ສ້າງສະຖຽນບະພາບເສດຖະກິດມະຫາພາກ,
ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຟື້ນຟູ
ແລະ ພັດທະນາເສດຖະກິດ ຫວຽດນາມ
ສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການຟື້ນຟູ
ແລະ ພັດທະນາເສດຖະກິດ ຫວຽດນາມ
ປີ 2021, ພວກເຮົາມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ
ແລະ ບັນລຸໄດ້ບັນດາໝາກຜົນທີ່ສຳຄັນ
ປີ 2021 - ປີທຳອິດແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນສະຖານະການໂລກທີ່ມີການຜັນແປຢ່າງໄວວາ, ສັບສົນ, ຄາດເດົາຍາກ ແລະ ຖືກຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງໂຄວິດ-19 ທີ່ມີການກາຍພັນໃໝ່ຫຼາຍສາຍພັນ. ຢູ່ພາຍໃນປະເທດ, ຄຽງຄູ່ກັບຄວາມສະດວກ ກໍ່ຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຈຳນວນຫຼາຍ ທີ່ບໍ່ເຄີຍມີມາກ່ອນ ຍ້ອນການແຜ່ລະບາດຄັ້ງທີສີ່ຂອງພະຍາດໂຄວິດ-19. ໄວຣັດສາຍພັນ ແດນຕ້າ ທີ່ມີການແຜ່ກະຈາຍຢ່າງໄວວາ ແລະອັນຕະລາຍກວ່າເກົ່າ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ທຸກດ້ານຂອງຊີວິດເສດຖະກິດ ແລະສັງຄົມຂອງປະເທດ.
ໃນສະຖານະການຄວາມຫຍຸ້ງຍາກທີ່ເພີ່ມຕື່ມຄວາມຫຍຸ້ງຍາດ, ພາຍໃຕ້ການຊີ້ນຳນຳພາຢ່າງໃກ້ຊິດ ແລະ ທັນການຂອງພັກ, ດ້ວຍການຕິດຕາມກວດກາທີ່ມີປະສິດທິຜົນຂອງສະພາແຫ່ງຊາດ, ການຊີ້ນຳ ບໍລິຫານຢ່າງເດັດຂາດຂອງລັດຖະບານ, ນາຍົດລັດຖະມົນຕີ, ບັນດາຂັ້ນ, ຂະແໜງການ, ບັນດາທ້ອງຖິ່ນ, ພ້ອມທັງການຮ່ວມແຮງຮ່ວມໃຈຂອງລະບົບການເມືອງທັງໝົດ, ຂອງທົ່ວປວງຊົນ, ປະຊາຄົມວິສາຫະກິດ ແລະ ການຮ່ວມມື, ແບ່ງປັນຂອງເພື່ອນມິດສາກົນ, ດ້ວຍຈິດໃຈ “ຖືເອົາສຸຂະພາບ ແລະ ຊີວິດຂອງປະຊາຊົນເປັນອັນດັບໜຶ່ງ”, ມີຫຼາຍມາດຕະການດ້ານບໍລິຫານທີ່ “ບໍ່ເຄີຍມີມາກ່ອນ” ໄດ້ຮັບການຜັນຂະຫຍາຍ. ອົງອາດກ້າແກ່ນປະເຊີນໜ້າກັບ “ຟອງໃຫຍ່ລົມແຮງ”, ທັງຊາດຄຽງບ່າຄຽງໄຫຼ່ກັນ, ສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ເອກະພາບກັນປະຕິບັດດ້ວຍຈິດໃຈ “ຮ້ອງສຽງດຽວທຸກຄົນຕອບ, ຫົວໜ້າວາງແຜນທຸກຄົນສະໜັບສະໜູນ, ຮ່ວມຈິດຮ່ວມໃຈ, ທຸກໆຄົນລ້ວນແຕ່ເຂົ້າໃຈຢ່າງຕະຫຼອດ ແລະ ເຫັນດີນຳ” ຄືຄຳສະຫຼຸບຂອງທ່ານເລຂາທິການໃຫຍ່ ຫງຽນ ຝູຈ້ອງ, ພາຍຫຼັງພຽງສາມເດືອນ ຫວຽດນາມໄດ້ຈຳກັດ ຍູ້ຖອຍ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19 ໄດ້ໂດຍພື້ນຖານ. ບົນພື້ນຖານດັ່ງກ່າວ, ລັດຖະບານໄດ້ປະກາດໃຊ້ຢ່າງທັນເວລາ ມະຕິເລກທີ 128/NQ-CP, ລົງວັນທີ 11 ຕຸລາ 2021, ວ່າດ້ວຍການປະກາດໃຊ້ຂໍ້ກຳນົດຊົ່ວຄາວ “ການປັບຕົວໄດ້ຢ່າງປອດໄພ, ຍືດຫຍຸ່ນ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ-19 ໄດ້ຢ່າງມີປະສິດທິຜົນ”, ສ້າງການປ່ຽນແປງໃນທາງບວກ ແລະ ໜ້າປະທັບໃຈ ໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ ແລະ ພັດທະນາເສດຖະກິດ-ສັງຄົມ, ບັນລຸໄດ້ບັນດາໝາກຜົນທີ່ໜ້າເຄົາລົບ.ທ່ານ ຟ້າມ ມິນຈິ໊ງ ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ພ້ອມກັບບັນດາຜູ້ແທນທີ່ມາຮ່ວມກອງປະຊຸມອອນໄລນ໌ ລັດຖະບານກັບ ວິສາຫະກິດ, ສະມາຄົມທຸລະກິດ ແລະ ບັນດາທ້ອງຖິ່ນ ເພື່ອຊອກຫາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດ, ທຸລະກິດ ໃນສະຖານະການແຜ່ລະບາດຂອງໂຄວິດ-19, ວັນທີ 8 ສິງຫາ 2021 _ພາບ: TTXVN
ໂດຍສະເພາະ, ເສດຖະກິດມະຫາພາກຍັງມີສະຖຽນລະພາບ; ອັດຕາເງີນເຟີ້ພື້ນຖານໃນ 12 ເດືອນເພີ່ມຂຶ້ນ 0,81%; ດັດຊະນີລາຄາສິນຄ້າບໍລິໂພກສະເລ່ຍທັງປີເພີ່ມຂຶ້ນ 1,84% ເມື່ອທຽບກັບປີກ່ອນໜ້າ ເຊິ່ງເປັນການເພີ່ມຂຶ້ນຕ່ຳທີ່ສຸດທີ່ນັບແຕ່ປີ 2016; ບັນດາການດຸ່ນດ່ຽງທີ່ສໍາຄັນໄດ້ຮັບປະກັນ; ລວມຍອດຜະລິດຕະພັນພາຍໃນປະເທດ (ຈີດີພີ) ຈາກການເຕີບໂຕທາງລົບ 6,02% ໃນໄຕມາດທີ 3 ຂອງປີ 2021 (ເປັນການຫຼຸດລົງທີ່ເລິກທີ່ສຸດນັບແຕ່ຫວຽດນາມຄຳນວນແລະປະກາດ ຈີດີພີ ລາຍໄຕມາດຈົນເຖິງປະຈຸບັນ) ໄດ້ມີການຫັນປ່ຽນຢ່າງໜ້າປະທັບໃຈໃນໄຕມາດທີ 4, ເຮັດໃຫ້ ຈີດີພີ ຂອງປີ 2021 ເພີ່ນຂຶ້ນ 2,58%; ມູນຄ່າການສົ່ງອອກແລະນຳເຂົ້າລວມຂອງສິນຄ້າເພີ່ນຂຶ້ນ 22,6%, ບັນລຸ 668,5 ຕື້ໂດລາສະຫະລັດ - ເປັນລະດັບສູງທີ່ສຸດທີ່ເຄີຍມີມາ, ນຳຫວຽດນາມເຂົ້າສູ່ 20 ປະເທດອັນດັບໜຶ່ງໃນໂລກ ໃນດ້ານການຄ້າສາກົນ; ຕະຫຼາດຫຼັກຊັບພັດທະນາຢ່າງໄວວາ, ຂະໜາດການຫັນເປັນທຶນເພີ່ມຂຶ້ນ 44,7% ເມື່ອທຽບກັບທ້າຍປີ 2020; ການເກີນດຸນການຄ້າປະມານ 4 ຕື້ໂດລາສະຫະລັດ; ຫວຽດນາມຢືນຢູ່ໃນກຸ່ມ 10 ຕະຫຼາດ ໂລຈີສຕິກ ທົ່ວໂລກ; ກະສິກຳສືບຕໍ່ຢືນຢັນບົດບາດເປັນເສົາຄ້ຳຂອງພື້ນຖານເສດຖະກິດ; ເຖິງຈະມີການແຜ່ລະບາດຂອງພະບາດ, ແຕ່ບໍລິສັດຂະໜາດໃຫຍ່, ບໍລິສັດຂ້າມຊາດຈຳນວນຫຼາຍ ຍັງໄວ້ວາງໃຈແລະລົງທຶນໃນຫວຽດນາມ; ລວມຍອດທຶນຕ່າງປະເທດທີ່ຈົດທະບຽນໃນຫວຽດນາມ ເຖິງວັນທີ 20 ທັນວາ 2021, ລວມທັງທຶນຈົດທະບຽນໃໝ່, ທຶນຈົດທະບຽນທີ່ປັບປຸງແລ້ວ ແລະມູນຄ່າຫຸ້ນສ່ວນ, ຊື້ຫຸ້ນສ່ວນ ຂອງນັກລົງທຶນຕ່າງປະເທດບັນລຸໄດ້ 31,15 ຕື້ໂດລາສະຫະລັດ, ເພີ່ນຂຶ້ນ 9,2% ທີ່ທຽບກັບປີ 2020; ມີ 985ຂອງໂຄງການທີ່ໄດ້ຮັບໃບອະນຸຍາດຈາກປີກ່ອນໆ ທີ່ຈົດທະບຽນເພື່ອປັບເງິນລົງທຶນ 9,01 ຕື້ໂດລາສະຫະລັດ, ເພີ່ນຂຶ້ນ 40,5% ເມື່ອທຽບກັບປີກ່ອນ; ຫວຽດນາມປະສົບຄວາມສຳເລັດໃນການດຳເນີນຍຸດທະສາດສັກວັກຊີນ “ໄປຫຼັງ, ແຕ່ເຖິງທີ່ໝາຍກ່ອນ” ດ້ວຍບັ້ນຮົບສັກວັກຊີນທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ. ບັນດາຜົນສຳເລັດຮອບດ້ານທາງເສດຖະກິດແລະສັງຄົມ ທີ່ບັນລຸໄດ້ໃນປີ 2021 ໄດ້ສ້າງຮາກຖານທີ່ໝັ້ນຄົງ ໃຫ້ແກ່ການປະຕິບັດໜ້າທີ່ ແລະ ເປົ້າໝາຍທີ່ກຳນົດໄວ້ໃນປີ 2022 ແລະ ໃນປີຕໍ່ໆໄປ.
ປີ 2022 ສິ່ງທ້າທາຍຫຼາຍກວ່າກາລະໂອກາດ
ປີ 2022 ເປັນປີທີ່ມີຄວາມໝາຍສຳຄັນ, ສ້າງພື້ນຖານປະຕິບັດບັນດາເປົ້າໝາຍ ແລະໜ້າທີ່ຂອງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025. ຕາມມະຕິຂອງສະພາແຫ່ງຊາດ, ລັດຖະບານໄດ້ວາງເປົ້າໝາຍການເຕີບໂຕລະຫວ່າງ 6% ເຖິງ 6,5% ໃນປີ 2022. ນີ້ແມ່ນສິ່ງທ້າທາຍທີ່ບໍ່ນ້ອຍ.
ປີ 2022, ຕາມຄາດຄະເນ, ຫວຽດນາມຕ້ອງປະເຊີນໜ້າກັບຄວາມສ່ຽງ, ສິ່ງທ້າທາຍທັງພາຍນອກແລະພາຍໃນ, ແຕ່ໂດຍພື້ນຖານແລ້ວ, ສິ່ງທ້າທາຍຈະຫຼາຍກວ່າໂອກາດ.
ໃນໂລກ, ການແຜ່ລະບາດຂອງໂຄວິດ-19 ຍັງສືບຕໍ່ຜັນແປຢ່າງສັບສົນ ດ້ວຍການກຳເນີດຂອງສາຍພັນໃໝ່; ການຟື້ນຕົວຂອງເສດຖະກິດໂລກບໍ່ໜັກແໜ້ນ; ຕະຫຼາດການເງິນ, ເງິນຕາໂລກມີການຜັນປ່ຽນຢ່າງສັບສົນ; ການຂຶ້ນອັດຕາດອກເບ້ຍຄາດວ່າຈະເລັ່ງລັດໃນປະເທດກຳລັງພັດທະນາເມື່ອເສດຖະກິດຟື້ນຕົວ ແລະເປີດປະຕູຄືນໃໝ່; ການປະທະກັນ, ຄວາມເຄັ່ງຕຶງດ້ານການເມືອງ, ຍຸດທະສາດລະຫວ່າງລັດເຊຍ-ຢູເຄຣນ ກໍ່ອາດຈະ ແກ່ຍາວ ເຮັດໃຫ້ລາຄາສິນຄ້າໂລກຈະເພີ່ມຂຶ້ນສູງ, ພວງພະນັງການສະໜອງສາກົນຈະຟື້ນຕົວຢ່າງຊັກຊ້າ ເຊິ່ງຈະກະທົບຢ່າງແຂງແຮງເຖິງການຄວບຄຸມເງິນເຟີ້ໃນປະເທດຕ່າງໆ; ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ ນັບມື້ນັບເຄັ່ງຮ້ອນ,…
ຢູ່ໃນປະເທດ, ຕ້ອງປະເຊີນໜ້າກັບການແຜ່ລະບາດຂອງໂຄວິດ-19 ຕໍ່ໄປ ໃນຂະນະທີ່ຄວາມສາມາດຕ້ານທານ ແລະ ແຫຼ່ງພະລັງຂອງລັດ, ວິສາຫະກິດ ແລະ ປະຊາຊົນຖືກຫຼຸດລົງ; ຜົນກະທົບຈາກໄພພິບັດ, ການປ່ຽນແປງສະພາບດິນຟ້າອາກາດນັບມື້ນັບໜັກໜ່ວງກວ່າເກົ່າ,…
ຄວາມກົດດັນຂອງອັດຕາເງິນເຟີ້ໃນປີ 2022 ຍັງສືບຕໍ່ເພີ່ມຂຶ້ນ ຍ້ອນລາຄາວັດຖຸດິບແລະນໍ້າມັນເຊື້ອໄຟຂອງໂລກເຊັ່ນ: ນໍ້າມັນ, ທ່ານຫີນ, ຄ່າຂົນສົ່ງສືບຕໍ່ເພີ່ນຂຶ້ນສູງ, ການປະຕິບັດໂຄງການຟື້ນຟູ ພ້ອມກັບການປັບໂຄງສ້າງ ຂອງທະນາຄານທີ່ອ່ອນແອ ເຮັດໃຫ້ການສະໜອງເງິນເພີ່ມຂຶ້ນ, ເຮັດໃຫ້ເກີດຄວາມສ່ຽງຕໍ່ອັດຕາເງິນເຟີ້ ຖ້າບໍ່ມີການແກ້ໄຂ ການຄຸ້ມຄອງທີ່ຍືດຫຍຸ່ນແລະທັນເວລາ... ສິ່ງເຫຼົ່ານີ້ສ້າງຄວາມກົດດັນໃຫ້ແກ່ການຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ.
ການແກ້ໄຂສ້າງສະຖຽນລະພາບເສດຖະກິດມະຫາພາກ
ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ
ຕໍ່ໜ້າຄວາມຫຍຸ້ງຍາກແລະສິ່ງທ້າທາຍທີ່ກ່າວມາຂ້າງເທິງ, ລັດຖະບານພ້ອມແລ້ວທີ່ຈະຕອບໂຕ້ການຜັນແປຢ່າງມີປະສິດທິຜົນ, ນຳເສດຖະກິດຜ່ານຜ່າຄື້ນໃຫຍ່ລົມແຮງ ຢ່າງສຳເລັດຜົນ.
ນາຍົກລັດຖະມົນຕີໄດ້ຊີ້ນຳໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ ປະຕິບັດບັນດາໜ້າທີ່ ແລະ ວິທີແກ້ໄຂທີ່ໄດ້ວາງອອກ ເພື່ອເສີມຂະຫຍາຍປະສິດທິຜົນຂອງໂຄງການ ແນໃສ່ຊ່ວຍເຫຼືອການຟື້ນຟູ ແລະ ພັດທະນາເສດຖະກິດ, ນຳເສດຖະກິດກັບຄືນສູ່ເສັ້ນທາງການເຕີບໂຕແບບຍືນຍົງ ແລະ ບໍ່ພາດຈັງຫວະການພັດທະນາເສດຖະກິດໂລກ; ໃນນັ້ນ, ສຸມໃສ່ 5 ກຸ່ມວຽກງານ ແລະ ວິທີແກ້ໄຂຕົ້ນຕໍ ດັ່ງນີ້:
ທີໜຶ່ງ, ເປີດປະຕູເສດຖະກິດ ຕິດພັນກັບການລົງທຶນສ້າງຄວາມສາມາດໃນການຮັກສາສຸຂະພາບ, ການປ້ອງກັນ ແລະ ຄວບຄຸມພະຍາດ.
ທີສອງ, ຮັບປະກັນສະຫວັດດິການສັງຄົມ ຊ່ວຍເຫຼືອວຽກເຮັດງານທຳ.
ທີສາມ, ຊ່ວຍເຫຼືອການຟື້ນຟູວິສາຫະກິດ, ສະຫະກອນ ແລະ ຄົວເຮືອນທຸລະກິດ.
ທີສີ່, ການລົງທຶນພັດທະນາໂຄງສ້າງພື້ນຖານ.
ທີຫ້າ, ປະຕິຮູບລະບຽບກົດໝາຍ, ປະຕິຮູບການບໍລິຫານ, ປົວແປງສະພາບແວດລ້ອມການລົງທຶນ, ທຸລະກິດ. ພ້ອມກັນນັ້ນ, ມະຕິເລກທີ 11/NQ-CP ກໍ່ໄດ້ກຳນົດຢ່າງຈະແຈ້ງ ກ່ຽວກັບແຫຼ່ງພະລັງປະຕິບັດໂຄງການ, ກໍ່ຄືມອບໜ້າທີ່ອັນລະອຽດໃຫ້ພະນັກງານ, ອົງການຈັດຕັ້ງສູນກາງ, ທ້ອງຖິ່ນຕາມພາລະບົດບາດ, ໜ້າທີ່, ສິດອຳນາດ.
ຕາມນັ້ນ, ກ່ຽວກັບການຍົກເວັ້ນພາສີອາກອນ, ຄ່າທຳນຽມ, ລັດຖະບານຕົກລົງ, ໃນປີ 2022, ບັນດາກຸ່ມສິນຄ້າ, ບໍລິການທີ່ກຳລັງໝູນໃຊ້ອັດຕາພາສີມູນຄ່າເພີ່ມ 10% ຈະໄດ້ຫຼຸດ 2% (ເປັນ 8%) ສໍາລັບສະຖານປະກອບການທີ່ຄິດໄລ່ພາສີມູນຄ່າເພີ່ມຕາມວິທີການຫັກ ແລະ ຫຼຸດ 20% ຂອງເປີເຊັນເມື່ອອອກໃບແຈ້ງໜີ້ ໃຫ້ກັບສະຖານປະກອບທຸລະກິດ ແລະ ຄົວເຮືອນທຸລະກິດ ທີ່ຄິດໄລ່ພາສີມູນຄ່າເພີ່ມຕາມວິທີເປີເຊັນຕໍ່ການຂາຍ (ຍົກເວັ້ນສິນຄ້າແລະບໍລິການບາງກຸ່ມ ເຊັ່ນ: ໂທລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການເຄື່ອນໄຫວການເງິນ, ທະນາຄານ, ຫຼັກຊັບ, ປະກັນໄພ, ທຸລະກິດອະສັງຫາລິມະຊັບ, ໂລຫະ, ຜະລິດຕະພັນຈາກໂລຫະຫຼໍ່ສຳເລັດຮູບ, ຜະລິດຕະພັນຂຸດຄົ້ນບໍ່ແຮ່ (ບໍ່ລວມການຂຸດຄົ້ນຖ່ານຫີນ), ຖ່ານໂຄ້ກ, ນໍ້າມັນທີ່ກັ່ນກອງ, ຜະລິດຕະພັນເຄມີ, ສິນຄ້າແລະບໍລິການທີ່ຕ້ອງເສຍພາສິສັບພະສາມິດ); ຫຼຸດພາສີຄຸ້ມຄອງສິ່ງແວດລ້ອມ 50% ສຳລັບນ້ຳມັນເຮືອບິນ; ຫຼຸດຄ່າເຊົ່າທີ່ດິນ, ຄ່າເຊົ່າພື້ນທີ່ນ້ຳ 30%; ຫຼຸດຄ່າຈົດທະບຽນ 50% ເມື່ອຈົດທະບຽນລົດໂອໂຕທີ່ຜະລິດ ຫຼືປະກອບພາຍໃນປະເທດ ຕາມດຳລັດເລກທີ 103/2021/NĐ-CP; ສືບຕໍ່ກວດຄືນ, ຫຼຸດຄ່າທຳນຽມ ຄ່າບໍລິການປະເພດຕ່າງໆ ເພື່ອຊ່ວຍເຫຼືອ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຜູ້ທີ່ຖືກຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19; ຂະຫຍາຍກຳນົດເວລາຊຳລະພາສີລາຍໄດ້ບໍລິສັດ, ພາສີລາຍໄດ້ບຸກຄົນ, ພາສີມູນຄ່າເພີ່ມ, ພາສີສັບພະສາມິດ ແລະ ຄ່າເຊົ່າທີ່ດິນໃນປີ 2022.
ສະໜັບສະໜູນອັດຕາດອກເບ້ຍ 2% ຕໍ່ປີໃນປີ 2022 ແລະປີ 2023 ຜ່ານລະບົບທະນາຄາມການຄ້າ ສຳລັບສີນເຊື່ອທຸລະກິດ ໃຫ້ແກ່ວິສາຫະກິດ ສະຫະອນ ແລະຄົວເຮືອນທຸລະກິດ ທີ່ສາມາດຊຳລະຄືນແລະຟື້ນຕົວໄດ້ໃນອະນາຄົດ ໃນບັນດາຂະແໜງການ ຂົງເຂດເຊັ່ນ: ການບິນ, ການຂົນສົ່ງ ສາງສິນຄ້າ; ການທ່ອງທ່ຽວ, ການບໍລິການທີ່ພັກນັກທ່ອງທ່ຽວ, ການກິນດື່ມ, ການສຶກສາແລະຝຶກອົບຮົມ; ກະສິກຳ, ການປ່າໄມ້ ແລະ ສິນໃນນ້ຳ; ອຸດສາຫະກຳປຸງແຕ່ງ, ປະດິດສ້າງ (ລວມທັງເຄື່ອງຈັກ, ອຸປະກອນ, ການຢາ, ທາດການຢາ, ວັດຖຸຜະລິດຢາ); ການພິມເຜີຍແຜ່ຊອບແວ; ການຂຽນໂປຼແກຼມຄອມພິວເຕີ ແລະ ການເຄື່ອນໄຫວທີ່ກ່ຽວຂ້ອງ; ການບໍລິການຂໍ້ມູນຂ່າວສານ; ເງິນກູ້ສ້ອມແປງອາພາດເມັນເກົ່າ, ການກໍ່ສ້າງເຮືອນຢູ່ສັງຄົມ, ເຮືອນໃຫ້ຄົນງານຊື້, ເຊົ່າ ແລະ ຈ້າງຊື້.
ການຄົ້ນຄວ້າເພື່ອຮັກສາອັດຕາສ່ວນສູງສຸດຂອງເງິນທຶນໄລຍະສັ້ນ ສຳລັບເງິນກູ້ຢືມໄລຍະກາງແລະໄລຍະຍາວ, ການຄິດໄລ່ອັດຕາສ່ວນສຳຮອງທີ່ຕ້ອງການຢ່າງເໝາະສົມ, ດໍາເນີນການຕະຫຼາດເປີດ, ຈັດຈ່າຍທຶນຄືນໃໝ່, ຊີ້ນຳບັນດາສະຖາບັນສິນເຊື່ອໃຫ້ສືບຕໍ່ຫຼຸດຜ່ອນຄ່າໃຊ້ຈ່າຍໃນການປະຕິບັດ ເພື່ອພະຍາຍາມຫຼຸດອັດຕາດອກເບ້ຍເງິນກູ້ປະມານ 0,5% ເຖິງ 1% ໃນປີ 2022 ແລະປີ 2023, ໂດຍສະເພາະສໍາລັບຂະແໜງການທີ່ບຸລິມະສິດ.
ສືບຕໍ່ການປັບໂຄງສ້າງໄລຍະການຊໍາລະຄືນ, ການຍົກເວັ້ນ ຫຼຸດຜ່ອນດອກເບ້ຍເງິນກູ້ ແລະ ຮັກສາກຸ່ມໜີ້ເດິມໄວ້ສຳລັບລູກຄ້າທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19, ຕິດຕາມການຜັນແປຂອງເສດຖະກິດແລະຕະຫຼາດເງິນຕາ ເພື່ອມີມາດຕະການຊ່ວຍເຫຼືອວິສາຫະກິດ ແລະ ປະຊາຊົນໃຫ້ເໝາະສົມ, ພ້ອມທັງຮັບປະກັນການດຳເນີນງານທີ່ປອດໄພຂອງລະບົບສະຖາບັນສິນເຊື່ອ; ສືບຕໍ່ຄົ້ນຄວ້າພິຈາລະນາເພື່ອຫຼຸດຄ່າໄຟຟ້າ, ຄ່ານ້ຳປະປາໃຫ້ແກ່ວິສາຫະກິດ, ປະຊາຊົນ; ສືບຕໍ່ປະຕິບັດນະໂຍບາຍສິນເຊື່ອບຸລິມະສິດ ເພື່ອສະໜັບສະໜູນກຸ່ມຄົນດ້ອຍໂອກາດ…
ປະຕິບັດບັນດາເຄື່ອງມືນະໂຍບາຍການເງິນຢ່າງຄົບຊຸດແລະໄຫວພິບ, ປະສານສົມທົບຢ່າງແໜ້ນແຟ້ນກັບນະໂຍບາຍງົບປະມານ ແລະ ບັນດານະໂຍບາຍເສດຖະກິດມະຫາພາກ ເພື່ອຊ່ວຍເຫຼືອຢ່າງຕັ້ງໜ້າໃຫ້ແກ່ຂະບວນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ, ແຕ່ບໍ່ອັດຕະວິໄສກັບຄວາມສ່ຽງດ້ານເງິນເຟີ້, ຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ຄວາມປອດໄພຂອງລະບົບສະຖາບັນສິນເຊື່ອ.
ຕິດຕາມຕົວຊີ້ວັດມະຫາພາກຢ່າງໃກ້ຊິດ ເພື່ອດຳເນີນການແກ້ໄຂຢ່າງທັນການ ເພື່ອຮັບປະກັນສະຖຽນລະພາບຂອງເສດຖະກິດມະຫາພາກ, ການດຸ່ນດ່ຽງທີ່ສຳຄັນ, ໃນນັ້ນ ເອົາໃຈໃສ່ເປັນພິເສດຕໍ່ຕົວຊີ້ວັດໄພເງິນເຟີ້ ແລະ ໜີ້ເສຍ; ສູ້ຊົນເພີ່ມລາຍຮັບ, ປະຢັດລາຍຈ່າຍ, ຫຼຸດຜ່ອນລາຍຈ່າຍເກີນຄາດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ໃນແຜນການການເງິນແຫ່ງຊາດ ແລະ ການກູ້ຢືມ, ການຊໍາລະໜີ້ສາທາລະນະ 5 ປີ ໄລຍະ 2021-2025; ໃນກໍລະນີທີ່ມີການປ່ຽນແປງ, ມີຄວາມສ່ຽງອັນໃຫຍ່ຫຼວງ, ໃຫ້ຮີບລາຍງານໄປໃຫ້ໜ່ວຍງານທີ່ມີອຳນາດ ເພື່ອພິຈາລະນາແລະຕັດສິນຕົກລົງ. ປັບໃຊ້ມາດຕະການເງິນຕາເພື່ອສະໜັບສະໜູນໂຄງການ ກັບແຜນການທົ່ວໄປຂອງການປັບໂຄງສ້າງບັນດາທະນາຄານທີ່ມີການຄວບຄຸມພິເສດ.
ສຸມເງິນທຶນໃຫ້ບັນດາໂຄງການທີ່ສຳຄັນແລະຮີບດ່ວນ ທີ່ມີຜົນກະທົບແຜ່ກະຈາຍກວ້າງ, ສາມາດເບີກຈ່າຍໄດ້ຢ່າງວ່ອງໄວ ແລະ ດູດຊຶມເຂົ້າໃນເສດຖະກິດໄດ້ທັນທີ, ສອດຄ່ອງກັບແຜນການ, ນຳໃຊ້ທຶນຢ່າງມີປະສິດທິຜົນ, ຮັບປະກັນຄວາມສາມາດໃນການດຸນເງິນທຶນ ເພື່ອປະຕິບັດໂຄງການໃຫ້ສຳເລັດໃນໄລຍະ 2022-2025; ບຸລິມະສິດການສະໜັບສະໜູນ ການປົດປ່ອຍພື້ນທີ່ສຳລັບໂຄງການໃໝ່ຈຳນວນໜຶ່ງ ທີ່ມີຄວາມໝາຍອັນໃຫຍ່ຫຼວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ.
ສູ້ຊົນກໍ່ສ້າງໃຫ້ສໍາເລັດໃນໄວໆນີ້ ເສັ້ນທາງດ່ວນເໜືອ-ໃຕ້ຕາມທາງຕາເວັນອອກ, ບັນດາເສັ້ນທາງເຊື່ອມຕໍ່ເຂດພູດອຍພາກເໜືອ, ເຂດພູສູງພາກກາງກັບພາກກາງ, ບັນດາເສັ້ນທາງດ່ວນທາງຕາເວັນອອກຂອງພາກໃຕ້, ເຂດທົ່ງພຽງແມ່ນ້ຳຂອງ; ໂຄງສ້າງພື້ນຖານການຂົນສົ່ງທີ່ເຊື່ອມຕໍ່ພາກພື້ນ, ທ່າເຮືອທະເລ, ດ່ານຊາຍແດນ, ເຂດແລະກຸ່ມອຸດສາຫະກຳ; ໂຄງສ້າງພື້ນຖານດິຈີຕອນ, ການຫັນປ່ຽນດິຈີຕອນ; ໂຄງສ້າງພື້ນຖານ; ການແຮງງານ ແລະ ວຽກເຮັດງານທຳ; ປ້ອງກັນແລະຕ້ານການເຊາະເຈື່ອນຂອງຝັ່ງແມ່ນ້ຳແລະຊາຍຝັ່ງທະເລ, ຮັບປະກັນຄວາມປອດໄພຂອງອ່າງເກັບນ້ຳ, ການປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ;…
ເບິ່ງລວມແລ້ວ, ບັນດາມາດຕະການປະຕິບັດເປົ້າໝາຍ ໜ້າທີ່ປີ 2022 ແລະ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ໄດ້ລະບຸໄວ້ຢ່າງຊັດເຈນໂດຍລັດຖະບານໃນມະຕິເລກທີ 01/NQ-CP ກ່ຽວກັບໜ້າທີ່ແລະມາດຕະການຕົ້ນຕໍ່ ໃນການຈັດຕັ້ງປະຕິບັດແຜນເສດຖະກິດ-ສັງຄົມ ແລະ ຄາດຄະເນງົບປະມານແຫ່ງລັດໃນປີ 2022 ແລະ ມະຕິເລກທີ 11/NQ-CP ກ່ຽວກັບໂຄງການຟື້ນຟູແລະພັດທະນາເສດຖະກິດ-ສັງຄົມ ແລະ ການຜັນຂະຫຍາຍປະຕິບັດມະຕິເລກທີ 43/2022/NQ-QH15 ຂອງສະພາແຫ່ງຊາດ.
ລັດຖະບານຈະສືບຕໍ່ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີປວງຊົນທັງຊາດ, ຍົກສູງຈິດໃຈອີງໃສ່ກຳລັງແຮງຂອງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອີງໃສ່ກຳລັງແຮງພາຍໃນເປັນຕົ້ນຕໍ່, ກໍາລັງພາຍນອກແມ່ນມີຄວາມຈຳເປັນແລະສຳຄັນທີ່ຈະນຳເສດຖະກິດຜ່ານຜ່າຄວາມຫຍຸ້ງຍາກໂດຍໄວ, ບໍ່ພາດຈັງຫວະຂະບວນການຟື້ນຟູເສດຖະກິດທົ່ວໂລກ, ພ້ອມທັງສ້າງພື້ນຖານແລະເງື່ອນໄຂສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນໄລຍະ 2021-2025 ແລະບັນດາປີຕໍ່ໄປ, ຍົກສູງປະສິດທິຜົນ, ປະສິດຕະພາບແຮງງານ, ຄວາມສາມາດແຂ່ງຂັນ, ຄວາມສາມາດພາຍໃນແລະລັກສະນະເປັນເຈົ້າດ້ວຍຕົນເອງໃນໄລຍະກາງ ແລະ ໄລຍະຍາວ.
ລັດຖະບານສືບຕໍ່ໄປຄຽງຄູ່ກັບບັນດາອັດຕະພາບໃນຕະຫຼາດ, ໄປຄຽງຄູ່ກັບປະຊາຊົນ ແລະ ວິສາຫະກິດ. ລັດຖະບານໄດ້ກຳນົດວ່າ ຄວາມຫຍຸ້ງຍາກແລະອຸປະສັກຂອງປະຊາຊົນ ແລະ ວິສາຫະກິດ ກໍ່ເປັນຄວາມຫຍຸ້ງຍາກແລະອຸປະສັກຂອງລັດຖະບານ, ແມ່ນໜ້າທີ່ ທີ່ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ ຕ້ອງສຸມໃສ່ແກ້ໄຂ. ລັດຖະບານຖືເອົາຜົນສຳເລັດຂອງປະຊາຊົນ, ວິສາຫະກິດ ແມ່ນຜົນສຳເລັດຂອງລັດຖະບານ. ແຕ່ລະດົ່ງພາສີຂອງປະຊາຊົນ ຈະຕ້ອງນຳໄປໃຫ້ຖືກທີ່ຢູ່, ໃນເວລາທີ່ເໝາະສົມ ແລະ ໃຊ້ຢ່າງມີປະສິດທິຜົນ ເພື່ອໃຫ້ປະຊາຊົນແຕ່ລະຄົນ, ວິສາຫະກິດແຕ່ລະແຫ່ງ ສາມາດໄດ້ຮັບຜົນປະໂຫຍດທີ່ຕົນເອງເປັນຜູ້ສ້າງ. ລັດຖະບານພ້ອມກັບບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນຈະມີການພົບປະ, ເກັບກຳຄວາມມຸ່ງມາດປາຖະໜາຂອງວິສາຫະກິດ ແລະ ປະຊາຊົນ; ສືບຕໍ່ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ປະຕິຮູບລະບຽບຂັ້ນຕອນບໍລິຫານ, ປົວແປງສະພາບແວດລ້ອມການລົງທຶນ, ທຸລະກິດ, ສ້າງເງື່ອນໄຂສະດວກທີ່ສຸດ ໃຫ້ແກ່ວິສາຫະກິດພາຍໃນປະເທດຟື້ນຟູ ແລະ ພັດທະນາ ກໍ່ຄືດຶງດູດການລົງທຶນຈາກຕ່າງປະເທດ.
ບົນພື້ນຖານການຊີ້ນຳຂອງສູນກາງ, ບັນດາມະຕິຂອງສະພາແຫ່ງຊາດ, ຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງການກໍ່ສ້າງ, ປະກາດໃຊ້ໂຄງການ, ແຜນການອັນລະອຽດໂດຍໄວ ເພື່ອຈັດຕັ້ງຜັນຂະຫຍາຍປະຕິບັດໃຫ້ທັນເວລາ, ມີປະສິດທິຜົນ, ເປີດເຜີຍ, ໂປ່ງໃສ, ຖືກຕ້ອງຕາມກົດໝາຍ. ຄວາມເປັນຈິງໃຫ້ເຫັນວ່າ, ການຈັດຕັ້ງປະຕິບັດມະຕິຕົກລົງຕ່າງໆໃນຊຸມປີຜ່ານມາຍັງເປັນຂັ້ນຕອນທີ່ອ່ອນແອ. ດັ່ງນັ້ນ, ໃນເວລາຕໍ່ໄປ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງການເສີມຂະຫຍາຍສູງສຸດລັກສະນະເປັນເຈົ້າການ, ລົງມືປະຕິບັດແຕ່ຫົວທີ, ແຕ່ທາງໄກ; ການຄຸ້ມຄອງຄວາມສ່ຽງເປັນຢ່າງດີ, ມີແຜນການຮັບມືກັບການປ່ຽນແປງຕ່າງໆທີ່ອາດຈະເກີດຂຶ້ນ; ປະຕິບັດໜ້າທີ່ແລະວຽກງານຂອງຕົນໃຫ້ດີທີ່ສຸດ; ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງຢ່າງກົມກຽວ ເພື່ອກວດຫາບັນຫາແລະອຸປະສັກກ່ອນ ເພື່ອເປັນເຈົ້າການໃນການແກ້ໄຂຕາມອຳນາດ ຫຼືລາຍງານແລະສະເໜີວິທີແກ້ໄຂທີ່ສົມເຫດສົມຜົນ ຕໍ່ໜ່ວຍງານທີ່ມີອຳນາດພິຈາລະນາ ແລະ ແກ້ໄຂຕາມລະບຽບການ.
ໃນຂະບວນການຈັດຕັ້ງຜັນຂະຫຍາຍປະຕິບັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງເສີມຂະຫຍາຍຢ່າງແຂງແຮງ ຈິດໃຈສາມັກຄີ, ການລວມສູນປະຊາທິປະໄຕ, ໝູ່ຄະນະນໍາພາ, ບຸກຄົນຮັບຜິດຊອບ. ຄວາມຫຍຸ້ງຍາກ, ສິ່ງທ້າທາຍຍິ່ງຫຼາຍ ກໍ່ຍິ່ງຕ້ອງສາມັກຄີແລະເສີມຂະຫຍາຍປະຊາທິປະໄຕ, ວິເຄາະສະຖານະການຢ່າງຮອບຄອບ, ປຶກສາຫາລືຢ່າງເຖິງກົກເຖິງປາຍ, ທາບທາມຄວາມຄິດເຫັນຂອງບັນດາຜູ້ຊ່ຽວຊານ, ປະຊາຊົນ, ວິສາຫະກິດ, ຜູ້ທີ່ໄດ້ຮັບຜົນກະທົບ, ເພື່ອການຕັດສິນໃຈທີ່ຖືກຕ້ອງ, ຊັດເຈັນ, ທັນເວລາ, ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ເປີດເຜີຍ, ໂປ່ງໃສ, ຖືກຕ້ອງຕາມກົດໝາຍ ຕາມທິດນຳຖືເອົາຜົນປະໂຫຍດຂອງປະເທດ, ຂອງປະຊາຊົນ, ຂອງລວມໝູ່ສູງສຸດ, ເປັນອັນດັບໜຶ່ງ.
ສິ່ງສຳຄັນໜຶ່ງທີ່ຕ້ອງເນັ້ນໜັກແມ່ນ ລັດຖະບານຈະສືບຕໍ່ຍູ້ແຮງການແບ່ງຂັ້ນ, ແບ່ງອຳນາດ ສ້າງເງື່ອນໄຂສູງສຸດໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ປະຕິບັດໜ້າທີ່ແລະພາລະກິດທີ່ໄດ້ຮັບມອບໝາຍເປັນຢ່າງດີ, ຕອບສະໜອງຄວາມໄວ້ວາງໃຈຂອງພັກ ແລະ ປະຊາຊົນຕາມທີ່ໄດ້ຮັບມອບໝາຍ. ການແບ່ງຂັ້ນຄຸ້ມຄອງ ແລະ ການກະຈາຍອຳນາດ ບໍ່ສາມາດແຍກອອກຈາກການກວດສອບ ແລະການກວດກາໄດ້. ພຶດຕິກຳຕົວຈິງໃຫ້ເຫັນວ່າ, ຍິ່ງມີການແບ່ງຂັ້ນແລະການກະຈາຍອຳນາດຫຼາຍເທົ່າໃດ, ຍິ່ງຕ້ອງເພີ່ມທະວີການກວດສອບ ແລະກວດກາ ເພື່ອປ້ອງກັນການສວຍໃຊ້ວຽກງານສ່ວນລວມ, ກິດຈະການສາທາລະນະ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວທີ່ຜິດກົດໝາຍ. ລັດຖະບານເດັດດ່ຽວຂະຈັດສະພາບການ “ເປັນພຶງເປັນພວກ”, “ແນວຫຼັງ”, “ຜົນປະໂຫຍດກຸ່ມກ້ອນ”; ສືບຕໍ່ຍູ້ແຮງວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ, ຄວາມຫຍໍ້ທໍ້, ຈັດການແກ້ໄຂການກະທຳທີ່ລະເມີດກົດໝາຍຢ່າງເຂັ້ນງວດ,…
ດ້ວຍເຫດນັ້ນ, ໃນມະຕິເລກທີ 11/NQ-CP, ລັດຖະບານສະເໜີໃຫ້ຄະນະກຳມະການປະຈຳສະພາແຫ່ງຊາດ, ສະພາຊົນເຜົ່າ ແລະ ບັນດາຄະນະກຳມະການຂອງສະພາແຫ່ງຊາດ, ບັນດາຄະນະຜູ້ແທນສະພາແຫ່ງຊາດ, ຜູ້ແທນສະພາແຫ່ງຊາດ, ສະພາປະຊາຊົນບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງ, ໃນຂອບເຂດໜ້າທີ່ ແລະ ສິດອຳນາດຂອງຕົນ, ກວດກາຕິດຕາມການປະຕິບັດມະຕິ; ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະຫະພັນການຄ້າແລະອຸດສາຫະກຳຫວຽດນາມ, ສະຫະພັນໃຫຍ່ແຮງງານຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ-ອາຊີບ ເພີ່ມທະວີການກວດກາຕິດຕາມ, ປະສານສົມທົບເລັ່ງລັດ, ກວດກາ, ຕີລາຄາ ການປະຕິບັດໂຄງການ; ອົງການກວດສອບແຫ່ງລັດ ຕ້ອງຈັດຕັ້ງການກວດກາປະຈຳປີ ຕໍ່ການຈັດຕັ້ງ ແລະການປະຕິບັດໂຄງການ, ຮັບປະກັນການປະຕິບັດໄດ້ໄວ, ມີປະສິດທິຜົນ, ເປີດເຜີຍ, ໂປ່ງໃສ, ຕ້ານຄວາມຫຍໍ້ທໍ້, ຜົນປະໂຫຍດໝູ່ພວກ, ລາຍງານຕໍ່ສາພາແຫ່ງຊາດໃນກອງປະຊຸມທ້າຍປີ ຂອງປີ 2022, ປີ 2023 ແລະ ກອງປະຊຸມກາງປີ 2024;…
ລັດຖະບານຫວັງວ່າ, ປະຊາຊົນ ແລະ ວິສາຫະກິດສືບຕໍ່ແບ່ງປັນ, ສະໜັບສະໜູນ, ເພື່ອປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ຢ່າງດີ. ກ່ອນອື່ນໝົດແມ່ນສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຜັນຂະຫຍາຍການເຄື່ອນໄຫວ “ສັກຢາປ້ອງກັນໃນລະດູໃບໄມ້ປົ່ງ” ໂດຍໄວ ແລະ ປະສົບຜົນສຳເລັດ, ເພຶ່ອເຮັດໃຫ້ “ໂລ້ປ້ອງກັນການແຜ່ລະບາດຂອງໂຄວິດ-19” ແຂງແກ່ນແລະໝັ້ນຄົງຍິ່ງຂຶ້ນ. ຍູ້ແຮງການຄົ້ນຄວ້າ ແລະຜະລິດຢາປົວພະຍາດໂຄວິດ-19. ຈັດຕັ້ງປະຕິບັດການຈັດຊື້ ແລະ ຈັດຕັ້ງການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ເດັກນ້ອຍອາຍຸ 5 ປີຫາ 12 ປີ,… ເພື່ອເສີມສ້າງລະບົບພູມຕ້ານທານຂອງຊຸມຊົນ, ສ້າງຮາກຖານແລະພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ຫວ່າງມໍ່ໆນີ້, ໃນບັນດາພາຫະນະສື່ມວນຊົນ, ບັນດານັກວິທະຍາສາດ, ຜູ້ຊ່ຽວຊານດ້ານເສດຖະກິດທັງໃນປະເທດແລະຕ່າງປະເທດ ລ້ວນແຕ່ສະແດງຄວາມເຊື່ອໝັ້ນຢ່າງແຂງແຮງ ໃນຂະບວນການຟື້ນຟູ ແລະ ພັດທະນາເສດທະກິດ-ສັງຄົມຂອງປະເທດໃນອະນາຄົດອັນໃກ້ນີ້. ຢ່າງໃດກໍ່ຕາມ, ຄວາມເຊື່ອໝັ້ນແລະຄວາມຫວັງອັນຊອບທໍານັ້ນຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອທຸກຄົນເຫັນດີເຫັນພ້ອມ ແລະ ຕົກລົງເຂົ້າຮ່ວມຢ່າງຂະຫຍັນຂັນແຂງ. ການຕັດສິນນະໂຍບາຍຂອງຄະນະກຳມະການສູນກາງ, ສະພາແຫ່ງຊາດ ແລະ ລັດຖະບານ ແມ່ນເງື່ອນໄຂສຳຄັນທີ່ສຸດ. ເງື່ອນໄຂທີ່ພຽງພໍແມ່ນຕ້ອງໄດ້ຮັບການປະຕິບັດຢ່າງມີປະສິດທິຜົນ ເພື່ອນຳເອົາບັນດານະໂຍບາຍ ແລະ ການຕັດສິນໃຈເຂົ້າສູ່ຊີວິດ./.
-----------------------
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 988 (ເດືອນເມສາ 2022)