ການສ້າງສານເອເລັກໂຕຣນິກ -
ໜ້າທີ່ສໍາຄັນອັນໜຶ່ງຂອງຍຸດທະສາດປະຕິຮູບດ້ານຕຸລາການ
ໜ້າທີ່ສໍາຄັນອັນໜຶ່ງຂອງຍຸດທະສາດປະຕິຮູບດ້ານຕຸລາການ
ວກ. - ການຍູ້ແຮງຂະບວນວິວັດການຫັນເປັນດິຈີຕອນ ແລະ ການສ້າງສານເອເລັກໂຕຣນິກເປັນໜ້າທີ່ທີ່ຈໍາເປັນຕ້ອງ, ແມ່ນໂອກາດໃຫ້ຂະແໜງການສານຫວຽດນາມສືບຕໍ່ຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ຄວາມຍຸຕິທໍາ, ຍົກສູງປະສິດທິຜົນການເຄື່ອນໄຫວແລະການສ້າງສານທີ່ທັນສະໄໝ. ຂະບວນການຫັນເປັນດິຈີຕອນ ແລະ ສ້າງສານເອເລັກໂຕຣນິກ ຈະສ້າງໄດ້ບັນດາຄຸນຄ່າອັນໃຫຍ່ຫຼວງ, ປະກອບສ່ວນອັນສຳຄັນເຂົ້າໃນການປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການຢູ່ຫວຽດນາມໄດ້ຮັບຜົນສໍາເລັດ.
ສະຫາຍ ເວືອງດິ່ງເຫ້ວ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີເປີດນໍາໃຊ້ສູນຂໍ້ມູນຂ່າວສານ - ຫໍສະໝຸດ, ສູນຕິດຕາມກວດກາ ບໍລິຫານ, ຊອບແວຜູ້ຊ່ວຍສະເໝືອນ ໃຫ້ແກ່ຜູ້ພິພາກສາ, ພື້ນຖານການພິພາກສາທາງໄກຂອງສານປະຊາຊົນ _ພາບ: TTXVN
ໃນປະຈຸບັນ, ການພັດທະນາຢ່າງໄວວາຂອງເຕັກໂນໂລຊີຂໍ້ມູນຂ່າວສານໄດ້ເຮັດໃຫ້ມີໂອກາດໃຫ້ແກ່ການຍົກສູງປະສິດທິຜົນການບໍລິຫານປະເທດ ແລະ ປະຕິບັດຄວາມຍຸຕິທໍາໃນໂລກຢ່າງຫຼວງຫຼາຍ. ການປະຕິວັດອຸດສາຫະກໍາຄັ້ງທີສີ່ ແລະ ການພັດທະນາຂອງເຕັກໂນໂລຊີດີຈີຕອນຢ່າງບໍ່ຢຸດຢັ້ງ ໄດ້ແລະກໍາລັງເຮັດໃຫ້ ການເຄື່ອນໄຫວຂອງສານມີການປ່ຽນແປງຢ່າງເລິກເຊິ່ງ. ໃນພຶດຕິກໍາຕົວຈິງຂອງສາກົນໃຫ້ເຫັນວ່າ ສານໃນຫຼາຍປະເທດໄດ້ຖືເປັນສໍາຄັນ ການໝູນໃຊ້ໄອທີທີ່ສຸດ ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວ. ໃນສະພາບການດັ່ງກ່າວ, ສານຫວຽດນາມມີແຜນນະໂຍບາຍຍູ້ແຮງການໝູນໃຊ້ໄອທີ, ໃຊ້ປະໂຫຍດບັນດາໂອກາດຈາກການປະຕິວັດອຸດສາຫາກໍາຄັ້ງທີສີ່ຢ່າງສູງສຸດ ເພື່ອສ້າງສານເອເລັກໂຕຣນິກ - ໜຶ່ງໃນບັນດາໜ້ທີ່ສໍາຄັນ ຂອງຍຸດທະສາດປະຕິຮູບດ້ານໃນຂະແໜງການສານ.
ຄວາມຮັບຮູ້ກ່ຽວກັບສານເອເລັກໂຕຣນິກ
ທາດແທ້ຂອງສານເອເລັກໂຕຣນິກແມ່ນຫັນການເຄື່ອນໄຫວສ່ວນໜຶ່ງຂອງສານ ຈາກ ເທສະຕົວຈິງ ເປັນ ເທສະດິຈີຕອນ, ໃນນັ້ນ, ສິ່ງສໍາຄັນຕົ້ນຕໍ ແມ່ນການດໍາເນີນ, ຫັນເປັນດີທີ່ສຸດ ແລະ ພັດທະນາການເຄື່ອນໄຫວຈໍານວນໜຶ່ງບົນພື້ນຖານດິຈິຕອນ ເຊັ່ນ: ການບໍລິຫານພາຍໃນສານ; ເປີດເຜີຍການເຄື່ອນໄຫວຂອງສານ; ໃຫ້ບໍລິການຄຸລາການແກ່ປະຊາຊົນ; ສະໜັບສະໜູນອຸປະໂພກຕ່າງໆເພື່ອຍົກສູງ ປະສິດທິຜົນການເຄື່ອນໄຫວ ຂອງນາມຕໍາແໜ່ງຕຸລາການຕ່າງໆ; ການເຊື່ອມຕໍ່ ແລະ ການໃຊ້ປະໂຫຍດຈາກຖານຂໍ້ມູນຂອງບັນດາພື້ນຖານດິຈີຕອນແຫ່ງຊາດ; ໂດຍສະເພາະກິດຈະກຳການດໍາເນີນຕະດີທາງເອເລັກໂຕຣນິກ.
ສານເອເລັກໂຕຣນິກນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງຕໍ່ສານ, ປະຊາຊົນ ແລະ ສັງຄົມ, ລະອຽດຄື:
ທີໜຶ່ງ, ຊ່ວຍເພີ່ມສະມັດຕະພາບການອອກແຮງງານຂອງສານ. ມີການຮ້ອງຟ້ອງການດຳເນີນຄະດີຫຼາຍຢ່າງທີ່ປະຕິບັດດ້ວຍວິທີດັ້ງເດີນທີ່ສິ້ນເປືອງຫຼາຍທາງດ້ານເວລາ ແລະກຳລັງຄົນ, ເມື່ອປະຕິບັດຜ່ານພື້ນຖານດິຈີຕອນ ຈະໄດ້ຫັນເປັນອັດຕະໂນມັດ ຫຼື ດໍາເນີນທາງໄກ (ຈາກຂອດຮັບເອົາໃບຮ້ອງຟ້ອງ, ຮັບເອົາສໍານວນຄະດີ ຈົນເຖິງຂອດສິ້ນສຸດຄະດີ). ຈາກນັ້ນ, ທັງເພີ່ມສະມັດຕະພາບການອອກແຮງງານຂອງສານ, ທັງປະຢັດກຳລັງຄົນ ແລະ ເວລາ. ນີ້ກໍແມ່ນວິທີການແກ້ໄຂເອງ ເພື່ອປັບປຸງຄວາມຫຍຸ້ງຍາກ, ຄວາມກົດດັນ ເມື່ອຈໍານວນຄະດີໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ແຕ່ຕ້ອງຫຼຸດຈຳນວນພະນັກງານຕາມຄວາມຮຽກຮ້ອງຕ້ອງການລວມ.
ທີສອງ, ຊ່ວຍຜູ້ພິພາກສາມີການຕັດສິນຢ່າງຊັດເຈນ. ແທນທີ່ຕ້ອງສ້າງສຳນວນຄະດີ, ຄົ້ນຫາເອກະສານກົດໝາຍ ແລະ ດໍາເນີນວິຊາການຕ່າງໆດ້ວຍມື, ສານເອເລັກໂຕຣນິກ ບົນພື້ນຖານການໝູນໃຊ້ປັນຍາປະດິດ (AI) ແລະຂໍ້ມູນໃຫຍ່ (Big Data) ຈະຊ່ວຍຜູ້ພິພາກສາ ແລະ ສະໝຽນສານ ແກ້ໄຂສໍານວນຈະໄດ້ໄວກ່ວາ, ສະດວກຫຼາຍກວ່າໃນການຄົ້ນຫາເອກະສານກົດໝາຍ ແລະ ລະບຽບການຕັດສິນຄະດີທີ່ກ່ຽວຂ້ອງ, ຄົ້ນຫາບັນດາຄະດີມີກໍລະນີດ້ານນິຕິກໍາທີ່ຄືກັນ. ຊໍ້າບໍ່ໜໍາ, ເຕັກໂນໂລຊີປັນຍາປະດິດຍັງອະນຸຍາດໃຫ້ສ້າງຕັ້ງ “ຜູ້ຊ່ວຍສະເໝືອນ” ທີ່ຊ່ງບເຫຼືອຢ່າງໄດ້ການໄດ້ງານໃຫ້ຜູ້ພິພາກສາ ໃນຂະບວນການຄົ້ນຄວ້າທາບທາມ ແລະ ມີການຕັດສິນຢ່າງຖືກຕ້ອງຕາມກົດໝາຍ, ໄວວາ ແລະ ຊັດເຈນ.
ທີສາມ, ປະຢັດເຫື່ອແຮງ, ເວລາ ແລະ ຄ່າໃຊ້ຈ່າຍຂອງປະຊາຊົນ. ແທນທີຕ້ອງມາສໍານັກງານສານໃນໂມງການຢ່າງໂດຍກົງ, ສານເອເລັກໂຕຣນິກໄດ້ສ້າງເງື່ອນໄຂໃຫ້ແກ່ປະຊາຊົນປະຕິບັດບັນດາສິດ ແລະ ພັນທະຮ້ອງຟ້ອງຢູ່ທຸກສະຖານທີ່, ທຸກເວລາ ໂດຍຜ່ານພື້ນຖານດິຈີຕອນ (ສົ່ງໃບຮ້ອງຟ້ອງ, ສະໜອງຫຼັກຖານທາງໄກ ແລະ ອື່ນໆ). ປະຊາຊົນຍັງສາມາດນໍາໃຊ້ບັນດາບໍລິການຄົ້ນຫາຄຳຕັດສິນຂອງສານຕ່າງໆ, ຊ່ວຍວິໄຈ ແລະ ຄາດຄະເນຜົນການຮ້ອງຟ້ອງ ແລະ ອື່ນໆ. ຈາກນັ້ນ, ຈະຕັດສິນການຟ້ອງຄະດີຂຶ້ນສານ ຫຼື ບໍ່ຟ້ອງຄະດີຂຶ້ນສານ, ຫຼີກເວັ້ນການສິ້ນເປືອງດ້ານເວລາ, ເຫື່ອແຮງ ແລະ ຄ່າໃຊ້ຈ່າຍ ເມື່ອມີບັນດາການຮ້ອງຟ້ອງ, ແກ່ງແຍ້ງທີ່ຕ້ອງຮັບການແກ້ໄຂຂອງສານ.
ທີສີ່, ແກ້ໄຂບັນດາກໍລະນີພິເສດຂອງການຮ້ອງຟ້ອງຢ່າງມີມະນຸດສະທໍາ. ສານເອເລັກໂຕຣນິກໄດ້ສ້າງເງື່ອນໄຂໃຫ້ຜູ້ກ່ຽວ, ພະຍານ, ນັກກົດໝາຍຕ່າງໆ ຍ້ອນຫຼາຍເຫດຜົນທີ່ແຕກຕ່າງກັນ ເຊັ່ນ: ໂລກພະຍາດ, ເຈັບເປັນ, ຢູ່ໄກ, ມີຄວາມຫຍຸ້ງຍາກເສດຖະກິດ,... ບໍ່ສາມາດມີໜ້າຢູ່ສໍານັກງານສານຢ່າງໂດຍກົງ ແຕ່ຍັງສາມາດເຂົ້າຮ່ວມວາລະພິພາກສາຂອງສານ. ພິເສດ, ສໍາລັບບັນດາຄະດີກໍ່ຄວາມເສຍຫາຍທາງຕັນຫາຕໍ່ເດັກນ້ອຍ ຈະບໍ່ຮຽກໂຕເດັກນ້ອຍມາຫ້ອງພິພາກສາ, ການແຈ້ງທັງໝົດຂອງເດັກນ້ອຍຈະໄດ້ດໍາເນີນທາງໄກ ເພື່ອຫຼີກເວັ້ນການພົບຈໍາເລີຍຢ່າງໂດຍກົງ, ຮັບປະກັນຄວາມລັບຊີວິດສ່ວນຕົວ, ຫຼີກເວັ້ນຄວາມເສຍຫາຍຕໍ່ໄປດ້ານຈິດຕະສາດ, ກິດຕິຄຸນມະນຸດ, ກຽດສັກສີຕໍ່ເດັກນ້ອຍ.
ທີຫ້າ, ການເປີດເຜີຍ ແລະ ຄວາມໂປ່ງໃສຂອງການດໍາເນີນງານຂອງສານ. ການເປີດເຜີຍ ແລະຄວາມໂປ່ງໃສແມ່ນໜຶ່ງໃນບັນດາຄຸນລັກສະນະຂອງການພິພາກສາ. ສານເອເລັກໂຕຣນິກຈະຊ່ວຍຢ່າງໄດ້ການໄດ້ງານໃຫ້ແກ່ການເປີດເຜີຍ ແລະຄວາມໂປ່ງໃສໃນການເຄື່ອນໄຫວທັງໝົດ, ຄວາມຄືບໜ້າ ແລະ ຜົນການພິພາກສາ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ຕິດຕາມກວດກາຂະບວນການແກ້ໄຂຄະດີຂອງສານ. ຈາກນັ້ນ, ຍົກສູງອິດທິພົນຂອງສານຕໍ່ປະຊາຊົນ.
ທີຫົກ, ເພີ່ມຄວາມສາມາດໃນການຄຸ້ມຄອງ ແລະ ການຕິດຕາມກວດກາໃນລະບົບສານ. ສານເອເລັກໂຕຣນິກຈະຊ່ວຍໃຫ້ແກ່ວຽກງານຄຸ້ມຄອງ, ການຊີ້ນໍາຂອງສານປະຊາຊົນສູງສຸດ ຕໍ່ລະບົບສານ, ຂອງສານຂັ້ນເທິງ ຕໍ່ສານຂັ້ນລຸ່ມ ຢ່າງໄດ້ການໄດ້ງານ. ພິເສດ, ໄດ້ປະກອບສ່ວນເຂົ້າໃນການເພີ່ມຄວາມສາມາດ ຕິດຕາມກວດກາຄວາມຄືບໜ້າໃນການແກ້ໄຂຄະດີພາຍໃນລະບົບສານ, ເພີ່ມຄວາມໂປ່ງໃສ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ ຢ່າງມີປະສິດທິຜົນ.
ທີແຈັດ, ປະຢັດໃຫ້ແກ່ງົບປະມານ. ສານເອເລັກໂຕຣນິກ ບົນພື້ນຖານການໝູນໃຊ້ ໄອທີຢ່າງແຂງແຮງ ຈະຊ່ວຍປະຢັດງົບປະມານພໍສົມຄວນ. ຕາມການຄິດໄລ່ຂອງຜູ້ຊ່ຽວຊານ, ການຜັນຂະຫຍາຍສານເອເລັກໂຕຣນິກຈະປະຢັດແຕ່ 10% ຫາ 15% ຄ່າໃຊ້ຈ່າຍການເຄື່ອນໄຫວຂອງສານ. ການຈັດບັນດາກອງປະຊຸມ, ກອງປະຊຸມສໍາມະ ນາ, ບັນດາຊຸດຝຶກອົບຮົມດ້ານວິຊາການ ດ້ວຍລະບົບທາງໄກ ເຊື່ອມຕໍ່ຫຼາຍສະຖານທີ່ ຈະສ້າງເງື່ອນໄຂເປີດກ້ວາງພາກສ່ວນເຂົ້າຮ່ວມຂອງຜູ້ພິພາກສາ, ພະນັກງານສານ ໃນທົ່ວປະເທດ ເພື່ອແລກປ່ຽນວິຊາສະເພາະ, ຍົກສູງລະດັບຄວາມຮູ້ ເຊິ່ງບໍ່ໄດ້ເຮັດໃຫ້ເພີ່ມຄ່າໃຊ້ຈ່າຍໃນການໄປມາ, ຄ່າເດີນທາງທຸລະກິດ, ແລະຍັງໄດ້ປະຢັດເວລາອີກດ້ວຍ...
ບົດຮຽນຂອງສານກົນກ່ຽວກັບສານເອເລັກໂກ
ການສ້າງສານເອເລັກໂຕຣນິກໄດ້ກາຍເປັນທ່າອ່ຽງຂອງທົ່ວໂລກ. ໃນພຶດຕິກໍາຕົວຈິງຂອງສາກົນໃຫ້ເຫັນວ່າ ຫຼາຍປະເທດໄດ້ຖືເປັນສໍາຄັນການໝູນໃຊ້ໄອທີເຂົ້າໃນການ ເຄື່ອນໄຫວຕຸລາການແຕ່ຫົວທີ ແລະ ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງໃນການສ້າງ ສານເອເລັກໂຕຣນິກ (ເຊັ່ນ: ອາເມລິກາ, ອົດສະຕາລີ, ເຢຍລະມັນ, ຍີ່ປຸ່ນ, ເກົາຫຼີໃຕ້, ສິງກະໂປ, ຈີນ ແລະອື່ນໆ). ຕັ້ງແຕ່ການໃຫ້ບໍລິການດ້ານຕຸລາການທາງໄກ, ສົ່ງທາງເອເລັກໂຕຣນິກ, ສະໜອງແລະຮັບເອົາຫຼັກຖານດ້ວຍຮູບການທາງໄກ ຈົນເຖິງການພິພາກສາທາງໄກ,... ລ້ວນແຕ່ໄດ້ບັນດາປະເທດດັ່ງກ່າວປະຕິບັດຢ່າງເປັນປະຈໍາ ແລະ ກໍາລັງປ່ຽນແທນການເຄື່ອນໄຫວຮ້ອງຟ້ອງແບບດັ້ງເດີມເທື່ອລະກ້າວ.
ສານໃນປະເທດຕ່າງໆໄດ້ຜັນຂະຫຍາຍຊອບແວການດໍາເນີນຄະດີເອເລັກໂຕຣນິກ ບົນພື້ນຖານຄວາມທັນສະໄໝຢ່າງຫຼວງຫຼາຍ ເພື່ອຊ່ວຍເຫຼືອປະຊາຊົນ ປະຕິບັດບັນດາ ການເຄື່ອນໄຫວຮ້ອງຟ້ອງບົນພື້ນຖານດິຈີຕອນ (ຈາກການສົ່ງໃບຮ້ອງຟ້ອງ, ສະໜອງຫຼັກຫຼັກຖານທາງໄກ ຈົນເຖິງເວລາສຳເລັດການພິພາກສາ). ບັນດາຊອບແວດັ່ງກ່າວ ໄດ້ອະນຸຍາດໃຫ້ປະຊາຊົນຕິດຕາມກວດກາຄວາມຄືບໜ້າການແກ້ໄຂຄະດີຂອງສານ, ຈາກນັ້ນ, ໄດ້ເຮັດໃຫ້ເພີ່ມຂໍ້ສະດວກ, ຄວາມເຊື່ອໝັ້ນ ແລະ ຄວາມເພິ່ງພໍໃຈຂອງປະຊາຊົນ. ພ້ອມດຽວກັນນັ້ນ, ສານຂອງຫຼາຍປະເທດໄດ້ຜັນຂະຫຍາຍ ຊອບແວດຳເນີນຄະດີອັດສະລິຍະຫຼາຍຢ່າງ ເພື່ອສະໜັບສະໜູນສູງສຸດໃຫ້ຜູ້ພິພາກສາ ໃນຂະບວນການຄົ້ນຄ້ວາ, ແກ້ໄຂຄະດີ (ເຊັ່ນ: ການສ້າງສຳນວນຄະດີອັດຕະໂນມັດ; ຊອກຫາ, ຄົ້ນຫາ ເອກະສານກົດໝາຍ; ສ້າງເອກະສານນິຕິກໍາເອງ; ສົ່ງເອກະສານຂອງສານ ທີ່ເປັນຂໍ້ຕົກລົງວ່າດ້ວຍການຮ້ອງຟ້ອງຕ່າງໆ; ພິສູດຢັ້ງຢືນຂໍ້ມູນຂ່າວສານ; ຂຽນຄຳຕັດສິນຂອງສານ ແລະອື່ນໆ). ຢູ່ບັນດາປະເທດດັ່ງກ່າວ ເມື່ອສ້າງໄດ້ສານເອເລັກໂຕຣນິກທີ່ທັນສະໄໝ ໄດ້ຊ່ວຍຫຼຸດເວລາແກ້ໄຂຄະດີປະມານ 50%. ສານຂອງບັນດາປະເທດຍັງໃຊ້ປະໂຫຍດຈາກຄວາມສຳເລັດຂອງເຕັກໂນໂລຊີຂໍ້ມູນຂ່າວສານຢ່າງເຕັມທີ່ ເພື່ອຮັບໃຊ້ວຽກງານຄຸ້ມຄອງ, ຊີ້ນຳ ແລະ ການບໍລິຫານ; ບັນດາຊອບແວການຄຸ້ມຄອງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໃຊ້ງານເປັນຈຳນວນຫຼາຍ, ຈາກນັ້ນ, ໄດ້ຊ່ວຍໃຫ້ວຽກງານຄຸ້ມຄອງໃນທົ່ວລະບົບສານໄດ້ຄ່ອງຕົວຕະຫຼອດ, ທັນທ່ວງທີ ແລະ ມີວິທະຍາສາດ. ຄວາມທັນສະໄໝຂອງສານເອເລັກໂຕຣນິກ ໄດ້ບັນດາປະເທດໝູນໃຊ້ເຂົ້າໃນວຽກງານຄຸ້ມຄອງບຸກຄະລາກອນ, ກໍ່ສ້າງ, ບຳລຸງ, ຝຶກອົບຮົມວິຊາສະເພາະ ໃຫ້ແກ່ຜູ້ພິພາກສາຢ່າງແຂງແຮງ. ໃນນັ້ນ, ຂໍ້ມູນຂ່າວສານທັງໝົດຂອງຜູ້ພິພາກສາ, ພະນັກງານສານ ຕັ້ງແຕ່ເວລາ ໄດ້ຮັບສະໝັກ, ແຕ່ງຕັ້ງ, ເລື່ອນຂັ້ນ ແລະ ໃນຕະຫຼອດຂະບວນວິວັດການເຮັດວຽກ ລ້ວນແຕ່ໄດ້ເກັບເປັນສຳເນົາ, ອັບເດດຢ່າງເປັນປະຈຳ ເພື່ອຮັບໃຊ້ວຽກງານຄຸ້ມຄອງ ແລະ ຕີລາຄາພະນັກງານ. ແນ່ນອນວ່າ ການໝູນໃຊ້ໄອທີ, ສ້າງສານເອເລັກໂຕຣນິກ ໄດ້ກາຍເປັນຄວາມຕ້ອງການ ແລະ ທ່າອ່ຽງທີ່ບໍ່ສາມາດປີ້ນກັບ ຂອງສານໃນທຸກປະເທດໃນໂລກ. ນີ້ກໍແມ່ນຄວາມຮຽກຮ້ອງພາວະວິໄສ ຂອງຂະບວນວິວັດ ແຫ່ງການພັດທະນາ ລະບົບຕຸລາການຢູ່ທຸກໆປະເທດ ໃນສະພາບການປະຈຸບັນ.
ທິດທາງການສ້າງສານເອເລັກໂຕຣນິກ ຢູ່ຫວຽດນາມ
ການກໍ່ສ້າງສານເອເລັກໂຕຣນິກ ເພື່ອການບັງຄັບໃຊ້ ແລະ ປັບປຸງຄວາມສາມາດ ໃນການຄຸ້ມຄອງສານບົນພື້ນຖານດິຈີຕອນ.
ການສ້າງສານເອເລັກໂຕຣນິກເພື່ອປະຕິບັດການຄຸ້ມຄອງສານບົນພື້ນຖານດິຈີຕອນ (ເປັນລະບົບ), ຈາກນັ້ນ, ຍົກສູງປະສິດທິຜົນການຄຸ້ມຄອງພາຍໃນສານ. ການໝູນໃຊ້ ເຕັກໂນໂລຊີດິຈີຕອນອະນຸຍາດໃຫ້ສານຄຸ້ມຄອງບັນດາຂົງເຂດ ດັ່ງນີ້:
ທີໜຶ່ງ, ຄຸ້ມຄອງກິດຈະກໍາການດໍາເນີນຄະດີ. ກິດຈະກໍາຂັ້ນຕອນທັງໝົດ, ຕັ້ງແຕ່ການຮັບຄຳຮ້ອງ, ການຈັດການສຳນວນຄະດີ, ການແບ່ງງານໃນການແກ້ໄຂຄະດີ ຈົນເຖິງການຢຸດຕິຂໍ້ຕົກລົງ ແລະ ການພິຈາລະນາຄະດີ ຈະໄດ້ຮັບການອັບເດດໂດຍອັດຕະໂນມັດບົນລະບົບ. ລະບົບນີ້ ບໍ່ພຽງແຕ່ມີລັກສະນະການເກັບຮັກສາແລະການກວດສອບເທົ່ານັ້ນ, ແຕ່ຍັງຄໍາເຕືອນ ແລະເຕືອນຄວາມຈຳໃນທັນທີ ເພື່ອຊ່ວຍຜູ້ພິພາກສາ ແລະຜູ້ຈັດການ, ເພື່ອຫຼີກລ້ຽງຄວາມສ່ຽງຂອງການລະເມີດແລະຂໍ້ຜິດພາດ (ເຊັ່ນ: ການບໍ່ສົ່ງເອກະສານທາງກົດໝາຍ ຫຼືໃກ້ສິ້ນສຸດໄລບະເວລາໃນການດຳເນີນການ, ການລະເມີດກຳນົດເວລາການຮ້ອງຟ້ອງ ແລະອື່ນໆ).
ທີສອງ, ການຄຸ້ມຄອງບຸກຄະລາກອນ. ທຸກຂໍ້ມູນຂ່າວສານກ່ຽວກັບບຸກຄະລາກອນ, ຕັ້ງແຕ່ການຮັບສະໝັກ, ແຕ່ງຕັ້ງ ແລະ ໃນຕະຫຼອດຂະບວນວິວັດແຫ່ງການເຮັດວຽກ ຈະ ໄດ້ອັບເດດໂດຍອັດຕະໂນມັດບົນລະບົບ. ການພັດທະນາແລະໃຊ້ຊອບແວເພື່ອຕິດຕາມກວດກາ ແລະ ປະເມີນຜູ້ພິພາກສາ (ອີງຕາມມາດຖານທີ່ກໍານົດໄວ້ສໍາລັບການປະເມີນຄຸນນະພາບຂອງຜູ້ພິພາກສາ). ຕາມກຳນົດເວລາ 6 ເດືອນ ຫຼື ປະຈຳປີ, ພື້ນຖານການຕິດຕາມກວດກາອັດຕະໂນມັດດັ່ງກ່າວ ຈະປະເມີນຜູ້ພິພາກສາ ແລະ ສົ່ງແຈ້ງການໃຫ້ການນຳ ເພື່ອຮັບໃຊ້ວຽກງານຄຸ້ມຄອງ, ບໍລິຫານ; ພ້ອມດຽວກັນນັ້ນ, ໄດ້ສົ່ງໃຫ້ຜູ້ພິພາກສາແຕ່ລະຄົນ ເພື່ອໃຫ້ເຂົາຮູ້ວ່າ ຕົນເອງພວມຖືກຈັດປະເພດໃນລະດັບໃດ, ຖືກ ຫຼຸດຄະແນນໃນບັນດາຕົວຊີ້ວັດໃດ ແລະ ເພື່ອຈະມີວິທີການປັບປຸງ.
ທີສາມ, ການຄຸ້ມຄອງ ແລະ ການເກັບສຳເນົາສຳນວນ. ສຳນວນບັນທຶກດັ້ງເດີມທັງໝົດ ຈະໄດ້ຮັບການຄຸ້ມຄອງ ແລະ ເກັບໄວ້ໃນຖານຂໍ້ມູນຂະໜສດໃຫຍ່ຂອງພື້ນຖານດິຈີຕອນ, ກ່ອນອື່ນໝົດແມ່ນ ໃຫ້ບຸລິມະສິດການຫັນເອກະສານບັນທຶກການດຳເນີນຄະດີເປັນດິຈີຕອນ. ການອັບເດດເອກະສານບັນທຶກທີ່ເກັບຖາວອນເປັນປະຈຳບົນພື້ນຖານດິຈີຕອນຈະຊ່ວຍໃຫ້ເອກະສານບັນທຶກບໍ່ເສຍຫາຍ ໃນໄລຍະຍາວ ປະຢັດຊັບພະຍາກອນມະນຸດແລະວັດສະດຸ, ມີບົດບາດສຳຄັນໃນການຄຸ້ມຄອງ, ນຳໃຊ້, ວິເຄາະ ແລະ ການຄາດຄະເນການນຳໃຊ້ເຕັກໂນໂລຊີປັນຍາປະດິດ.
ທີສີ່, ການຝຶກອົບຮົມ ແລະ ການບຳລຸງສ້າງພະນັກງານ. ເຕັກໂນໂລຊີຈໍ້ມູນຂ່າວສານອະນຸຍາດໃຫ້ຈັດກອງປະຊຸມອອນໄລນ໌, ກອງປະຊຸມສຳມະນາ, ຊຸດກໍ່ສ້າງ, ຝຶກອົບຮົມຕ່າງໆໃນລະບົບສານດ້ວຍຮູບການທາງໄກ, ທັງຊ່ວຍເປີດກ້ວາງພາກສ່ວນເຂົ້າຮ່ວມ, ທັງປະຢັດເວລາ, ຄ່າໃຊ້ຈ່າຍ. ປະລິມານຄວາມຮູ້ອັນຫຼວງຫຼາຍ ໃນລະບົບສານເອເລັກໂຕຣນິກ ກໍແມ່ນແຫຼ່ງເອກະສານທີ່ລ້ຳຄ່າໃຫ້ແກ່ການກໍ່ສ້າງ, ຄົ້ນຄ້ວາວິທະຍາສາດກົດໝາຍ ດ້ວຍຕົນເອງຂອງພະນັກງານສານ. ວຽກງານການຝຶກອົບຮົມສາມາດປະຕິບັດໄດ້ບົນພື້ນຖານການຝຶກອົບຮົມດິຈີຕອນ, ຮັບປະກັນບັນດາຕົວຊີ້ວັດກ່ຽວກັບສະມັດຕະພາຍ - ຄຸນນະພາບ - ປະສິດທິຜົນ ໃນຂອບເຂດທົ່ວປະເທດ ສຳລັບພະນັກງານ ແລະ ນັກສຶກສາທັງໝົດໃນລະບົບສານ.
ທີຫ້າ, ຮັບໃຊ້ວຽກງານສະຖິຕິ. ການໝູນໃຊ້ເຕັກໂນໂລຊີດິຈີຕອນ ພື່ອຮັບໃຊ້ການລາຍງານເປັນໄລຍະແລະບໍ່ສະຫມໍ່າສະເຫມີ, ວິເຄາະ ແລະ ປະມວນຜົນຂໍ້ມູນສະຖິຕິ ເພື່ອຕອບສະຫນອງຄວາມຕ້ອງການທີ່ເພີ່ມຂຶ້ນ ຂອງການຄຸ້ມຄອງ. ຂະບວນວິວັດການຫັນເປັນດິຈີຕອນຈະສ້າງຄັງຂໍ້ມູນຂະໜາດໃຫຍ່ຂອງສານ, ຮັບໃຊ້ໃຫ້ແກ່ການສະຫຼຸບພຶກຕິກຳການພິສາລະນາຄະດີ, ກວດພົບຊ່ອງໂວ່ທາງກົດໝາຍ, ການລະເມີດທີ່ພົບຫຼາຍ ແລະ ກົດເກນການເຄື່ອນໄຫວຂອງອາດຊະຍາກຳ, ປະເມີນປະສິດທິຜົນຂອງວຽກງານປ້ອງກັນແລະຕ້ານການລະເມີດກົດໝາຍ ແລະ ອາດຊະຍາກຳ, ຊ່ວຍປະຢັດເວລາ, ຊັບພະຍາກອນມະນຸດ ແລະ ເຮັດໃຫ້ມີປະສິດທິຜົນສູງທີ່ສຸດ.
ທີຫົກ, ການຄຸ້ມຄອງພື້ນຖານວັດຖຸ, ອຸປະກອນ, ການເງິນໃນລະບົບສານ ເພື່ອ ຄຸ້ມຄອງຢ່າງແໜ້ນແຟ້ນ, ຖືກຕາມຂໍ້ກຳນົດຂອງກົດໝາຍ, ເສີມຂະຫຍາຍປະສິດທິຜົນ ການນຳໃຊ້, ຫຼີກລ່ຽງການຟູມເຟືອຍ ຫຼື ເສຍຫາຍ.
ການກໍ່ສ້າງສານເອເລັກໂຕຣນິກ ເພື່ອສະໜອງບໍລິການຕຸລາການສາທາລະນະ ເພື່ອຮັບໃຊ້ປະຊາຊົນໄດ້ດີຂຶ້ນກ່ວາເກົ່າ.
ໜຶ່ງໃນບັນດາເປົ້າໝາຍສຳຄັນຂອງສານເອເລັກໂຕຣນິກ ແມ່ນຫັນໄປສູ່ການຮັບໃຊ້ ປະຊາຊົນ, ສະໜອງບໍລິການຕຸລາການສາທະນະລະນະທີ່ທັນສະໄໝ, ສະດວກ ແລະ ປະຢັດ ໃຫ້ປະຊາຊົນ. ໂດຍສະເພາະ ບໍລິການສາທາລະນະປະເພດຕ່າງໆ ດັງຕໍ່ໄປນີ້:
1- ສົ່ງແລະຮັບຄຳຮ້ອງ, ເອກະສານ, ຫຼັກຖານ ແລະ ອອກ ສົ່ງ, ແຈ້ງໝັງສືຂອງສານ ດ້ວຍວິທີການທາງເອເລັກໂຕຣນິກ. ຫຼັງຈາກສຳເລັດການມອບຮັບສຳນວນແລ້ວ, ລະບົບຈະໃຫ້ລະຫັດການຮັບ ເພື່ອໃຫ້ບຸກຄົນແລະວິສາຫະກິດສາມາດຕິດຕາມກວດກາຂະບວນການຈັດການ ແກ້ໄຂຂອງສານໄດ້ຢ່າງງ່າຍດາຍ. ການອອກ, ສົ່ງ, ແຈ້ງເອກະສານຂອງສານສາມາດປະຕິບັດໄດ້ ໂດຍຜ່ານອຸປະກອນເອເລັກໂຕຣນິກສ່ວນບຸກຄົນເຊັ່ນ: ໂທລະສັບ, ຄອມພິວເຕີ,…ຢ່າງໄວວາແລະສະດວກ.
2- ລົງທະບຽນອອນໄລນ໌ອັດສໍາລັບສໍາເນົາຄໍາພິພາກສາແລະເອກະສານໃນຄະດີ. ໃນນັ້ນ, ບັນດາອົງການ, ການຈັດຕັ້ງ, ປະຊາຊົນບໍ່ຈໍາເປັນຕ້ອງໄປສໍານັກງານສານ, ແຕ່ສາມາດຍື່ນຄໍາຮ້ອງຂໍສໍາເນົາຄໍາຕັດສິນຂອງສານ ແລະ ເອກະສານໃນຄະດີ ໄດ້ທຸກເວລາ ແລະ ສະຖານທີ່.
3- ສົ່ງຄ່າທຳນຽມສານ, ຄ່າທຳນຽມ, ຄ່າປັບທາງອອນໄລນ໌. ຜ່ານລະບົຍນີ້, ຜູ້ເຂົ້າຮ່ວມຂັ້ນຕອນການຮ້ອງຟ້ອງ ສາມາດຊໍາລະຄ່າທໍານຽມສານ, ຄ່າທໍານຽມ ແລະ ຄ່າປັບທາງອອນໄລນ໌ ຕາມທີ່ກົດໝາຍກຳນົດ ຫຼືຕັດສິນໃນຄໍາພິພາກສາ ໂດຍບໍ່ຕ້ອງໄປທີ່ການຄັງຂອງລັດ.
4- ຄົ້ນຫາຂໍ້ມູນກ່ຽວກັບຄະດີ ເຊັ່ນ: ໜັງສືແຈ້ງການຮັບຄະດີ ຫຼືກໍລະນີ, ຂໍ້ຕັດສິນຕົກລົງມອບໝາຍໃຫ້ຜູ້ພິພາກສາຈັດການ, ຕາຕະລາງການເປີດກອງປະຊຸມ ແລະການປະຊຸມສານ; ການດຳເນີນຄະດີ ແລະ ຂໍ້ມູນອື່ນໆ.
5- ສະໜອງຄໍາຕັດສິນຂອງສານທີ່ມີຜົນບັງຄັບໃຊ້ ເພື່ອໃຫ້ປະຊາຊົນທາບທາມ, ວິໄຈກໍລະນີຕ່າງໆດ້ານນິຕິກຳທີ່ຄືກັນ, ຈາກນັ້ນ, ມີການຕັດສິນໃຈດ້ານຕຸລາການ, ຄາດຄະເນດ້ານຕຸລາການຢ່າງສະຫຼາດ ແລະ ຖືກຕ້ອງຕາມກົດໝາຍ. ບັນພື້ນຖານນັ້ນ, ຈະໃຊ້ສິດທິ ແລະ ພັນທະຂອງພົນລະເມືອງ ເຊັ່ນ: ສິດທິໃນການຟ້ອງ, ອຸທອນ, ປະມານ,… ເຂົ້າຮ່ວມການເຄື່ອນໄຫວຕິດຕາມກວດກາດ້ານຕຸລາການຢ່າງມີປະສິດທິຜົນ.
6- ໃຫ້ບໍລິການຄໍາປຶກສາດ້ານກົດໝາຍ. ການໃຊ້ປັນຍາປະດິດມາສ້າງ “ທີ່ປຶກສາສະເໝືອນ” ເພື່ອຊ່ວຍປະຊາຊົນຄົ້ນຫາລະບົບກົດໝາຍ, ຕອບຄຳຖາມກ່ຽວກັບຂັ້ນຕອນ ແລະລະບຽບການແກ້ໄຂຄະດີ. ສືບຕໍ່ພັດທະນາການບໍລິການສາທາລະຍະອອນໄລນ໌ອື່ນໆຂອງສານ ແລະ ຜັນຂະຫຍາຍຊ່ອງທາງການປະຕິສຳພັນອອນໄລນ໌ ເພື່ອໃຫ້ປະຊາຊົນເຂົ້າຮ່ວມ, ຕິດຕາມກວດກາການເຄື່ອນໄຫວພິຈາລະນາຄະດີ ແລະການຕັດສິນຄະດີຂອງສານ ແລະ ສົ່ງຂໍ້ສະເໜີແນະໄປໃຫ້ສານ.
ການສ້າງສານເອເລັກໂຕຣນິກ ເພື່ອຊ່ວຍຜູ້ພິພາກສາຍົກສູງປະສິດທິຜົນ ແລະ ຄຸນນະພາບການເຄື່ອນໄຫວ.
ການສ້າງສານເອເລັກໂຕຣນິກທີ່ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະປັນຍາປະດິດຢ່າງແຂງແຮງ ເພື່ອຊ່ວຍຜູ້ພິພາກສາໃນການແກ້ໄຂຄະດີໄດ້ຢ່າງຖືກຕ້ອງ ແລະ ຫຼຸດແຮງກົດດັນໃນການເຮັດວຽກ. ທ້າທຍທີ່ສຸດແລ້ວ, ຄຸນນະພາບການເຄື່ອນໄຫວຂອງສານຖືກກຳນົດໂດຍຜູ້ພິພາກສາເອງ, ສະນັ້ນ, ຍົກສູງຄຸນນະພາບການເຄື່ອນໄຫວຂອງຜູ້ພິພາກສາແມ່ນໜ້າທີ່ສໍາຄັນທີ່ສຸດ. ໃນປະຈຸບັນ, ສານປະຊາຊົນສູງສຸດໄດ້ນໍາໃຊ້ “ຜູ້ຊ່ວຍສະເໝືອນ” ເພື່ອໃຫ້ບໍລິການອັດສະລິຍະເພື່ອຊ່ວຍເຫຼືອຜູ້ພິພາກສາ. “ຜູ້ຊ່ວຍສະເໝືອນ” ເຮັດໜ້າທີ່ເປັນເລຂາສ່ວນຕົວ, ໄດ້ຕິດໂປແກຣມເພື່ອເຂົ້າໃຈກົດໝາຍແລະຄວາມຊ່ຽວຊານແລະວິຊາຊີບຂອງສານ, ເຮັດວຽກຕະຫຼອດ 24 ຊົ່ວໂມງ ແລະ ຢູ່ຄຽງຂ້າງຜູ້ພິພາກສາ, ສົນທະນາກັບຜູ້ພິພາກສາດ້ວຍພາສາເວົ້າຫຼືພາສາຂຽນ ໂດຍຜ່ານໂທລະສັບມືຖື, ຄອບພິວເຕີສ່ວນບຸກຄົນ ຈິ່ງສະດວກທີ່ສຸດ, ຊ່ວຍໃຫ້ຜູ້ພິພາກສາແກ້ໄຂວຽກງານໄດ້ຢ່າງໄວວາ. ຄາດວ່າ “ຜູ້ຊ່ວຍສະເໝືອນ” ຈະເປັນຈຸດສະຫວ່າງຂອງຕຸລາການໃນຍຸກປະຕິວັດອຸດສາຫະກໍາຄັ້ງທີສີ່ ແລະ ເປັນເຄື່ອງມືຊ່ວຍວຽກໃຫ້ແກ່ຜູ້ພິພາກສາຢ່າງໄດ້ການໄດ້ວານ. “ຜູ້ຊ່ວຍສະເໝືອນ” ສະຫນັບສະຫນູນຜູ້ພິພາກສາໂດຍຜ່ານລັກສະນະດັ່ງຕໍ່ໄປນີ້:
- ແນະນໍາລະບົບກົດໝາຍທີ່ກ່ຽວຂ້ອງເພື່ອແກ້ໄຂຄະດີ. ໃນນັ້ນ, ມັນສາມາດແນະນໍາກົດໝາຍ, ລັດຖະດໍາລັດ, ຈົດໝາຍລັດຖະບານ, ດໍາລັດຕ່າງໆ... ໃນແຕ່ລະຂໍ້, ມາດຕາ ແລະ ວັນທີ່ເອກະສານມີຜົນບັງຄັບໃຊ້ນັ້ນສອດຄ່ອງກັບເວລາຂອງຄະດີ.
- ແນະນໍາສະຖານະການທາງກົດໝາຍທີ່ຄ້າຍຄືກັນ ເຊິ່ງສະຫຼຸບໂດຍສະພາຕຸລາການສານປະຊາຊົນສູງສຸດ ຜ່ານພຶດຕິກໍາການພິຈາລະນາຄະດີແລະໃຫ້ຄໍາຕອບ.
- ແນະນໍາບັນດາແບບການຕັດສິນຄະດີທີ່ກ່ຽວຂ້ອງ.
- ແນະນໍາບັນດາຄໍາຕັດສິນທີ່ຄ້າຍຄືກັນເຊິ່ງໄດ້ມີຜົນບັງຄັບໃຊ້ຂອງກົດໝາຍ. ບັນດາຄໍາຕັດສິນຂອງສານທີ່ໄດ້ຮັບການແນະນໍາເພື່ອທາບທາມຕາມລໍາດັບຄວາມຊອບ: ຄຳພິພາກສາຂັ້ນສານລົບລ້າງຂອງສະພາຜູ້ພິພາກສາສານປະຊາຊົນສູງສຸດ, ຄຳພິພາກ ສາຂັ້ນສານລົບລ້າງຂອງ 3 ສານປະຊາຊົນຂັ້ນສູງ ແລະ ຄໍາຕັດສິນຂອງສານອື່ນໆ.
- ຊ່ວຍສ້າງແຜນການແກ້ໄຂຄະດີ, ສ້າງ ແລະ ຄຸ້ມຄອງສໍານວນຄະດີເອເລັກໂຕຣນິກ, ຫັນເປັນດິຈີຕອນ ແລະ ສັບຊ້ອນສໍານວນ ຕາມແຕ່ລະປະເພດເອກະສານຂອງຄະດີ ເພື່ອໃຫ້ສະດວກໃນການຄົ້ນຄ້ວາ; ຊ່ວຍຄຸ້ມຄອງວຽກງານ, ແຈ້ງເຕືອນ, ປະກາດ ແລະ ເຕືອນຄວາມຈຳ.
- ສ້າງເອກະສານທາງກົດໝາຍຕົວຢ່າງໂດຍອັດຕະໂນມັດ ຕາມກົດໝາຍວ່າດ້ວນການຮ້ອງຟ້ອງ (ເຊັ່ນ: ໃບຮຽກໂຕ, ການຕັດສິນກັດຂັງຊົ່ວຄາວ, ການຕັດສິນຕົກລົງນຳຄະດີສູ່ການພິພາກສາຄະດີ ແລະອື່ນໆ); ຊ່ວຍຂຽນສ່ວນໜຶ່ງຂອງຄຳພິພາກສາ. ຈາກນັ້ນ, ຊ່ວຍຫຼຸດພາລະງານໄດ້ເຖິງ 30% ເມື່ອທຽບການປະຕິບັດງານແບບເດີມ.
- ຊ່ວຍວິໄຈຂໍ້ມູນ, ພິສູດຢັ້ງຢືນຂໍ້ມູນຂ່າວສານ ແລະ ກວດພົບບັນດາຄວາມຜິດ ພາດໃນຄໍາຕັດສິນຂອງສານ, ຂໍ້ຕົກລົງຕ່າງໆຂອງສານ. ລະບົບດັ່ງກ່າວອະນຸຍາດໃຫ້ວິໄຈຂໍ້ມູນຂອງຄະດີຢ່າງເລິດເຊິ່ງ, ຊ່ວຍກວດກາຫຼັກຖານ; ກວດພົບຄວາມຕ້ອງການຮ້ອງຟ້ອງທີ່ຖືກປະຂ້າມ; ກວດພົບບັນດາຈຸດຜິດໃນການຄັດມາດຕາຂອງກົດໝາຍມາອ້າງອີງ; ວິໄຈຄໍາຕັດສິນຂອງສານ ແລະ ປັບຈຸດຜິດດ້ານເຕັກນິກ; ກວດພົບຈຸດຜິດດ້ານໂລຊິກໃນເອກະສານ ເຊິ່ງຜ່ານການສໍາຜັດໂດຍກົງຈະກວດພົບໄດ້ຍາກ.
- ໃນໄລຍະພັດທະນາຕໍ່ໄປ, ມັນມີຄວາມສາມາດວິໄຈ, ອ້າງເຫດຜົນ ແລະ ມີບັນ ດາການເຈາະຈີ້ມ, ຄາດຄະເນດ້ານກົດໝາຍທີ່ຊັດເຈນພໍສົມຄວນ, ຊ່ວຍຜູ້ພິພາກສາມີການຕັດສິນຢ່າງໄວວາ ແລະ ເປັນເອກະພາບໃນທົ່ວປະເທດ.
- ການເຂົ້າລະຫັດ, ການປະກາດຄໍາພິພາດສາ, ການຕັດສິນໃນເວັບໄຊຂອງສານ, ແລະອື່ນໆ.
ການສ້າງສານເອເລັກໂຕຣນິກ ເພື່ອຜັນຂະຫຍາຍກິດຈະກຳການດຳເນີນຄະດີອອນໄລນ໌.
ສິ່ງສໍາຄັນຕົ້ນຕໍຂອງການສ້າງສານເອເລັກໂຕຣນິກແມ່ນ ການຫັນຂະບວນການດຳເນີນຄະດີເປັນດິຈີຕອນ ເພື່ອສ້າງຕັ້ງແບບວິທີຮ້ອງຟ້ອງໃໝ່ບົນພື້ນຖານດິຈີຕອນ. ຜ່ານການທາບທາມບົດຮຽນຂອງສານກົນໃຫ້ເຫັນວ່າ, ຫຼາຍປະເທດທີ່ມີລະບົບຕຸລາການທີ່ພັດທະນາແລ້ວ ແລະ ເຕັກໂນໂລຊີທັນສະໄໝ ໄດ້ອອກກົດໝາຍວ່າດ້ວຍຂະບວນການຮ້ອງຟ້ອງທາງເອເລັກໂຕຣນິກ (ເຊັ່ນ: ປະເທດຝຣັ່ງ, ເຢຍລະມັນ, ອາເມລິກາ ແລະອື່ນໆ) ແລະ ຜັນຂະຫຍາຍກິດຈະກຳດຳເນີນຄະດີບົນພື້ນຖານດິຈີຕອນຢ່າງຫຼວງຫຼາຍ (ນັບແຕ່ເວລາຮັບຄະດີ ຈົນເຖິງເວລາສໍາເລັດການພິພາກສາ). ຢູ່ຫວຽດນາມ, ບັນດາກົດໝາຍວ່າດ້ວຍການຮ້ອງຟ້ອງກໍມີຂໍ້ກໍານົດຈໍານວນໜຶ່ງກ່ຽວກັບຂະບວນການທາງເອເລັກໂຕຣນິກ, ການດຳເນີນຄະດີອອກນໄລນ໌ໃນໄລຍະພິພາກສາ. ພິເສດ, ໃນກອງປະຊຸມຄັ້ງທີສອງທີ່ຜ່ານມາ, ບົນພື້ນຖານການສະເໜີຂອງສານປະຊາຊົນສູງສຸດ, ສະພາແຫ່ງຊາດອອກມະຕິອະນຸຍາດໃຫ້ພິຈາລະນາຄະດີທາງອອນໄລນ໌. ເຖິງຢ່າງໃດກໍຕາມ, ຈໍານວນຂໍ້ກໍານົດດັ່ງກ່າວ ແມ່ນຍັງບໍ່ທັນພຽງພໍ ແລະ ຍັງບໍ່ທັນຂຸດຄົ້ນໝົດຄວາມສາມາດບົ່ມຊ້ອນຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນການເຄື່ອນໄຫວທາງດ້ານຕຸລາການ.
ບັນດາຂັ້ນຕອນການດຳເນີນຄະດີທີ່ສາມາດເຮັດໄດ້ອອນໄລນ໌ແມ່ນ: ຍື່ນຟ້ອງ, ໃຫ້ຫຼັກຖານ ແລະ ປະກາດທາງອອຫໄລນ໌; ຊຳລະຄ່າທໍານຽມສານ, ຄ່າທໍານຽມ ແລະ ເງິນປັບສຳລັບການລະເມີດທາງອອນໄລນ໌; ຈັດການປະຊຸມໄກ່ເກ່ຍອອກນໄລນ໌ໃນຄະດີແພ່ງ ແລະ ການເຈລະຈາໃນຄະດີປົກຄອງ; ການພິຈາລະນາຂັ້ນຕົ້ນ ແລະ ການພິຈາລະນາອຸທອນທາງອອນໄລນ໌ ໃນຄະດີອາຍາ ຄະດີແພ່ງ ແລະ ຄະດີປົກຄອງ; ຈັດກອງປະຊຸມອອນໄລນ໌ເພື່ອຈັດການກັບບັນຫາທາງແພ່ງ (ເຊັ່ນ: ຄວາມຮຽກຮ້ອງຕ້ອງການກ່ຽວກັບການຍອມຮັບຂອງພໍ່ແມ່ສຳລັບລູກ, ການຈໍາກັດສິດທິຂອງພໍ່ແມ່ຕໍ່ລູກ, ການສິ້ນສຸດຂອງການຮັບລ້ຽງລູກລ້ຽງ ແລະອື່ນໆ); ການອັດສໍາເນົາສໍານວນ, ເອກະສານຮ້ອງຟ້ອງ ແລະ ສົ່ງ, ແຈ້ງບັນດາເອກະສານຮ້ອງຟ້ອງທາງອອນໄລນ໌; ດໍາເນີນບັນດາການເຄື່ອນໄຫວຮ້ອງຟ້ອງອື່ນໆທາງອອນໄລນ໌.
ການສ້າງສານເອເລັກໂຕຣນິກ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເປີດເຜີຍ ໂປ່ງໃສໃນການເຄື່ອນໄຫວຂອງສານ.
ການເປີດເຜີຍແມ່ນຄຸນລັກສະນະຂອງການເຄື່ອນໄຫວພິພາກສາ ເພື່ອຮັບປະກັນສິດທິໃນການເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນ, ເປັນແບບວິທີເພື່ອຄວບຄຸມສິດອຳນາດຢ່າງມີປະສິດທິຜົນ, ພ້ອມດຽວກັນນັ້ນ, ແມ່ນກົນໄກຍົກສູງຄວາມຮັບຜິດຊອບຂອງຜູ້ພິພາກສາ ໃນການປະຕິບັດສິດຕຸລາການ. ບົນພື້ນຖານຄວາມໝາຍດັ່ງກ່າວ, ເປີດເຜີຍໃນການເຄື່ອນໄຫວຂອງສານ ແມ່ນຫຼັກການສໍາຄັນຕົ້ນຕໍທີ່ໄດ້ກໍານົດໃນລັດຖະທຳນູນ. ໃນນັ້ນ, ກົດໝາຍໄດ້ກໍານົດວ່າ ທຸກຄົນລ້ວນແຕ່ມີສິດເຂົ້າຮ່ວມວາລະການພິຈາລະນາຄະດີຂອງສານ. ຈົດໝາຍວຽນຂອງຫົວໜ້າສານປະຊາຊົນສູງສຸດສະບັບເລກທີ 01/2017/TT-TANDTC, ລົງວັນທີ 28 ກໍລະກົດ 2017, “ລະບຽບການກ່ຽວກັບຫ້ອງພິຈາລະນາຄະດີ” ຍັງມີຂໍ້ກໍານົດລະອຽດຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ອົງການສື່ມວນຊົນເຂົ້າຮ່ວມ ແລະ ລົງຂ່າວກ່ຽວກັບວາລະພິພາກສາຂອງສານ. ນີ້ແມ່ນຂໍ້ກໍານົດທີ່ບໍ່ແມ່ນປະເທດໃດກໍມີ. ສານເອເລັກໂຕຣນິກອະນຸຍາດໃຫ້ເພີ່ມທະວີລັກສະນະເປີດເຜີຍ ໂປ່ງໃສໃນການເຄື່ອນໄຫວຂອງສານຕື່ມອີກ. ບົນພື້ນຖານດິຈີຕອນ, ສານຕ້ອງສູ້ຊົນປະຕິບັດ 7 ເນື້ອໃນເປີດເຜີຍຕໍ່ໄປນີ້ຢ່າງດີ:
ໜຶ່ງແມ່ນ, ເປີດເຜີຍລະບົບກົດໝາຍ, ບັນດາມະຕິຂອງສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ລະບຽບການຕັດສິນຄະດີ, ເອກະສານແນະນໍາ, ຕອບຄໍາຖາມກ່ຽວກັບກົດໝາຍຕ່າງໆ. ຈາກນັ້ນ, ຊ່ວຍໃຫ້ປະຊາຊົນ, ບັນດາຄູສອນ, ນັກສຶກສາສາຂາກົດໝາຍ, ນັກຄົ້ນຄ້ວາຕ່າງໆ... ໃນການຊອກຫາ, ຄົ້ນຫາເອກະສານຢ່າງສະດວກ ແລະ ໄວວາ.
ສອງແມ່ນ, ເປີດເຜີຍການມອບໝາຍໜ້າທີ່ການງານໃຫ້ພະນັກງານເພື່ອແກ້ໄຂຄະດີ. ຈາກນັ້ນ, ທັງສ້າງກົນໄກຕິດຕາມກວດກາການແບ່ງງານແກ້ໄຂຄະດີພາຍໃນລະບົບສານ, ທັງຊ່ວຍຜູ້ກ່ຽວຕ່າງໆ ແລະ ບັນດາຜູ້ເຂົ້າຮ່ວມການຮ້ອງຟ້ອງ ໄດ້ຕິດຕາມກວດກາຈາກພາຍນອກ, ພ້ອມດຽວກັນນັ້ນ, ສ້າງເງື່ອນໄຂສະດວກໃຫ້ເຂົາໃຊ້ສິດ, ພັນທະຂອງຕົນ (ເຊັ່ນ: ສະເໜີ, ສະເໜີແນະ, ໃຫ້ຫຼັກຖານເພີ່ມ ແລະອື່ນໆ).
ທີສາມ, ເປີດເຜີຍຄວາມຄືບໜ້າຂອງການຮັບແລະແກ້ໄຂຄະດີ. ຈາກນັ້ນ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ການນໍາຂອງສານຕິດຕາມກວດກາ, ບັງຄັບໃຫ້ຜູ້ພິພາກສາແຕ່ຄົນຕ້ອງພະຍາຍາມເພື່ອເຮັດລ້ອນການແກ້ໄຂຄະດີຖືກຕາມກໍານົດເວລາຂອງກົດໝາຍ.
ທີສີ່, ເປີດເຜີຍຂະບວນວິວັດການພິພາກສາໃນວາລະພິພາກສາຂອງສານ (ຍົກເວັ້ນກໍລະນີທີ່ກົດໝາຍຫ້າມບໍ່ໃຫ້ເປີດເຜີຍ), ຈາກນັ້ນ, ໃຫ້ປະຊາຊົນໄດ້ຕິດຕາມກວດກາ ແລະ ປະກອບສ່ວນເຂົ້າໃນການເຜີຍແຜ່, ສຶກສາສະຕິປະຕິບັດຕາມກົດໝາຍ.
ຫ້າແມ່ນ, ເປີຍເຜີຍຜົນການພິພາກສາ. ໃນນັ້ນ, ເປີດເຜີຍບັນດາຄໍາຕັດສິນຂອງສານ, ການຕັດສິນທີ່ໄດ້ມີຜົນສັກສິດທາງດ້ານກົດໝາຍ ເພື່ອໃຫ້ປະຊາຊົນຕິດຕາມກວດກາ ແລະ ທາບທາມ. ການເປີດເຜີຍດັ່ງກ່າວ, ຍັງມີປະໂຫຍດຍົກສູງຄວາມຮັບຜິດຊອບຂອງຜູ້ພິພາກສາແຕ່ລະຄົນ, ຈາກນັ້ນ, ເຂົາຕ້ອງຍົກສູງຄຸນນະພາບການພິຈາລະນາຄະດີ ແລະ ຄຸນນະພາບການສ້າງຄໍາຕັດສິນຂອງສານ.
ຫົກແມ່ນ, ເປີດເຜີຍຂະບວນການແລະຜົນການບັງຄັບຕາມຄຳພິພາກສາ. ຈາກນັ້ນ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ສັງຄົມຕິດຕາມຂະບວນການປະຕິບັດຄຳຕັດສິນ, ຮັບປະກັນວ່າຄວາມຍຸຕິທໍາຈະດຳເນີນການຈົນເຖິງທີ່ສຸດ.
ເຈັດແມ່ນ, ເປີດເຜີຍຂະບວນການແລະຜົນການພິຈາລະນາຍົກເວັ້ນແລະຫຼຸດຜ່ອນໂທດ. ດັ່ງນັ້ນ, ຂະບວນການທັງໝົດແລະຜົນຂອງການພິຈາລະນາຍົກເວັ້ນ ແລະ ຫຼຸດຜ່ອນໂທດ, ການໂຈະການບັງຄັບຕາມຄໍາພິພາກສາຊົ່ວຄາວ, ການໂຈະການບັງຄັບຕາມຄຳພິພາກສາ, ການປ່ອຍຕົວອອກຈາກຄຸກກ່ອນກໍານົດເວລາໂດຍມີເງື່ອນໄຂ ທັງໝົດໄດ້ຮັບການເຜີຍແຜ່ບົນພື້ນຖານດິຈີຕອນ ເພື່ອໃຫ້ປະຊາຊົນໄດ້ຕິດຕາມກວດກາ.
ການສ້າງສານເອເລັກໂຕຣນິກ ເພື່ອເຊື່ອມຕໍ່ກັບບັນດາພື້ນຖານດິຈີຕອນອື່ນໆ.
ການສ້າງສານເອເລັກໂຕຣນິກ ຍັງກ້າວໄປເຖິງການເຊື່ອມຕໍ່ກັບບັນດາພື້ນຖານດິຈີຕອນຂອງປະເທດ ແລະ ກະຊວງ, ຂະແໜງການຕ່າງໆ ເຊັ່ນ: ເວັບໄຊບໍລິການສາທາລະນະແຫ່ງຊາດ, ຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ, ຖານຂໍ້ມູນຂອງກົມໃຫຍ່ສະຖິຕິ, ອົງການໄອຍະການປະຊາຊົນສູງສຸດ ແລະອື່ນໆ. ການເຊື່ອມຕໍ່ລະຫວ່າງ ບັນດາພື້ນຖານດິຈີຕອນນັ້ນ ອະນຸຍາດໃຫ້ສານໃຊ້ປະໂຫຍດຈາກຖານຂໍ້ມູນແຫ່ງຊາດ ເພື່ອຮັບໃຊ້ໜ້າທີ່ຂອງຕົນໃຫ້ດີຂຶ້ນກ່ວາເກົ່າ; ພ້ອມດຽວກັນນັ້ນ, ແລກປ່ຽນ, ເສີມຂະຫຍາຍສຸດຂີດຜົນປະໂຫຍດຂອງຖານຂໍ້ມູນໃນລະບົບສານ ເພື່ອຮັບໃຊ້ໃຫ້ແກ່ການສ້າງສັງຄົມດະຈີ, ເສດຖະກິດດິຈີຕອນ, ຍົກສູງປະສິດທິພາບແລະປະສິດທິຜົນການຄຸ້ມຄອງ, ບໍລິຫານປະເທດ.
ໜ້າທີ່ຈຳນວນໜຶ່ງຕ້ອງໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ
ເພື່ອສ້າງສຳເລັດສານເອເລັກໂຕຣນິກ, ຕ້ອງມີຄວາມຮັບຮູ້ຢ່າງຖືກຕ້ອງ, ມີການຕັດສິນໃຈສູງ, ມີວິທີການແກ້ໄຂຢ່າງຄົບຊຸດ, ມີແຫຼ່ງພະລັງທີ່ຈຳເປັນ ແລະ ການບໍລິຫານຈັດການຢ່າງດຸເດືອດ. ກ່ອນອື່ນໝົດ, ຕ້ອງປະຕິບັດ 5 ໜ້າທີ່ຫຼັກດັ່ງຕໍ່ໄປນີ້:
ທີໜຶ່ງ, ສ້າງຍຸດທະສາດສັງລວມກ່ຽວກັບການຫັນເປັນດິຈີຕອນໃນລະບົບສານ.
ພັກ, ລັດຫວຽດນາມມີແຜນນະໂຍບາຍເພີ່ມທະວີການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ຖືວ່ານີ້ແມ່ນກຳລັງຊຸກດັນການເຕີບໂຕທີ່ສຳຄັນ. ໃນມະຕິຂອງ ກົມການເມືອງສູນກາງພັກສະບັບເລກທີ 52-NQ/TW, ລົງວັນທີ 27 ກັນຍາ 2019 “ວ່າດ້ວຍບາງແຜນນະໂຍບາຍ ແລະ ນະໂຍບາຍກ່ຽວກັບການເຂົ້າຮ່ວມການປະຕິວັດອຸດສາຫະກຳຄັ້ງທີສີ່ຢ່າງເປັນເຈົ້າການ”, ເຊິ່ງໄດ້ເນັ້ນໜັກເປັນພິເສດເຖິງໜ້າທີ່ຍູ້ແຮງຂະບວນການຫັນເປັນດິຈີຕອນ. ນີ້ແມ່ນພື້ນຖານດ້ານການເມືອງທີ່ສຳຄັນ ເພື່ອສ້າງສານເອເລັກໂຕຣນິກ. ໃນຂະບວນເຊື່ອມໂຍງສານກົນ, ສານປະຊາຊົນສູງສຸດ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມສ້າງແລະດຳນີນການສານເອເລັກໂຕຣນິກໃຫ້ສຳເລັດໃນປີ 2025. ຍ້ອນແນວນັ້ນ, ສານປະຊາຊົນສູງສຸດຕ້ອງສ້າງ ແລະ ຜັນຂະຫຍາຍຍຸດທະສາດສັງລວມກ່ຽວກັບການຫັນເປັນດິຈີຕອນໃນລະບົບສານເຖິງປີ 2025, ກຳນົດທິດເຖິງປີ 2030. ຍຸດທະສາດຕ້ອງຕ້ອງກຳນົດເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການ ແລະ ວຽກງານສະເພາະ; ຕ້ອງສ້າງຄວາມຮັບຮູ້ໃນລະບົບສານກ່ຽວກັບຄວາມສຳຄັນຂອງການຫັນເປັນດິຈີຕອນ ແລະ ການສ້າງສານເອເລັກໂຕຣນິກຢ່າງຄົບຖ້ວນ. ນີ້ທັງແມ່ນທ່າອ່ຽງຈຳເປັນຕ້ອງ ຂອງກະແສດີຈີຕອນແຫ່ງຊາດ ແລະ ທັງເປັນໂອກາດ ເພື່ອພັດທະນາສານ. ຍຸດທະສາດຕ້ອງກຳນົດບັນດາການກຳນົດທິດຫຼັກ ຢ່າງຈະແຈ້ງ ເພື່ອສ້າງສານເອເລັດໂຕຣນິກ ແລະ ບັນດາໜ້າທີ່ຕ້ອງສຸມໃສ່ຜັນຂະຫຍາຍ ໃນຕໍ່ໜ້າ; ກຳນົດຂັ້ນຕອນ ແລະ ບາດກ້າວໃຫ້ສອດຄ່ອງກັບແຕ່ລະໄລຍະ, ກັບເງື່ອນໄຂ ດ້ານເສດຖະກິດ ກໍຄືລະດັບຄວາມຮູ້ດ້ານເຕັກໂນໂລຊີ ແລະອື່ນໆ. ຍ້ອນເຕັກໂນໂລຊີມີ ການພັດທະນາ ແລະ ປ່ຽນແປງໃນປະຈຳວັນຢ່າງໄວວາ, ສະນັ້ນ, ການສ້າງຍຸດທະສາດ ຕ້ອງມີວິໄສທັດໄລຍະຍາວ, ພ້ອມດຽວກັນນັ້ນ, ຕ້ອງມີລັກສະນະໄຫວພິບ, ຕອບສະໜອງໄດ້ງ່າຍ ເພື່ອເດີນທາງລັດ, ລັດໜ້າ, ບຸກບືນດ້ານເຕັກໂນໂລຊີ, ປະຢັດຄ່າໃຊ້ຈ່າຍ ແລະເວລາ.
ທີສອງ, ປັບປຸງບັນດາເອກະສານຂໍ້ກຳນົດກົດໝາຍໃຫ້ສົມບູນ.
ການເຄື່ອນໄຫວສານເອເລັກໂຕຣນິກຕ້ອງມີລະບົບກົດໝາຍທີ່ສົມບູນ, ຄົບຊຸດ, ຕອບສະໜອງກັບເຕັກໂນໂລຊີດິຈີຕອນ. ລະບົບກົດໝາຍສຳຄັນທີ່ສຸດຂອງສານເອເລັກ ໂຕຣນິກ ປະກອບມີ: 1- ກົດໝາຍວ່າດ້ວຍການດຳເນີນຄະດີທາງອີເລັກໂຕຣນິກ; 2- ກົດໝາຍວ່າດ້ວຍເຕັກໂນໂລຊີຂໍ້ທູນຂ່າວສານ, ເຕັກໂນໂລຊີດິຈີຕອນ, ປັນຍາປະດິດ; 3- ກົດໝາຍວ່າດ້ວຍການຈັດຕັ້ງສານ ແລະ ບັນດາອົງການທີ່ດຳເນີນຄະດີ. ນອກຈາກນັ້ນ, ຍັງມີບັນດາກົດໝາຍທີ່ກ່ຽວຂ້ອງອື່ນໆ.
ລະບົບກົດໝາຍດັ່ງກ່າວ ຕ້ອງໄດ້ປັບປຸງໃຫ້ສົມບູນຕາມທິດອະນຸຍາດໃຫ້ດຳເນີນ ບັນດາການເຄື່ອນໄຫວຮ້ອງຟ້ອງອອນໄລນ໌; ກຳນົດກ່ຽວກັບຫຼັກຖານເອເລັກໂຕຣນິກ; ພື້ນຖານວິທະຍາສາດ ແລະ ລັກສະນະນິຕິກຳ ຂອງບັນດາຊອບແວຟື້ນຟູຫຼັກຖານເອເລັກໂຕຣນິກ; ຄວາມໝັ້ນຄົງ, ຄວາມປອດໄພທາງອິນເຕີເນັດ; ກົງຈັກການຈັດຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດອຳນາດ ຂອງບັນດາອັດຕະພາບທີ່ດຳເນີນຄະດີອອນໄລນ໌; ບົດບາດແລະສິດທິໃນການເຂົ້າຮ່ວມການດຳເນີນຄະດີ ຂອງວິສາວະກອນເຕັກໂນໂລຊີຂໍ້ມູນຂ່າວສານ ແລະອື່ນໆ.
ທີສາມ, ພັດທະນາລະບົບດິຈີຕອນທີ່ທັນສະໄໝ.
ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດິຈີຕອນ ມີບົດບາດສຳຄັນໃນການພັດທະນາສານເອເລັກໂຕຣນິກ. ສານປະຊາຊົນສູງສຸດ ຕ້ອງສ້າງໂຄງການປະກອບພື້ນຖານພື້ນຖານວັດຖຸໃຫ້ແກ່ສານເອເລັກໂຕຣນິກ. ເນື້ອໃນຕົ້ນຕໍຂອງໂຄງການແມ່ນແນໃສ່ການປະກອບຄື: 1- ລະບົບເຕັກນິກດິຈີຕອນ ລວມມີບັນດາອຸປະກອນດິຈີຕອນສະຖານີ, ລະບົບສົ່ງຄວາມໄວສູງທີ່ໝັ້ນຄົງ, ສູນສຳເນົາຂໍ້ມູນໃຫຍ່ ແລະ ສູນບໍລິຫານ; 2- ພື້ນຖານດິຈີຕອນທີ່ດຳເນີນການສານ ແລະ “ຜູ້ຊ່ວຍສະເໝືອນ” ທີ່ໃຊ້ປັນຍາປະດິດທີ່ສອດຄ່ອງກັບແຕ່ລະໜ້າທີ່, ການເຄື່ອນໄຫວຂອງສານ; 3- ໂຄງການຝຶກອົບຮົມສໍາລັບການຄຸ້ມ, ການດໍາເນີນງານ ແລະ ການປະຍຸກໃຊ້ສານເອເລັກໂຕຣນິກ. ນີ້ແມ່ນໂຄງການທີ່ຕ້ອງໄດ້ຮັບການລົງທຶນດ້ານງົບປະມານໃຫ້ເໝາະສົມຕາມຄວນ, ສະນັ້ນ, ຕ້ອງມີຂັ້ນຕອນໃຫ້ທັງພາຍໜ້າ, ທັງໄລຍະກາງ ແລະ ໄລຍະຍາວຢ່າງເໝາະສົມ ໂດຍຂຶ້ນກັບຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດ ແລະ ລະດັບການພັດທະນາຂອງເຕັກໂນໂລຊີ. ລະດົມບັນດາແຫຼ່ງກຳລັງດ້ວຍຫຼາຍຮູບຫຼາຍແບບ - ຈາກງົບປະມານຂອງລັດ, ຈາກການຮ່ວມມືສາກົນ ແລະ ຈາກການຫັນເປັນສັງຄົມ. ການລົງທຶນອຸປະກອນເຕັກໂນໂລຊີຕ້ອງຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການ ເຊັ່ນ: ທັນສະໄໝ, ຄວາມໝັ້ນຄົວ, ຄວາມປອດໄພ, ສະດວກດີ ແລະ ຊັ່ງຊາເຖິງການ “ເດີນທາງລັດ, ລັດໜ້າ”.
ທີສີ່, ການພັດທະນາຊັບພະຍາກອນມະນຸດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ
ແຫຼ່ງຊັບພະຍາກອນມະນຸດເປັນປັດໄຈສຳຄັນຕັດສິນຜົນສຳເລັດຂອງການຫັນເປັນດິຈີຕອນ ແລະ ການສ້າງສານເອເລັກໂຕຣນິກ. ພັດທະນາຊັບພະຍາກອນມະນຸດ ເພື່ອໃຫ້ສານເອເລັກໂຕຣນິກໄດ້ປະຕິບັດໃນພຶດຕິກຳຕົວຈິງຕ້ອງມີຄວາມຄົບຊຸດທັງດ້ານຊັບພະຍາກອນຄຸ້ມຄອງ, ດຳເນີນງານ ແລະ ປະຍຸກໃຊ້ເຕັກໂນໂລຊີດີຈີຕອນ. ໃນນັ້ນ, ມີຖັນແຖວວິສະວະກອນເຕັກໂນໂລຊີຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈີຕອນ; ຖັນແຖວຜູ້ພິພາກສາ, ບັນດາຍົດຕຳແໜ່ງຕຸລາການ ແລະ ພະນັກງານສານຂັ້ນຕ່າງໆ; ປະຊາຊົນເມື່ອມີເລື່ອງຕ້ອງໃຫ້ສານຕັດສິນ. ບັນດານັກວິສະວະກອນເຕັກໂນໂລຊີຂໍ້ມູນຂ່າວສານຕ້ອງມີຄວາມຮູ້ອັດເດດກ່ຽວກັບເຕັກໂນໂລຊີດິຈີຕອນ, ທັງມີຄວາມເຂົ້າໃຈຕໍ່ກົດໝາຍ ແລະ ການເຄື່ອນໄຫວຂອງສານ. ພ້ອມດຽວກັນນັ້ນ, ຕ້ອງສ້າງຕັ້ງກົງຈັກການຈັດຕັ້ງແຕ່ສານປະຊາຊົນສູງສຸດລົງ ຮອດສານຂັ້ນແຂວງ ເພື່ອດຳເນີນການລະບົບເຕັກໂນໂລຊີດິຈີຕອນ. ລະບອບຄ່າຕອບແທນໃນປະຈຸບັນເປັນຈຸດອຸດຕັນໃນການດຶງດູດຊັບພະຍາກອນວຸກຄົນນີ້, ດັງນັ້ນ, ຈຶ່ງຈໍາເປັນຕ້ອງປ່ຽນແປງໃໝ່ ແລະ ມີກົນໄກທີ່ສອດຄ່ອງ. ຜູ້ພິພາກສາ, ພະນັກງານສານຕ້ອງໄດ້ຮັບການຝຶກອົບຮົມໃໝ່ ເພື່ອມີຄວາມຮັບຮູ້ກ່ຽວກັບສານເອເລັກໂຕຣນິກຢ່າງຄົບຖ້ວນ ແລະ ຫັນຄວາມຊິນເຄີຍໃນການເຮັດວຽກຈາກສະພາບແວດລ້ອມເກົ່າ ມາເປັນສະພາບແວດລ້ອມໃນລະບົບອິນເຕີເນັດ. ພື້ນຖານດິຈີຕອນຂອງສານເອເລັກໂຕຣນິກ ຕ້ອງກາຍເປັນພື້ນຖານເຮັດວຽກລວມ ຂອງທົ່ວລະບົບຢູ່ເກືອບ 800 ແຫ່ງ; ຖ້າວ່າພະນັກງານສານບໍ່ເຂົ້າພື້ນຖານນີ້ຈະບໍ່ສາມາດເຮັດວຽກໄດ້. ຕ້ອງເຮັດໄດ້ແນວນັ້ນ, ສານອີເລັກໂທຣນິກຈະສາມາດປະສົບຜົນສໍາເລັດຢ່າງແທ້ຈິງ.
ທີຫ້າ, ຍູ້ແຮງການຮ່ວມມືສາກົນ.
ເຖິງປະຈຸບັນ, ຫຼາຍປະເທດໃນພາກພື້ນ ແລະ ໃນໂລກໄດ້ມີບັນດາບາດກ້າວ ອັນຍາວໄກໃນການສ້າງສານເອເລັກໂຕຣນິກ. ໃນເວລາທີ່ຜ່ານມາ, ຂະແໜງການສານ ຫວຽດນາມໄດ້ມີການຜັນຂະຫຍາຍໜ້າທີ່ສ້າງສານເອເລັກໂຕຣນິກຢ່າງຕັ້ງໜ້າ ແລະ ຍາດໄດ້ຜົນງານຈຳນວນໜຶ່ງໃນເບື້ອງຕົ້ນ ແຕ່ຍັງມີຈຳກັດ. ການຮ່ວມມືສາກົນແມ່ນເສັ້ນ ທາງສັ້ນທີ່ສຸດ ເພື່ອໃຫ້ຫວຽດນາມສ້າງສານເອເລັກໂຕຣນິກ, ອະນຸຍາດໃຫ້ເຂົ້າເຖິງບັນ ດາຜົນງານກ້າວໜ້າທາງເຕັກໂນໂລຊີດິຈີຕອນຂອງໂລກ ກໍຄືໝູນໃຊ້ເຂົ້າໃນການເຄື່ອນໄຫວຂອງສານຢ່າງທັນການ. ການຮ່ວມມືສາກົນຍັງຊ່ວຍຍາດແຍ່ງໄດ້ບັນດາແຫຼ່ງກຳ ລັງດ້ານການເງິນ (ການຊ່ວຍເຫຼືອພັດທະນາຢ່າງເປັນທາງການ - ODA) ໃຫ້ແກ່ການ ສ້າງສານເອເລັກໂຕຣນິກ. ການຮ່ວມມືກັບບັນດາປະເທດທີ່ໄດ້ສ້າງສານເອເລັກໂຕຣນິກທີ່ທົນສະໄໝ, ຫວຽດນາມຈະໄດ້ແລກປ່ຽນບົດຮຽນ, ພ້ອມດຽວກັນນັ້ນ, ຈະກ້າວໄປເຖິງການເຊື່ອມຕໍ່ລະບົບດິຈີຕອນ ເພື່ອ “ຫຼຸດຊ່ອງຫວ່າງດ້ານດີຈີຕອນ” ລະຫວ່າງບັນດາລະບົບຕຸລາການ, ປະຕິບັດສຳເລັດໜ້າທີ່ສ້າງສານເອເລັກໂຕຣນິກ ແລະ ການຫັນເປັນດິຈີຕອນໃນລະບົບສານ./.
--------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບເລກທີ 982 (ເດືອນມັງກອນ 2022)