິຕອນ, ສົ່ງເສີມການຄ້າເອເລັກໂຕຣນິກ, ຊຸກຍູ້ການຄ້າເສລີ, ລົບລ້າງອຸປະສັກ ສິ່ງກີດຂວາງຕ່າງໆດ້ານການຄ້າ ເພື່ອຟື້ນຟູການຜະລິດແລະທຸລະກິດ, ຫຼີກລ່ຽງການຢຸດຊະງັກຂອງຕ່ອງໂສ້ການຜະລິດ, ສະເໜີໃຫ້ບັນດາພື້ນຖານເສດຖະກິດສະມາຊິກ ສະໜັບສະໜູນ ແລະ ເບິ່ງແຍງດູແລບັນດາກຸ່ມຄົນດ້ອຍໂອກາດ, ວິສາຫະກິດຂະໜາດກາງແລະນ້ອຍ, ມີມາດຕະການ, ຂໍ້ສະເໜີກ່ຽວກັບການຊຸກຍູ້ການເຕີບໂຕສີຂຽວ, ການເຕີບໂຕແບບກວມລວມ ແລະອື່ນໆ. ຄວາມຄິດລິເລີ່ມແລະຂໍ້ສະເໜີທັງໝົດຂອງຫວຽດນາມ ໄດ້ຮັບການບັນທຶກຢ່າງຄົບຖ້ວນ ໃນບັນດາເອກະສານຂອງເອເປກ, ໃນນັ້ນ, ມີບົດຖະແຫຼງການຂັ້ນສູງເອເປກ, ບົດຖະແຫຼງການຂັ້ນລັດຖະມົນຕີເອເປກ, ກໍຄື ແຜນການປະຕິບັດວິໄສທັດ ເອເປກ ຮອດປີ 2040; ຈາກນັ້ນ, ສະແດງໃຫ້ເຫັນເຖິງການປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ເປັນເຈົ້າການແລະຕັ້ງໜ້າ ຂອງຫວຽດນາມໂດຍເປັນສະມາຊິກທີ່ຂະຫຍັນຂັນເຄື່ອນແລະນຳໜ້າໃນເອເປກ ໃນການກໍ່ສ້າງແລະເພີ່ມທະວີຄວາມສາມັກຄີໃນເອເປກ, ເພີ່ມທະວີການຮ່ວມມືເພື່ອສັນຕິພາບ ແລະສະຖຽນລະພາບຂອງພາກພື້ນອາຊີ - ປາຊີຟິກ”(20).
ເຖິງວ່າປະສົບກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງ, ແຕ່ດ້ວຍການເຄື່ອນໄຫວທີ່ມີຊີວິດຊີວາແລະມີປະສິດທິຜົນ ຂອງການທູດເວົ້າລວມ ແລະ ການທູດຫຼາຍຝ່າຍເວົ້າສະເພາະ, ຫວຽດນາມໄດ້ຢືນຢັນບົດບາດທີ່ຕັ້ງຂອງຕົນ ໃນຖານະປະເທດກຳລັງພັດທະນາ. ດ້ວຍຖານະບົດບາດ ແລະ ກຳລັງແຮງແທ້ຈິງຂອງປະເທດ ແລະ ແນວທາງທີ່ຖືກຕ້ອງຂອງພັກແລະລັດ, ການຍູ້ແຮງແລະຍົກລະດັບການທູດຫຼາຍຝ່າຍໃນພາກຕົວຈິງ ຈະເປັນແນວທາງສຳຄັນ ເພື່ອໃຫ້ຫວຽດນາມປະຕິບັດບັນດາເປົ້າໝາຍຍຸດທະສາດຂອງປະເທດຢ່າງສຳເລັດຜົນ./.
-----------------
(1) ລືວ ຖຸ໋ຍໂຮ່ງ: ການທູດຫຼາຍຝ່າຍໃນລະບົບການພົວພັນສາກົນຍຸກປະຈຸບັນ, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2015, ໜ້າ 49.
(2), (3) ເບິ່ງ: ດັ້ງ ດິ່ງກຸ໋ຍ (ຫົວໜ້າບັນນາທິການ): ລັດທິຫຼາຍຝ່າຍໃນໂລກ ແລະ ການພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2019, ໜ້າ 89 - 90.
(4) ເບິ່ງ: ຮ່ວາງ ຄັກນາມ: ທິດສະດີພົວພັນສາກົນ, ສນຈ ໂລກ, 2017, ຮ່າໂນ້ຍ, 2017, ໜ້າ 37, 64.
(5) ເບິ່ງ: ດັ້ງ ດິ່ງກຸ໋ຍ (ຫົວໜ້າບັນນາທິການ): ລັດທິຫຼາຍຝ່າຍໃນໂລກ ແລະ ການພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ, ປື້ມທີ່ໄດ້ແນະນຳ, ໜ້າ 89 - 90.
(6) Elena Wilson Rowe - Stina Torjesen: “The Multilateral Dimension in Russian Foreign Policy” (ແປ: “ທ່າອ່ຽງຫຼາຍຝ່າຍໃນນະໂຍບາຍ ການຕ່າງປະເທດຂອງຣັດເຊຍ”), 2009, https://www.routledge.com/The-Multilateral-Dimension-in-Russian-Foreign-Policy/Rowe-Torjesen/p/book/9780415542920
(7) ເບິ່ງ: ລືວ ຖຸ໋ຍໂຮ່ງ (ຫົວໜ້າບັນນາທິການ): ການເຄື່ອນໄຫວທາງການທູດຫຼາຍຝ່າຍ (ຫົວຂໍ້ພື້ນຖານຈຸດສຸມ), ສະຖາບັນວາລະສານສາດ ແລະການໂຄສະນາ,ຮ່າໂນ້ຍ, 2021.
(8) ໃນປື້ມປົກຂາວຂອງຈີນ “ການພັດທະນາສັນຕິພາບ” ປີ 2011 ໄດ້ເນັ້ນໜັກ ຫຼັກການບໍ່ຮ່ວມສຳພັນດ້ານການທະຫານກັບປະເທດອື່ນ, ຫຼັກແຫຼ່ງຂອງແນວຄິດ ແລະ ຄວາມສຳນຶກຄວາມໝັ້ນຄົງແບບໃໝ່ຂອງຈີນ; ຍອມຮັບການປາກົດຕົວຂອງບັນດາ ປັດໄຈຄວາມສະໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ.
(9) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ສນຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 69.
(10) ເບິ່ງ: ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ, ປື້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 110 - 111.
(11) ໃນເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ພັກຂອງເຮົານຳໃຊ້ກຸ່ມຄຳສັບ “ການພົວພັນຕ່າງປະເທດຫຼາຍຝ່າຍ”.
(12) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ປື້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 117 - 118.
(13), (14), (15), (16) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ປື້ມທີ່ໄດ້ແນະນຳ, ເຫຼັ້ມ 1, ໜ້າ 162-163, 201, 281-283, 164.
(17) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ປື້ມທີ່ໄດ້ແນະນຳ, ເຫຼັ້ມ 2, ໜ້າ 154.
(18) ເບິ່ງ: ຖຸ່ຍຢຸງ: “ຫວຽດນາມຮັບຜິດຊອບບົດບາດປະທານສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ”, ໜັງສືພິມເອເຫຼັກໂທນິກລັດຖະບານ, ວັນທີ 25 ມີນາ 2021, https://baochinhphu.vn/viet-nam-dam-nhan-vai-tro-chu-tich-hoi-dong-bao-an-lhq-102289742.htm
(19) ເບິ່ງ: ຮ່ວາງ ກ່ຽວ: “10 ສິ່ງປະທັບໃຈຂອງຫວຽດນາມໃນສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດສະໄໝປີ 2020-2021”, ເວັບໄຊວິທະຍາກະຈາຍສຽງຫວຽດນາມ, ວັນທີ 18 ມັງກອນ 2022, https://vov.vn/chinh-tri/10-dau-an-cua-viet-nam-tai-hoi-dong-bao-an-lien-hop-quoc-nhiem-ky-2020-2021-post918924.vov
(20) ເບິ່ງ: ດ່ວານກາ: “ຫວຽດນາມເປັນສະມາຊິກນຳໜ້າ, ປະກອບສ່ວນຢ່າງ ມີຄວາມຮັບຜິດຊອບໃນເອເປກ”, ເວັບໄຊກອງທັບປະຊາຊົນ, ວັນທີ 31 ພະຈິກ 2021, https://www.qdnd.vn/chinh-tri/tin-tuc/viet-nam-la-thanh-vien-di-dau-dong-gop-co-trach-nhiem-trong-apec-677336
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 992 (ເດືອນມິຖຸນາ 2022)