06/11/2022 | 17:36 PM


ປຸກຕື່ນແລະເສີມຂະຫຍາຍຄຸນຄ່າດ້ານສິນທຳ ວັດທະນະທຳ ແລະ ແຫຼ່ງພະລັງທາງສາສະໜາ
ເພື່ອຮັບໃຊ້ພາລະກິດການພັດທະນາປະເທດ
ເພື່ອຮັບໃຊ້ພາລະກິດການພັດທະນາປະເທດ
ວກ. - ຄຸນຄ່າດ້ານສິນທຳ ແລະ ວັດທະນະທຳຂອງສາສະໜາ ແມ່ນພາກສ່ວນທີ່ສຳຄັນ ໃນລະບົບຄຸນຄ່າວັດທະນະທຳຫວຽດນາມ, ເປັນຮາກຖານທາງດ້ານຈິດໃຈ ເພື່ອຊ່ວຍໃຫ້ຜູ້ເຊື່ອຖືມີຊີວິດທີ່ມີສຸຂະພາບດີ, ມີຄວາມຮັບຜິດຊອບຕໍ່ສັງຄົມ, ເພື່ອປະກອບສ່ວນສຳຄັນເຂົ້າໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ຢ້ຽມຊົມບູຮານສະຖານ ແລະ ທັດສະນີຍະພາບ ອຽນຕື້, ຕາແສງ ເທື້ອງອຽນກົງ, ນະຄອນ ອວງບີ໋, ແຂວງກວາງນິງ _ພາບ: TTXVN
ສາສະໜາແມ່ນພາກສ່ວນສຳຄັນທີ່ປະກອບເປັນພື້ນຖານວັດທະນະທຳ. ເມື່ອເວົ້າເຖິງວັດທະນະທຳຂອງຊົນເຜົ່າໜຶ່ງ ຫຼືພາກພື້ນໜຶ່ງ, ບໍ່ອາດຈະບໍ່ເວົ້າເຖິງສ່ວນປະກອບຂອງສາສະໜາ. ຄຸນຄ່າວັດທະນະທຳຂອງສາສະໜາສະແດງອອກໃນຄວາມເຊື່ອໝັ້ນ, ການປະຕິບັດ, ບັນດາຫຼັກການດ້ານຄຸນສົມບັດ, ບັນດາຄ່ານິຍົມ, ບັນດາມໍລະດົກທີ່ມີຮູບ ແລະ ບໍ່ມີຮູບ. ຂະບວນການສ້າງແລະພັດທະນາຫຼັກຄຳສອນ ປັດຊະຍາ ຫຼັກການ ແລະ ກົດສິນຂອງສາສະໜາ ຄ່ອຍໆສົ່ງຜົນກະທົບແລະແຊກຊຶມຂົ້າໄປໃນການຮັບຮູ້ ແນວຄິດ ຈິດວິທະຍາ ແລະ ວິຖີຊີວິດຂອງຜູ້ຄົນ ບໍ່ພຽງແຕ່ຜູ້ເຊື່ອຖື ຜູ້ສັດທາໃນສາສະໜາເທົ່ານັ້ນ ແຕ່ຍັງສົ່ງຜົນສະທ້ອນຕໍ່ຫຼາຍດ້ານຂອງສັງຄົມ. ຄຸນຄ່າວັດທະນະທຳຂອງສາສະໜາມີພະລັງທີ່ຍືນຍົງແລະແຂງແຮງ, ນັບທັງຢູ່ໃນສັງຄົມທີ່ບັນລຸຄວາມທັນສະໄໝສູງ.
ຫວຽດນາມເປັນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານສາສະໜາ. ນັບເຖິງເດືອນທັນວາ 2021, ລັດຫວຽດນາມໄດ້ຮັບຮອງແລະອະນຸຍາດໃຫ້ຈົດທະບຽນການດຳເນີນງານແກ່ 41 ອົງການທີ່ຖືສາສະໜາ 16 ສາສະໜາ ໂດຍມີສາສະນິກະຊົນກວມເອົາ 27% ຂອງປະຊາກອນທັງປະເທດ, ດ້ວຍຜູ້ມີຕຳແໜ່ງສຳຄັນກວ່າ 58.000 ຄົນ, ຜູ້ປະຕິບັດງານປະຈຳປະມານ 148.000 ຄົນ ແລະ ສາສະນະສະຖານກວ່າ 29.000 ແຫ່ງໃນທົ່ວປະເທດ. ຫວຽດນາມພວມຢູ່ໃນວິວັດການປ່ຽນແປງໃໝ່, ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ກໍ່ສ້າງວັດທະນະທຳທີ່ກ້າວໜ້າ ທີ່ມີເອກະລັກສະເພາະຂອງຊາດ ດ້ວຍເນື້ອໃນຫຼັກແມ່ນຄວາມເປັນເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ.
ພັກກອມມູນິດຫວຽດນາມທີ່ໄດ້ກຳນົດວ່າ: “ວັດທະນະທຳແມ່ນພື້ນຖານຈິດໃຈຂອງສັງຄົມ, ທັງເປັນເປົ້າໝາຍ, ທັງເປັນກຳລັງແຮງພາຍໃນ, ກຳລັງໜູນສຳຄັນ ເພື່ອພັດທະນາປະເທດ”. ທີ່ກອງປະຊຸມວັດທະນະທຳທົ່ວປະເທດເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃນຄັ້ງວັນທີ 24 ພະຈິກ 2021, ສະຫາຍເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ໄດ້ເນັ້ນໜັກຢ່າງເລິກເຊິ່ງຂໍ້ຄວາມສຳຄັນຂອງປະທານໂຮ່ຈີມິນທີ່ວ່າ: “ວັດທະນະທຳຊີ້ທິດເຍືອງທາງໃຫ້ແກ່ປະຊາຊົນຂອງຊາດ”. ດັ່ງນັ້ນ, ການປຸກຕື່ນແລະເສີມຂະຫຍາຍຄຸນຄ່າອັນດີງາມຂອງບັນດາສາສະໜາ - ປັດໄຈປະກອບສ້າງວັດທະນະທຳ ແນໃສ່ສ້າງແຫຼ່ງພະລັງ ເພື່ອຮັບໃຊ້ພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ ແມ່ນຈຳເປັນທີ່ສຸດ.
ຄຸນຄ່າດ້ານສິນທຳ ວັດທະນະທຳ ແລະ ແຫຼ່ງພະລັງຂອງສາດະໜາ ຢູ່ຫວຽດນາມ
ສາສະໜາໄດ້ຮັບການນຳເຂົ້າແລະກໍ່ຕັ້ງຂຶ້ນໃນຫວຽດນາມຕັ້ງແຕ່ດົນນານ, ໄດ້ຮັບການຍອມຮັບຈາກຜູ້ຄົນ ເນື່ອງຈາກຄຸນຄ່າມະນຸດທີ່ສາສະໜານຳມາ ເຊິ່ງສອດຄ້ອງກັບສິນທຳອັນດີແລະວັດທະນະທຳດັ້ງເດີມຂອງຊາວຫວຽດນາມ. ຕະຫຼອດປະຫວັດສາດຂອງປະເທດ ສາສະໜາມີຄວາມກ່ຽວຂ້ອງຢ່າງໃກ້ຊິດແລະໄປພ້ອມກັບປະເທດຊາດສະເໝີມາ ໂດຍການສະແດງອອກທີ່ຈະແຈ້ງທີ່ສຸດຄື ບັນດາຄຸນຄ່າດ້ານສິນທຳ ແລະວັດທະນະທຳ.
ດ້ວຍມູນເຊື້ອ “ປົກປ້ອງປະເທດຊາດ ຮັກສາປະຊາຊົນໃຫ້ປອດໄພ”, ພີ່ນ້ອງຖືສາສະໜາສ່ວນໃຫຍ່ໄດ້ໄປພ້ອມກັບປະເທດໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ. ພຸດທະສາສະໜາມີຢູ່ໃນປະເທດຫວຽດນາມຫຼາຍກວ່າ 2.000 ປີ ໂດຍມີຄະຕິທຳເຂົ້າສູ່ໂລກ “ທຳມະບໍ່ແຍກອອກຈາກກົດໂລກ” ໄດ້ສົ່ງເສີມຄຸນຄ່າວັດທະນະທຳທາງພຸດທະສາສະໜາໃນສັງຄົມຫວຽດນາມຜ່ານໄລຍະຕ່າງໆ. ສິນທຳແລະວັດທະນະທຳທາງພຸດທະສາສະໜາໄດ້ເພີ່ມພູນຄຸນຄ່າດັ້ງເດີມຂອງວັດທະນະທຳຫວຽດນາມ, ເຊັ່ນທັດສະນະກ່ຽວກັບຄວາມເມດຕາ, ອຸເບກຂາ, ຄວາມບໍ່ເຫັນແກ່ຕົວ, ການເຫັນແກ່ປະໂຫຍດຜູ້ອື່ນແລະ ກົດແຫ່ງເຫດແລະຜົນ. ພຸດທະສາສະໜາໄດ້ຊີ້ໄຫ້ເຫັນວ່າ ຄວາມທຸກທໍລະມານຂອງມະນຸດ ແລະ ຄວາມບໍ່ສະເໝີພາບທາງສັງຄົມທັງໝົດນັ້ນແມ່ນ ຄວາມໂລບ, ຄວາມກຽດຊັງ, ຄວາມຫຼົງໄຫຼ, ເຮັດໃຫ້ເກີດຄວາມເຫັນຜິດ, ຂໍ້ຂັດແຍ້ງ ແລະ ການເຮັດຊົ່ວ; ຍຶດໝັ້ນກົດແຫ່ງເຫດແລະຜົນ, ບາບໄລ່ເວນທັນ, ແນະນຳໃຫ້ສາສະນິຊົນປະຕິບັດ “ສິນຫ້າ”, “ມັກຄະແປດ”, ຍົກສູງຄວາມຮັບຜິດຊອບຕໍ່ບຸກຄົນ, ຊຸມຊົນ ແລະ ສັງຄົມໂດຍລວມ, ຊຸກຍູ້ໃຫ້ຜູ້ຄົນປັບພຶດຕິກຳຂອງຕົນເອງ.
ຄຸນຄ່າທາງວັດທະນະທຳແລະສິນທຳອັນດີໃນຄໍາສອນຂອງສາສະໜາກາໂຕລິກ ແລະ ໂປແຕສແຕນ ສະທ້ອນໃຫ້ເຫັນໃນບັນຍັດ 10 ປະການ, ໃນນັ້ນ 3 ປະການເປັນເລື່ອງກ່ຽວກັບພະເຈົ້າ ແລະ 7 ປະການກ່ຽວກັບສິນທຳຂອງມະນຸດທີ່ມີສ່ວນສົ່ງເສີມສິນທຳແລະວັດທະນະທຳສ່ວນບຸກຄົນແລະສັງຄົມ. ປັດຊະຍາຂອງສາສະໜາກາໂຕລິກກວ້າງທີ່ສຸດ ແຕ່ໄດ້ລວບລວມເປັນແປດຄຳ ໂດຍແບ່ງເປັນສອງຄູ່ມາດຕາເກນຄື “ເຊື່ອຖືພະເຈົ້າ, ຮັກແພງມະນຸດ”, ນັ້ນແມ່ນຄວາມຮັກ, ຄວາມເຫັນອົກເຫັນໃຈ ແລະ ການແບ່ງປັນກັບຜູ້ປະສົບກັບຄວາມຫຍຸ້ງຍາກໃນສັງຄົມ. ສາສະໜາພຸດຮວ່າຫາວ ດ້ວຍຫຼັກການຊີ້ນຳ “ສຶກສາພະພຸດ, ປູກຝັງມະນຸດສະທຳ”, ຢູ່ໃນຄອບຄົວ ຄະລາວາດບຳເພັນກຸສົນສີ່ຢ່າງ (ພະຄຸນຂອງພໍ່ແມ່ບັນພະບຸລຸດ, ພະຄຸນຂອງແຜ່ນດິນ, ພະຄຸນລັດຕະມະໄຕ, ຮູ້ບຸນຄຸນເພື່ອນຮ່ວມຊາດແລະມະນຸດຊາດ) ດ້ວຍທິດທາງປະຕິບັດ “ເພື່ອທຳມະ ແລະ ເພື່ອຊາດ” ໂດຍສຸມໃສ່ການເຄື່ອນໄຫວເຜີຍແຜ່ຫຼັກທຳ ປະຕິບັດທຳ ປະຕິບັດວຽກງານສັງຄົມ, ການກຸສົນ ແລະ ການຖວາຍທານ ເຊິ່ງສອດຄ່ອງກັບມູນເຊື້ອຮັກຊາດ ແລະ ວັດທະນະທຳຂອງຊາດຫວຽດນາມ. ສາສະໜາກາວດ່າຍ ແລະ ສາສະໜາອື່ນໆ ກໍ່ໄດ້ຖືເອົາຄວາມຮັກແພງເປັນພື້ນຖານ, ເອົາຄຸນທຳເປັນທິດນຳ, ຖືເອົາການຮັບໃຊ້ມະນຸດເປັນການກະທຳ, ຖືເອົາຄວາມລອດຂອງວິນຍານເປັນບັ້ນປາຍ, ສູ້ຊົນເພື່ອສັນຕິພາບ ແລະ ສະເໝີພາບທາງສັງຄົມ ແນໃສ່ຮັບໃຊ້ປະຊາຊົນ ປະເທດຊາດ, ຄ້າຍຄືກັບຈຸດໝາຍທີ່ພັກ, ລັດ ແລະ ທົ່ວສັງຄົມຫວຽດນາມກຳລັງມຸ່ງສູ່ ຄືທ່ານປະລະມາຈານ ກາວຈ່ຽວຝາດ ໃນເມື່ອກ່ອນໄດ້ຮຽກຮ້ອງໃຫ້ບັນດາສາສະໜາສາມັກຄີກັບລັດຖະບານ ເພື່ອຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ: “ແທ່ນບູຊາທາງສາສະໜາມີຫຼາຍ ແຕ່ແທ່ນບູຊາປະເທດຊາດມີພຽງໜ່ວຍດຽວ”.
ທຸກສາສະໜາລ້ວນແຕ່ມີຄຸນຄ່າມະນຸດນິຍົມແລະມຸ່ງດີ, ຊີ້ນຳຜູ້ຄົນໄປສູ່ຊີວິດແຫ່ງການເຫັນແກ່ປະໂຫຍດຜູ້ອື່ນ, ຄວາມສະເໝີພາບ ແລະ ການກຸສົນ. ສາສະໜາແນະນຳໃຫ້ສາສະນິກະຊົນຫ້າມຂ້າ ເພື່ອຫຼີກຫຼ່ຽງຄວາມຕາຍ, ຄວາມຮຸນແຮງ, ການປະທະກັນ, ສົງຄາມ; ບໍ່ລັກປຸ້ນ, ບໍ່ຕົວະແມ່ນສອນໃຫ້ຜູ້ເຊື່ອຖືມີຄວາມຊື່ສັດໃນການທຸລະກິດ, ພັດທະນາເສດຖະກິດ, ບໍ່ໂລບຊັບສິນຂອງຜູ້ອື່ນ ເພື່ອຈຳກັດທີ່ມາຂອງຄວາມຂັດແຍ້ງໃນສັງຄົມ… ເມື່ອຄົນ/ຜູ້ເຊື່ອຖືຫຼີກລ່ຽງສິ່ງທີ່ບໍ່ດີ ແລະ ປະຕິບັດສິ່ງທີ່ດີ, ບໍ່ພຽງແຕ່ເປັນຄົນດີເທົ່ານັ້ນ, ແຕ່ຍັງເປັນຊຸມຊົນທີ່ດີ ແລະ ສັງຄົມທີ່ດີ. ສິ່ງເຫຼົ່ານັ້ນໄດ້ປະກອບສ່ວນສ້າງພື້ນຖານອັນໝັ້ນຄົງ ໃນການພັດທະນາລະບົບຄຸນຄ່າດ້ານສິນທຳແລະວັດທະນະທຳຂອງຊາດ.
ອຸດົມການຂອງສາສະໜາແນະນຳປະຊາຊົນໃຫ້ລະນຶກເຖິງ “ຄວາມກະຕັນຍູ” ສະເໝີ ໂດຍຖືເອົາຄວາມກະຕັນຍູເປັນອັນດັບໜຶ່ງ ໃນການໃຫ້ຄວາມຮູ້ແກ່ຜູ້ສັດທາ, ສອດຄ່ອງກັບຮີດຄອງປະເພນີຂອງຊາດຫວຽດນາມ ໃນການສ້າງວັດທະນະທຳຄອບຄົວ, ຈຸລັງຂອງສັງຄົມ. ຄວາມກະຕັນຍູແມ່ນຄຸນຄ່າທີ່ຕັ້ງໜ້າແລະແທ້ຈິງ ທີ່ສົ່ງເສີມໃຫ້ຄົນເບິ່ງແຍງດູແລ ຊ່ວຍເຫຼືອເຊິ່ງກັນແລະກັນ, ເສີມຂະຫຍາຍຄຸນຄ່າຂອງມະນຸດ ແລະ ກະຈາຍຄວາມຮັກ. ສາສາໜາເຊີດຊູຄຸນຄ່າຂອງຄອບຄົວ, ພ້ອມກັບການປົກປ້ອງຄວາມເຊື່ອຖືສາສະໜາ ເຮັດໃຫ້ສະມາຊິກໃນຄອບຄົວມີຄວາມເອົາໃຈໃສ່ ຊ່ວຍເຫຼືອ ເບິ່ງແຍງດູແລເຊິ່ງກັນແລະກັນໃນຊີວິດໃຫ້ດີຂຶ້ນ ແລະ ປະກອບສ່ວນໃນການຕໍ່ຕ້ານກັບການບຸກລຸກຂອງຄວາມຊົ່ວຮ້າຍທາງສັງຄົມ. ຄຸນຄ່າຂອງສາສະໜານັ້ນມີສ່ວນສະໜັບສະໜູນຄຸນຄ່າດ້ານສິນທຳແລະວັດທະນະທຳດັ້ງເດີມ ຂອງຄອບຄົວຊາວຫວຽດນາມ. ມາດຕະຖານທາງສາດສະໜາປະກອບສ່ວນຢ່າງຫຼາຍ ໃນການຮັກສາຈັນຍາບັນຂອງສັງຄົມຫວຽດນາມ ແລະ ເປັນປະໂຫຍດຢ່າງຫຼາຍ ໃນການຮັກສາສິນທຳແລະວັດທະນະທຳສັງຄົມ.
ຄຽງຄູ່ກັບລະບົບປັດຊະຍາທີ່ເລິກເຊິ່ງ, ບັນດາສາສະໜາຍັງປະກອບສ່ວນເຂົ້າໃນວັດທະນະທຳຂອງຊາດດ້ວຍບັນດາກິດຈະກຳທີ່ມີຄຸນຄ່າມະນຸດເລິກເຊິ່ງ ເຊັ່ນ ສາຖາປັດຕະຍະກຳ, ຈິດຕະກຳ, ປະຕິມາກຳ. ພຸດທະສາສະໜາໄດ້ປະກອບສ່ວນສ້າງບັນດາກິດຈະກຳສິລະປະກຳເປັນເອກະລັກສະເພາະຄື ວັດວາອາຮາມ, ທາດເຈດີ, ຫໍຄອຍ ແລະ ຮູບປັ້ນຂອງຫວຽດນາມ. ການປະສົມປະສານຮູບແບບ, ສະຖາປັດຕະຍະກໍາຕາເວັນຕົກຂອງກາໂຕລິກ ແລະ ມຸດສະລິມ ມີສ່ວນເຮັດໃຫ້ເກີດການແຊກຊ້ອນແລະການເຊື່ອມໂຍງຂອງວັດທະນະທໍາປະຈຳຊາດ. ຄຳພີໄບເບິນ, ພະໄຕປິດົກ ແລະ ຄຳສອນທາງສາສະໜາເປັນຊັບສົມບັດທາງວັດທະນະທຳ ແລະ ປະຫວັດສາດທີ່ອຸດົມສົມບູນ ເຊິ່ງຈຳເປັນຕ້ອງ ໄດ້ຮັບການຂຸດຄົ້ນ ຄຽງຄູ່ໄປກັບປະຫວັດສາດວັດທະນະທໍາຂອງຊາດ; ການກຳເນີດ ແລະ ພັດທະນາຂອງໜັງສືພິມສາສະໜາ ໄດ້ປະກອບສ່ວນສົ່ງເສີມບັນດາຄຸນຄ່າທາງສາສະໜາແລະ ຄຸນຄ່າວັດທະນະທຳຂອງຊາດ, ເຮັດໃຫ້ວັດທະນະທຳທາງສາສະໜາໃກ້ຊິດແລະແກວ່ນເຄີຍກັບ ວັດທະນະທຳຫວຽດນາມຫຼາຍຂຶ້ນ ແລະ ໃນທາງກັບກັນ ວັດທະນະທຳຫວຽດນາມສະແດງອອກໃນພິທີທາງສາສະໜາພິເສດ.
ການປະຕິບັດພິທີກຳທາງສາສະໜາໄດ້ປະກອບສ່ວນກໍ່ສ້າງແລະສາມັກຄີຊຸມຊົນຜູ້ສັດທາໃນສາສະໜາ. ພິທີກຳແລະການປະຕິບັດຕາມຄວາມເຊື່ອທາງສາສະໜາແມ່ນວິທີທີ່ຈະເຮັດໃຫ້ຜູ້ຄົນໃກ້ຊິດກັນກວ່າອີກ, ໂດຍມີການແລກປ່ຽນແລະຖ່າຍທອດຄຸນຄ່າດ້ານສິນທຳ ແລະວັດທະນະທຳທາງສາສະໜາ ແລະ ຊົນຊາດ ເປັນປົກກະຕິກວ່າອີກ. ເນື່ອງຈາກວ່າ, ທຸກສາສະໜາສອນໃຫ້ຄົນດີ, ເປັນຄົນດີ, ມີຄຸນທຳ, ມີຄວາມຮັບຜິດຊອບຕໍ່ຕົນເອງແລະຄອບຄົວ, ຮູ້ວິທີການດໍາລົງຊີວິດເພື່ອຊຸມຊົນ. ການປະຕິບັດພິທີກຳທາງສາສະໜາປະກອບສ່ວນສ້າງຄວາມສາມັກຄີ ແລະຄວາມເປັນເອກະພາບໃນສັງຄົມ. ຄວາມເຊື່ອທາງສາສະໜາທີ່ຕັ້ງໜ້າ ໄດ້ສົ່ງຜົນຕໍ່ການກະທຳແລະຈະລິຍະທຳ ຂອງສາສະນິກະຊົນແຕ່ລະຄົນ ແລະຊຸມຊົນທາງສາສະໜາ. ຄວາມສຳພັນທີ່ແໜ້ນແຟ້ນຂອງຄົນທີ່ມີຄວາມເຊື່ອດຽວກັນຍາມໃດກໍ່ມີພະລັງທີ່ຍືນຍົງ ແລະ ແຜ່ກະຈາຍໄປຍັງຊຸມຊົນ, ສ້າງການພົວພັນຮ່ວມມືທາງສັງຄົມ, ປະກອບສ່ວນສ້າງຄວາມເປັນເອກະພາບ ແລະ ຄວາມກ້າວໜ້າທາງສັງຄົມ.
ບັນດາສາສະໜາໄດ້ສະແດງໃຫ້ເຫັນຄຸນຄ່າດ້ານສິນທຳແລະວັດທະນະທຳໃນປັດຊະຍາ ແລະ ຄຳສອນໃນທາງປະຕິບັດ ດ້ວຍການດຳເນີນຂະບວນການຕ່າງໆທີ່ເປີດຕົວໂດຍກະຊວງ, ຂະແໜງການແລະທ້ອງຖິ່ນ ເຊັ່ນ “ທົ່ວປວງຊົນສາມັກຄີກັນກໍ່ສ້າງຊີວິດວັດທະນະທຳ” ຢູ່ເຂດທີ່ຢູ່ອາໄສ, “ສ້າງວັດທີ່ມີທັດສະນິຍະພາກພຽນ ເປັນແບບຢ່າງ”, “ສ້າງແຄວ້ນແລະຕະກຸນກາໂຕລິກທີ່ກ້ວໜ້າ ແລະ ຄອບຄົວກາໂຄລິກທີ່ເປັນແບບຢ່າງ”, ຫຼືການເຄື່ອນໄຫວເພື່ອປ້ອງກັນແລະປາບປາມອາດຊະຍາກຳ ຢາເສບຕິດ ຄວາມຊົ່ວຮ້າຍທາງສັງຄົມ, ເພື່ອສ້າງວິຖີຊີວິດໃໝ່ ໃນຄວາມກະຕັນຍູກະຕິເວທີ, ງານມ່ວນຊື່ນ ແລະ ງານບຸນ, ສ້າງແລະຈັດຕັ້ງປະຕິບັດຂໍ້ຕົກລົງ ກົດລະບຽບຂອງບ້ານ, ເຂດທີ່ຢູ່ອາໄສ… ໃນຂະບວນການກໍ່ສ້າງຊົນນະບົດໃໝ່, ຕົວເມືອງສີລິໄລ ຢູ່ຫຼາຍທ້ອງຖິ່ນ ເຊັ່ນ ແຂວງນິງບິ່ງ, ແຂວງນາມດິ້ງ, ແຂວງຮ່ານາມ, ແຂງຮ່າຕີ້ງ, ແຂວງດົ່ງນາຍ, ແຂວງກ່າເມົາ,… ພີ່ນ້ອງຮ່ວມຊາດທີ່ນັບຖືສາສະໜາໄດ້ບໍລິຈາກເງິນຫຼາຍຮ້ອຍຕື້ດົ່ງ ແລະ ແຮງງານຫຼາຍແສນວັນໂດຍສະໝັກໃຈ, ບໍລິຈາກທີ່ດິນແລະວັດສະດຸ ສຳລັບການສ້າງທາງຊົນນະບົດ, ສ້າງໂຮງຮຽນ, ສວນສະໜຸກ, ກິດຈະກຳທາງວັດທະນະທຳ ແລະ ກິລາ,… ປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບກວ້າງຂວາງສວຍງາມແລະສະອາດ. ຫ້ອງຮຽນຮັກແພງ, ໂຮງຮຽນ, ຫ້ອງຮຽນອະນຸບານຈຳນວນຫຼາຍ ທີ່ຈັດຕັ້ງຂຶ້ນໂດຍສຳມະນະສັກ, ພະສົງ ແລະ ອົງການທາງສາສະໜາ ໄດ້ປະກອບສ່ວນຕົວຈິງ ເຂົ້າໃນພາລະກິດການສຶກສາ ການຝຶກອົບຮົມ ແລະ ນັບມື້ນັບໄດ້ຮັບຄວາມເຊື່ອໝັ້ນໃນສັງຄົມ. ໂຮງໝໍ, ຫ້ອງກວດພະຍາດຂອງສາສະໜາຫຼາຍແຫ່ງ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນພ້ອມກັນກັບລັດ ເພື່ອຍົກສູງຄຸນນະພາບການກວດແລະປົວພະຍາດ ໃຫ້ແກ່ປະຊາຊົນ. ກິດຈະກຳການກຸສົນເພື່ອສັງຄົມດຳເນີນການຢ່າງແຂງຂັນ ໂດຍສຳມະນະສັກ, ນັກບວດ, ພະສົງ ແລະ ສາສະນິກະຊົນຈຳນວນຫຼາຍ ເຊັ່ນ ການສະໜັບສະໜູນທຶນການຜະລິດ, ການເປີດໂຮງຮຽນ, ຫ້ອງຮຽນຮັກແພງ, ການສ້າງສູນອຸປະຖຳສັງຄົມ, ການໃຫ້ທຶນການສຶກສາ ການກວດແລະຮັກສາພະຍາບານ, ຊ່ວຍເຫຼືອຜູ້ປະສົບໄພທຳມະຊາດ, ບໍລິຈາກເລືອດ, ຊ່ວຍເຫຼືອປະຊາຊົນໃນສະຖານະການທຸກຍາກ(1); ການຊ່ວຍເຫຼືອປະກັນສັງຄົມໃນສະພາບການທີ່ສັບສົນຂອງການແຜ່ລະບາດຂອງພະຍາດໂຄວິດ-19(2), ຜ່ານການເຄື່ອນໄຫວເຫຼົ່ານັ້ນ, ສະແດງໃຫ້ເຫັນເຖິງຄວາມຮັກແພງ, ການແບ່ງປັນ ແລະ ຄວາມເອົາໃຈໃສ່ອຸປະຖຳຄ້ຳຊູຂອງຊາວຫວຽດນາມ “ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ເໝືອນກັບໃບດີປົກປ້ອງໃບໄມ້ຈີກ”.
ສຳມະນະສັກ ເຈົ້າໜ້າທີ່ສາສະໜາໃນຫວຽດນາມມີຈຳນວນຫຼວງຫຼາຍ ເປັນປັນຍາຊົນ ມີອິດທິພົນ ແລະ ຄວາມຮູ້ກວ້າງຂວາງໃນບັນດາຂົງເຂດທີ່ກ່ຽວຂ້ອງກັບຊີວິດທາງສັງຄົມ, ເຊັ່ນການສຶກສາ ວັດທະນະທຳ ສາທາລະນະສຸກ ແລະ ພາສາຕ່າງປະເທດ… ນີ້ແມ່ນກຳລັງທີ່ມີການປະກອບສ່ວນຫຼາຍພໍສົມຄວນ ໃນການພັດທະນາວັດທະນະທຳ-ສັງຄົມ, ຂະບວນການພັດທະນາຊົນນະບົດໃໝ່, ພັດທະນາວັດທະນະທຳຢູ່ຮາກຖານ, ພິເສດແມ່ນເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ. ໃນການເຄື່ອນໄຫວທາງສາສະໜາ, ບັນດາສຳມະນະສັກເຄີຍຕັກເຕືອນແນະນຳໃຫ້ສາສະນິກາຊົນປະຕິບັດຕາມແນວທາງ ແຜນນະໂຍບາຍຂອງພັກ, ນະໂຍບາຍ ກົດໝາຍຂອງລັດ, ສ້າງຄວາມສາມັກຄີປວງຊົນທັງຊາດ, ສາມັກຄີສາສະໜາ ແລະ ຮັບຜິດຊອບໃນກິດຈະກຳທາງເສດຖະກິດແລະສັງຄົມ. ຢູ່ທີ່ນັ້ນ, ຄວາມເຊື່ອທາງສາສະໜາ, ພະບັນຍັດ ແລະ ມາດຕະຖານ ມີຜົນໃນທາງບວກຕໍ່ຜູ້ດຳເນີນການ ເປົ້າໝາຍ ແລະ ວິທີການດຳເນີນການທາງເສດຖະກິດ. ການພັດທະນາເສດຖະກິດໄປຄຽງຄູ່ກັບການຮັກສາສິ່ງແວດລ້ອມ, ການພັດທະນາເສດຖະກິດບໍ່ໄດ້ຫ່າງໄກຈາກສິນທຳຂອງສັງຄົມ, ຄວາມຮັບຜິດຊອບຕໍ່ສັງຄົມແມ່ນການປະກອບສ່ວນຂອງສາສະໜາໃນການສ້າງວັດທະນະທຳ, ສັງຄົມ ແລະ ພັດທະນາປະເທດ.
ສາສະໜາຍາມໃດກໍ່ເອົາໃຈໃສ່ເຖິງສັນຕິພາບ, ຄວາມປອງດອງ, ກ່າວປະນາມຄວາມບໍ່ຍຸຕິທຳແລະສິ່ງບໍ່ດີ, ດັ່ງນັ້ນ ຄຸນຄ່າດ້ານສິນທຳແລະວັດທະນະທຳຍາມໃດກໍ່ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ປະຊາຄົມສາສະໜາແມ່ນອົງການປົກຄອງຕົນເອງສູງ, ມີຄວາມຮັບຜິດຊອບໃນການຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນລົບລ້າງການກະທຳທີ່ລ້າສະໄໝ, ຈຳກັດການລະເມີດກົດໝາຍໂດຍເຍົາວະຊົນແລະຊາວໜຸ່ມ.
ທັດສະນະຂອງປະທານໂຮ່ຈີມິນ ແລະ ພັກກອມມູນິດຫວຽດນາມ
ກ່ຽວກັບການເສີມຂະຫຍາຍຄຸນຄ່າດ້ານສິນທຳ,
ວັດທະນະທຳ ແລະ ແຫຼ່ງພະລັງທາງສາສະໜາ
ທັດສະນະຂອງປະທານໂຮ່ຈີມິນ ກ່ຽວກັບວັດທະນະທຳໄດ້ສະແດງອອກໃນການເຄົາລົບສິດທິມະນຸດ, ລວມທັງເສລີພາບໃນຄວາມເຊື່ອແລະສາສະໜາ. ເພິ່ນໄດ້ຊອກຫາບັນດາຄຸນຄ່າມະນຸດນິຍົມຢູ່ໃນສະສະໜາ ເພື່ອສາມັກຄີ ຊົມເຊີຍ ລະດົມສົ່ງເສີມປະຊາຊົນຜູ້ເຊື່ອຖືສາສະໜາ ໃຫ້ເສີມຂະຫຍາຍບັນດາຄຸນຄ່າອັນຕັ້ງໜ້າ ເຂົ້າໃນການສ້າງຄຸນທຳທາງສັງຄົມ. ເພິ່ນຊາບຊຶ້ງໃນການກຸສົນແລະການເສຍສະຫຼະຂອງຜູ້ກໍ່ຕັ້ງສາສະໜາ ເມື່ອຫຼໍ່ຫຼອມຄຸນຄ່າຂອງຄວາມຈິງ, ຄວາມດີ ແລະ ຄວາມງາມຂອງສັງຄົມ ໃຫ້ກາຍເປັນປັດຊະຍາຂອງສາສະໜາ. ພວກເຂົາລ້ວນມີຂໍ້ດີຮ່ວມກັນໃນການສະແຫວງຫາວາມສຸກເພື່ອສັງຄົມ.
ພັກກອມມູນິດຫວຽດນາມໄດ້ສືບທອດແລະພັດທະນາແນວຄິດຂອງປະທານໂຮ່ຈີມິນ ກ່ຽວກັບການເສີມຂະຫຍາຍຄຸນຄ່າດ້ານສິນທຳແລະວັດທະນະທຳອັນດີງາມ ຂອງບັນດາສາສະໜາ ແລະ ນຳໃຊ້ສິ່ງນັ້ນເປັນຈຸດລວມ ເພື່ອເຕົ້າໂຮມຄວາມສາມັກຄີຂອງເພື່ອນຮ່ວມຊາດທາງສາສະໜາເມື່ອຢືນຢັນວ່າ: ສາສະໜາແລະຄວາມເຊື່ອເປັນຄວາມຕ້ອງການດ້ານຈິດວິນຍານຂອງປະຊາຊົນສ່ວນໜຶ່ງ. ຈັນຍາບັນທາງສາສະໜາມີຫຼາຍສິ່ງທີ່ເໝາະສົມກັບພາລະກິດການກໍ່ສ້າງສັງຄົມໃໝ່. ນີ້ກໍ່ແມ່ນທັດສະນະປ່ຽນແປງໃໝ່ຄວາມຮັບຮູ້ ແລະ ວຽກງານສາສະໜາ ໃນຕະຫຼອດໄລຍະປ່ຽນແປງໃໝ່ປະເທດ, ເຊິ່ງໄດ້ສະແດງອອກໃນບັນດາມະຕິ, ເອກະສານຂອງພັກ, ໂດຍສະເພາະແມ່ນມະຕິເລດທີ 03-NQ/TW, ລົງວັນທີ 16 ກໍລະກົດ 1998 ຂອງກອງປະຊຸມສູນກາງພັກຄັ້ງທີ 5 ສະໄໝທີ 8 “ວ່າດ້ວຍການສ້າງແລະພັດທະນາວັດທະນະທຳຫວຽດນາມທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ”. ມະຕິລະບຸວ່າ: “ສົ່ງເສີມແນວຄິດກ່ຽວກັບຄວາມຍຸຕິທຳ, ການກຸສົນ ແລະ ຄວາມປາຖະໜາດີ… ໃນສາສະໜາ, ພ້ອມກັນນັ້ນກໍ່ເຜີບແຜ່ແລະໃຫ້ຄວາມຮູ້ເພື່ອເອົາຊະນະໄສຍະສາດ; ຕ້ານການສວຍໃຊ້ສາສະໜາ ແລະ ຄວາມເຊື່ອຖື ເພື່ອປະຕິບັດເຈດຕະນາການເມືອງທີ່ບໍ່ດີ”(3). ມະຕິເລກທີ 25/NQ-TW, ລົງວັນທີ 12 ມີນາ 2003, ຂອງກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ 9 “ກ່ຽວກັບວຽກງານສາສະໜາ” ສືບຕໍ່ຢືນຢັນຄວາມຈຳເປັນຕ້ອງ “ຮັກສາແລະເສີມຂະຫຍາຍບັນດາຄຸນຄ່າອັນດີງາມຂອງຮີດຄອງປະເພນີບູຊາບັນພະບຸລຸດ, ເຊີດຊູຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ປະຊາຊົນ. ຫ້າມການເລືອກປະຕິບັດຕໍ່ພົນລະເມືອງເນື່ອງຈາກຄວາມເຊື່ອ, ສາສະໜາ. ພ້ອມກັນນັ້ນ, ຫ້າມການສວຍໃຊ້ຄວາມເຊື່ອຖືແລະສາສະໜາເພື່ອປະກອບພິທີກຳທາງໄສບະສາດ ໂດຍເດັດຂາດ”(4). ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ລະບຸວ່າ: “ສົ່ງເສີມບັນດາຄຸນຄ່າທາງວັດທະນະທຳແລະປັດໄຈຕັ້ງໜ້າໃນວັດທະນະທຳ ແລະ ຄວາມເຊື່ອຖື”(5). ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມສືບຕໍ່ຢືນຢັນຄຸນຄ່າດ້ານວັດທະນະທຳຂອງສາສະໜາ ເມື່ອຮຽກຮ້ອງໃຫ້ “ເສີມຂະຫຍາຍຄຸນຄ່າວັດທະນະທຳ, ຈະລິຍະທຳອັນດີງາມ ແລະ ແຫຼ່ງພະລັງຂອງສາສະໜາ ໃນການປະຕິບັດພາລະກິດການພັດທະນາປະເທດ”(6).
ດັ່ງນັ້ນ, ຈາກຄວາມຄິດຂອງປະທານໂຮ່ຈີມິນ ເຖິງທັດສະນະຂອງພັກກອມມູນິດ ຫວຽດນາມ ລ້ວນແຕ່ຢືນຢັນບົດບາດຂອງສາສະໜາ, ຖືເອົາຄຸນຄ່າວັດທະນະທຳແລະ ສິນທຳທີ່ດີຂອງສາສະໜາ ເປັນພະລັງອັນສຳຄັນ ໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ການຮັບຮູ້, ເຄົາລົບ ແລະ ແຜນນະໂຍບາຍເຊີດຊູຄຸນຄ່າວັດທະນະທຳ ແລະ ຈັນຍາບັນທີ່ດີຂອງສາສະໜາ ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍຕໍ່ສາສະໜາ ເພື່ອສົ່ງເສີມປັດຊະຍາແລະຄຳສອນສາສະໜາທີ່ດີ ໃນຊີວິດສັງຄົມ ແລະ ພາລະກິການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ.
ບັນດາບັນຫາໃນປະຈຸບັນ
ທີໜຶ່ງ, ເຊື່ອມຊຶມທັດສະນະຂອງພັກກອມມູນິດຫວຽດນາມ ກ່ຽວກັບການເສີມຂະຫຍາຍຄຸນຄ່າດ້ານສິນທຳ, ວັດທະນະທຳ ແລະ ແຫຼ່ງພະລັງຂອງສາສະໜາ
ເພື່ອປຸກຕື່ນແລະເສີມຂະຫຍາຍຄຸນຄ່າດ້ານສິນທຳແລະວັດທະນະທຳຂອງສາສະໜາໃນພາລະກິດການປົກປັກຮັກສາປະເທດຊາດ, ຕ້ອງເຊື່ອມຊຶມແລະເຜີຍແຜ່ທັດສະນະຂອງພັກກ່ຽວກັບສາສະໜາຢ່າງກວ້າງຂວາງ, ເປັນຕົ້ນແມ່ນຈິດໃຈກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມູນິດຫວຽດນາມ. ພ້ອມກັນນັ້ນ, ອຳນາດການປົກຄອງຂັ້ນຕ່າງໆຕ້ອງປະຕິບັດໃຫ້ໄດ້ດີ 4 ໜ້າທີ່ທີ່ພົວພັນເຖິງວຽກງານສາສະໜາ: 1- ຂົນຂວາຍ, ສາມັກຄີ, ເຕົ້າໂຮມບັນດາອົງການຈັດຕັ້ງສາສະໜາ, ສຳມະນະສັກ, ສາສະນິກະຊົນ ເພື່ອປະຕິບັດ “ຊີວິດທີ່ດີແລະເປັນສາສະໜາທີ່ດີ”, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ; 2- ຮັບປະກັນວ່າ ບັນດາອົງການຈັດຕັ້ງສາສະໜາເຄື່ອນໄຫວຕາມກົດໝາຍ ແລະ ກົດບັດ ຂໍ້ກຳນົດທີ່ໄດ້ຮັບການຍອມຮັບຈາກລັດ; 3- ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ສິນທຳອັນດີງາມ ແລະ ບັນດາແຫຼ່ງພະລັງຂອງສາສະໜາ ເພື່ອການພັດທະນາປະເທດ; 4- ຕໍ່ສູ້ຢ່າງເດັດດ່ຽວແລະຈັດການຢ່າງເຂັ້ມງວດ ກັບຜູ້ທີ່ສວຍໃຊ້ສາສະໜາເພື່ອຕໍ່ຕ້ານທຳລາຍພັກ, ລັດ ແລະ ລະບອບສັງຄົມນິຍົມ; ແບ່ງແຍກ, ທຳລາຍຄວາມສາມັກຄີສາສະໜາ ແລະ ກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ. ສືບຕໍ່ຍູ້ແຮງວຽກງານໂຄສະນາ, ຂົນຂວາຍສຳມະນະສັກ, ສາສະນິກະຊົນປະຕິບັດໃຫ້ໄດ້ດີ ແຜນນະໂຍບາຍ ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບສາສະໜາ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນ ເພື່ອເປົ້າໝາຍກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ເພື່ອປະຕິບັດວຽກງານນີ້ໃຫ້ໄດ້ດີ, ຈຳເປັນຕ້ອງຮັບຮູ້ບັນດາສາສະໜາຢ່າງເໝາະສົມກວ່າອີກກັບເງື່ອນໄຂປະຈຸບັນ. ເພື່ອໃຫ້ສາດສະໜາເຂົ້າຮ່ວມໃນການແກ້ໄຂບັນຫາຈະລິຍະທຳທາງສັງຄົມ ແລະເສີມຂະຫຍາຍເອກະລັກທາງວັດທະນະທຳຂອງຊາດ, ຈຳເປັນຕ້ອງມີກົນໄກ, ນະໂຍບາຍທີ່ຊັດເຈນ, ຖືສາສະໜາເປັນອົງປະກອບວັດທະນະທຳ. ແຜນນະໂຍບາຍທີ່ມີຢູ່ຈະຕ້ອງໄດ້ຮັບການຫັນເປັນນິຕິກຳ ສ້າງເປັນແລວທາງດ້ານກົດຫມາຍ ເພື່ອໃຫ້ສາສະໜາເສີມຂະຫຍາຍຄຸນຄ່ານັ້ນໃນສັງຄົມ. ຫວຽດນາມໄດ້ກຳນົດວ່າ ສາສະໜາ ແລະ ຄວາມເຊື່ອຖືແມ່ນຄວາມຕ້ອງການດ້ານຈິດໃຈຂອງປະຊາຊົນສ່ວນໜຶ່ງ ແລະ ຈັນຍາບັນທາງສາສະໜາມີຫຼາຍສິ່ງຫຼາຍຢ່າງທີ່ເໝາະສົມກັບການກໍ່ສ້າງສັງຄົມໃໝ່. ເພື່ອໃຫ້ປະເທດພັດທະນາແບບຍືນຍົງ, ຕ້ອງເອົາໃຈໃສ່ເຖິງການປະກອບສ່ວນຂອງສາສະໜາໃນດ້ານຈິດໃຈ, ເພື່ອຮັດແຄບຊ່ອງຫວ່າງດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຊົນລະຫວ່າງບັນດາເຂດ, ພາກ. ການເຄົາລົບແລະເສີມຂະຫຍາຍການປະກອບສ່ວນຂອງສາສະໜາແມ່ນການຊຸກຍູ້ໃຫ້ສາສະໜາພັດທະນາຄຸນຄ່າດ້ານສິນທຳ ແລະວັດທະນະທຳອັນດີງາມ ໃນການກໍ່ສ້າງ ແລະ ປະຕິບັດທິດທາງດຳລົງຊີວິດສາສະໜາໄປພ້ອມກັນກັບປະເທດຊາດ.
ທີສອງ, ເຄົາລົບ ແລະ ຮັບປະກັນສິດເສລີພາບໃນການເຊື່ອຖື ແລະ ສາສະໜາ ຂອງປະຊາຊົນ
ທັດສະນະທີ່ສະເໝີຕົ້ນສະເໝີປາຍ ແລະ ສອດຫ້ອຍຕະຫຼອດຂອງພັກກອມມູນິດ ຫວຽດນາມແມ່ນ ເຄົາລົບແລະຮັບປະກັນສິດເສລີພາບໃນການເຊື່ອຖືແລະສາສະໜາຂອງປະຊາຊົນ ແລະ ຢືນຢັນວ່າ ນັ້ນແມ່ນສິດທິມະນຸດ. ສິດທິນັ້ນມີຄ່າຢ່າງແທ້ຈິງກໍ່ຕໍ່ເມື່ອກ່ຽວຂ້ອງກັບປະເທດທີ່ສະຫງົບສຸກແລະພັດທະນາເທົ່ານັ້ນ. ພຽງແຕ່ໃນສະພາບແວດລ້ອມນັ້ນເທົ່ານັ້ນ, ອົງການຈັດຕັ້ງສາສະໜາຈຶ່ງມີເງື່ອນໄຂເພື່ອເບິ່ງແຍງດູແລຜົນປະໂຫຍດຂອງສາສະນິກະຊົນໄດ້ ແລະ ສາສະນິກະຊົນຈຶ່ງມີອິດສະລະໃນການສະແດງຄວາມເຊື່ອທາງສາສະໜາຂອງຕົນ, ຄວາມເຊື່ອທີ່ພວກເຂົາເຊື່ອແລະຄຸນຄ່າດ້ານສິນທຳແລະວັດທະນະທຳ ຈຶ່ງໄດ້ຮັບຮູ້ຢ່າງເຕັມສ່ວນ. ເພື່ອຮັກສາແລະພັດທະນາສະພາບແວດລ້ອມນັ້ນ ຕ້ອງເປັນເຈົ້າການໃນການເອົາໃຈໃສ່ຮັບປະກັນ ສິດເສລີພາບໃນຄວາມເຊື່ອຖືແລະສາສະໜາຂອງປະຊາຊົນ ໃຫ້ດີກວ່າອີກ. ນັ້ນກໍ່ແມ່ນພື້ນຖານເພື່ອໃຫ້ປະຊາຊົນທຸກສາສະໜາຮູ້ສຶກອຸ່ນອ່ຽນໃຈ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກກອມມູນິດຫວຽດນາມ, ປະກອບສ່ວນແລະເຜີຍແຜ່ຄຸນຄ່າທາງສິນທຳແລະວັດທະນະທຳອັນດີງາມຂອງສາສະໜາ ໃນການກໍ່ສ້າງປະເທດ.
ຄຽງຄູ່ກັບການຊ່ວຍເຫຼືອແລະແກ້ໄຂຄວາມຕ້ອງການດ້ານກິດຈະກຳທາງສາສະໜາ ແລະ ຄວາມເຊື່ອຖືຂອງປະຊາຊົນນັ້ນ, ຕ້ອງເອົາໃຈໃສ່ຫຼາຍກວ່າອີກເຖິງ ການປ້ອງກັນແລະຕໍ່ສູ້ຢ່າງເດັດດ່ຽວ ກັບການກະທຳສວຍໃຊ້ຄວາມເຊື່ອຖືແລະສາສະໜາ ເພື່ອຜົນປະໂຫຍດສ່ວນຕົວ, ແບ່ງແຍກ ທຳລາຍກຸ່ມກ້ອນສາມັກຄີປວງຊົນທັງຊາດ. ສ້າງຄວາມສຳພັນທີ່ແໜ້ນແຟ້ນລະຫວ່າງອຳນາດການປົກຄອງ ແລະ ອົງການຈັດຕັ້ງສາສະໜາ ເພື່ອແກ້ໄຂຄວາມຕ້ອງການທີ່ຖືກຕ້ອງຕາມກົດໝາຍໂດຍໄວ ແລະ ແກ້ໄຂຄວາມບໍ່ພຽງພໍກ່ຽວຂ້ອງກັບສາສະໜາ. ລະດົມສົ່ງເສີມສຳມະນະສັກ, ສາສະນິກະຊົນ ໃຫ້ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳອັນດີງາມຂອງຊາດ ໃນການດຳລົງຊີວິດສາສະໜາ ແລະ ນຳເອົາຄຸນຄ່າອັນດີງາມໃນວັດທະນະທຳແລະຈັນຍະບັນຂອງສາສະໜາ ເຂົ້າໃນການກໍ່ສ້າງ, ເຮັດໃຫ້ວັດທະນະທຳຂອງຊາດອຸດົມສົມບູນຍິ່ງຂຶ້ນ.
ທີສາມ, ຂົນຂວາຍສຳມະນະສັກ, ເຈົ້າໜ້າທີ່ທາງສາສະໜາ ແລະ ສາສະນິກະຊົນປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ໃນໄລຍະປະຈຸບັນ, ວັດທະນະທຳຫວຽດນາມໄດ້ແລະກຳລັງຮັບຜົນກະທົບຫຼາຍຢ່າງ, ມີທ່າອຽງປ່ຽນແປງ ແລະ ສູນເສຍເອກະລັກຂອງຕົນ. ດັ່ງນັ້ນ, ການປຸກຕື່ນແລະເສີມຂະຫຍາຍຄຸນຄ່າວັດທະນະທຳອັນດີງາມຂອງສາສະໜາ ເຂົ້າໃນການຮັກສາແລະເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດຫວຽດນາມ ແມ່ນໜ້າທີ່ສຳຄັນບໍ່ພຽງແຕ່ຂອງພັກ, ລັດ, ບັນດາອົງການຈັດຕັ້ງສາສະໜາເທົ່ານັ້ນ, ແຕ່ຍັງເປັນຄວາມຮັບຜິດຊອບຂອງທົ່ວສັງຄົມ. ດັ່ງນັ້ນ, ບັນດາກະຊວງ, ຂະແໜງການ, ບັນດາອົງຄະນະພັກແຂວງ, ນະຄອນ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຕ້ອງສືບຕໍ່ເອົາໃຈໃສ່ນຳພາຊີ້ນຳ, ຜັນຂະຫຍາຍການປະຕິບັດວຽກງານໂຄສະນາ, ຂົນຂວາຍສຳມະນະສັກແລະສາສະນິກະຊົນທຸກສາສະໜາ ໃຫ້ປະຕິບັດ, ຖືເອົານີ້ແມ່ນໜ້າທີ່ການເມືອງທີ່ສຳຄັນ. ຂົນຂວາຍບັນດາສາສະໜາສືບຕໍ່ເດີນຕາມເສັ້ນທາງປະຕິບັດສາສະໜາໃຫ້ຕິດພັນ ແລະ ໄປຄຽງຄູ່ກັບຊາດ, ໃຫ້ສອດຄ່ອງກັບຄຳສອນຂອງສາສະໜາ ແລະ ຮີດຄອງປະເພນີຂອງຊາດ, ທັງຖືກຕ້ອງຕາມລັດຖະທຳມະນູນ ກົດໝາຍ ແລະ ທ່າອຽງພັດທະນາຂອງຍຸກສະໄໝ, ປະກອບສ່ວນຕໍ່ສູ້ຕ້ານກະແສຄວາມຄິດທາງວັດທະນະທຳທີ່ບໍ່ດີແລະເປັນພິດ ທີ່ສົ່ງຜົນກະທົບຕໍ່ຊີວິດຂອງປະຊາຊົນ. ສ້າງການຫັນປ່ຽນຕັ້ງໜ້າໃນຄວາມຮັບຮູ້ຂອງຖັນແຖວສຳມະນະສັກ ແລະ ສາສະນິກະຊົນ ກ່ຽວກັບແຜນນະໂຍບາຍຂອງພັກແລະລັດ ກ່ຽວກັບວັດທະນະທຳແລະຈັນຍາບັນສາສະໜາ, ຍົກສູງຄວາມຮັບຜິດຊອບຂອງບຸກຄົນ, ອົງການຈັດຕັ້ງ ໃນການເສີມຂະຫຍາຍຄຸນຄ່າວັດທະນະທຳແລະຈັນຍາບັນສາສະໜາ ເພື່ອກໍ່ສ້າງ ພັດທະນາປະເທດ, ປົກປັກຮັກສາປະເທດຊາດ ທີ່ຖືກຕ້ອງກັບຈິດໃຈຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນ ຝູຈ້ອງ ທີ່ກອງປະຊຸມວັດທະນະທຳທົ່ວປະເທດ ໃນວັນທີ 24 ພະຈິກ 2021 ວ່າ: “ເສີມຂະຫຍາຍສູງສຸດບັນດາຄຸນຄ່າວັດທະນະທຳ, ກຳລັງແຮງ ແລະ ຈິດໃຈອຸທິດຂອງຄົນຫວຽດາມທຸກຄົນ, ສ້າງແຫຼ່ງພະລັງພາຍໃນ ແລະ ກຳລັງໜູນບຸກທະລຸ ເພື່ອບັນລຸຜົນສຳລັດຕາມເປົ້າໝາຍການພັດທະນາປະເທດເຖິງປີ 2025, 2030, ວິໄສທັດເຖິງປີ 2045 ທີ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມໄດ້ວາງອອກ”.
ຂົນຂວາຍສຳມະນະສັກແລະສາສະນິກະຊົນບັນດາສາສະໜາ ໃຫ້ເສີມຂະຫຍາຍມູນເຊື້ອຮັກຊາດ, ສາມັກຄີ, ຕິດພັນ, ໄປພ້ອມກັນ ແລະ ແບ່ງປັນຄວາມຮັບຜິດຊອບກັບສັງຄົມ ບົນຈິດໃຈດຳລົງ “ຊີວິດທີ່ດີແລະເປັນສາສະໜາທີ່ດີ”; ຕັ້ງໜ້າສະໜັບສະໜູນ ແລະ ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາການຂົນຂວາຍໂດຍແນວໂຮມປະເທດຊາດ ແລະ ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງ ເປັນຜູ້ປຸກລະດົມ, ກໍ່ສ້າງສາຍພົວພັນສາສະໜາ - ຊີວິດທີ່ສອດຄ່ອງປອງດອງກັນ, ຮ່ວມມືພ້ອມກັບອຳນາດການປົກຄອງທຸກຂັ້ນ ແລະປະຊາຊົນທຸກຄົນ ກໍ່ສ້າງປະເທດ. ພ້ອມກັນນັ້ນ, ເສີມຂະຫຍາຍທ່າແຮງຂອງສາສະໜາ, ຄວາມເຊື່ອຖື ໃນການເຂົ້າຮ່ວມບັນດາຂົງເຂດສາທາລະນະສຸກ, ວັດທະນະທຳ, ການສຶກສາ, ການສອນອາຊີບ, ສະຫວັດດິການສັງຄົມ, ຮັກສາສິ່ງແວດລ້ອມ, ການທ່ອງທ່ຽວທາງຈິດວິນຍານ… ຕໍ່ສູ້ກັບບັນດາການເຄື່ອນໄຫວຍຸຍົງໃຫ້ເກີດຄວາມຂັດແຍ່ງດ້ານວັດທະນະທຳຊາດພັນ - ສາສະໜາ, ທຳລາຍກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ ແລະ ທຳລາຍຜົນງານຂອງການປ່ຽນແປງໃໝ່ປະເທດ.
ພັກແລະລັດຫວຽດນາມ ໄດ້ມີແຜນນະໂຍບາຍຫັນເປັນສັງຄົມ ຕໍ່ກິດຈະກຳການສຶກສາ ການແພດ ແລະ ການກຸສົນເພື່ອມະນຸດສະທຳ. ນີ້ແມ່ນແຜນນະໂຍບາຍທີ່ມີຄວາມສະເໝີຕົ້ນສະເໝີປາຍ, ຍາວນານ, ໃນນັ້ນ ບັນດາອົງການຈັດຕັ້ງສາສະໜາແມ່ນແຫຼ່ງພະລັງທີ່ມີສ່ວນຮ່ວມໃນການປະຕິບັດແຜນນະໂຍບາຍສຳຄັນນີ້. ຕາມນັ້ນ, ບັນດາກະຊວງ, ຂະແໜງການແລະທ້ອງຖິ່ນ ບໍ່ພຽງແຕ່ຜັນຂະຫຍາຍປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກແລະລັດ ໃຫ້ມີປະສິດທິຜົນເທົ່ານັ້ນ, ແຕ່ຍັງສ້າງເງື່ອນໄຂອຳນວຍຄວາມສະດວກ ແນະນຳ ແລະ ຂົນຂວາຍ ໃຫ້ສາສະໜາຕ່າງໆເຂົ້າຮ່ວມໃນກິດຈະກຳຕາມກຳນົດຂອງກົດໝາຍ, ຕາມຄວາມສາມາດ, ຕາມກົດບັດ ແລະ ກົດລະບຽບຂອງສາສະໜາ. ສົ່ງເສີມໃຫ້ກຳລັງໃຈແລະຍ້ອງຍໍໃຫ້ລາງວັນຢ່າງທັນການ ແກ່ຕົວຢ່າງທີ່ເປັນແບບຢ່າງ ແລະ ວິທີ່ການທີ່ສ້າງສັນ ຂອງບຸກຄົນແລະອົງການທາງສາສະໜາ ໃນບັນດາຂະບວນການແຂ່ງຂັນຮັກຊາດ, ການສ້າງຊີວິດທາງວັດທະນະທຳໃນເຂດຊຸມຊົນ, ການປ້ອງກັນແລະຕໍ່ສູ້ກັບຄວາມຊົ່ວຮ້າຍທາງສັງຄົມ, ປະກອບສ່ວນຊຸກຍູ້ການສ້າງວິຖີຊີວິດທາງວັດທະນະທຳແລະອາລະຍະທຳຈາກຮາກຖານ.
ອາດຈະເວົ້າໄດ້ວ່າ, ຄຸນຄ່າດ້ານສິນທຳແລະວັດທະນະທຳຂອງສາສະໜານັ້ນ ກວ້າງຂວາງທີ່ສຸດ ແລະ ສົ່ງຜົນກະທົບຕໍ່ຊີວິດສັງຄົມໃນຫຼາຍດ້ານ. ການປຸກຕື່ນແຫຼ່ງພະລັງ ແລະ ເສີມຂະຫຍາຍບັນດາຄຸນຄ່າດັ່ງກ່າວ ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນທີ່ເຊື່ອຖືສາສະໜາປົກປັກຮັກສາຄວາມເຊື່ອໝັ້ນ, ກຳນົດທິດເປົ້າໝາຍດຳລົງຊີວິດໃຫ້ຫຼາຍຄົນເທົ່ານັ້ນ, ແຕ່ຍັງຊ່ວຍເສີມສ້າງສິນທຳແລະວັດທະນະທຳຂອງຊາດໃຫ້ອຸດົມສົມບູນຍິ່ງຂຶ້ນ./.
-----------------
(1) ກໍ່ສ້າງຫ້ອງກວດສຸຂະພາບການກຸສົນ 500 ຫ້ອງ, ສະຖານທີ່ປົກປ້ອງສັງຄົມ 800 ແຫ່ງ, ສະຖານທີ່ອາຊີວະສຶກສາ 12 ແຫ່ງ, ໂຮງຮຽນອະນຸບານ 280 ແຫ່ງ, ຫ້ອງຮຽນອະນຸບານເອກະລາດໂດຍບຸກຄົນຜູ້ເຊື່ອຖືສາສະໜາສ້າງຕັ້ງຂຶ້ນ 1.000 ຫ້ອງ, ຈຳນວນເດັດນ້ອຍໄປໂຮງຮຽນມີ 125.594 ຄົນ (10 ໂຮງຮຽນກວມເອົາ 3,7% ຂອງທັງໝົດ ໄດ້ບັນລຸມາດຕະຖານສູງກວ່າລະດັບຊາດ) - ແຫຼ່ງຂ່າວ: ຄະນະຮັບຜິດຊອບວຽກງານສາສະໜາຂອງລັດຖະບານ.
(2) ຮັກສາການເຄື່ອນໄຫວຂອງບັນດາຕົວແບບ, ເຊັ່ນ “ATM ເຂົ້າ”, “ເຮືອນຄົວແຫ່ງຄວາມຮັກ”, “ຮ້ານຂາຍເຄື່ອງ 0 ດົ່ງ”; ສະໜອງອາຫານ, ສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳວັນ ຫຼາຍພັນໂຕນ ແລະ ອາຫານຟຣີຫຼາຍແສນຄາບໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ຢູ່ໃນບໍລິເວນກັດກັນ ໃນເຂດເວັ້ນໄລຍະຫ່າງ ໂດຍບໍ່ຈຳແນກຜູ້ຖືສາສະໜາ ຫຼືບໍ່ຖືສາສະໜາ ດ້ວຍຈຳນວນເງິນຫຼາຍພັນຕື້ດົ່ງ; ປະກອບສ່ວນແລະໜູນຊ່ວຍ “ກອງທຶນວັກແຊນປ້ອງກັນພະນາດໂຄວິດ-19” ດ້ວຍຈຳນວນເງິນກວ່າ 20 ຕື້ດົ່ງ; ອາສາສະໝັກກວ່າ 3.000 ຄົນຈາກສາສະໜາຕ່າງໆໄດ້ລົງນາມເຂົ້າຮ່ວມແນວໜ້າຕໍ່ສູ້ກັບໂລກລະບາດ; ຊ່ວຍເຫຼືອຊາວຫວຽດນາມ ແລະ ພະສົງສາມະເນນໃນກຳປູເຈຍ 500 ລ້ານດົ່ງ, ຊ່ວຍເຫຼືອຊາວຫວຽດນາມ ແລະ ພະອົງສາມະເນນໃນລາວ 500 ລ້ານດົ່ງ; ບໍລິຈາກເຄື່ອງຊ່ວຍຫາຍໃຈ 133 ເຄື່ອງ ແລະເຄື່ອງກຳເນີດອົກຊີເຈນ 50 ເຄື່ອງ ມີມູນຄ່າເກືອບ 14 ຕື້ດົ່ງ ເພື່ອສະໜັບສະໜູນລັດທະບານແລະປະຊາຊົນອິນເດຍ; ບໍລິຈາກຊຸດກວດໂຄວິດ-19 ຈຳນວນ 2.000 ຊຸດ ໃຫ້ກັບລັດຖະບານແລະປະຊາຊົນເນປານ ມູນຄ່າ 600 ລ້ານດົ່ງ. ຄະນະກຳມະການ Caritas - ອັກຄະຣະສັງຄະມົນທົນ ນະຄອນໂຮ່ຈິມິນ ມີຈົດໝາຍເປີດຜະນຶກເຖິງນັກບວດແລະຊາວກາໂຕລິກ ຂົນຂວາຍບໍລິຈາກຜ້າອັດປາກອະນາໄມຈຳນວນ 4.000.000 ອັນໃຫ້ແກ່ສຳນັກມຸກຄະນາຍົກເມືອງພະນົມເປັນ (ກຳປູເຈຍ) - ແຫຼ່ງຂ່າວ: ຄະນະຮັບຜິດຊອບວຽກງານສາສະໜາຂອງລັດຖະບານ.
(3) ເອກະສານກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກ ສະໄໝ 8, ສພຈ ການເມືອງແຫ່ງຊາດ, ຮ່າໂນ້ຍ, 1998, ໜ້າ 67.
(4) ເອກະສານກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກ ສະໄໝ 9, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2003, ໜ້າ 49.
(5) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດຫວຽດນາມ ຄັ້ງທີ 12, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 128.
(6) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກກອມມູນິດຫວຽດນາມ ຄັ້ງທີ 13, ສພຈ ການເມືອງແຫ່ງຊາດ ສື້ເຖິ້ດ, ຮ່າໂນ້ຍ, 2021, ເຫຼັ້ມ 1, ໜ້າ 171.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 991 (ເດືອນມິຖຸນາ 2022)