ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ
ລະຫວ່າງຫວຽດນາມແລະລາວ ແມ່ນຊັບສິນລວມອັນລ້ຳຄ່າ
ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ
ລະຫວ່າງຫວຽດນາມແລະລາວ ແມ່ນຊັບສິນລວມອັນລ້ຳຄ່າ
ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ
ປະທານໂຮ່ຈີມິນ ຕ້ອນຮັບແລະໂອ້ລົມຢ່າງສະໜິດສະໜົມກັບສະຫາຍ ໄກສອນ ພົມວິຫານ, ຫົວໜ້າຄະນະຜູ້ແທນພັກແລະແນວລາວຮັກຊາດ ມາຢ້ຽມຢາມມິດຕະພາບປະເທດຫວຽດນາມ (ປີ 1966) _ພາບ: TTXVN
60 ປີແຫ່ງການເດີນທາງອັນສະຫງ່າລາສີ
ຂອງສາຍພົວພັນພິເສດຫວຽດນາມ - ລາວ
ດ້ວຍຄວາມປາຖະໜາອັນແຮງກ້າໃນເອກະລາດແລະເສລີພາບ, ປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ພ້ອມກັບບັນດາການນຳປະຕິວັດຮຸ່ນກ່ອນຂອງສອງປະເທດ ໄດ້ຮ່ວມມືກັນສ້າງ ປົກປັກຮັກສາ ແລະ ເພີ່ມພູນປູກຝັງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີອັນສະໜິດສະໜົມ ແລະ ພັນທະມິດການຕໍ່ສູ້ຂອງການປະຕິວັດຂອງສອງປະເທດ. ໃນຊຸມປີແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ, ກອງກຳລັງປະຕິວັດຂອງສອງຊາດຫວຽດນາມ - ລາວ ໄດ້ຮ່ວມສູ້ຮົບໃນຂຸມຄອງດຽວກັນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອນຳສົງຄາມຕໍ່ຕ້ານຂອງສອງປະເທດໄປສູ່ໄຊຊະນະ ເຊິ່ງສິ້ນສຸດລົງດ້ວຍໄຊຊະນະຄັ້ງປະຫວັດສາດທີ່ດ້ຽນບຽນຝູ ໃນປີ 1954 ທີ່ສັ່ນສະເທືອນທົ່ວໂລກ.
ກ່ອນໜ້ານີ້ 60 ປີ, ໃນສະພາບການຕໍ່ສູ້ຕ້ານຈັກກະພັດນິຍົມຢ່າງດຸເດືອດຂອງປະຊາຊົນຫວຽດນາມແລະປະຊາຊົນລາວ, ໂດຍສະເພາະ ຫຼັງຈາກການລົງນາມສັນຍາເຊີແນວກ່ຽວກັບລາວ ປີ 1962 - ເຊິ່ງແມ່ນໄຊຊະນະທີ່ມີຄວາມໝາຍຍຸດທະສາດສຳລັບການປະຕິວັດຂອງສອງປະເທດ, ຫວຽດນາມແລະລາວໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການຂຶ້ນ ໃນວັນທີ 5 ກັນຍາ 1962. ນີ້ແມ່ນເຫດການສຳຄັນທີ່ເປີດໜ້າປະຫວັດສາດໃໝ່ ໃນການພົວພັນລະຫວ່າງສອງປະເທດ, ຢືນຢັນຄວາມຜູກພັນແຫ່ງໂຊກຊະຕາຂອງສອງຊາດ ໃນການຕໍ່ສູ້ເພື່ອການປົດປ່ອຍຊາດ ແລະ ໂຮມປະເທດຊາດເປັນເອກະພາບ. ໃນຊຸມປີທີ່ຫຍຸ້ງຍາກແລະລໍາບາກທີ່ສຸດ, ກອງທັບແລະປະຊາຊົນຂອງຫວຽດນາມແລະລາວ ໄດ້ໃຫ້ການແບ່ງປັນຢ່າງເລິກເຊິ່ງແລະຍິ່ງໃຫຍ່ແກ່ກັນ ທັງໃນດ້ານວັດຖຸແລະຈິດໃຈ, “ເກືອເມັດດຽວຫັກ, ຜັກຕອນໜຶ່ງກໍ່ແບ່ງກັນກິນ”, ເພື່ອສານຕໍ່ບົດເພງວິລະຊົນອະມະຕະກ່ຽວກັບນ້ຳໃຈສາມັກຄີສູ້ຮົບ. ພັກ ລັດ ແລະ ປະຊາຊົນຫວຽດນາມ ໄດ້ສົ່ງພະນັກງານ, ນັກຮົບນັບໝື່ນຄົນໄປສົມທົບ, ຊ່ວຍເຫຼືອ ແລະ ຕໍ່ສູ້ຄຽງຂ້າງກອງທັບແລະປະຊາຊົນລາວ. ດ້ວຍຄວາມຮັກແພງເປັນພິເສດ, ພັກ ລັດ ແລະ ປະຊາຊົນລາວ ໄດ້ສະໜັບສະໜູນຫວຽດນາມຢ່າງສຸດອົດສຸດໃຈ ໃຫ້ແກ່ການກໍ່ສ້າງ “ເສັ້ນທາງໂຮ່ຈີມິນ”, ເພື່ອ “ຕັດຜ່ານສາຍພູຫຼວງໄປກູ້ຊາດ”... ການຊ່ວຍເຫຼືອເຊິ່ງກັນແລະກັນທີ່ຍິ່ງໃຫຍ່ແລະສູງສົ່ງທີ່ສຸດນັ້ນ ໄດ້ກາຍເປັນກຳລັງແຮງທີ່ບໍ່ມີສິ່ງໃດປຽບທຽບໄດ້, ນຳມາເຊິ່ງການປົດປ່ອຍຊາດແລະການໂຮມຊາດຂອງແຕ່ລະປະເທດບັນລຸໄຊຊະນະຢ່າງສົມບູນໃນປີ 1975.
ຫຼັງຈາກສັນຕິພາບໄດ້ກັບຕ່າວຄືນມາ, ສອງປະເທດໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນວັນທີ 18 ກໍລະກົດ 1977 ເຊິ່ງເປັນພື້ນຖານການເມືອງ, ກົດໝາຍທີ່ສຳຄັນ ໃຫ້ສອງຝ່າຍເພີ່ມທະວີການປັບປຸງ ແລະ ພັດທະນາການພົວພັນຫວຽດນາມ - ລາວຢ່າງຮອບດ້ານ ໃນສະໄໝໃໝ່ແຫ່ງການກໍ່ສ້າງ, ພັດທະນາປະເທດ ແລະ ປົກປັກຮັກສາປະເທດຊາດ. ນີ້ແມ່ນຂີດໝາຍສຳຄັນທີ່ສຸດສຳລັບການປະຕິວັດຂອງສອງປະເທດ, ຢືນຢັນບົນພື້ນຖານທີ່ໝັ້ນຄົງຂອງຄວາມສາມັກຄີແລະມິດຕະພາບທີ່ບໍ່ມີສິ່ງໃດສັ່ນຄອນໄດ້ ລະຫວ່າງປະຊາຊົນສອງປະເທດ, ນ້ຳໃຈສະຫາຍທີ່ຍິ່ງໃຫຍ່ ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ທີ່ໄດ້ຮັບການຫຼໍ່ຫຼອມໃນຫຼາຍສິບປີແຫ່ງການຄຽງຂ້າງກັນຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ. ສອງປະເທດຫວຽດນາມແລະລາວ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືແລະຊ່ວຍເຫຼືອເຊິ່ງກັນແລະກັນ ດ້ວຍຄວາມຮູ້ສຶກປອດໂປ່ງແລະບໍລິສຸດໃຈ ເພື່ອຮ່ວມກັນປົກປັກຮັກສາເອກະລາດ, ສັນຕິພາບ ແລະ ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ.
ພາບໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ພາລະກິດການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງສາກົນຂອງແຕ່ລະປະເທດໄດ້ບັນລຸຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ໃນນັ້ນ ສາຍພົວພັນຫວຽດນາມ - ລາວໄດ້ພັດທະນາຢ່າງຕໍ່ເນື່ອງຮອບດ້ານ ແລະ ນັບມື້ນັບເຂົ້າສູ່ລວງເລິກ. ການພົວພັນທາງການເມືອງລະຫວ່າງສອງພັກ ແລະ ສອງປະເທດ ນັບມື້ນັບສະໜິດສະໜົມແລະໄວ້ເນື້ອເຊື່ອໃຈກັນ, ເປັນພື້ນຖານທີ່ໝັ້ນຄົງ ກຳນົດທິດທາງໃຫ້ແກ່ການຮ່ວມມື ໃນທຸກຂົງເຂດລະຫວ່າງສອງປະເທດ. ການຕິດຕໍ່, ພົບປະແລກປ່ຽນລະຫວ່າງການນຳຂອງພັກ, ລັດ ແລະ ທ້ອງຖິ່ນຂອງສອງປະເທດ ໄດ້ຮັບການດຳເນີນຢ່າງເປັນປະຈຳ. ການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ການພົບປະແລກປ່ຽນລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການສັງຄົມ ແລະ ປະຊາຊົນທຸກຊັ້ນວັນນະຂອງສອງປະເທດ ນັບມື້ນັບຟົດຟື້ນ ແລະ ອຸດົມສົມບູນ. ຫຼາຍໂຄງການ, ແຜນງານການຮ່ວມມືທີ່ສະແດງເຖິງມິດຕະພາບທີ່ຊື່ສັດ ແລະ ການພົວພັນພິເສດລະຫວ່າງຫວຽດນາມ - ລາວ ໄດ້ຮັບການສົ່ງເສີມຢ່າງມີປະສິດທິຜົນ. ຕົວຢ່າງເຊັ່ນ: ຫໍສະພາແຫ່ງຊາດລາວທີ່ເປີດນຳໃຊ້ໃໝ່ໃນປີ 2021 - ຂອງຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ, ແມ່ນໜຶ່ງໃນບັນດາສັນຍາລັກ ຂອງສາຍພົວພັນແບບພິເສດລະຫວ່າງຫວຽດນາມແລະລາວ ໃນໄລຍະການປ່ຽນແປງໃໝ່.
ການຮ່ວມມືທາງດ້ານການປ້ອງກັນປະເທດແລະປ້ອງກັນຄວາມໝັ້ນຄົງ ແມ່ນໜຶ່ງໃນບັນດາເສົາຫຼັກທີ່ສຳຄັນຂອງການພົວພັນຫວຽດນາມ - ລາວ. ສອງປະເທດໄດ້ປະສານສົມທົບແລະສະໜັບສະໜູນກັນຢ່າງແໜ້ນແຟ້ນ ໃນການຮັກສານຄວາມໝັ້ນຄົງທາງການເມືອງ, ຮັບປະກັນການປ້ອງກັນປະເທດ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມ ໃນແຕ່ລະປະເທດ, ໂດຍສະເພາະ ໃນການປ້ອງກັນແລະປາບປາມອາດຊະຍາກຳຂ້າມຊາດ, ປັບປຸງຮັດແໜ້ນເສັ້ນຊາຍແດນລະຫວ່າງສອງປະເທດທີ່ເປັນຊາຍແດນແຫ່ງສັນຕິພາບ ມິດຕະພາບ ການຮ່ວມມື ແລະ ການພັດທະນາ. ດັ່ງນັ້ນ, ເພີ່ມທະວີການພົວພັນແລກປ່ຽນ ແລະ ການຮ່ວມມືຢ່າງແໜ້ນແຟ້ນ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຢູ່ບັນດາທ້ອງຖິ່ນຊາຍແດນລະຫວ່າງສອງປະເທດ.
ການຮ່ວມມືດ້ານເສດຖະກິດໄດ້ກາຍເປັນພື້ນຖານອັນຍາວນານ ໃນການພົວພັນລະຫວ່າງສອງປະເທດ ແລະ ນັບມື້ນັບດີຂຶ້ນ. ການຄ້າສອງຝ່າຍເພີ່ມຂຶ້ນສະເລ່ຍ 10% ຕໍ່ປີ ໃນໄລຍະ 2016-2020. ເຖິງຈະຖືກຜົນກະທົບທາງລົບຢ່າງຮ້າຍແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຕາມ, ແຕ່ການແລກປ່ຽນທາງການຄ້າລະຫວ່າງສອງປະເທດໃນປີ 2021 ກໍ່ຍັງເຕີບໂຕ 33,3%, ບັນລຸ 1,37 ຕື້ໂດລາສະຫະລັດ. ການຮ່ວມມືທາງດ້ານການລົງທຶນກໍ່ໄດ້ຂະຫຍາຍຕົວຢ່າງຫຼວງຫຼາຍ. ມາເຖິງປະຈຸບັນ, ຫວຽດນາມໄດ້ລົງທຶນເຂົ້າໃນ 214 ໂຄງການຢູ່ປະເທດລາວ ດ້ວຍທຶນຈົດທະບຽນ 5,33 ຕື້ໂດລາສະຫະລັດ, ເປັນອັນດັບ 3 ໃນກຸ່ມປະເທດແລະເຂດແດນທີ່ລົງທຶນໃນລາວ. ບັນດາໂຄງການຂອງຫວຽດນາມຢູ່ລາວກຳລັງເສີມຂະຫຍາຍປະສິດທິຜົນໃນຫຼາຍຂົງເຂດເຊັ່ນ: ໄຟຟ້ານ້ຳຕົກ, ໂຄງສ້າງພື້ນຖານ, ການບິນ, ການເງິນ, ທະນາຄານ, ໂທລະຄົມມະນາຄົມ, ການກະສິກຳ..., ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການເພີ່ມທະວີການເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງເສດຖະກິດສາກົນ ຂອງແຕ່ລະປະເທດ. ພິເສດແມ່ນໂຄງການທ່າກຳປັ່ນສາກົນ ຫວຽດນາມ - ລາວ ຢູ່ ຫວຸງອ໋າງ (ຮ່າຕິ້ງ) ພ້ອມກັບບັນດາໂຄງການການຮ່ວມມືຄົ້ນຄວ້າແລະກໍ່ສ້າງເສັ້ນທາງບົກ ແລະ ທາງລົດໄຟຂ້າມຊາຍແດນລະຫວ່າງສອງປະເທດ ຕາມແນວແກນຕາເວັນອອກ-ຕາເວັນຕົກ ຈະປະກອບສ່ວນສຳຄັນ ເຂົ້າໃນການຊ່ວຍໃຫ້ລາວໃຊ້ປະໂຫຍດຈາກການຂົນສົ່ງທາງທະເລ ແລະ ເຂົ້າເຖິງເສັ້ນທາງເດີນເຮືອສາກົນ ເພື່ອໃຫ້ບັນລຸເປົ້າໝາຍຍຸດທະສາດຂອງລາວ ໃນການສູ້ຊົນໃຫ້ກາຍເປັນສູນກາງການຂົນສົ່ງ (ໂລຈິສະຕິກ) ໃນອະນຸພາກພື້ນແມ່ນ້ຳຂອງ ແລະ ອາຊີຕາເວັນອອກສ່ຽງໃຕ້.
ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກແລະລັດ ຂອງສອງປະເທດ. ນັກຮຽນລາວນັບໝື່ນຄົນໄດ້ຮ່ຳຮຽນ ແລະ ຄົ້ນຄວ້າຢູ່ຫວຽດນາມ, ພ້ອມດຽວກັນນັ້ນ, ລາວກໍໄດ້ຝຶກອົບຮົມນັກຮຽນຫວຽດນາມຫຼາຍພັນຄົນ. ໃນຖັນແຖວພະນັກງານນີ້ ຫຼາຍຄົນໄດ້ກາຍເປັນຜູ້ນຳ, ຜູ້ຈັດການ ແລະ ນັກຄົ້ນຄວ້າທີ່ດີເລີດ, ໄດ້ປະກອບສ່ວນສໍາຄັນຕໍ່ການພັດທະນາຂອງແຕ່ລະປະເທດ.
ການຮ່ວມມືດ້ານທ້ອງຖິ່ນ, ວິທະຍາສາດ-ເຕັກໂນໂລຊີ, ສິ່ງແວດລ້ອມ, ສາທາລະນະສຖກ, ວັດທະນະທຳ-ສັງຄົມ ໄດ້ຮັບຜົນງານທີ່ຕັ້ງໜ້າຫຼາຍຢ່າງ. ການຮ່ວມມືໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ລະຫວ່າງສອງປະເທດໃນສອງປີທີ່ຜ່ານມາ ໄດ້ຢືນຢັນໃຫ້ເຫັນອີກເທື່ອໜຶ່ງວ່າ ໃນສະຖານະການໃດກໍຕາມ, ຫວຽດນາມແລະລາວ ຍາມໃດກໍຄຽງບ່າຄຽງໄລ່ກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນ.ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໄດ້ພະຍາຍາມສຸດຂີດ ເພື່ອໃຫ້ການສະໜັບສະໜູນເຊິ່ງກັນແລະກັນຢ່າງທັນການ ແລະ ມີປະສິດທິຜົນ ໃນດ້ານຊັບພະຍາກອນ, ອຸປະກອນການແພດ ແລະ ຢາວັກແຊງ ເພື່ອຮັບໃຊ້ການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.
ການຮ່ວມມືມິດຕະພາບລະຫວ່າງຫວຽດນາມແລະລາວບໍ່ພຽງແຕ່ໄດ້ພັດທະນາຢ່າງຮອບດ້ານແລະນັບມື້ນັບເຂົ້າສູ່ລວງເລິກໃນຂອບເຂດສອງຝ່າຍເທົ່ານັ້ນ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມແລະລາວ ຍັງໄດ້ຮັບການຢືນຢັນໃນລະດັບຫຼາຍຝ່າຍອີກດ້ວຍ. ສອງປະເທດແບ່ງປັນຄວາມຄ້າຍຄືກັນຫຼາຍຢ່າງ, ສະໜັບສະໜູນເຊິ່ງກັນແລະກັນ ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາອົງການຈັດຕັ້ງແລະເວທີປາໄສສາກົນ, ເຊັ່ນ: ອົງການສະຫະປະຊາຊາດ, ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN), ເວທີປາໄສການຮ່ວມມືອາຊີ-ເອີຣົບ (ACEM), ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS), ເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ (CLV), ການຮ່ວມມືລະຫວ່າງສີ່ປະເທດ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV), ຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນ້ຳສາມສາຍ ອີຣະວະດີ-ເຈົ້າພະຍາ-ແມ່ນ້ຳຂອງ (ACMECS),...
ຫວນຄືນປະຫວັດວິລະຊົນໃນຮອບ 60 ປີຜ່ານມາ, ຫວຽດນາມແລະລາວຍາມໃດກໍ່ຮູ້ສຶກພາກພູມໃຈໃນການພົວພັນແບບພິເສດ, ທັງເປັນສະຫາຍ ແລະ ອ້າຍນ້ອງລະຫວ່າງສອງປະເທດ. ນັ້ນແມ່ນສາຍພົວພັນທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ແລະ ໄດ້ຮັບການປັບປຸງ ເພີ່ມພູນຄູນສ້າງຈາກການນຳຮຸ່ນຕ່າງໆຂອງພັກ, ລັດ ແລະ ປະຊາຊົນສອງປະເທດ. ນັ້ນແມ່ນສາຍພົວພັນທີ່ເກີດຈາກມິດຕະພາບທີ່ຊື່ສັດລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໄດ້ຄຽງບ່າຄຽງໄຫຼ່ກັນ ໃນການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ແລະ ໃນພາລະກິດການປ່ຽນແປງໃໝ່ ແລະ ພັດທະນາປະເທດໃນທຸກວັນນີ້. ນັ້ນກໍ່ແມ່ນສານພົວພັນທີ່ຕອບສະໜອງຄວາມປາຖະໜາອັນແຮງກ້າລວມກັນ ຂອງປະຊາຊົນສອງປະເທດ ກ່ຽວກັບຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ບົນຈິດໃຈມະນຸດອາລະຍະທຳ “ການຊ່ວຍເຫຼືອເພື່ອນຄືການຊ່ວຍຕົນເອງ”, ການຮ່ວມມືມິດຕະພາບ, ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ການພົວພັນທີ່ຊື່ສັດແລະໂປ່ງໃສລະຫວ່າງສອງພັກແລະສອງປະເທດ ໄດ້ກາຍເປັນສາຍພົວພັນທີ່ຫາຍາກແລະເປັນແບບຢ່າງໃນໂລກ, ດັ່ງທີ່ທ່ານປະທານ ໄກສອນ ພົມວິຫານ ຢືນຢັນວ່າ ໃນປະຫວັດສາດຂອງການປະຕິວັດໂລກ, ໄດ້ມີຕົວຢ່າງທີ່ໃສແຈ້ງກ່ຽວກັບຈິດໃຈສາກົນຂອງຊົນຊັ້ນກຳມາຊີບ, ແຕ່ບໍ່ມີບ່ອນໃດແລະບໍ່ເຄີຍມີຄວາມສາມັກຄີແລະພັນທະມິດການສູ້ຮົບທີ່ພິເສດ, ຍາວນານ ແລະ ຮອບດ້ານ ຄືແນວນີ້ມາກ່ອນ.
ໃນການສະເຫຼີມສະຫຼອງການພົວພັນທາງການທູດລະຫວ່າງຫວຽດນາມແລະລາວຄົບຮອບ 60 ປີ (5 ກັນຍາ 1962 - 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບແລະການຮ່ວມມືລະຫວ່າງຫວຽດນາມແລະລາວຄົບຮອບ 45 ປີ (18 ກໍລະກົດ 1977 - 18 ກໍລະກົດ 2022), ສອງປະເທດໄດ້ແລະກຳລັງຈັດຕັ້ງບັນດາການເຄື່ອນໄຫວທີ່ຄຶກຄື້ນແລະແທດຈິງ ດ້ວຍເນື້ອໃນເລິກເຊິ່ງແລະກ້ວາງຂວາງ ໃນສອງປະເທດໃນ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”. ການເຄື່ອນໄຫວເຫຼົ່ານີ້ ບໍ່ພຽງແຕ່ເຊີດຊູຄວາມຍິ່ງໃຫຍ່ ຂອງການພົວພັນແບບພິເສດ ລະຫວ່າງຫວຽດນາມແລະລາວເທົ່ານັ້ນ, ແຕ່ຍັງສະແດງຄວາມຮູ້ບຸນຄູນຕໍ່ບັນດາຜົນງານອັນໃຫຍ່ຫຼວງ ຂອງການນຳຮຸ່ນຕ່າງໆຂອງພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດ ທີ່ໄດ້ສ້າງ ອະນຸລັກຮັກສາ ແລະ ພັດທະນາການພົວພັນຫວຽດນາມ-ລາວ ໃນຫຼາຍທົດສະວັດທີ່ຜ່ານມາ, ພ້ອມກັນນັ້ນ ປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ເພື່ອໃຫ້ປະຊາຊົນສອງປະເທດ ໂດຍສະເພາະແມ່ນຮຸ່ນໜຸ່ມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບສາຍພົວພັນທີ່ຊື່ສັດ ແລະ ໂປ່ງໃສລະຫວ່າງສອງພັກ ແລະ ສອງປະເທດ, ຈາກນັ້ນ ເພີ່ມຄວາມພາກພູມໃຈແລະຄວາມຕັດສິນໃຈ ທີ່ຈະທະນຸຖະໜອມ,ປົກປັກຮັກສາ ແລະ ພັດທະນາ ສາຍພົວພັນອັນສັກສິດແລະລ້ຳຄ່ານີ້.
ເພີ່ມທະວີການຮ່ວມມືຮອບດ້ານ, ຮ່ວມກັນສ້າງອະນາຄົດອັນສົດໃສ
ຂອງປະຊາຊົນສອງປະເທດຫວຽດນາມແລະລາວ
ການພົວພັນຫວຽດນາມ - ລາວ ມີຄວາມສຳຄັນສູງສຸດໃນແນວທາງ ນະໂຍບາຍການຕ່າງປະເທດຂອງພັກແລະລັດຫວຽດນາມ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຮັບຮູ້ຢ່າງເລິກເຊິ່ງວ່າ ແຕ່ລະໄຊຊະນະໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໃນໄລຍະຜ່ານມາ ແລະ ໃນພາລະກິດການປ່ຽນແປງໃໝ່ປະເທດຫວຽດນາມປະຈຸບັນ ລ້ວນແຕ່ຕິດພັນກັບຄວາມສາມັກຄີ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ. ໃນຫົວໃຈຂອງທຸກພະນັກງານ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ໄດ້ຈາລຶກຄຳແນະນຳຂອງປະທານໂຮ່ຈີມິນຕະຫຼອດການ: “ສອງຊາດຫວຽດລາວໄດ້ ຝັງຄວາມຮັກຢູ່ໃນໃຈ / ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”(1).
ໃນຖານະທີ່ເປັນສະຫາຍແລະອ້າຍນ້ອງທີ່ສະໜິດສະໜົມ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຮູ້ສຶກດີໃຈທີ່ສຸດຕໍ່ບັນດາຜົນງານອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນລາວບັນລຸໄດ້ ໃນພາລະກິດສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ, ຮັກສາການປ້ອງກັນປະເທດແລະຄວາມໝັ້ນຄົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຫວຽດນາມຫວັງຢ່າງຈິງໃຈວ່າ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຈະປະສົບຄວາມສຳເລັດ ໃນການສ້າງປະເທດລາວທີ່ມີສັນຕິພາບ, ເອກະລາດ, ເອກະພາບ ແລະ ວັດທະນາຖາວອນ, ມີການພົວພັນຕ່າງປະເທດທີ່ເປີດກວ້າງ, ມີຖານະບົດບາດທີ່ດີຂຶ້ນຢ່າງຕໍ່ເນື່ອງໃນເວທີສາກົນ.
ໂລກແລະພາກພື້ນກຳລັງຢູ່ໃນຄວາມຜັນປ່ຽນທີ່ເລິກເຊິ່ງແລະສັບສົນ. ເຖິງວ່າ ຫວຽດນາມແລະລາວ ຍັງມີຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງຢູ່ຂ້າງໜ້າ, ແຕ່ກໍ່ມີໂອກາດໃນການພັດທະນາໃໝ່ຫຼາຍຢ່າງ. ຫວຽດນາມພວມມານະພະຍາຍາມຢ່າງສຸດຂີດເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ສູ້ຊົນກາຍເປັນປະເທດກຳລັງພັດທະນາທີ່ມີອຸດສາຫະກຳທັນສະໄໝ, ມີລາຍໄດ້ປານກາງສູງໃນປີ 2030 ແລະ ເປັນປະເທດທີ່ມີລາຍໄດ້ສູງໃນປີ 2045. ລາວກຳລັງອອກແຮງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ດ້ວຍເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 ແລະ ຜັນຂະຫຍາຍຍຸດທະສາດການພັດທະນາສີຂຽວ, ສ້າງສາປະເທດລາວໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ຈະເລີນຮຸ່ງເຮືອງ.
ເພື່ອໃຫ້ບັນລຸໄດ້ວິໄສທັດ ແລະ ເປົ້າໝາຍການພັດທະນາຂອງແຕ່ລະປະເທດ, ຮຽກຮ້ອງໃຫ້ສອງພັກ ແລະ ສອງປະເທດສືບຕໍ່ປົກປ້ອງ, ຮັກສາ ແລະ ພະຍາຍາມສຸດຂີດ ເພື່ອພັດທະນາສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ - ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່ ເພື່ອອະນາຄົດອັນສົດໃສຂອງທັງສອງຊາດ.
ຢາກໄດ້ຄືແນວນັ້ນ, ຈຳເປັນຕ້ອງປັບປຸງແລະເພີ່ມທະວີເສົາຫຼັກຂອງການພົວພັນທາງດ້ານການເມືອງລະຫວ່າງຫວຽດນາມແລະລາວຢ່າງບໍ່ຢຸດຢັ້ງ ເພື່ອສືບຕໍ່ມີບົດບາດສຳຄັນ ແລະ ເປັນທິດທາງໃນການພົວພັນຮ່ວມມືໂດຍລວມຕໍ່ໄປ. ສອງປະເທດຕ້ອງປັບປຸງການພົວພັນຮ່ວມມືຢ່າງໝັ້ນຄົງ, ເສີມຂະຫຍາຍປະສິດທິຜົນຂອງກົນໄກຮ່ວມມືສອງຝ່າຍ ໃນຊ່ອງທາງພັກ, ລັດ, ທ້ອງຖິ່ນ ແລະ ປະຊາຊົນ ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງແລະຍຸດທະສາດ. ສືບຕໍ່ຊຸກຍູ້ການຮ່ວມມືດ້ານການປ້ອງກັນປະເທດ ແລະຮັກສາຄວາມໝັ້ນຄົງໃຫ້ນັບມື້ນັບແໜ້ນແຟ້ນ ເພື່ອປະກອບສ່ວນສຳຄັນເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງແຕ່ລະປະເທດ.
ເປີດກວ້າງແລະຍົກລະດັບການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຊື່ອມໂຍງເສດຖະກິດ, ໂຄງສ້າງພື້ນຖານ ເພື່ອປັບປຸງຮາກຖານທີ່ໝັ້ນຄົງຍາວນານ ຂອງການພັວພັນລະຫວ່າງສອງປະເທດ. ຕ້ອງສືບຕໍ່ເສີມຂະຫຍາຍປະສິດທິຜົນຂອງກົນໄກຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ, ຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ບັນດາສັນຍາທີ່ໄດ້ລົງນາມຢ່າງຈິງຈັງ ໃນຈິດໃຈທີ່ວ່າ “ເມື່ອໄດ້ລົງມືເຮັດແມ່ນຕ້ອງເຮັດໃຫ້ສຳເລັດລຽບລ້ອຍ”. ສືບຕໍ່ລະດົມແລະນຳໃຊ້ແຫຼ່ງກຳລັງພາຍໃນຂອງສອງປະເທດ ແລະ ແຫຼ່ງທຶນພາຍນອກຢ່າງມີປະສິດທິຜົນ ເພື່ອການຮ່ວມມືແລະການເຊື່ອມຕໍ່ ດ້ານເສດຖະກິດລະຫວ່າງຫວຽດນາມແລະລາວ ໃນໂຄງສ້າງພື້ນຖານທັງແບບແຂງ ແລະແບບອ່ອນ. ໃນນັ້ນ, ໃຫ້ບຸລິມະສິດແກ່ການເພີ່ມທະວີການເຊື່ອມຕໍ່ໂຄງສ້າງພື້ນຖານທາງບົກ, ທາງລົດໄຟ, ພະລັງງານ, ໂທລະຄົມມະນາຄົມ, ເສດຖະກິດດິຈິຕອນ, ການເງິນ-ທະນາຄານ,... ການເຮັດຄືແນວນີ້ຈະຊຸກຍູ້ການເຊື່ອມຈອດດ້ານເສດຖະກິດລະຫວ່າງສອງປະເທດ, ພ້ອມທັງປະກອບສ່ວນກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບສາກົນຂອງແຕ່ລະປະເທດ.
ຄຽງຄູ່ກັນນັ້ນ, ຕ້ອງສືບຕໍ່ເປີດກວ້າງແລະເພີ່ມທະວີການຮ່ວມມື ດ້ານການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ການທ່ອງທ່ຽວ, ວິທະຍາສາດ-ເຕັກໂນໂລຢີ, ສິ່ງແວດລ້ອມ, ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ ຕາມທິດຍົກສູງຄຸນນະພາບ, ປະສິດທິຜົນ, ປະກອບສ່ວນເພີ່ມທະວີແລະເພີ່ມຄວາມໄດ້ປຽບເຊິ່ງກັນແລະກັນ ໃນການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ.
ສິ່ງໜຶ່ງທີ່ສໍາຄັນທີ່ສຸດແມ່ນ ສອງປະເທດຄວນສືບຕໍ່ເອົາໃຈໃສ່ເຖິງການຊາບຊຶມຢ່າງເລິກເຊິ່ງ, ອົບຮົມສຶກສາແລະບຳລຸງສ້າງຫຼາຍກວ່າອີກ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ໂດຍສະເພາະແມ່ນຮຸ່ນໜຸ່ມ ກ່ຽວກັບຄວາມສຳຄັນຍຸດທະສາດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເພື່ອພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຂອງແຕ່ລະປະເທດ.
ເພື່ອເພີ່ມທະວີການຮ່ວມມືຮອບດ້ານ, ນຳການພົວພັນແບບພິເສດຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ ໃນໄລຍະການພັດທະນາໃໝ່ຂອງສອງປະເທດ, ພັກ, ລັດ ແລະ ປະຊາຊົນສອງປະເທດຄວນເອົາໃຈໃສ່ເປັນພິເສດເຖິງການປ່ຽນແປງໃໝ່, ປັບປຸງບູລະນະກົນໄກ, ນະໂຍບາຍ ແລະ ຈັດຕັ້ງຊີ້ນຳການປະຕິບັດຂໍ້ຕົກລົງ ແລະ ເປົ້າໝາຍຍຸດທະສາດຢ່າງມີປະສິດທິຜົນ. ເພື່ອເຮັດໄດ້ຄືແນວນັ້ນ, ຕ້ອງສືບຕໍ່ຊຸກຍູ້ການປ່ຽນແປງໃໝ່ແນວຄິດຮ່ວມມື ເພື່ອມີທິດທາງແລະມາດຕະການແບບບຸກທະລຸ, ສ້າງກຳລັງແຮງໃໝ່ໃຫ້ແກ່ການພັດທະນາຢ່າງຮອບດ້ານ, ຍືນຍົງ ແລະ ມີປະສິດທິຜົນ ຂອງການພົວພັນຫວຽດນາມ - ລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ພາລະກິດການປະຕິວັດຂອງແຕ່ລະປະເທດວາງອອກ ໃນສະພາບການໃໝ່.
ພາຍໃຕ້ການນຳພາຂອງສອງພັກ, ການຊີ້ນຳ ຄຸ້ມຄອງ ແລະ ບໍລິຫານຂອງສອງລັດຖະບານ, ກະຊວງການຕ່າງປະເທດຂອງສອງປະເທດຫວຽດນາມແລະລາວ ເສີມຂະຫຍາຍມູນເຊື້ອການຮ່ວມມືອັນດີງາມ, ເພີ່ມທະວີການແລກປ່ຽນແລະປະສານງານຢ່າງແໜ້ນແຟ້ນ, ພະຍາຍາມທຸກວິທີທາງພ້ອມກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນສອງປະເທດ ປະກອບສ່ວນເຂົ້າໃນການພັດທະນາການພົວພັນຫວຽດນາມ-ລາວ ໃນທຸກຊ່ອງທາງຂອງການທູດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນສອງປະເທດ. ກະຊວງການຕ່າງປະເທດຂອງສອງປະເທດສືບຕໍ່ຜັນຂະຫຍາຍປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງກະຊວງ ໄລຍະປີ 2021-2025 ໃຫ້ມີປະສິດທິຜົນ, ໃນນັ້ນ ສຸມໃສ່ຊຸກຍູ້ການປະສານງານໃນການປະຕິບັດການທູດທາງເສດຖະກິດ ແລະ ວັດທະນະທຳ, ຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາລະຫວ່າງສອງປະເທດ, ເພີ່ມທະວີການຮ່ວມມືດ້ານການອົບຮົມສຶດສາ, ບຳລຸງສ້າງ ແລະ ຍົກສູງຄວາມສາມາດຂອງພະນັກງານການທູດ, ປະສານສົມທົບຢ່າງແໜ້ນແຟ້ນໃນທີ່ກົນໄກ ແລະ ເວທີປາໄສສາກົນ, ແບ່ງປັນປະສົບການໃນການຄົ້ນຄ້ວາຕ່າງປະເທດ, ການສື່ສານຕ່າງປະເທດ, ກິດຈະການກົງສຸນ ແລະ ການຄຸ້ມຄອງພົນລະເມືອງ,...
ຄວາມສາມັກຄີແບບພິເສດ, ການພົວພັນທີ່ສະໜິດສະໜົມລະຫວ່າງສອງປະເທດ, ສອງຊາດ ຫວຽດນາມແລະລາວ ໄດ້ຮັບການກໍ່ຕັ້ງ, ປົກປັກຮັກສາ ແລະ ບຳລຸງຄູນສ້າງ ຈາກການນຳຮຸ່ນຕ່າງໆຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ໄດ້ຮັບການຫຼໍ່ຫຼອມຜ່ານສິ່ງທ້າທາຍອັນຮ້າຍແຮງຫຼາຍຢ່າງ, ໄດ້ພັດທະນາຢ່າງຮອບດ້ານແລະກວ້າງຂວາງເລິກເຊິ່ງ ຢ່າງຕໍ່ເນື່ອງ, ກາຍເປັນຊັບສິນລວມອັນລ້ຳຄ່າ ຂອງປະຊາຊົນສອງປະເທດ, ເປັນກົດເກນແຫ່ງການດຳລົງຄົງຕົວ ແລະ ເປັນປັດໄຈທີ່ຮັບປະກັນໄຊຊະນະຂອງພາລະກິດການປະຕິວັດຂອງສອງປະເທດ. ໃນໄລຍະການພັດທະນາໃໝ່ຂອງສອງປະເທດ, ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມແລະລາວ ຍິ່ງມີຄວາມສຳຄັນກວ່າເວລາໃດໝົດ ສຳລັບທັງສອງປະເທດ. ເຖິງຈະຫຍຸ້ງຍາກ ລຳບາກປານໃດກໍ່ຕາມ, ສອງປະເທດຫວຽດນາມແລະລາວ ກໍ່ຕັດສິນໃຈທີ່ຈະເຮັດໃຫ້ດີທີ່ສຸດເພື່ອ “ຮັກສາແລະປົກປ້ອງສາຍພົວພັນມິດຕະພາບ ຫວຽດນາມ-ລາວ ຄືປົກປັກຮັກສາແກ້ວຕາຂອງຕົນເອງ”(2) ເຮັດໃຫ້ຄວາມພົວພັນອັນສັກສິດລະຫວ່າງຫວຽດນາມແລະລາວ ຂຽວສົດງົດງາມແລະຍືນຍົງຕະຫຼອດໄປ, ເພື່ອການພັດທະນາທີ່ຈະເລີນຮຸ່ງເຮືອງຂອງທັງສອງປະເທດ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ./.
------------------------
(1) ໂຮ່ຈີມິນ: ນິພົນຄົບຊຸດ, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2011, ເຫຼັ້ມ 14, ໜ້າ 55.
(2) ບົດປາໄສຂອງສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມແລະລາວຄົບຮອບ 55 ປີ (5 ກັນຍາ 1962 – 5 ກັນຍາ 2017) ແລະ ວັນເຊັນສົນທະສັນຍາມິດຕະພາບແລະການຮ່ວມມືຫວຽດນາມ-ລາວ ຄົບຮອບ 40 ປີ (18 ກໍລະກົດ 1977 – 18 ກໍລະກົດ 2017), ໜັງສືພິມຕຳຫຼວດປະຊາຊົນເອເລັກໂຕຣນິກ, https://cand.com.vn/Su-kien-Binh-luan-thoi-su/Toan-van-cua-dong-chi-Tong-Bi-thu-Nguyen-Phu-Trong-tai-Le-ky-niem-55-nam-Ngay-thiet-lap-quan-he-ngoai-giao-va-40-nam-Ngay-ky-Hiep-uoc-Huu-nghi-va-Hop-tac-Viet-Nam-Lao-i440502/, ວັນທີ 18 ກໍລະກົດ 2017.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 993 (ເດືອນກໍລະກົດ 2022)