13/11/2022 | 21:30 PM


ຫວຽດນາມປຸກຕື່ນແລະເສີມຂະຫຍາຍ
ແຫຼ່ງຊັບພະຍາກອນວັດທະນະທຳ, ປະກອບສ່ວນ
ເຂົ້າໃນການພັດທະນາປະເທດຢ່າງຍືນຍົງ
ແຫຼ່ງຊັບພະຍາກອນວັດທະນະທຳ, ປະກອບສ່ວນ
ເຂົ້າໃນການພັດທະນາປະເທດຢ່າງຍືນຍົງ
ວກ. - ປະຫວັດສາດຫຼາຍພັນປີແຫ່ງການກໍ່ຕັ້ງປະເທດ ແລະ ປົກປັກຮັກສາປະເທດຊາດ ໄດ້ສະສົມແລະຕົກຜະລຶກຕະກອນວັດທະນະທຳ - ແຫຼ່ງຊັບພະຍາກອນອັນລ້ຳຄ່າ, ແຫຼ່ງພະລັງພາຍໃນທີ່ສຳຄັນຂອງຊາດຫວຽດນາມ. ໃນສະພາບການໃໝ່, ເພື່ອຕອບສະໜອງຢ່າງຄ່ອງແຄ້ວ ແລະ ມີປະສິດທິຜົນ ຕໍ່ບັນດາສິ່ງທ້າທາຍທີ່ສັບສົນ ແລະ ບໍ່ອາດຄາດຄິດໄດ້ໃນປະຈຸບັນນັ້ນ, ການປຸກຕື່ນແລະເສີມຂະຫຍາຍແຫຼ່ງຊັບພະຍາກອນວັດທະນະທຳ, ຕິດພັນກັບການພັດທະນາເສດຖະກິດແລະສັງຄົມ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນທີ່ຖືກວາງອອກມາ, ຜ່ານນັ້ນ ປະກອບສ່ວນເພີ່ມພະລັງອ່ອນທາງວັດທະນະທຳ, ຊຸກຍູ້ການພັດທະນາປະເທດຢ່າງຍືນຍົງ.
ທ່າແຮງແລະໂອກາດໃນການປຸກຕື່ນ ແລະ
ເສີມຂະຫຍາຍແຫຼ່ງຊັບພະຍາກອນວັດທະນະທຳຫວຽດນາມ
ປະຫວັດສາດອັນຍາວນານ ແລະຄວາມຫຼາກຫຼາຍທາງວັດທະນະທໍາຂອງຫວຽດນາມ
ຫວຽດນາມເປັນປະເທດທີ່ມີປະຫວັດສາດອັນຍາວນານ ແລະ ມີຄວາມຫຼາກຫຼາຍທາງວັດທະນະທໍາ. ໃນປະຫວັດສາດແຫ່ງການພັດທະນາ, ໂດຍໄວ, ບັນດາລາຊະວົງສັກດີນາຫວຽດນາມ ໄດ້ມີສະຕິສ້າງ ແລະ ເຊີດຊູພະລັງທາງວັດທະນະທຳຂອງປະເທດ. ຫວຽດນາມໄດ້ປະເຊີນໜ້າ ແລະ ຍາດໄດ້ໄຊຊະນະໂດຍຕະຫຼອດ ຕໍ່ກອງທັບຮຸກຮານທີ່ມີທ່າແຮງດ້ານການທະຫານ ແລະເສດຖະກິດຫຼາຍກວ່າຫວຽດນາມຫຼາຍເທົ່າ. ສາມາດເຫັນໄດ້ວ່າ ຄວາມງາມຂອງວັດທະນະທຳຫວຽດນາມ ແມ່ນແຫຼ່ງພະລັງສຳຄັນຂອງຄວາມເຂັ້ມແຂງທາງວັດທະນະທຳຫວຽດນາມ. ບັນດານັກຄົ້ນຄວ້າໄດ້ກ່າວເຖິງຫຼາຍແຫຼ່ງທ່າແຮງ (ແຫຼ່ງຊັບພະຍາດອນ) ເພື່ອພັດທະນາວັດທະນະທຳຫວຽດນາມ ແນໃສ່ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ, ລວມທັງປະຫວັດສາດອັນຍາວນານ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳ.
ວັດທະນະທຳຫວຽດນາມແມ່ນພື້ນຖານວັດທະນະທຳທີ່ເປັນເອກະພາບໃນຄວາມຫຼາກຫຼາຍ. ດ້ານໜຶ່ງ, ຄວາມຫຼາກຫຼາຍແມ່ນຈຸດພິເສດທີ່ມີມາແຕ່ດົນນານຂອງພື້ນຖານສັດທະນະທຳຫວຽດນາມ ທີ່ຕິດພັນກັບກະສິກຳເຂົ້າປຽກ, ມີລັກສະນະຊຸມຊົນສູງ, ຜ່ານປະຫວັດສາດອັນຍາວນານໃນການພົວພັນກັບທຳມະຊາດ ຕະຫຼອດຈົນສາມາດຕ້ານກັບກອງກຳລັງຕ່າງປະເທດໄດ້. ດ້ານອື່ນ, ໂດຍຕັ້ງຢູ່ໃນພາກພື້ນທີ່ໄດ້ຮັບອິດທິພົນຈາກອາລະຍະທຳທີ່ຍິ່ງໃຫຍ່ໃນໂລກ, ຄື ອິນເດຍ, ຈີນ ແລະ ຕາເວັນຕົກ, ຫວຽດນາມບໍ່ພຽງແຕ່ດູດຊຶມເອົາເທົ່ານັ້ນ ແຕ່ຍັງຫັນປ່ຽນແກ່ນສານວັດທະນະທຳຂອງໂລກ ໃຫ້ເໝາະສົມກັບເງື່ອນໄຂຂອງຕົນ. ດັ່ງນັ້ນ, ພື້ນຖານວັດທະນະທຳຫວຽດນາມ ແມ່ນພື້ນຖານວັດທະນະທຳທີ່ຫຼາກຫຼາຍນັບແຕ່ຕົ້ນມາ.
ການແລກປ່ຽນກັບວັດທະນະທຳອິນເດຍ ແລະວັດທະນະທຳຈີນ ໄດ້ດຳເນີນເປັນເວລາດົນນານ ຜ່ານຫຼາຍວິທີຫຼາຍຮູບແບບ ສ້າງຄວາມປະທັບໃຈຢ່າງຫຼາຍຕໍ່ວັດທະນະທຳຫວຽດນາມ. ຢ່າງໃດກໍຕາມ, ຊາວຫວຽດນາມຍັງຄົງຮັກສາເອກະລັກທາງວັດທະນະທຳຂອງຕົນເອງ. ສິ່ງນີ້ໄດ້ສະແດງໃຫ້ເຫັນໃນດ້ານຕ່າງໆຂອງຊີວິດຫວຽດນາມ ຕັ້ງແຕ່ສາສະໜາ, ຈິດວິນຍານ ເຖິງໂລກກະທັດ, ມາດຕະຖານຈັນຍາບັນສັງຄົມ, ສະຖາປັດຕະຍະກຳ, ພາສາ, ຊີວິດປະຈຳວັນ.... ອາດຈະເວົ້າໄດ້ວ່າ, ຫວຽດນາມມີພື້ນຖານວັດທະນະທຳທີ່ຫຼາກຫຼາຍແລະອຸດົມສົມບູນ, ພ້ອມກັນນັ້ນ ກໍມີພື້ນຖານວັດທະນະທຳກະແສຫຼັກ ເປັນພື້ນຖານໃຫ້ແກ່ຊຸມຊົນວັດທະນະທຳຊົນເຜົ່າສ່ວນນ້ອຍ, ນັ້ນແມ່ນວັດທະນະທຳຫວຽດ. ສິ່ງນີ້ໄດ້ຊຸກຍູ້ການພັດທະນາປັດໄຈພາຍໃນຂອງຊາດ, ສ້າງກຳລັງແຮງແຫ່ງຄວາມສາມັກຄີລະຫວ່າງບັນດາຊົນເຜົ່າອ້າຍນ້ອງ ໃນຂະບວນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ສ້າງຄວາມປະທັບໃຈ, ຄວາມດຶງດູດໃຈ, ຄວາມສາມາດໂນ້ມນ້າວໃຈຂອງວັດທະນະທຳຫວຽດນາມ ໃນການພັດທະນາເສດຖະກິດແລະສັງຄົມ ທັງໃນອະດີດແລະປະຈຸບັນ.ນັກທ່ອງທ່ຽວມາຢ້ຽມຢາມບ້ານຜະລິດເຄື່ອງປັ້ນດິນເຜົາ ຈູເດົາ, ແຂວງ ຫາຍເຢືອງ (ພາບ: ຫງວຽນທ້ຽນຕີ້ນ) _ແຫຼ່ງຂ່າວ: vapa.org.vn
ການດຳລົງຢູ່ທີ່ຫຼາກຫຼາຍຂອງບັນດາຊຸມຊົນວັດທະນະທຳນຳມາເຊິ່ງຄວາມເປັນເອກະລັກໃຫ້ແກ່ການເຊື່ອມຕິດ ລະຫວ່າງບັນດາຊຸມຊົນຊົນເຜົ່າຫວຽດນາມ, ກໍ່ຄືການພົວພັນລະຫວ່າງຊາດຫວຽດນາມ ແລະ ເພື່ອນມິດໃນທົ່ວໂລກ. ແຕ່ອະດີດຮອດປະຈຸບັນ, ການສົນທະນາລະຫວ່າງບັນດາພື້ນຖານວັດທະນະທຳ ເປັນເງື່ອນໄຂເບື້ອງຕົ້ນ ເພື່ອໃຫ້ແຕ່ລະປະຊາຄົມ, ແຕ່ລະກຸ່ມຊາດພັນ ສະແດງເປີດເຜີຍ ແລະ ເສີມຂະຫຍາຍຄວາມສາມາດສ້າງສັນພິເສດສະເພາະຂອງຕົນ ຢ່າງເຕັມທີ່ ໃນຂະບວນການສ້າງຄຸນຄ່າໃໝ່ທາງດ້ານວັດຖຸ ແລະຈິດໃຈ. ໃນສະພາບການປະຈຸບັນ, ການສົນທະນາລະຫວ່າງຍັນດາພື້ນຖານວັດທະນະທຳ ພວມເປັນຄວາມຮຽກຮ້ອງຕ້ອງການທີ່ສຳຄັນອັນດັບໜຶ່ງ ເພື່ອມຸ່ງສູ່ການພັດທະນາແບບຍືນຍົງຂອງໂລກ. ໂລກາພິວັດແລະການເຊື່ອມໂຍງສາກົນ ຍັງສ້າງຄວາມສ່ຽງໃນການສູນເສຍເອກະລັກລະຫວ່າງວັດທະນະທໍາຂອງໂລກ, ຄວາມສ່ຽງໃນການຫຼອມລວມຄຸນຄ່າທາງວັດທະນະທຳຕາມຮູບແບບໜຶ່ງ.
ຄວາມຫຼາກຫຼາຍຂອງບັນດາພື້ນຖານວັດທະນະທຳ, ບັນດາຊຸມຊົນວັດທະນະທຳໃນຫວຽດນາມ ປະກອບເປັນສະພາບແວດລ້ອມເພື່ອເພີ່ມທະວີຄວາມສາມັກຄີ, ຄວາມຜູກພັນໃກ້ຊິດລະຫວ່າງຊຸມຊົນ. ແຕ່ລະຊົນເຜົ່າມີພື້ນຖານວັດທະນະທຳແລະລັກສະນະທາງວັດທະນະທຳຂອງຕົນເອງ, ແຕ່ຍ້ອນຄວາມຕ້ອງການໃນການຕໍ່ສູ້ຕ້ານໄພທຳມະຊາດ ປົກປັກຮັກສາຊີວິດ ແລະ ການຕໍ່ສູ້ກັບພວກຮຸກຮານຈາກຕ່າງປະເທດ, ແລະທັງແມ່ນຍ້ອນການແລກປ່ຽນ ແລະ ການເຊື່ອມໂຍງ ທາງວັດທະນະທຳ, ດັ່ງນັ້ນ ຊາດຫວຽດນາມຍັງຄົງເປັນຕົວສ່ວນຮ່ວມ ເຊິ່ງເປັນລະບົບຄຸນຄ່າຮ່ວມທີ່ຍືນຍົງ. ນັ້ນແມ່ນນ້ຳໃຈຮັກຊາດ, ເຈດຈຳນົງເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຈິດໃຈສາມັກຄີ, ວິຖີຊີວິດທີ່ສະຫງົບສຸກ, ພຶດຕິກຳທີ່ຍືດຫຍຸ່ນແລະເປີດອົກເປີດໃຈ, ເປີດຮັບເອົາຄຸນຄ່າໃໝ່, ຈິດໃຈສັນຕິພາບ...
ຄວາມຫຼາກຫຼາຍໃນຄວາມເປັນເອກະພາບ, ຄວາມເປັນເອກະພາບແຕ່ຫຼາກຫຼາຍຂອງວັດທະນະທຳຫວຽດນາມ ແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ສ້າງໂອກາດໃຫ້ຫວຽດນາມພັດທະນາວັດທະນະທຳຕາມແບບຍືນຍົງ. ທາງດ້ານການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຄວາມຫຼາດຫຼາຍທາງດ້ານວັດທະນະທຳສ້າງເປັນແຫຼ່ງພະລັງອ່ອນທີ່ມີປະສິດທິຜົນ ເພື່ອຊຸກຍູ້ແລະຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ກໍ່ຄືປົກປ້ອງຄວາມເປັນເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດ. ຊຸມຊົນຊົນເຜົ່າດຳລົງຊີວິດກະແຈກກະຈາຍຢູ່ທົ່ວດິນແດນຫວຽດນາມ, ເຂດຊາຍແດນສ່ວນຫຼາຍແມ່ນຊຸມຊົນຊົນເຜົ່າສ່ວນນ້ອຍ. ແຕ່ລະຊຸມຊົນ, ເມື່ອຮັກສາຄຸນຄ່າທາງວັດທະນະທຳຂອງຊຸມຊົນຂອງຕົນເອງ ຈະສ້າງການເຊື່ອມຕໍ່ທີ່ແໜ້ນແຟ້ນ ແລະ ການພັດທະນາທີ່ຍືນຍົງ. ການຮັກສາສາຍພົວພັນທີ່ດີ ລະຫວ່າງບັນດາປະຊາຄົມຊາວເຜົ່າສ່ວນນ້ອຍ ໃນພື້ນທີ່ດຽວກັນ ຈະສ້າງວິທີທີ່ມີປະສິດທິຜົນ ເພື່ອຮັບປະກັນຄວາມໝັ້ນຄົງທາງການເມືອງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ.
ໂລກກຳລັງເຂົ້າສູ່ຂະບວນການພັດທະນາ ແລະເຊື່ອມໂຍງຢ່າງແຂງແຮງ. ຂະບວນການເຊື່ອມໂຍງສ້າງໂອກາດໃຫ້ແກ່ການແລກປ່ຽນແລະໂຄສະນາ ບັນດາພື້ນຖານວັດທະນະທຳ ໃນທົ່ວໂລກ. ສິ່ງນີ້ກໍ່ເຮັດໃຫ້ທຸກພາກພື້ນໃນໂລກ ມີຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ພ້ອມກັນນັ້ນ ຍັງສ້າງຄວາມຂັດແຍ້ງຫຼາຍຢ່າງ ເນື່ອງຈາກການປະທະກັນແລະຄວາມແຕກຕ່າງ ລະຫວ່າງບັນດາພື້ນຖານວັດທະນະທໍາທີ່ແຕກຕ່າງກັນ. ບັນດາປະເທດໄດ້ຮັບຮູ້ວ່າ ກຸນແຈແຫ່ງການພັດທະນາຢ່າງສັນຕິແລະໝັ້ນຄົງ ໃນສະພາບການເຊື່ອມໂຍງຢ່າງເລິກເຊິ່ງນັ້ນ ແມ່ນຄວາມເຂົ້າໃຈ, ຄວາມເຄົາລົບ ແລະ ຄວາມອະນຸໂລມອ່ອນໂຍນຕໍ່ທຸກຄວາມແຕກຕ່າງ ແລະຄວາມຫຼາກຫຼາຍ ຂອງບັນດາພື້ນຖານວັດທະນະທຳອື່ນ. ດັ່ງນັ້ນ, ການຮັກສາແລະສົ່ງເສີມຄວາມຫຼາກຫຼາຍທາງວັດທະທຳທີ່ມີຢູ່ຂອງຫວຽດນາມ ຈະສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ຂະບວນການເຊື່ອມໂຍງເຂົ້າກັບສາກົນ.
ມໍລະດົກທີ່ອຸດົມສົມບູນ, ຊັບພະຍາກອນທຳມະຊາດທີ່ຫຼາກຫຼາຍ, ອຸດົມສົມບູນໄປດ້ວຍຄວາມສາມາດບົ່ມຊ້ອນ
ດ້ວຍປະຫວັດສາດນັບພັນປີ, ຫວຽດນາມໄດ້ອະນຸລັກລະບົບມໍລະດົກວັດທະນະທຳ ແລະ ຊັບພະຍາກອນທຳມະຊາດທີ່ອຸດົມສົມບູນແລະຫຼາກຫຼາຍ. ເຖິງປີ 2018, ຫວຽດນາມມີອານຸສອນສະຖານລະດັບຊາດປະມານ 3.500 ແຫ່ງ ແລະ ອະນຸສອນສະຖານພິເສດແຫ່ງຊາດ 107 ແຫ່ງ. ຫວຽດນາມມີມໍລະດົກທຳມະຊາດໂລກ ຄື (ອ່າວຮ້າລອງ, ອຸທະຍານແຫ່ງຊາດ ຟອງຍາ-ແກ໋ບ໋າງ), ມໍລະດົກທາງທໍາຊາດແລະວັດທະນະທຳ (ຄື ເຂດພູມິທັດ ຈ່າງອານ, ອຸທະຍານທໍລະນີໂລກ ທີ່ເຂດພູຫີນ ດົ່ງວັນ), ມໍລະດົກວັດທະນະທຳທີ່ມີຕົວຕົນ ແລະ ບໍ່ມີຕົວຕົນ ຄື (ເມືອງຫຼວງເກົ່າເຫວ້, ເມືອງບູຮານ ໂຮ້ຍອານ, ບໍລິເວນວັດແລະຫໍຄອຍ ໝີເຊີນ, ບູຮານສະຖານກາງລາຊະວັງທັງລອງ, ກຳແພງລາຊະວົງໂຮ່, ເພງ-ດົນຕີລາຊະສຳນັກຫວຽດນາມ, ພື້ນທີ່ວັດທະນະທໍາຄ້ອງວົງ ໄຕງວຽນ, ຂັບລຳກວານຮໍ້ ບັກນິງ, ຂັບຈູ່, ງານບຸນຢ໋ອງ ທີ່ວິຫານ ຝູ່ໂດ໋ງ ແລະ ວິຫານ ສ້ອກ, ຂັບລຳຊວານ ທີ່ຝູເທາະ, ຄວາມເຊື່ອບູຊາກະສັດຮຸ່ງເວືອງ, ສິລະປະກະຈັບປີແລະຂັບລຳຂອງນັກສະແດງພາກໃຕ້, ຂັບລຳພື້ນເມືອງເງ້ຕິ້ງ, ສິລະປະຂັບລຳກະທ່ອມ ພາກກາງຫວຽດນາມ, ພິທີກຳແລະເກມດຶງເຊືອກ, ຄວາມເຊື່ອບູຊາພະແມ່ສາມວັງ ຂອງຊາວຫວຽດນາມ, ສິລະປະຟ້ອນແບບານຂອງເຜົ່າໄຕ …); ບັນດາມໍລະດົກຂໍ້ມູນໂລກ ຄື (ແຜ່ນໄມ້ຄວັກຕົວອັກສອນ ຂອງລາຊະວົງຫວຽນ, ສິລາຈາລຶກການສອບເສັງປະລິນຍາເອກ ຂອງລາຊະວົງເລແລະມາກ, ແຜ່ນໄມ້ຄວັດພຣະຄໍາພີຂອງນິກາຍຈຸກເລິມ ວັດ ຫວິງງຽມ, ເອກະສານການບໍລິຫານຂອງລາຊະວົງຫງວຽນ, ກະວີນິພົນແລະສະຖາປັດຕະຍະກຳ ຂອງລາຊະສຳນັກເມືອງເວ້).
ຄຽງຂ້າງນັ້ນ, ດ້ວຍຄວາມໜາແໜ້ນ ແລະ ຄວາມຫຼາກຫຼາຍຂອງວັດທະນະທຳຂອງ 54 ຊົນເຜົ່າ, ຫວຽດນາມມີມໍລະດົກວັດທະນະທຳທີ່ມີຕົວຕົນນັບໝື່ນ, ມີວັດຖຸບູຮານອັນລ້ຳຄ່າຫຼາຍກວ່າ 3 ລ້ານອັນ (ເຊິ່ງໄດ້ຮັບການອະນຸລັກ ແລະຈັດສະແດງໃນລະບົບພິພິດທະພັນ 166 ແຫ່ງ)(1) ແລະລະບົບງານບຸນທີ່ອຸດົມສົມບູນ (7.966 ງານບຸນ, ລວມທັງ 7.039 ງານບຸນລະດັບຊາດ), ຂະນົບທຳນຽມ, ຮີດຄອງປະເພນີ, ສິລະປະການສະແດງ, ໝູ່ບ້ານຫັດຖະກຳ, ວັດທະນະທໍາການປຸງແຕ່ງອາຫານ, ເຄື່ອງນຸ່ງຫົ່ມ,... ມີການກະຈາຍຢ່າງເທົ່າທຽມກັນໃນທົ່ວທຸກເຂດແລະພາກພື້ນ(2).
ພື້ນຖານວັດທະນະທຳແບບເປີດ ແລະ ບັນດາຄຸນຄ່າວັດທະນະທຳທີ່ມີແຮງດຶງດູດໃຈ ແລະ ຊວນເຊື່ອຕໍ່ໂລກ
ວັດທະນະທຳຫວຽດນາມແມ່ນພື້ນຖານວັດທະນະທຳທີ່ເປີດ.
ຜ່ານການຂຶ້ນໆລົງໆບໍ່ຈັກວ່າເທົ່າໃດໃນປະຫວັດສາດ, ວັດທະນະທຳຫວຽດນາມແມ່ນພື້ນຖານວັດທະນະທຳທີ່ບໍ່ປິດແຈບ ຮັດແຄບ ແບ່ງແຍກ, ແຕ່ຍາມໃດກໍເປີດກວ້າງ, ອະນຸໂລມອ່ອນໂຍນ, ພ້ອມທີ່ຈະດູດຊຶມ ແລະ ເລືອກເອົາຄວາມດີ ຄວາມງາມຂອງວັດທະນະທຳມະນຸດ ເພື່ອເຊີດຊູແລະເສີມສ້າງວັດທະນະທຳຂອງຊາດ (ສືບທອດແນວຄິດ, ວິຊາການ, ສາດສະໜາ, ວັນນະຄະດີ, ສິລະປະ, ການຂຽນ ຈາກວັດທະນະທຳຈີນ, ອິນເດຍ, ຕາເວັນຕົກ ຢ່າງປະດິດສ້າງ). ຫວຽດນາມຍາມໃດກໍຄັດເລືອກເອົາແກ່ນສານຂອງວັດທະນະທຳມະນຸດ ເພື່ອຍົກລະດັບແລະບູລະນະວັດທະນະທຳຫວຽດນາມໃຫ້ສົມບູນ, ຮັບເອົາຄຸນຄ່າທົ່ວໄປຂອງມະນຸດໂດຍບໍ່ສຸດຂົ້ວ, ບໍ່ແບ່ງແຍກ. ນີ້ແມ່ນບັນດາປັດໄຈທີ່ຕັ້ງໜ້າ ສ້າງເງື່ອນໄຂເບື້ອງຕົ້ນເພື່ອໃຫ້ຫວຽດນາມສາມາດເຊື່ອມໂຍງເຂົ້າກັບກະແສຮ່ວມຂອງວັດທະນະທຳໂລກໄດ້ຢ່າງງ່າຍດາຍ ແລະ ໄດ້ຮັບການຍອມຮັບຈາກສາກົນ.
ຄຸນຄ່າດ້ານວັດທະນະທຳບາງຢ່າງຂອງຊາວຫວຽດນາມມີແຮງໂນ້ມນ້າວໃຈໃນໂລກ.
ຕັ້ງແຕ່ອະດີດຈົນເຖິງປະຈຸບັນ, ປະຊາຊົນບັນດາປະເທດໃນໂລກ ໄດ້ຮູ້ຈັກ ແລະສະໜັບສະໜູນຫວຽດນາມ ຍ້ອນພາລະກິດການຕໍ່ສູ້ປົດປ່ອຍຊາດ ທີ່ມີບັນດາຄຸນຄ່າແກ່ນສານຄື ນ້ຳໃນຮັກຊາດ, ຄວາມກ້າຫານ, ຄວາມກ້າແກ່ນ, ຄວາມພິລະອາດຫານ, ພ້ອມກັນນັ້ນກໍ່ຮັກຄວາມສະຫງົບສະເໝີ, ມີເມດຕາ, ອະນຸໂລມອ່ອນໂຍນ, ເອື້ອເຟື້ອເຜື່ອແຜ່. ມູນເຊື້ອມະນຸດສະທຳແລະຄວາມເປັນທຳ, ຈິດໃຈສັນຕິພາບ ແລະ ຄວາມອະນຸໂລມອ່ອນໂຍນ ເປັນພື້ນຖານເພື່ອໃຫ້ຫວຽດນາມມີການພົວພັນທີ່ດີງາມກັບຫຼາຍປະເທດໃນໂລກ.
ຄົນຫວຽດນາມມີຫົວຄິດປະດິດສ້າງ ແລະ ມີຄວາມສາມາດປັບຕົວສູງ.
ຊາວຫວຽດນາມໄດ້ຮັບການຫຼໍ່ຫຼອມຜ່ານການປ່ຽນແປງທາງປະຫວັດສາດຫຼາຍຄັ້ງ, ດັງນັ້ນ ພວກເຂົາຈຶ່ງມີຄວາມສາມາດໃນການປັບຕົວສູງ, ມີການແລກປ່ຽນແລະປູກຝັງວັດທະນະທຳທີ່ດີ ແລະ ມີຄວາມຄ່ອງແຄ້ວເປັນພິເສດ ໃນການເຊື່ອມຕໍ່ທົ່ວໂລກ. ຄຽງຄູ່ກັນນັ້ນ, ຫວຽດນາມພວມປັບປຸງໂຄງສ້າງພື້ນຖານດ້ານຂໍ້ມູນ ແລະການສື່ສານຢ່າງໃຫຍ່ຫຼວງ. ລະດັບການໃຊ້ອິນເຕີເນັດ, ການຫັນເປັນດິຈິຕອນຢູ່ຫວຽດນາມ ພວມເພີ່ມຂຶ້ນຢ່າງໄວວາ. ນີ້ແມ່ນບັນດາປະຖົມປັດໄຈທີ່ສຳຄັນທາງດ້ານວິທະຍາສາດ-ເຕັກໂນໂລຊີ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນແລະສື່ສານວັດທະນະທຳ.
ການວິເຄາະຂ້າງເທິງສະແດງໃຫ້ເຫັນວ່າ, ຫວຽດນາມພວມມີຂໍ້ໄດ້ປຽບ, ກາລະໂອກາດ ແລະ ເງື່ອນໄຂສະດວກ ເພື່ອກໍ່ສ້າງ ແລະ ພັດທະນາວັດທະນະທຳຕາມທິດທັນສະໄໝ, ຍືນຍົງ ແລະ ເຊື່ອມໂຍງສາກົນ.
ວິທີແກ້ໄຂເພື່ອເສີມຂະຫຍາຍຊັບພະຍາກອນວັດທະນະທໍາ
ຕິດກັບການພັດທະນາເສດຖະກິດແລະສັງຄົມແບບຍືນຍົງ
ໃນແຜນທີ່ວັດທະນະທຳຂອງໂລກ, ບັນດາປະເທດທີ່ຫັນປ່ຽນຊັບພະຍາກອນທາງວັດທະນະທຳເປັນພະລັງອ່ອນໄດ້ດີທີ່ສຸດ ໂດຍສຳພັນກັບບັນດາເສົາຫຼັກການພັດທະນາ ມັກເປັນປະເທດທີ່ມີບັນດາປະຖົມປັດໄຈທີ່ໝັ້ນຄົງ ສຳລັບການພັດທະນາແລະການເຊື່ອມໂຍງເຂົ້າກັບສາກົນ, ພ້ອມກັນນັ້ນ ກໍມີຄວາມສາມາດໃນການຕອບສະໜອງຕໍ່ຄວາມທ້າທາງດ້ານຄວາມໝັ້ນຄົງທັ້ງແບບດັ້ງເດີມແລະບໍ່ເປັນແບບດັ້ງເດີມ ຢ່າງມີປະສິດທິຜົນ ໃນຂະບວນການພັດທະນາ.
ສຳລັບຫວຽດນາມ, ປະຈຸບັນມີ 8 ເສົາຄ້ຳແຫຼ່ງພະລັງອ່ອນທາງວັດທະນະທຳ ຄື: 1- ມໍລະດົກວັດທະນະທຳບໍ່ມີຕົວຕົນ (ຜະລິດຕະພັນຈິດວິນຍານທີ່ມີຄຸນຄ່າທາງປະຫວັດສາດ, ວັດທະນະທຳ, ວິທະຍາສາດ,... ເຊັ່ນ ສິລະປະພື້ນເມືອງ, ງານບຸນປະເພນີ, ຄວາມຮູ້ຫັດຖະກຳພື້ນເມືອງ, ວັດທະນະທຳການປຸງແຕ່ງອາຫານ, ເຄື່ອງນຸ່ງພື້ນເມືອງ...); 2- ມໍລະດົກວັດທະນະທຳທີ່ມີຕົວຕົນ; 3- ມໍລະດົກໂລກທາງທໍາມະຊາດ; 4- ງານບຸນໃໝ່ແລະເຫດການວັດທະນະທຳ; 5- ຜະລິດຕະພັນແລະບໍລິການຂອງຂະແໜງການອຸດສາຫະກຳວັດທະນະທຳ; 6- ຄຸນຄ່າທາງດ້ານວັດທະນະທໍາ ແລະ ບຸກຄົນທີ່ມີຊື່ສຽງທາງດ້ານວັດທະນະທໍາ; 7- ວັດທະນະທຳຊຸມຊົນຮາກຖານ; 8- ບັນດາພື້ນຖານວັດຖຸແລະພື້ນທີ່ວັດທະນະທໍາ.
ເພື່ອປຸກຕື່ນແລະເສີມຂະຫຍາຍຊັບພະຍາກອນວັດທະນະທຳຢ່າງມີປະສິດທິຜົນກວ່າອີກ ໂດຍຕິດກັບການພັດທະນາເສດຖະກິດແລະສັງຄົມ, ຫວຽດນາມຈຳເປັນຕ້ອງປະຕິບັດບັນດາມາດຕະການແກ້ໄຂດັ່ງນີ້:
ທີໜຶ່ງ, ສືບຕໍ່ລົງເລິກຄົ້ນຄວ້າ, ຍົກສູງຄວາມຮັບຮູ້ ກ່ຽວກັບວັດທະນະທຳ ຕາມຈິດໃຈຂອງມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ມະຕິເລກທີ 33-NQ/TW, ລົງວັນທີ 9 ມິຖຸນາ 2014, ຂອງກອງປະຊຸມສູນກາງພັກຄັ້ງທີ 9 ສະໄໝທີ 11 “ວ່າດ້ວຍການກໍ່ສ້າງ ແລະພັດທະນາວັດທະນະທຳ, ຜູ້ຄົນຫວຽດນາມ ຕອບສະໜອງຄວາມຕ້ອງການພັດທະນາປະເທດແບບຍືນຍົງ”, ບົດສະຫຼຸບເລກທີ 76-KL/TW, ລົງວັນທີ 4 ມິຖຸນາ 2020, ຂອງກົມການເມືອງສູນກາງ, “ວ່າດ້ວຍການສືບຕໍ່ປະຕິບັດມະຕິເລດທີ 33-NQ/TW ຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບການກໍ່ສ້າງແລະພັດທະນາວັດທະນະທຳ, ຜູ້ຄົນຫວຽດນາມ ຕອບສະໜອງຄວາມຕ້ອງການພັດທະນາປະເທດແບບຍືນຍົງ” ແລະ ກອງປະຊຸມວັດທະນະທຳທົ່ວປະເທດ ເພື່ອຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ວັນທີ 24 ພະຈິກ 2021, ກ່ອນອື່ນໝົດແມ່ນຢູ່ບັນດາອົງການຄຸ້ມຄອງລັດກ່ຽວກັບວັດທະນະທຳ ເພື່ອໃຫ້ວັດທະນະທຳໄດ້ຮັບການເອົາໃຈໃສ່ເທົ່າກັບເສດຖະກິດແລະການເມືອງ; ວັດທະນະທຳເປັນທັງເສົາຄ້ຳ ແລະພື້ນຖານ ຂອງການພັດທະນາສັງຄົມ, ເປັນເປົ້າໝາຍ ແລະ ເປັນກຳລັງຊຸກຍູ້ການພັດທະນາປະເທດແບບຍືນຍົງຂອງປະເທດ.
ທີສອງ, ປັບປຸງລະບຽບລະບອບ, ນະໂຍບາຍ, ຂອບກົດໝາຍໃຫ້ສົມບູນແບບ ເພື່ອສ້າງກົນໄກຫັນປ່ຽນແຫຼ່ງຊັບພະຍາກອນວັດທະນະທຳ ໃຫ້ກາຍເປັນພະລັງອ່ອນທາງວັດທະນະທຳ, ປະກອບສ່ວນເພີ່ມກຳລັງແຮງສັງລວມແຫ່ງຊາດ, ຍົກສູງຄວາມສາມາດໃນການແຂ່ງຂັນລະຫວ່າງປະເທດ. ໄລຍະ 2021-2025 ແລະຮອດປີ 2030 ສຸມໃສ່ໃຫ້ຄຳປຶກສາ ແລະ ສະເໜີໂຄງການສ້າງກົດໝາຍ ແລະ ດຳລັດ ດ້ານວັດທະນະທຳ(3).
ທີສາມ, ສ້າງສະພາບແວດລ້ອມທາງວັດທະນະທໍາທີ່ສົດໃສ, ສ້າງກຳລັງຊຸກດັນການພັດທະນາເສດຖະກິດ, ສັງຄົມ ແລະ ເຊື່ອມໂຍງສາກົນ.
ສຸມໃສ່ການສ້າງສະພາບແວດລ້ອມທາງວັດທະນະທໍາທີ່ສົດໃສ, ຮັບປະກັນວ່າ ສະມາຊິກທຸກຄົນໃນຊຸມຊົນໄດ້ພັດທະນາຄວາມສາມາດໃນການສ້າງສັນ. ສຸມໃສ່ໃຫ້ບຸລິມະສິດກໍ່ສ້າງວັດທະນະທຳດ້ານການເມືອງ, ກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ ທີ່ມີຄຸນສົມບັດສິນທຳດີ, ມີສະຕິເຄົາລົບນັບຖືກົດໝາຍ, ສ້າງວັດທະນະທຳໃນແຕ່ລະຊຸມຊົນບ້ານ, ໝູ່ບ້ານ, ຄຸ້ມໃນເມືອງ, ສຳນັກງານ, ອົງການ, ວັດທະນະທຳວິສາຫະກິດ ແລະ ແຕ່ລະຄອບຄົວ ເປັນຫົວໜ່ວຍວັດທະນະທໍາທີ່ສໍາຄັນ. ເສີມຂະຫຍາຍບົດບາດຂອງຄອບຄົວ, ຊຸມຊົນ, ສັງຄົມ ໃນການສ້າງສະພາບແວດລ້ອມທາງວັດທະນະທຳ, ເຮັດໃຫ້ວັດທະນະທຳກາຍເປັນປັດໄຈທີ່ເພີ່ມພູນຄູນສ້າງຄວາມຈິງ - ຄວາມດີ - ຄວາມງາມ.
ການກໍ່ສ້າງລະບຽບລະບອບຕາມທິດເຊື່ອມຕໍ່ວັດທະນະທຳ ກັບການພັດທະນາເສດຖະກິດ, ການເມືອງ, ສັງຄົມ ແມ່ນວິທີການແກ້ໄຂຕົ້ນຕໍ ເພື່ອກໍ່ຕັ້ງລະບົບນິເວດທີ່ມີຄວາມສາມາດຊຸກຍູ້ຄວາມຫຼາກຫຼາຍຂອງການສະແດງອອກທາງວັດທະນະທໍາ, ສ້າງຄວາມເປັນເຈົ້າການ ໃນການຮ່ວມມື ແລະການໂຄສະນະສົ່ງເສີມ ບັນດາຄຸນຄ່າວັທະນະທຳທີ່ກ້າວໜ້າ ແລະເຂັ້ມຂົ້ນໄປດ້ວຍເອກະລັກປະຈຳຊາດ ຂອງຫວຽດນາມ ສູ່ໂລກ ແນໃສ່ເພີ່ມພະລັງອ່ອນທາງວັດທະນະທຳ, ກຳນົດ “ເຄື່ອງໝາຍການຄ້າແຫ່ງຊາດ”, ຍົກສູງຖານະບົດບາດຂອງປະເທດໃນເວທີໂລກ, ສ້າງສະພາບແວດລ້ອມສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ ແລະ ປົກປ້ອງເອກະລາດແລະອະທິປະໄຕ ຂອງປະເທດຊາດ ຢ່າງໝັ້ນຄົງ.
ທີສີ່, ປັບປຸງບູລະນະກົນໄກຕະຫຼາດ ໃນຂົງເຂດວັດທະນະທຳ, ບຸລິມະສິດການພັດທະນາບາງຂະແໜງການອຸດສາຫະກຳວັດທະນະທຳ, ຄ່ອຍໆເຮັດໃຫ້ອຸດສາຫະກຳວັດທະນະທຳ ກາຍເປັນຂະແໜງການຫົວຫອກ, ປະກອບສ່ວນຍົກສູງຊີວິສັງຄົມ.
ຜັນຂະຫຍາຍການປະຕິບັດຍຸດທະສາດການພັດທະນາວັດທະນະທຳຫວຽດນາມຮອດປີ 2030 ດ້ວຍສາມເສົາຄ້ຳຄື ເພີ່ມທະວີການລົງທຶນ, ປ່ຽນແປງໃໝ່ປະດິດສ້າງ ແລະ ບຸກທະລຸທາງລະບຽບລະບອບ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງເສົາຄ້ຳທາງວັດທະນະທຳ ຕິດແໜ້ນກັບເສົາຄ້ຳເສດຖະກິດ, ການເມືອງ, ສັງຄົມ ຕາມທິດທາງການພັດທະນາແບບຍືນຍົງ. ໃຫ້ຄວາມສຳຄັນກັບການປ່ຽນແປງໃໝ່ປະດິດສ້າງ ເພື່ອສົ່ງເສີມ ແລະເສີມຂະຫຍາຍສຸດຂີດ ບັນດາແຫຼ່ງຊັບພະຍາກອນວັດທະນະທຳ, ຄວາມສາມາດປະດິດສ້າງຂອງທົ່ວປວງຊົນ, ໂດຍສະເພາະ ຄວາມປະດິດສ້າງຂອງຖັນແຖວນັກຂຽນແລະສິລະປິນ ໃຫ້ມີຜົນງານດ້ານວັດທະນະທຳ, ວັນນະຄະດີ ແລະ ສິລະປະຫຼວງຫຼາຍທີ່ມີຄຸນຄ່າສູງ ເພື່ອປະຕິບັດໜ້າທີ່ກໍ່ສ້າງ ແລະ ປັບປຸງບຸກຄະລິກກະພາບມະນຸດຂອງຫວຽດນາມ. ເຄົາລົບນັບຖືກົດເກນສະເພາະຂອງສິລະປະ, ມີນະໂຍບາຍທີ່ເໝາະສົມເພື່ອປຸກລະດົມສົ່ງເສີມ, ໃຫ້ກຳລັງໃຈ ແລະ ສະໜັບສະໜູນນັກຂຽນນັກສິນລະປິນ ໃນການປະພັນແລະສ້າງສັນງານສິລະປະ ເພື່ອສ້າງສັນຜົນງານທີ່ຈະຄົງຢູ່ຕະຫຼອດໄປ.
ພັດທະນາບັນດາຂະແໜງການອຸດສາຫະກຳວັດທະນະທຳ ຢ່າງມີຈຸດໜັກໃຈກາງ(4) ເພື່ອເສີມຂະຫຍາຍພະລັງອ່ອນທາງວັດທະນະທຳຂອງຫວຽດນາມ, ອີງໃສ່ຄວາມຄິດສ້າງສັນ, ວິທະຍາສາດ-ເຕັກໂນໂລຢີ ແລະ ລິຂະສິດທາງປັນຍາ, ສູ້ຊົນບັນລຸເປົ້າໝາຍລາຍໄດ້ຂອງອຸດສາຫະກຳວັດທະນະທຳຈະປະກອບສ່ວນ 7% ຂອງ ຈີດີພີ ໃນປີ 2030; ເຊື່ອມໂຍງການພັດທະນາວັດທະນະທຳ ກັບການພັດທະນາການທ່ອງທ່ຽວ, ເຮັດໃຫ້ການທ່ອງທ່ຽວກາຍເປັນຂະແໜງການເສດຖະກິດຫົວຫອກ, ພ້ອມກັນນັ້ນ ປົກປ້ອງແລະຮັກສາຊັບພະຍາກອນວັດທະນະທຳ ໃຫ້ຄົນລຸ້ນຫຼັງ.
ທີຫ້າ, ເສີມຂະຫຍາຍການພັດທະນາຊັບພະຍາກອນການລົງທຶນດ້ານວັດທະນະທຳ ຢ່າງມີປະສິດທິຜົນ, ລວມທັງການໃຊ້ຈ່າຍງົບປະມານຂອງລັດໃນດ້ານວັດທະນະທໍາ, ຍູ້ແຮງການຮ່ວມມືພາກລັດ-ເອກະຊົນ, ສ້າງກົນໄກບຸລິມະສິດ, ການຍົກເວັ້ນ, ຫຼຸດຜ່ອນພາສີ, ຄ່າບໍລິການທີ່ເໝາະສົມກັບພຶດຕິກຳຕົວຈິງ ແລະ ມີຄວາມສາມາດດຶງດູດການລົງທຶນໃນປະເທດແລະຕ່າງປະເທດໃນຂົງເຂດວັດທະນະທຳ, ສິລະປະກຳ, ພັດທະນາບັນດາຂະແໜງການອຸດສາຫະກຳວັດທະນະທຳ.
ທີຫົກ, ເປັນເຈົ້າການໃນການເຊື່ອມໂຍງສາກົນ, ເພີ່ມທະວີການເຄື່ອນໄຫວຮ່ວມມື, ແລກປ່ຽນສາກົນ, ສົ່ງເສີມການຄ້າໃນຂົງເຂດວັດທະນະທຳ
ຍົກສູງປະສິດທິຜົນຂອງການສື່ສານວັດທະນະທຳ ເພື່ອໂຄສະນາພາບພົດຂອງປະເທດ ແລະ ປະຊາຊົນຫວຽດນາມ. ກະຈາຍຜະລິດຕະພັນທາງວັດທະນະທຳ ແລະຮູບແບບການສື່ສານທາງວັດທະນະທຳ ໄປທົ່ວໂລກໃນພາສາຕ່າງປະເທດ ເພື່ອໃຫ້ເໝາະກັບຕະຫຼາດລູກຄ້າສາກົນທີ່ແຕກຕ່າງກັນ. ປ່ຽນແປງໃໝ່ ແລະຍົກສູງຄຸນນະພາບ ຂອງການຈັດຕັ້ງເຫດການຕ່າງໆເຊັ່ນ “ວັນວັດທະນະທຳ”, “ສັບປະດາວັດທະນະທຳ”, ງານບຸນວັດທະນະທຳ - ການທ່ອງທ່ຽວໃນຫວຽດນາມ, ບັນດາເຫດການ, ກິດຈະກຳວັດທະນະທຳ, ສິລະປະຢູ່ຕ່າງປະເທດ. ເພີ່ມທະວີການມີໜ້າຂອງຫວຽດນາມໃນບັນດາເຫດການວັດທະນະທຳ, ສິລະປະໃຫຍ່ ຂອງໂລກເຊັ່ນ ງານ EXPO, ງານວາງສະແດງສິລະປະໂລກ, ງານບຸນຮູບເງົາສາກົນ, ເຊັ່ນ: ງານບຸນຮູບເງົາ ເມືອງຄານສ໌, ເບີຣ໌ລິນ, ປູຊານ, ອອສກາຣ໌ ຫຼື ໂຕກຽວ... ພັດທະນາບັນດາສູນວັດທະນະທຳຫວຽດນາມຢູ່ຕ່າງປະເທດ ໃນບັນດາພື້ນທີ່ສຳຄັນຂອງໂລກ; ຜ່ານນັ້ນ, ປະກອບສ່ວນເພີ່ມ “ພະລັງອ່ອນ” ຂອງປະເທດໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ.
ຫວຽດນາມແມ່ນປະເທດທີ່ມີຂໍ້ໄດ້ປຽບທາງດ້ານແຫຼ່ງຊັບພະຍາກອນວັດທະນະທຳ. ການນຳໃຊ້ແລະເສິມຂະຫຍາຍຊັບພະຍາກອນວັດທະນະທຳຢ່າງມີປະສິດທິຜົນ ຜ່ານການແກ້ໄຂບັນຫາທາງນະໂຍບາຍ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃນການປຸກຕື່ນແລະເສີມຂະຫຍາຍແຫຼ່ງຊັບພະຍາກອນວັດທະນະທຳ ຕິດກັບການພັດທະນາເສດຖະກິດແລະສັງຄົມ./.
-------------------
(1) ຕາມຂໍ້ມູນຂອງກົມມໍລະດົກວັດທະນະທຳ, ກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ, 2018.
(2) ຕາມຂໍ້ມູນຂອງສູນຂໍ້ມູນຂ່າວສານການທ່ອງທ່ຽວ, ກົມໃຫຍ່ການທ່ອງທ່ຽວ, 2015.
(3) ກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປ້ອງກັນແລະຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ (ສະບັບປັບປຸງ), ກົດໝາຍມໍລະດົກວັດທະນະທຳ (ສະບັບປັບປຸງ),... ໂດຍສະເພາະແມ່ນ ບັນດາຂົງເຂດວິຊາສະເພາະໄດ້ມີພື້ນຖານທາງທິດສະດີແລະພຶດຕະກຳຕົວຈິງຢ່າງພຽງພໍ ເພື່ອສ້າງກົດໝາຍເຊັ່ນ ໂຄງການກົດໝາຍວ່າດ້ວຍສິລະປະການສະແດງ, ກົດໝາຍວ່າດ້ວຍວິຈິດສິນ, ກົດໝາຍການຖ່າຍຮູບ ແລະ ງານວາງສະແດງ.
(4) ຮູບເງົາ, ແຟຊັ່ນ, ໂຄສະນາ, ສິລະປະການສະແດງ, ການທ່ອງທ່ຽວ, ວັດທະນະທຳ.
- ບົດນີໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 994 (ເດືອນກໍລະກົດ 2022)